ຂະແຫນງທ່ອງທ່ຽວພາກກາງ ຫວຽດນາມ ພັດທະນາໃນຄວາມຫຍຸ້ງຍາກ

(vovworld) - ​​ໃນ​ຄວາມ​ຫຍຸ້ງຍາກ​ລວມຂອງ​ພື້ນຖານ​ເສດຖະກິດ, ຂະ​ແຫນງ​ທ່ອງ​ທ່ຽວ​ບັນດາ​ທ້ອງ​ຖິ່ນ​ແຄມ​ທະ​ເລ​ພາກ​ກາງ ຫວຽດນາມ ມີ​ຫລາຍ​ວິທີ​​ເຮັດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງຢູ່ພາຍ​ໃນປະ​ເທດ ​ແລະ ສາກົນ​ມາຈາກ ລັດ​ເຊຍ ​ແລະ ປະ​ເທດ​ ຈຳນວນ​ຫນຶ່ງຢູ່ອາຊີ.​ ຍ້ອນ​ເຫດ​ນັ້ນ, ຂະ​ແຫນງທ່ອງທ່ຽວ​​ແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງພື້ນຖານ​ເສດຖະກິດບັນດາ​ແຂວງ​ທາງ​ພາກ​ກາງ ຫວຽດນາມ ​ໃນ​ປີ 2012 ​ແລະ ຊຸມ​ມື້​ຕົ້ນ​ປີ 2013.

        ​ໃນ​ຊຸມ​ມື້​ທຳ​ອິດ​ຂອງ​ປີ​ໃຫມ່ 2013, ບັນດາ​ກຳ​ປັ່ນ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ສາກົນ​ນັບ​ພັນ​ໆ​ຄົນ​ໄດ້​ເຂົ້າ​ທຽບ​ທ່າ​ກຳ​ປັ່ນ ດາ​ຫນັງ, ​ເປີດ​ບັນດາ​ກາລະ​ໂອກາດ​ພັດທະນາ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ​ບັນດາ​ທ້ອງ​ຖິ່ນ​ພາກ​ກາງ ຫວຽດນາມ. ກ່ອນຫນ້າ​ນັ້ນ, ​ໃນ​ປີ 2012 ຂະ​ແຫນງ​ທ່ອງ​ທ່ຽວ​ແຂວງ ​ແຄງ​ຮ່ວາ ພາກ​ກາງ ຫວຽດນາມ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​​​ຜູ້ທີ່​ 2 ລ້ານ​​ໄດ້​ມາ​ຢ້ຽມຢາມ ນະຄອນ ຍາ​ຈາງ. ນັບ​ແຕ່​ເມື່ອ​ສະຫນາມ​ບິນ ກາມ​ແຣງ ​ໄດ້​ກາຍ​ເປັນ​ສະຫນາມ​ບິນ​ສາກົນ​ແຫ່ງ​ທີ 3 ຢູ່​ພາກ​ກາງ ຫວຽດນາມ ຖັດຈາກ​ສະຫນາມ​ບິນ ​ເຫ້ວ, ສະຫນາມ​ບິນ ດາ​ຫນັງ, ສາຍ​ການບິນ​ໂດຍ​ກົງ​ຈາກ​ລັດ​ເຊຍ ມາ ​ແຄງ​ຮວ່າ ​ໄດ້​ຮັບ​ການ​ຮັກສາ​ເປັນ​ປະຈຳ, ​ແຕ່​ລະ​ມື້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ປະມານ 600 ຄົນ. ທ່ານ Andrey Smirinov ຜູ​້ອຳນວຍ​ການ​​ຂະແຫນງໂຄສະນາ ບໍລິສັດ​ທ່ອງ​ທ່ຽວ ​ແອນ​ເຢືອງ,​ ຊຶ່ງ​ແມ່ນ​ວິ​ສາ​ຫະກິດ​ໄດ້​ສົ່ງຈຳນວນ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ມາ​ຢ້ຽມຢາມ​ຫວຽດນາມ ຫລາຍ​ກວ່າ​ໝູ່ ​ໃຫ້​ຮູ້​ວ່າ: ຄາດ​ວ່າ ລະດູ​ຫນາ​ວປີ​ນີ້, ​ແຄງ​ຮ່ວາ ຈະ​ຕ້ອນຮັບນັກ​ທ່ອງ​ທ່ຽວ​ລັດ​ເຊຍ ປະມານ 100.000 ​ເທື່ອ​ຄົນ. ດ້ວຍ​ອາກາດ​ອົບ​ອຸ່ນ, ທິວ​ທັດ​ທຳ​ມະ​ຊາດ ​ແລະ ປະຊາຊົນ​ແມ່ນ​ຜູ້​ສະຫນິດສະຫນົມ​ຮັກ​ແພງ​ແຂກ ນັ້ນ​ແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ແຄງ​ຮວ່າ​ນັບ​ມື້​ນັບ​ຫລາຍ.

        “​​ເມື່ອ​ມາ​ຮອດ ຫວຽດນາມ, ນັກ​ທ່ອງ​ທ່ຽວ​ລ້ວນ​ແຕ່​ເຫັນ​ສິ່ງ​ທີ່​​ແຕກ​ຕ່າງ.​ ນັ້ນ​ແມ່ນ​ອາກາດ​ເຢັນ​ສະບາຍ ທະ​ເລ​ສວຍ​ງາມ, ​ແສງ​ແດດ​ອົບ​ອຸ່ນ ​ໃນ​ຂະ​ນະ​ນັ້ນ​ອາກາດ​ຢູ່​ລັດ​ເຊຍ ​ຫນາວ​ທີ່​ສຸດ. ​​​ແລະ ​ກ້າວ​ເຂົ້າ​ສູ່​ປີ​ໃຫມ່ ພວກ​ຂ້າພະ​ເຈົ້າ​ຈະ​ສ້າງ​ບໍລິການ​ໃຫມ່​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ​ແລະ ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ ພວກ​ຂ້າພະ​ເຈົ້າ​ຈະ​ເພີ່ມ​ທະວີ​ຈຳນວນ​ຖ້ຽວ​ບິນ ​ແລະ ຈຳນວນ​ນັກ​ທ່ອງ​ທ່ຽວ​ໃຫ້​ແກ່​ຕະຫລາດ ຫວຽດນາມ.”

ຂະແຫນງທ່ອງທ່ຽວພາກກາງ ຫວຽດນາມ ພັດທະນາໃນຄວາມຫຍຸ້ງຍາກ - ảnh 1
ນັກທ່ອງທ່ຽວລັດເຊຍ ມາຢ້ຽມຢາມ ຍາຈາງ
ພາບ:internet

        ນະຄອນ ທະ​ເລ ດາ​ຫນັງ ກໍ​ແມ່ນ​ສະຖານ​ທີ່​ດູດ​ດື່ມ​ຂອງ​ການທ່ອງທ່ຽວ​ພາກ​ກາງ ຫວຽດນາມ ​ເມື່ອ​ນະຄອນ​ນີ້​ພວມ​ຢືນຢັນ​ເຄື່ອງໝາຍ​ຂອງ​ນະຄອນ​ແຫ່ງ​ສິ່ງ​ແວດ​ລ້ອມ, ນະຄອນ​​ແຫ່ງ​ເຫດການ ​ແລະ ຈັດ​ຕັ້ງ​ການ​ແຂ່ງຂັນ​ຍິງ​ບັ້ງ​ໄຟ​ດອກ​ສາກົນເປັນ​ຫລາຍ​ຄັ້ງສຳ​ເລັດ​ຜົນ ...... ບັນດາ​ເຫດການ​ໃຫຍ່​ດັ່ງກ່າວ ​ໄດ້ສ້າງ​ລາຍ​ຮັບ​ມາ​ໃຫ້​ນະຄອນ ດາ​ຫນັງ​ປະມານ 6000 ຕື້​ດົ່ງ.​ ຄຽງ​ຄູ່​ກັນ​ນັ້ນ  ພື້ນຖານ​ໂຄງ​ລ່າງ​ການທ່ອງທ່ຽວ, ​ເຂດ​ພັກຜ່ອນ​ບ​ຳລຸງ​ສຸຂະພາບ​ໄດ້​ຮັບ​ການ​ເພີ່ມ​ທະວີ​ລົງທຶນ ​ໄດ້​ເຮັດ​ໃຫ້ ດາ​ຫນັງ ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ທ່ອງທ່ຽວ​ດູດ​ດື່ມ​ສຳລັບນັກ​ທ່ອງ​ທ່ຽວ​ສາກົນ.  ດາຫນັງ ພວມ​ສ້າງ​ຫລາຍແຜນການ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ.​ ທ່ານ ​ເຈີ​ນຈີ​ເກື​ອ່ງ, ຮອງ​ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະທ່ອງ​ທ່ຽວ ດາ​ຫນັງ ​ໃຫ້​ຮູ້​ວ່າ:

        “ທີ​ຫນຶ່ງ ​ຈະ​ຮັກສາ​ການຈັດ​ຕັ້ງ​ບັນດາ​ເຫດການ​ໃຫຍ່.​ ຄຽງ​ຄູ່​ກັນ​ນັ້ນ ​ເລື່ອງ​ລົງທຶນ​ຍົກ​ລະດັບ​ໃຫ້​ແກ່​ສິ່ງ​ແວດ​ລ້ອມ ​ແລະ ບັນດາ​ບໍລິການ​ໃຫມ່, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ນັກ​ລົງທຶນ​ສືບ​ຕໍ່​ລົງ​ທຶນ​ບັນດາ​ຜະລິດ​ຕະພັນ​ໃຫມ່, ​ເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບ​ທັນ​ສະ​ໄຫມ. ທີ​ສອງ ຖ້າ​ຫາກດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ເອີ​ລົບ ຫຍຸ້ງຍາກ ພວກ​ຂ້າພະ​ເຈົ້າ​ຫັນ​ທິດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຈາກ ຈີນ, ​ສ ​ເກົາຫລີ, ຍ່ີ​ປຸ່ນ ຫລື ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ຄຽງ​ຄູ່​ກັນ​ນັ້ນ ພວກ​ຂ້າພະ​ເຈົ້າ​ຍັງ​ຄົງ​ສືບ​ຕໍ່​ດຶງ​ດູດນັກ​ທ່ອງ​ທ່ຽວພາຍ​ໃນ ​ແມ່ນ​ຕະຫລາດ​ຈຸດ​ສຸມ​ປະຈຸ​ບັນ.”

        ສຳລັບ​ແຂວງ ​ເທື່ອ​ທຽນ​ເຫ້ວ, ຊື່​ງ​ແມ່ນ​ທ້ອງ​ຖິ່ນ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ເຫນ​ືອ ພາກ​ກາງ ສຳ​ເລັດ​ຜົນ ດ້ວຍ​ຈຸດ​ພົ້ນ​ເດັ່ນ​ນັ້ນ​ແມ່ນ Festival ​ເຫ້ວ ປີ 2012 ​ໄດ້​ຢືນຢັນ​ລັກສະນະ​ວິຊາ​ສະ​ເພາະ​ໃນ​ການຈັດ​ຕັ້ງງານ​ບຸນ, ຂຸດ​ຄົ້ນ​ການທ່ອງທ່ຽວ, ຢືນຢັນ​ຄວາມ​ດູດ​ດື່ມ​ຂອງ​ມໍລະດົກ​ເຂດ​ດິນ​ແດນ​ເມືອງ​ຫລວງ. ​ໃນ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2012, ​​ແຂວງ​ເທື່ອ​ທຽນ​ເຫ້ວ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 2,5 ລ້ານ​ເທື່ອ​ຄົນ, ​ເພີ​່ມຂຶ້ນ​ເກືອບ 25% ​ເມື່ອ​ທຽບ​ໃສ່​ປີ 2011, ລາຍ​ຮັບ​ຈາກ​ການທ່ອງທ່ຽວ​ບັນລຸ​ເກືອບ 1.800 ຕື້​ດົ່ງ. ​ນອກ​ນັ້ນ ແຂວງ​ເທື່ອ​ທຽນ​​ເຫ້ວ ຍັງ​ສົມທົບ​ກັບ​ບັນດາ​ແຂວງ ພາກ​ກາງ ສ້າງ​ຫລາຍ​ລາຍການ​ທ່ອງ​ທ່ຽວ​ໃຫມ່​ທີ່​ດູດ​ດື່ມຄື: ​ເດືອນ​ທ່ອງ​ທ່ຽວ​ຄົ້ນ​ຫາ​ຖ້ຳ​ຢູ່ ​ກວ໋າງບີ່​ງ; ງານ​ບຸນ​ທ່​​​ອງທ່ຽວ​ວັດທະນະ​ທຳ, ຂົວ​ເຊື່ອມ​ຕໍ່​ອາຊີ ຄັ້ງ​ທີ 3 ຢູ່​ແຂວງ ກວ໋າງຈີ້ ​ແລະ ​ໃນ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​​ເຂດ​ແຄມ​ທະ​ເລ​ທາງ​ທິດ​ເຫນືອ​ພາກ​ກາງ ​ໄດ້​ດຶງ​ດູດນັກທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ເຂດ​ນີ້​ກວ່າ 10 ລ້ານ​ເທື່ອ​ຄົນ.

ຂະແຫນງທ່ອງທ່ຽວພາກກາງ ຫວຽດນາມ ພັດທະນາໃນຄວາມຫຍຸ້ງຍາກ - ảnh 2
ຄຸ້ມເມືອງເກົ່າ ໂຮ້ຍອານ
ພາບ:internet

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ແຂວງ​ພາກ​ກາງ​ຍັງ​ຄົງ​ມີ​ຫລາຍ​ວຽກ​ຕ້ອງ​ເຮັດ ​ເພື່ອ​ສ້າງ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ເປັນ​ເອກະ​ພາບ, ມີ​ລັກສະນະ​ເປັນ​ເຂດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ພາກ.​ ທ່ານ ຮ່ວາງ​ຕວນ​ແອ​ງ ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​​​ໃຫ້​ຮູ້​ວ່າ:

        “ປີ 2013 ຂະ​ແຫນງ​ທ່ອງ​ທ່ຽວ​ຍັງ​ຄົງ​ຈະ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍຫລາຍ​ຢ່າງ, ສະ​ນັນ ບັນດາ​ແຂວງ​ໃນ​ພາກ​ພື້ນ ຄວນ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ນຳ​ບັນດາ​ແຂວງ​ທາງ​ພາກ​ກາງ ກາຍ​ເປັນ​ສູນ​ທ່ອງ​ທ່ຽງ​ໃຫຍ່​ຂອງ​ທົ່ວ​ປະ​ເທດ​ຢ່າງ​ແທ້​ຈິງ. ບັນດາ​ທ້ອງ​ຖິ່ນ​ໃນ​ເຂດ ສືບ​ຕໍ່​ຄົ້ນຄ​ວ້າ, ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກຄື: ວຽກ​ງານ​ຮ່ວມ​ສຳພັນ​ໃນ​ການ​ສົ່ງ​ເສີມ ​ໂຄສະນາ, ສ້າງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ບໍ່​ທັນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ສູງ​ສຸດ.”

        ​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​, ບັນດາ​ໝາກຜົນ​ດີ​ພໍ​ສົມຄວນ​ຊຶ່ງ​ຂະ​ແຫນງ​ທ່ອງ​ທ່ຽວ​ພາກ​ກາງ ຫວຽດນາມ ບັນລຸ​ໄດ້ ນັ້ນ​ແມ່ນ​ກຳລັງ​ຫນູນ​ເພື່ອ​ໃຫ້​ປີ 2013, ຂະ​ແຫນງ​ທ່ອງ​ທ່ຽວ​ສືບ​ຕໍ່​ເສີ​ມຂະຫຍາຍ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ຮັກສາ​ທີ່​ຕັ້ງ​ແມ່ນ​ຂະ​ແຫນງ​ເສດຖະກິດ​ປາຍ​ແຫລມ​ຂອງ​ບັນດາ​ແຂວງ​ພາກ​ກາງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ