(vovworld) – ປຶ້ມບູຮານຂອງຊາວເຜົ່າຢ້າວແມ່ນມໍລະດົກວັດທະນະທຳທີ່ສຳຄັນ, ແມ່ນແຫຼ່ງເອກະສານ, ແມ່ນ “ລູກກະແຈ“ ເພື່ອເປີດປະຕູຄົ້ນຄ້ວາວັດທະນະທຳຂອງຊົນເຜົ່າຢາວ. ປຶ້ມບູຮານຂອງຊາວເຜົ່າຢ້າວຢູ່ຫວຽດນາມອຸດົມສົມບູນທີ່ສຸດ. ແຕ່ລະບ້ານມີປຶ້ມບູຮານນັບຮ້ອຍຫົວ.
ປຶ້ມບູຮານໃນຄອບຄົວຂອງຊາວເຜົ່າຢາວ
(ພາບ: ອິນເຕີແນດ)
ຊາວເຜົ່າຢ້າວເອີ້ນປຶ້ມບູຮານແມ່ນ “tsau“ ໝາຍຄວາມວ່າ “ເຈ້ຍ“, “ປຶ້ມ“. ປຶ້ມຂຽນດ້ວຍຕົວຈີນບູຮານ ແຕ່ພັດຜັນສຽງເປັນພາສາຢາວ. ປຶ້ມບູຮານເລົ່າຄືນວິວັດການຍົກຍ້າຍທີ່ຢູ່ຢ່າງລຳບາກຂອງຊົນເຜົ່າຢ້າວ ກໍ່ຄືນຳ້ໃຈຕໍ່ສູ້ພິລະອາດຫານຂອງເຂົາເຈົ້າໃນການພິຊິດທຳມະຊາດ. ມີປຶ້ມບາງຫົວສ່ອງແສງປະຫວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງຊົນເຜົ່າຢ້າວ. ຫຼືຂຽນບັນຊີແຕ່ລະວົງຕະກຸນຢ່າງລະອຽດ. ຜ່ານນັ້ນອະທິບາຍກ່ຽວກັບປະເພນີບູຊາ ບາງເວືອງ - ເຊິ່ງແມ່ນບັນພະບຸລຸດຂອງຊາວເຜົ່າຢ້າວ. ທ່ານ ຟານເກິມເທື້ອງ, ນັກຄົ້ນຄ້ວາ, ວິຈານວັດທະນະທຳສິລະປະ, ໃຫ້ຮູ້ວ່າ:
“ຈຸດທີ່ເປັນເອກະລັກສະເພາະຂອງຊາວເຜົ່າຢ້າວແມ່ນພິທີບູຊາບັນ ພະບຸລຸດ ບາງເວືອງ. ໃນປຶ້ມບູຮານຫຼາຍຫົວກໍ່ຂຽນແຈ້ງວ່າ ຊາວເຜົ່າຢ້າວໄດ້ປະກົດຢູ່ຫວຽດນາມຄືແນວໃດ, ດ້ວຍປະຫວັດແຫ່ງການພັດທະນາຂອງເຂົາເຈົ້າຢູ່ເຂດດິນແດນທີ່ແຕກຕ່າງກັນ “.
ປຶ້ມບູຮານຂອງຊາວເຜົ່າຢ້າວ
(ພາບ: ອິນເຕີແນດ)
ແຕ່ລະບ້ານຂອງຊາວເຜົ່າຢ້າວໃນເມື່ອກ່ອນຄືດັ່ງຫໍສະໝຸດຂະໜາດນ້ອຍເພື່ອຮັກສາບັນດາປຶ້ມບູຮານ. ແຕ່ລະວົງຕະກຸນ, ແຕ່ລະຄອບຄົວລ້ວນແຕ່ມີປື້ມບັນຊີວົງຕະກຸນ ເພື່ອຈົດກ່າຍວິວັດແຫ່ງການພັດທະນາຂອງວົງຕະກຸນຕົນ. ຕາມນັ້ນແລ້ວ, ຊາວເຜົ່າຢ້າວທັງໝົດລ້ວນແຕ່ແມ່ນລູກຫຼານຂອງ ບາງເວືອງ, ດັ່ງນັ້ນເຖິງວ່າຈະຢູ່ບ່ອນໃດກໍ່ເປັນເອກະພາບກັນກ່ຽວກັບການເຫຼື້ອມໃສວັດທະນະທຳ, ພາສາ ແລະ ບັນດາຮີດຄອງປະເພນີ.
ເນື້ອໃນປື້ມບູຮານຂອງຊາວເຜົ່າຢ້າວອຸດົມສົມບຸນພໍສົມຄວນ. ຄຽງຂ້າງຄຸນຄ່າແນະນຳກ່ຽວກັບການເຄື່ອນໄຫວສາສະໜາແລ້ວ, ຍັງມີຄຸນຄ່າອະນຸລັກຮັກສາຮີດຄອງປະເພນີ, ພິທີງານບຸນຂອງຊາວເຜົ່າຢ້າວອີກ. ອ້າຍ ແຈວຕາຝຸ້ງ, ເລຂາຄະນະພັກບ້ານ ອູຊີສຸ່ງ, ຕາແສງ ຕາຍເຟີ່ຍ, ນະຄອນລາວກາຍ, ແຂວງລາວກາຍ, ໃຫ້ຮູ້ວ່າ:
“ປຶ້ມບູຮານແມ່ນປຶ້ມທີ່ລຳ້ຄ່າ. ຜ່ານປຶ້ມສາມາດຮູ້ມື້ສັນວັນດີເພື່ອປຸກສ້າງເຮືອນຢູ່, ຈັດຕັ້ງງານບຸນ, ງານແຕ່ງດອງ, ກໍ່ຄືຮູ້ກ່ຽວກັບການຈັດຕັ້ງພິທີງານສົບຂອງຊາວເຜົ່າຢ້າວອີກ“.
ປຶ້ມບູຮານຂອງຊາວເຜົ່າຢ້າວ
(ພາບ: ອິນເຕີແນດ)
ປຶ້ມບູຮານຂອງຊາວເຜົ່າຢ້າວ ຍັງແມ່ນເຄື່ອງມືເພື່ອສອນບົດຮຽນກ່ຽວກັບການປະພືດໃນການພົວພັນໃນສັງຄົມ, ບັນດາບົດຮຽນກ່ຽວກັບດິນຟ້າອາກາດ, ການຢາ ແລະ ການປິ່ນປົວພະຍາດຂອງຊາວເຜົ່າຢ້າວ, ການສຶກສາກ່ຽວກັບຄຸນສົມບັດ…ຢ່າງອຸດົມສົມບູນ.
ນັບແຕ່ດົນນານມາແລ້ວ, ຊາວເຜົ່າຢ້າວມີທັດສະນະວ່າ, ທຸກສິ່ງທຸກຢ່າງລ້ວນແຕ່ມີວີນຍານ. ຊາວເຜົ່າຢ້າວເຊື່ອວ່າມີຜີລົມ, ຜີຝົນ, ຜີເບິ່ງແຍງເຂົ້າ, ພືດ ແລະ ສັດລ້ຽງ. ຜີແຕ່ລະຢ່າງກໍ່ມີພິທີບູຊາສະເພາະ. ດັ່ງນັ້ນຊາວເຜົ່າຢ້າວຈຶ່ງມີຫຼາຍພິທີ່ບູຊາຄື: ບູຊາຝົນ, ບູຊາແນວເຂົ້າ, ບູຊາສັດລ້ຽງ,,, ບັນດາພິທີບູຊານັ້ນກໍ່ຖືກຮັກສາໄວ້ໃນປຶ້ມບູຮານ. ອ້າຍ ແຈວຕາຝູງ, ໃຫ້ຮູ້ວ່າ:
“ພິທີບູຊາເຫຼົ່ານີ້ຖືກຮັກສາໄວ້ໃນປຶມບູຮານ. ຜູ້ໃດອ່ານ ອອກຂຽນເປັນພາສາຢ້າວ ກໍ່ສາມາດດຳເນີນພິທີບູຊາໄດ້. ເມື່ອຈັດທຳພິທີໃດຊາວເຜົ່າຢ້າວກໍ່ຕ້ອງອີງໃສ່ປຶ້ມບູຮານຈຶ່ງເຮັດໄດ້“.
ຜູ້ເຖົ້າຜູ້ແກ່ຊາວເຜົ່າຢ້າວສອນໃຫ້ເດັກນ້ອຍວິທີອ່ານປຶ້ມບູຮານ
(ພາບ: ອິນເຕີແນດ)
ໂດຍຕ່າງກັບຊົນເຜົ່າສ່ວນໜ້ອຍຈຳນວນໜຶ່ງຂອງຫວຽດນາມທີ່ບໍ່ມີຕົວໜັງສື, ບົດກອນທີ່ສືບກັນມາ, ຊາວເຜົ່າຢ້າວພັດຢືມຕົວໜັງສືຈີນແລ້ວຜັນສຽງເປັນພາສາຢາວເພື່ອຮັກສາຄຸນຄ່າວັດທະນະທຳຂອງຊົນເຜົ່າຕົນໄວ້. ນີ້ແມ່ນສິ່ງທີ່ບັນດາເຜົ່າອື່ນຍາກທີ່ຈະເຮັດໄດ້. ທ່ານ ຟານເກິມເທື້ອງ, ໃຫ້ຮູ້ວ່າ:
“ປຶ້ມບູຮານທັງໝົດຂອງຊາວເຜົ່າຢ້າວຖືກເຮັດດ້ວຍເຈ້ຍສະເພາະຂອງເຂົາເຈົ້າ, ເຈ້ຍນັ້ນເຮັດດ້ວຍເຟືອງ, ວິທີເຮັດກໍ່ຕາມຂັ້ນຕອນຜະລິດເຈ້ຍສາຂອງຊາວກິງ. ເຈ້ຍຖືກອັດເປັນປຶ້ມ ແລະ ໃຊ້ປາກກາຂົນເພື່ອຂຽນ. ປຶ້ມບູຮານບໍ່ໜາປານໃດ, ແຕ່ລະຫົວມີປະມານສອງສາມສິບໜ້າ, ດ້ວຍຕົວໜັງສືແຕ່ 3 – 4 ພັນຕົວເທົ່ານັ້ນ“.
ເກືອບຄືວ່າຊີວິດທາງດ້ານວັດທະນະທຳທັງໝົດຂອງຊາວເຜົ່າຢ້າວ ລ້ວນແຕ່ບັນຈຸໄວ້ໃນປື້ມບູຮານ. ປຶ້ມບູຮານບໍ່ພຽງແຕ່ເພື່ອໃຫ້ລູກຫຼານຊາວເຜົ່າຢ້າວຮັກສາມູນເຊື້ອຂອງລຸ້ນກ່ອນໄວ້ເທົ່ານັ້ນ, ຫາກຍັງປະກອບສ່ວນເຮັດໃຫ້ພື້ນຖານວັດທະນະທຳຂອງບັນດາເຜົ່າຫວຽດນາມອຸດົມສົມບຸນຍິ່ງຂຶ້ນອີກດ້ວຍ.