ຄົ້ນຫາ Langbiang

ຄົ້ນຫາ Langbiang - ảnh 1
(ພາບອີນເຕີແນດ)

(vovworld) - ທັດສະ​ນິຍະ​ພາບກໍ່​ຄື​ສະຖາ​ນທີ່​ທ່ອງ​ທ່ຽວ​ແຕ່ລະ​ແຫ່ງ​ຢູ່ ດາລາ​ດ ​ເກືອບ​ຄື​ວ່າ​ລ້ວນ​ແຕ່​ຕິດ​ພັນ​ກັບ​ເລື່ອງ​ນິທານ, ​ເທບ​ນິຍາຍ. ​ແຕ່​ດົນ​ນານ​ມາ​ແລ້ວ, ​ ​ພູ Langbiang ໄດ້ກາຍເປັນ​ສະຖານ​ທີ່ທ່ອງ​ທ່ຽວ​​ທີ່ຂາດ​ບໍ່​ໄດ້​ສຳລັບ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ເມື່ອ​ມາ​ຢ້ຽມຢາມ​ເຂດ​ພູ​ພຽງ​​ແຫ່ງນີ້. ຄວາມ​ງາມກໍ​ຄື​ສິ່ງ​​ທີ່ເລິກລັບ​ຂອງ Langbiang ຍາມ​ໃດ​ກໍ່​​ສ້າງ​ຄວາມ​ແປກ​ປະຫຼາດ​​​ໃຈແລະ​ເປັນ​ທີ່​ຄົ້ນ​ຫາໃຫ້​ແກ່ນັກ​ທ່ອງ​ທ່ຽວ​​ເມື່ອ​ມາ​ຢາມ​ແຫ່ງນີ້.

​ໂດຍຫ່າງ​ຈາກ​ໃຈກາງ​ນະຄອນ ດາລາ​ດ ໄປທາງ​ທິດ​ເຫນືອ ປະມານ 12 ກິ​ໂລ​ແມັດ ຂຶ້ນ​ກັບ​ບໍລິ​ເວນ​ເມືອງ ລາກ​ເຢືອງ ຕັ້ງ​ຢູ່​ລະດັບ​ສູງ 2.169 ​ແມັດ​ເມື່ອ​ທຽບ​ໃສ່​ຫນ້າ​ນ້ຳທ​ະ​ເລ, Langbiang ​ໄດ້​ຮັບ​ການ​ຂະຫນານ​ນາມ​ວ່າ ​ແມ່ນ​ “ຫລັງຄາ​ເຮືອນ” ​ຂອງ​ພູ​ພຽງ ​ເລີມ​ວຽນ, ຊິ່ງ​ແມ່ນຈຸດ​ສູງ​ສຸດ​ຂອງ​ນະຄອນ ດາລາ​ດ, ​ແມ່ນ​ສະຖາ​ນທີ່​ຈັບ​ອົກ​ຈັບ​ໃຈ​​ແລະ​ສ້າງ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວມາ​ຄົ້ນ​ຫາ. ​ໂດຍ​ຕັ້ງ​ຢູ່​ລະດັບ​ສູງ​​ຄື​ແນວນັ້ນ, ພູ Langbiang ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຂດ​ທ່ອງ​ທ່ຽວ​​ທີ່ເປັນ​ເອກະລັກ​ສະ​ເພາະ​ດ້ວຍ​ຮູບ​ການ ທ່ອງທ່ຽວ​ຄົ້ນ​ຫາ​ທຳ​ມະ​ຊາດ, ຊອກ​ຫາ​​ວັດທະນະ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້. Langbiang ຍັງ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ຜູ້​ທີ່​ມັກທ່ອງ​ທ່ອງ​ພະ​ຈົນ​ໄພ, ​ດ້ວຍ​ລາຍການ​ທ່ອງ​ທ່ຽວ​ປີນ​ພູ, ພິຊິດຄວາມ​ສູງ​. ສ່ວນຢູ່​ຕີນ​ພູ​ Langbiang ກໍ່ມີ​​ການບໍລິການ​ຢ່າງ​ຄົບ​​ຊຸດ​ຄື: ​ຮ້ານ​ກິ​ນ​ດື່ມ, ຮ້ານ​ຂາຍ​​ຂອງທີ່​ລະນຶກ. ພິ​ເສດ ຢູ່ ທີ່​ນີ້​​ຍັງມີ​ການ​ບໍລິການ​ລົດ Jeep ພາ​ນັກ​ທ່ອງ​ທ່ຽວ​ຂຶ້ນ​ພູ​ອີກ. ອ້າ​ຍ ຫງວຽນ​ຫຶ​ວມີນຟອງ, ບໍລິສັດ​ທ່ອງ​ທ່ຽວ Viettrip ​ໃຫ້​ຮູ້​ວ່າ:

“ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ດາລາ​ດ ລ້ວນ​ແຕ່​ໄປ​ຢ້ຽມຢາມ Langbiang. ​ເພາະວ່າ ​ເຂົາ​ເຈົ້າ​ຢາກ​ສູບ​ອາກາດ​ຫນາວ​ຢູ່​ຈອມ​ພູ. ຢູ່ Langbiang ພວກ​ເຮົາ​ສາມາດ​ຂຶ້ນພູ​ດ້ວຍລົດ Jeep. ຢູ່​ເທິງ​ຈອມ​ພູ​ພວກ​​ເຮົາ​ສາມາດ​ສັງ​ເກດຮ່ອມ​ພູ ຄຳ ​ແລະ ຮ່ອມ​ພູ ​ເງິນ. ​ເສັ້ນທາງ​ຂຶ້ນ​ຈອມພູ​​ຕ້ອງ​ເສຍ​ເວລາປະມານ 3 ຊົ່ວ​ໂມງ. ຖ້າ​ຫາກ​ຂີ່​ລົດ Jeep ນັກ​ທ່ອງ​ທ່ຽວພຽງ​ແຕ່​​ໄປ​ຮອດຈອມ​ພູ​ຕຳ່​, ບ່ອນ​ທີ່​ຕັ້ງສະຖານີຣາດາເທົ່າ​ນັ້ນ.”


ຄົ້ນຫາ Langbiang - ảnh 2

ນັ່ງ​ເທິງ​ລົດ Jeep ຂອງ​ທະຫານເພື່ອເມື່ອ​ຂຶ້ນ​ພູ, ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ຮູ້ສຶກ​ສະບາຍ​ໃຈ. ​ທັງ​ບໍ​ລິ​ເວນ​ເຕ​ັມ​ໄປ​ດ້ວຍສີຂຽວ​​ອຸ່ມ​ທູ່ມຂອງ​ຕົ້ນ​ໄມ້​ໃບ​ຫຍ້າ​, ອາກາດປອດ​ໂປ່ງ, ​ເຢັນ​ສະບາຍ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ນະຄອນ ດາລາ​ດ. ອ້າຍ Ignazio  ນັກ​ທ່ອງ​ທ່ຽວ​ຊາວ ອີ​ຕາ​ລີ ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ຂຶ້ນ​ພູ ຮູ້ສຶກ​ວ່າ ອາກາດ​ຫນາ​ວຫລາຍ. ທິວ​ທັດ​ທຳ​ມະ​ຊາດ​ຢູ່​ ທີ່ນີ້ງາມ​ຫຼາຍ. ນີ້ແມ່ນ​ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​​ທີ່​ສ້າງ​ຄວາມດູດ​ດື່ມ ​ໃຫ້​ແກ່​ພວກ​ຂ້າພະ​ເຈົ້າ​ ​ເມື່ອ​ມາຢ້ຽມຢາມ ຫວຽດນາມ. ຂ້າພະ​ເຈົ້າ ມັກ​ແຫ່ງ​ນີ້​ຫລາຍ.”

ລະບົບ​ຊີວະ​ນາໆ​ພັນ​ຢູ່​ພູພຽງ Langbiang ​ແມ່ນ​ອຸດົມ​ສົບ​ບູນ ​ແລະ ຍັງ​​ຄົງຮັກສາ ພືດ​ທຸກ​ປະ​ເພດທີ່​ລ້ຳ​ຄ່າ​ເຊິ່ງຖືກ​ຈັດ​ເຂົ້າ​​ບັນ​ຊີ​ລາຍ​ຊື່​ໃນປື້​ມ​ແດງ​ຂອງ ຫວຽດນາມ. ຢູ່ ທີ່​ນີ້​ຍັງ​ມີຕົ້ນ​ໄມ້​ຫາຍາກ ​ແລະ ມີຄ່າຫລາຍ​ປະ​ເພດ​, ນອກ​ນັ້ນ Langbiang ຍັງ​ມີ​ຕົ້ນຢາ​​ສະ​ໝູນ​ໄພ​ທີ່​ລ້ຳ​ຄ່າຫຼາຍ​ຊະ​ນິດ​ອີກ. ​ສະ​ເພາະດອກ​​ດອກ​ກ້ວຍ Langbiang  ​ກໍ່​ມີ​ເຖິງ 300 ຊະນິດ. ນອກນັ້ນ, ຢູ່​ທີ່ນີ້​ຍັງ​ມີ​ດອກ​ໄມ້​ປ່າ​, ດອກ​ໄມ້ ຫວຽດນາມ ກໍ​ຄື​ດອກ​ໄມ້​ທີ່ນຳ​ເຂົ້າ​ຈາກ​ຕ່າງປະ​ເທດຫຼາຍ​ຊະ​ນິດອີກ​ດ້ວຍຄື​: violet, mimosa, … ​ພາຍຫຼັງຄົ້ນ​ຫາ ​ພູ​ພຽງ Langbiang ​ໃນ​ມື້ຫນຶ່ງ, ຮອດ​ຍາມ​ຄ່ຳ​ຄືນ ​ເມື່ອ​ລົງ​ຕີນພູນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ປະ​ທານ​ອາຫານ​ພິ​ເສດສະ​ເພາະ​ຂອງ​ທ້ອງ​ຖິ່ນ​ຄື: ຊີ້ນ​ປີ້ງ, ​ເຫລົ້າ​ໄຫ ແລະ ​ໄດ້​ຮັບ​ຟັງ​ສຽງ​ຄ້ອງ​ທີ່​ມ່ວນ​ຊຶ່ນ​​ໂດຍ​ຊາວ​ຊົນ​ເຜົ່າສະ​ແດງ.

ຄົ້ນຫາ Langbiang - ảnh 3

ນອກຈາກ​ວຽກ​ໄຮ່​ການ​ນາ, ​ເມື່ອ​ມີ​​ແຂກ​ທ່ອງ​ທ່ຽວ​ມາຢ້ຽມຢາມ, ປະຊາຊົນ​ຢູ່​ ລາກ​ເຢືອງ ກ​ໍ່​ໄດ້​ແນະນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ສີ​ສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ​ຜ່ານ​ສຽງ​ຄ້ອງ, ສຽງ​​ເປົ່າ​ແຄນ. ນີ້​ກໍ​ເປັນ​ສິ່ງ​ພິ​ເສດ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ທ່ານ Krajan Plin ຫົວຫນ້າ​ຫນ່ວຍ​​ເພື່ອນ​ມິດ Langbiang ​ໃຫ້​ຮູ້​ວ່າ:

“ຂ້າພະ​ເຈົ້າ​ໄດ້​ກຳນົດ​ວ່າ: ​ໃນ​ລາຍການ​ສ່ວນ​ຫລາຍ​ແມ່ນ​ແນະນຳ​ຈຸດ​​ພິ​ເສດສະ​ເພາະ ແລະ ວັດທະນະທຳ​ພື້ນ​ເມືອງ​ຂອງ​ຕົນ. ຄຽງ​ຄູ່​ກັນ​ນັ້ນ  ພວກ​ຂ້າພະ​ເຈົ້າ​ຍັງ​ແນະນຳ​ເຄື່ອງ​ດົນຕີ​ພື້ນ​ເມືອງ​​ອີກ. ​ໃນ​ລາຍການ​ຂອງ​ຂ້າພະ​ເຈົ້າ​ລວມມີ 3 ພາກ, ພາກ​ທີ 1 ​ແນະນຳ​ວັດທະນະທຳ​ພື້ນ​ເມືອງ. ພາກ​ທີ 2 ​ແນະນຳ​ບັນດາ​ບົດ​ເພງ​ຊຶ່ງ​ຂ້າພະ​ເຈົ້າ​ປະດິດ​ແຕ່ງ ກໍ​ຄື​ບັນດາ​ບົດ​ເພງ​ຂອງ​ນັກ​ດົນ​ຕີ​​ໄຕ​ງວຽນ​ ປະດິດ​ແຕ່ງ​ກ່ຽວ​ກັບ​ໄຕ​ງວຽນ ​ເພື່ອ​ແນະນຳ​ໃຫ້​ທຸກ​ຄົນ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ ກໍ​ຄື​ແຂກ​ສາກົນ​ຮູ້ຈັກ​ເຖິງ. ພາກ​ທີ 3 ​ແມ່ນ​ການ​ພົວພັນ​ແລກປ່ຽນ ບາງ​ເທື່ອ​ເຊີນ​ນັກ​ທ່ອງ​ທ່ຽວ​ຟ້ອນ​ນຳ ຫລື ນັກ​ທ່ອງ​ທ່ຽວຂັບ​ຮ້ອງ​ໃຫ້​ປະຊາຊົນ​ໃນ​ບ້ານ​ຮັບ​ຟັງ.”

​​ໃນ​ເວລາ 1 ຊົ່ວ​ໂມງ, ນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ຟັງສຽງ​ຄ້ອງ​ໄຕ​ງວຽນ, ​ໄດ້​ດື່ມ​ເຫລົ້າ​ໄຫ ​ແລະ ​ເຂົ້າ​ຮ່ວມ​ວາດ​ຟ້ອນ​ຂອງ​ຊາວ​ເຜົ່າ K”ho, ​ໄດ້​ຮັບ​ຟັງ​ເລື່ອງ​ລາວ​ກ່ຽວ​ກັບ ພູພຽງ Langbiang, ​ເລື່ອງ​ລາວ​ກ່ຽວກັບ​ຄວາມ​ຮັກ​ຂອງ​ຊາຍ​ຫນຸ່ມ K”lang ​ແລະ ນາງ​ສາວ Hobiang ​ແຫ່ງ​​ເທບ​ນິຍາຍ, ທຸກ​ສິ່ງ​ທຸກ​ຢ່າງ​ເຫຼົ່າ​ນັ້ນ​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ Langbiang,  ຢ້ຽມຢາມ ນະຄອນ ດາລາດ.

ຕອບກັບ

sam phothi

ຂ້າພະເຈົ້າຫາກໍເຫັນລາຍການນີ້ ແລະ ກໍມັກຫຼາຍທີ່ໄດ້ຕິດຕາມ ແລະ ໄດ້ຮູ້ຂ່າວຄາວ ຂອງເພື່ອນບ້ານຫວຽດນາມ.

ຂ່າວ/ບົດ​ອື່ນ