ຄົ້ນຫາຄວາມງາມຂອງຫນອງ ໂຮ່ໄຕ


(vovworld) - ດ້ວຍ​ປູຊະນີຍະສະຖານ​ເກືອບ 30 ​ແຫ່ງ ​ແລ​ະ ໝູ່​ບ້ານ​ອາຊີບ​ທີ່​ລື​ຊື່​ຫລາຍ​ແຫ່ງ, ແຕ່​ດົນ​ນານ​ມາ​ແລ້ວ​, ຫນອງ​ໂຮ່​ໄຕ ຢູ່ ນະຄອນ​ ຮ່າ​ໂນ້ຍ ​ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບທີ່​ຂາດ​ບໍ່​ໄດ້​ຂອງ​ນັກ​ທ່ອງ​ທ່ຽວ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ​ເມື່ອ​ມາ​ຢ້ຽມຢາມ ຮ່າ​ໂນ້ຍ. ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ໄປ​ຢ້ຽມ​ຊົມ​ຫນອງ​ໂຮ່​ໄຕ, ບໍລິສັດ​ທ່ອງ​ທ່ຽວ TLC ​ໂຮ່​ໄຕ ຫາ​ກໍ່​ນຳ​ລາຍການ​ທ່ອງ​ທ່ຽວ​ດ້ວຍ​ລົດ​ໄຟຟ້າ​ແລ່ນ​ອ້ອມ​ຫນອງ​ໂຮ່​ໄຕ, ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຮູ​ບການ​ບໍລິການ​ໃຫມ່​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຄົ້ນ​ຫາ​ບັນດາ​ທັດສະ​ນີຍະ​ພາບ, ທິວ​ທັດ​ທຳ​ມະ​ຊາດ​ຢູ່​ອ້ອມ​ຫນອງ​ໂຮ່​ໄຕ. ​ໃນ​ລາຍການ​ທ່ອງ​ທ່ຽວ​ຫວຽດນາມພາກ​ນີ້ ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ສາລະ​ຄະດີ​ແນະນຳ​ລາຍການ​ທ່ອງ​ທ່ຽວ​ຄົ້ນ​ຫາ ຫນອງ​ໂຮ່​ໄຕ.

ຄົ້ນຫາຄວາມງາມຂອງຫນອງ ໂຮ່ໄຕ - ảnh 1
ລົດໄຟຟ້າແລ່ນອ້ອມຫນອງ ໂຮ່ໄຕ
ພາບ: internet

        ​​​ໂດຍ​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ເມື່ອ​ເດືອນ 3/2012, ລາຍການ​ທ່ອງ​ທ່ຽວ​ວັດທະນະທຳ, ປະຫວັດສາດ ​ໂຮ່​ໄຕ ດ້ວຍ​ລົດ​ໄຟຟ້າ​​ແລ່ນ​ຜ່ານ​ເສັ້ນທາງ​ແຄມ​ ຫນອງ​ໂຮ່​ໄຕ ທີ່​ມີ​ຄວາມ​ຍາວ​ເກືອບ 18 ກິ​ໂລ​ແມດ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​​ເຂົ້າ​ຮ່ວມ​ບັນດາ​ລາຍການ​ບໍລິການ​ຄື: ຊົມ​ທິວ​ທັດ​ທຳ​ມະ​ຊາດ​ຢູ່ ຫນອງ​ໂຮ່​ໄຕ, ຄົ້ນ​ຫາ ຫນອງ​ໂຮ່​ໄຕ, ສີ​ສັນ​ຄວາມ​ງາມ​ຂອງ​ທັດ​ຊະນີ​ຍະ​ພາບຫນອງ​ໂຮ່​ໄຕ. ​ແຕ່​ລະລາຍ​ການຈະ​ນຳ​ນັກ​ທ່ອງ​ທ່ຽວ​ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ຢູ່​ ຫນອງ​ໂຮ່​ໄຕ, ​​ບັນດາເຂດ​ປູຊະນີຍະສະຖານ​ທີ່​ລື​ຊື່ຄື:  ຫໍ​ໂຮ່​ໄຕ, ວັດ ຕ໋າວ​ແຊກ, ວັດ​ເຈີ​ນກວັກ, ວິຫານ ກວານ​ແທ໋ນ... ​ແລະ ​ໄປ​ຜ່ານປູຊະນີ​ຍະສະ​ຖານ​ອື່ນ​ເກືອບ 20 ​ແຫ່ງ, ນອກນັ້ນ​ໄດ້​ຮັບ​ປະທານອາຫານ​ພິ​ເສດຫຼາຍ​ເຍື່ອງ​ຂອງ​ໂຮ່​ໄຕ​ຄື: ​ເຂົ້າ​ປຸ້ນ​ຫອຍ, ​ເຂົ້າຫນົມ​ກຸ້ງ. ອີງ​ຕາມ​ແຕ່​ລະລາຍ​ການ, ​ເວລາ​ເຂົ້າ​ຮ່ວມ​ລາຍການ​ຈະ​ແກ່ຍາວ​ແຕ່ 1 - 2 ​ຊົ່ວ​ໂມງ ​ໂດຍ​ມີບ່ອນ​ຮັບ​ນັກ​ທ່ອງ​ທ່ຽວ ​ແລະ ຂາຍ​ປີ້ 10 ​ບ່ອນ, ລາຄາ​ປີ້​ຈາກ 50.000 - 80.000 ດົ່ງ (VND)/ຄົນ, ​ລາຍການ​ທ່ອງ​ທ່ຽວຈ​ະ​ເລີ່​ມຕົ້ນ​ແຕ່ 8 ​​ໂມງ 30 ນາ​ທີ່​​ໃນຕອນ​ເຊົ້າ​ຂອງທຸກວັນ

        ຈາກ​ສວນສະ​ໜຸກ​ ໂຮ​​ໄຕ, ລົດ​ໄຟຟ້າ​​ຈະ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ໄປ​​ຕາມ​​ເສັ້ນທາງ​ແຄມ ຫນອງ​ໂຮ່​ໄຕ. ​ບຶງ​ດອກ​ບົວ​ຄອ່ຍໆ​ປະກົດຂື້ນ​ໃນ​ສາຍຕາ​ຂອງນັກ​ທ່ອງ​ທ່ຽວ. ດ້ວຍກິ່ນ​ດອກ​ບົວ​ທີ່ຫອມຫວນ​ພ້ອມ​ກັບ​ອາ​ກາດ​ທີ່ປອດ​ໂປ່​ງ​ ​ແລະ ​ເຢັນ​ສະບາຍຢູ່​ໜອງ ​ໂຮ່​ໄຕ ​​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້ສຶກ​ສະບາຍ​ໃຈ. ນະ​ທີ່​ນີ້, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​​​ໄດ້ຊອກ​ຮູ້​ກ່ຽວ​ກັບ​ສິລະ​ປະການ​ເອືອບ​ຊາດ​ອກບົວ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ປະທານ​​ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ ຮ່າ​ແທ່ນ ຫມາຍ​ເຖິງ​ຮ່າ​ໂນ້ຍ ​ແລະ ​ເຂດ​ທົ່ງພຽງ​ພາກ​ເຫນືອ ຫວຽດນາມ ​ໃນ​ຮ້ານອາຫານ​ທີ່​ມີ​ຊື່ວ່າ ດອກ​ບົວ​ຢູ່​ແຄມ ຫນອງ​ໂຮ່​ໄຕ ອີກ​ດ້ວຍ. ​ເອື້ອຍ ຫງວຽນ​ທິຮ່ວຽນ ​ຜູ້​ທີ່​ໄດ້​ກຳ​ເນີ​ດ ​ແລະ ​ເຕີບ​​ໃຫຍ່​​ຢູ່ ນະຄອນຫລວງ ຮ່າ​ໂນ້ຍມາ​ເປັນ​ເວລາ​​ເກືອບ 30 ປີ ​ແລ້ວ ​ໃຫ້ຮູ້​ວ່າ: ​ເຖິງ​ວ່າ​ຂ້າພະ​ເຈົ້າ​ດຳລົງ​ຊີວິດ​ຢູ່​ຮ່າ​ໂນ້ຍມາ​ແຕ່​ດົນ​ນານ​ແລ້ວ ​​ແຕ່​ມື້​ນີ້​ໄດ້​ເຂົ້າ​ຮ່ວມ​ລາຍການ​ຄົ້ນ​ຫາ ຫນອງ​ໂຮ່​ໄຕ, ຂ້າພະ​ເຈົ້າ​ເອງ​ຍັງ​​ພົບ​​ເຫັນ​ຫຼາຍ​ສິ່ງ​ຫຼາຍ​ຢ່າງທີ່​ໃຫມ່​ອ່ຽມດ້ວຍ​ຄວາມ​ຮູ້ສຶກ​ທີ່​​ແຕກ​ຕ່າງ​ກັນ.

        “ຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ​ເມື່ອ​ໄດ​້​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ອ້ອມ​ ຫນອງ​ໂຮ່​ໄຕ ດ້ວຍ​ລົດ​ໄຟຟ້າ. ຕາມ​ຂ້າພະ​ເຈົ້າ​ແລ້ວ ນີ້​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ​ແລະ ປະ​ເທດ​ຫວຽດນາມ ​ແນະນຳ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຕົນ​ໃຫ້ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ ກໍ​ຄື​ຂະຫຍາຍຮູບການທ່ອງທ່ຽວນີ້. ​ແລະ ນີ້​ກໍ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ຊາວ ຫວຽດ ນາມ ຊອກ​ຮູ້​ກ່ຽວ​ກັບ​ມູນ​ເຊື້ອ, ວັດທະນະທຳ, ປະຫວັດສາດ​ຂອງ​ຊາດ​ຕົນ ​ແລະ ​ເຂົ້າ​ໃຈ​ຕື່ມກ່ຽວ​ກັບປະ​ເທດ​ຫວຽດນາມ​.”

ຄົ້ນຫາຄວາມງາມຂອງຫນອງ ໂຮ່ໄຕ - ảnh 2
ຫນອງດອກບົວ ຢູ່ ຫນອງ ໂຮ່ໄຕ
ພາບ: internet

        ທ່ານ​ນາງ ​ເຢືອງທິ​ແອນ​ຕວຽດ, ຮອງ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ TLC ​ໂຮ່​ໄຕ ​ໃຫ້​ຮູ້​ວ່າ: ທາງບໍລິສັດ​ໄດ້​ສ້າງສະຖານທີ່ຮັບ​ນັກ​ທ່ອງ​ທ່ຽວ​​ 31 ບ່ອນ​ ຕາມ​ເສັ້ນທາງ​ທີ່ມີ​ຄວາມ​ຍາວ​ກວ່າ 18,6 ກິ​ໂລ​ແມດ​ຢູ່​ແຄມ​ຫນອງ​ໂຮ່​ໄຕ ພ້ອມ​ກັບບ່ອນ​ຂາຍ​ປີ້ 10 ​ແຫ່ງ​ ເຊິ່ງ​ໄດ້​ຮັບ​ການ​ອອກ​ແບບ​ທັນ​ສະ​ໄຫມ ດ້ວຍການປະກອບ​​ອຸປະກອນ​ທີ່​ຄົບຊຸດ ​ນີ້ກໍ​ແມ່ນ​ສະຖານ​ທີ່​ຫນູນ​ຊ່ວຍ, ສະຫນອງ​ຂໍ້​ມູນ​ຂ່າວສານ​ທີ່ກ່ຽວຂ້ອງ​​ເຖິງ​ການ​ທ່ອງ​ທ່ຽວ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ.

        “ຍາມ​​ໃດຂ້າພະ​ເຈົ້າ​ກໍ​ຢາກ​ໄປ​ທ່ຽວ​ຊົມ ຫນອງ​ໂຮ່​ໄຕ ​ເພາະວ່າ​ຢູ່ທີ່ນີ້ມີອາກາດ​ປອດ​ໂປ່​ງ, ພິເສດແມ່ນມີກິ່ນ​ຫອມ​ຫວນ​ຂອງ​ດອກ​ບົວ​, ເຊິ່ງຢູ່ບ່ອນອື່ນພັດບໍ່ມີ. ພວກ​ເຮົາ​ອາດ​ຈະ​ໄປ​ທ່ຽວ​ຊົມ​ໃນ​ຕອນ​ເຊົ້າ, ຕອນ​ບ່າຍ ຫລື​ຕອນ​ຄ່ຳ ກໍ່ໄດ້. ຍາມ​ໃດ ຫນອງ​ໂຮ່​ໄຕ ກໍ​ສວຍ​ງາມ ພິ​ເສດ​ໃນຕອນ​ຄ່ຳ ​ເສັ້ນທາງ​ ຫນອງ​ໂຮ່​ໄຕ ​ງາມ​ທີ່ສຸດ.”

ຄົ້ນຫາຄວາມງາມຂອງຫນອງ ໂຮ່ໄຕ - ảnh 3
       ພາບປະກອບ: internet


        ທ່ານ ຫງວຽນ​ຢູຍອວ໋ນ ຜູ້ອຳ​ນວຍ​ການ​ບໍລິສັດ TLC ​ໂຮ່​ໄຕ ​ໃຫ້​ຮູ້​ວ່າ: ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ທີ່ນັບມື້ນັບສູງກ່ຽວ​ກັບ​ເທັກ​ໂນ​ໂລ​ຊີ​ຮັບປະກັນ ຄວາມສະອາດ​, ບໍລິສັດ​ຂ້າພະ​ເຈົ້າ​ໄດ້​ຜັນ​ຂະຫຍາຍ​ຮູບ​ການທ່ອງທ່ຽວ​ຂຽວ - ທ່ອງ​ທ່ຽວ​ວັດທະນະທຳ​ປະຫວັດສາດ​ໂຮ່​ໄຕ ດ້ວຍ​ລົດ​ໄຟຟ້າ ​ຊຶ່ງ​ແມ່ນ​ພາຫະນະ​ທີ່​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສິ່ງ​ແວດ​ລ້ອມເຊິ່ງ​ພວມ​​ນຳ​ໃຊ້​ຢ່າງ​ຫລວງຫລາຍ​ຢູ່​ໃນ​​ໂລກ ​ແລະ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ພາຫະນະ​ທີ່​ຂາດ​ບໍ່​ໄດ້​ຢູ່​ບັນດາ​ປະ​ເທດ​ມີ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ທັນ​ສະ​ໄຫມ.

        “​ໃນ​ວິວັດ​ການ​ຊອກ​ຮູ້, ຄົ້ນ​ຄ້ວາ​ໂຄງການ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ຊອກ​ຮູ້​ບັນດາ​ຈຸດ​ວັດທະນະທຳ​ສະ​ເພາະ​ຂອງ​ໂຮ່​ໄຕ, ພິ​ເສດ ​ແມ່ນ​ຊອກ​ຮູ້​ກ່ຽວກັບ​ບັນດາ​ໝູ່​ບ້ານ​ອາຊີບ, ​​ອາຫານ​ຂອງ​ໂຮ່​ໄຕ​​ແຕ່​ໄລ​ຍະ​ກ່ອນ​ມາ​ຮອດ​ປະຈຸ​ບັນ. ຫນຶ່ງ​ໃນ​ບັນດາ​ຈຸດ​ວັດທະນະທຳ​ຂອງ​ໂຮ່​ໄຕ ຊຶ່ງ​ຫລາຍ​ຄົນ​ບໍ່​ທັນ​ຮູ້ເຖິງ ນັ້ນ​ແມ່ນ​ວິ​ທິ​ເອື​ອບຊາດ​ອກບົວ​ໂຮ່​ໄຕ ​ແລະ ຜະລິດ​ເຫລົ້າ​ດອກ​ບົວ.”

        ​ໃນ​ຕະຫລອດ​ລາຍ​ການທ່ອງທ່ຽວ, ນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ຊົມ​ ຊອກ​ຫາ​ວັດວາອາ​ຮາມທີ່​ລື​ຊື່​ຢູ່​ອ້ອມ​ຂ້າງ​ຫນອງ​ໂຮ່​ໄຕ 21 ​ແຫ່ງ. ຢູ່​ເສັ້ນທາງ ​ແທນ​ນຽນ (​ແປ່​ວ່າ ຊາວ​ຫນຸ່ມ), ​ແມ່ນ​​ເສັ້ນທາງ​ລະ​ຫວ່າງ​ຫນອງ​ໂຮ່​ໄຕ ​ແລະ ໜອງຈຸກ​ແບກ, ນັກ​ທ່ອງ​ທ່ຽວ​ສາມາດ​ໄປ​ຢ້ຽມ​ຊົມ​ວິຫານ ​ເກົ໋າຍີ, ວັດ​ເຈີ​ນກວັກ, ຕໍ່​ມາ​ແມ່ນ​ສາລາ ອຽນ​ຟູ໋, ວັດ​ກີ​ມລຽນ, ວິຫານ​ກີ​ມງືວ, ......

ພາຍຫລັງ​ການເດີ​ນທາງ​ໃນ​ເວລາ ກວ່າ 1 ຊົ່ວ​ໂມງ ນັກ​ທ່ອງ​ທ່ຽວ​​ຈະໄດ້​ເຈືອ​ຈານ​ເຂົ້າກັບ​ບັນຍາກາດທີ່​ປ​ອດ​ໂປ່​ງ​ເຢັນ​ສະບາຍຢູ່​ຫນອງ​ໂຮ່​ໄຕ ​​ເພື່ອ​ພັກຜ່ອນຢ່ອນ​ອາລົມ​​ພາຍຫລັງ​​ເຮັດ​ວຽກຢ່າງ​ອິດ​ເມື່ອຍ​ໃນຫລາຍ​ມື້ ​ໃນ​ທ່າມກາງ​ບັນຍາກາ​ດອຶກ​ກະ​ທຶກ​ຢູ່​ນະຄອນຫລວງ ຮ່າ​ໂນ້ຍ.


ຂ່າວ/ບົດ​ອື່ນ