ຄົ້ນຫາທ່ອງທ່ຽວຊີວະພາບ ບາຫວີ່

(vovworld)- ​ໂດຍຫ່າງຈາກ​​ໃຈກາງ​ນະຄອນຫລວງ ຮ່າ​ໂນ້ຍ​ໄປທາງ​ທິດຕາ​ເວັນ​ຕົກ​ສຽງ​ເຫນືອ ປະມານ 53 ກິ​ໂລ​ແມັດ, ບາ​ຫວີ່ ​ແມ່ນ​ເຂດ​ດິນ​ແດນ​ທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ ​ແລະ ກໍ​ແມ່ນ​ສະຖານ​ທີ່ ທີ່ມີ​ປູຊະນີຍະສະຖານ​ປະຫວັດ​ສາດ​ວັດທະນະທຳ​ຫລາຍ​ແຫ່ງຂອງ​ຫວຽດນາມ​. ມາ​ຢ້ຽມຢາມ ບາ​ຫວີ່ ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຢ້ຽມ​ຊົມ​ແມ່​ນ້ຳ​ລຳ​ເຊ, ພູຜາ​ປ່າ​ໄມ້ ​ແລະ ທົ່ງ​ຫຍ້າທີ່ຂຽວອຸ່ມທູ່​ມ. ດ້ວຍ​ທ່າ​ໄດ້​ປຽບ​ນັ້ນ ຢູ່ ບາ​ຫວີ່ ​ໄດ້​ສ້າງ​​ໃຫ້​ມີເຂດ​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ຄື: ​ ນ້ຳ​ອຸ່ນ ຄວາ​ງ​ແຊນ - ຊວຍ​ຕຽນ, ອາວ​ວົວ - ​ເດີ່ມລອງ, ທາກ​ດາ - ​ໂຮ່ຕຽນ​ຊາ, ​ເຂດ​ທ່ອງ​ທ່ຽວ ຫ້ວຍນ້ຳອຸ່ນ ຕ໋ານດ່າ . ​

             ຈາກ​ນະຄອນຫລວງ ຮ່າ​ໂນ້ຍ, ນັກ​ທ່ອງ​ທ່ຽວ​ຂີ່​ລົດ​ໂອ​ໂຕ​ປະມານ​ກວ່າ 1 ຊົ່ວ​ໂມງ​ຈະ​ໄປ​ຮອດ​ ບາ​ຫວີ່ ​ເພື່ອ​​ເຈືອ​ຈານ​​ເຂົ້າກັບ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ຫລື​ໄປ​ຢ້ຽມ​ຢາມ​ເຂດປູຊະນີຍະສະຖານ​ປະຫວັດສາດ​ທີ່​ມີ​ມາ​ແຕ່​ດົນ​ນານ. ນອກ​ນັ້ນ ບາ​ຫວີ່ ຍັງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ດ້ວຍ​ປ່າ​ສະ​ຫງວນ​ບາ​ຫວີ່ ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ຈຳນວນ​ປ່າ​ສະ​ຫງວນ​ 6 ​ແຫ່ງ​ທີ່ມີ​ລະບົບ​ສັດສາ​ວາ​ສິ່ງ​ອຸດົມສົມບູນ​ອັນ​ດັບ​ຫນຶ່ງ​ຢູ່ ຫວຽດນາມ. ຍາກ​ທີ່​​ຈະ​ມີ​ດິນ​​ແດນແຫ່ງ​ໃດ​ມີ​ທິວ​ທັດ​ທຳ​ມະ​ຊາດ​​ພູຜາ​ປ່າ​ໄມ້, ​ແມ່​ນ້ຳ​ລຳ​ເຊ ​ແລະ ປ່າດົງ​ດີບ​ປະສົມ​ປະສານ​ກັນ​ຄື​ຢູ່ ບາ​ຫວີ່. ຈອມ​ພູ ບາ​ຫວີ່ ມີ​ຄວາມ​ສູງ 1.296 ​ແມັດ ​ແມ່ນ​ທັດສະນີ​ຍະ​ພາບ ​ແລະ ກໍ​ແມ່ນ​ແຫ່ງ​ທີ່ມີ​ເຂດ​ປູ​ຊະນີ​ຍະສະ​ຖານ​ປະຫວັດສາດ​ຫລາຍ​ແຫ່ງ. ຢູ່ ບາ​ຫວີ່ ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຊີວະ​ພາບ 2 ​ແຫ່ງ​ຄື: ຢູ່ທາງ​ທິດຕາ​ເວັນ​ອອກ​ຂອງ ບາ​ຫວີ່ ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ດ້ວຍ ​ນ້ຳຕົກຕາດ,​ ຫ້ວຍ​ນ້ຳ, ປ່າດົງ​ດີບ​ມີ​ຄວາມ​ງາມ​ດັ່ງ​ໃນ​ຝັນ.​ ສ່ວນ​ຢູ່​ທາງ​ທິດຕາ​ເວັນ​ຕົກ ມີ​ທີ່​ຕັ້ງພູມລຳ​ເນົາ​ສວຍ​ງາມ​ ດ້ວຍ​ແມ່​ນ້ຳ​ດ່າ​​ໄຫຼ​ຜ່ານຢູ່​ທາງ​ໜ້າ ອັນໄດ້​ສ້າງ​ຄວາມດູດດື່ມ​​ໃຫ້​ແກ່ນັກ​ທ່ອງ​ທ່ຽວ.

ຄົ້ນຫາທ່ອງທ່ຽວຊີວະພາບ ບາຫວີ່ - ảnh 1
ເຂດທ່ອງທ່ຽວ ທຽນເຊີນ - ຊວຍງ່າ ຢູ່ ບາຫວີ່
ພາບ:dulich.com

             ​ສະຖານ​ທີ່​ທ່ອງ​ທ່ຽວ​​ທຳ​ອິດ​ທີ່​ນັກ​ທ່ອງ​ທ່ຽວ​ເຄີ​ຍ​ເລືອກ​ເຟັ້ນ​ເມື່ອ​ມາ​ຢ້ຽມຢາມ ບາ​ຫວີ່, ນັ້ນ​ແມ່ນ​ເຂດ​ທ່ອງ​ທ່ຽວ ຄວາ​ງ​ແຊນ - ຊວຍ​ຕຽນ. ບໍ່​ພຽງ​ແຕ່​ມີນ້ຳຕົກຕາດ​ຫລາຍ​ແຫ່ງ​ທີ່​ສວຍ​ງາມ​ຄື: ທາກ​ຈານ, ທາກ​ເມີ, ທາກ​ເມີ​ມ​​ໂຊ​ຍ, ທາກ​ຮ່ວາ​ລານ... ຄວາ​ງ​ແຊນ ຊວນ​ຕຽນ ຍັງສ້າງ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ດ້ວຍສະພາບ​ແວດ​ລ້ອມ​ຊີວະ​ພາບ​ທຳ​ມະ​ຊາດຢູ່​ທີ່​ນີ້​ອີກ​ດ້ວຍ.  ພາຍຫລັງ​ອາບ​ນ້ຳ​ຢູ່​ນ້ຳ​ຕົກຕາ​ດ​ແລ້ວ, ນັກ​ທ່ອງ​ທ່ຽວ​ສາມາດ​ຂຶ້ນ​ຈອມ​ພູ ​ວົວ ​ເພື່ອ​ຄົ້ນ​ຫາ​ປາ​ດົງ​ດີບ​ດ້ວຍ​ລະບົບ​ສັດສາ​ວາ​ສິ່ງ​ອຸດົມສົມບູນ ​ແລະ ຕົ້ນ​ໄມ້​ທີ່​ຫາ​ຍາກ​ຫລາຍ​ຊະນີ​ດ. ​ໃນ​ເຂດ​ທ່ອງ​ທ່ຽວ​ນີ້​ຍັງ​ມີ​ຫ້ວຍ​ນ້ຳ​ອຸ່ນ, ບໍລິການ​ອາບບວກ​ຂີ້​ຕົມອີກ​ດ້ວຍ. ​ໂດຍແມ່ນ​ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່​ມໍ່​ກັບ​ນະຄອນຫລວງ ສະ​ນັ້ນ ​ຄວາ​ງ​ແຊນ - ຊວຍ​ຕຽນໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ​ເປັນ​ຕົ້ນ​ແມ່ນ​ລຸ້ນຫນຸ່ມ​ມາ​ຢ້ຽມຢາມ​ແຫ່ງ​ນີ້​ເປັນ​ຈຳນວນ​ຫລວງຫລາຍ. ທ່ານ ກ່ຽວ​ວັນ​ຕວຽນ ຜູ້ອຳນວຍການ​ດຳ​ເນີນ​ທຸລະ​ກິດ​​ເຂດ​ທ່ອງ​ທ່ຽວ ຄວາ​ງ​ແຊນ - ຊວຍຕຽນ ​ໃຫ້​ຮູ້​ວ່າ:

             “ຢູ່ ຄວາ​ງ​ແຊນ, ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​​ໄດ້​ເພີ່ມ​ຂຶ້ນໃນແຕ່ລະ​ປີ ​, ​ເພາະວ່າ ບໍລິການ​ທ່ອງ​ທ່ຽວ​ຢູ່​ທີ່​ນີ້​ແມ່ນ​ອຸດົມສົມບູນ ​ແລະ ຫລາຍ​ຮບູຫລາຍ​ແບບ. ສະ​ນັ້ນ ​ເຂດ​ທ່ອງ​ທ່ຽວ ຄວາ​ງ​ແຊນ ຊວຍຕຽນ ຈຶ່ງ​ສາມາດດຶງ​ດູດ​ນັກ​ທ່ອງ​ທ່ຽວ​ນັບ​ແຕ່​ຜູ້​ເຖົ້າ​ແກ່​ຕະຫລອດ​ຮອດ​​​ໄວ​ຫນູ່ມ​​ມາ​ຢ້ຽມຢາມເປັນ​ຈຳນວນ​ຫລວງຫລາຍ.”

             ບໍ່ພຽງ​ແຕ່ ຄວາມ​ແຊນ ຊວຍ​ຕຽນ, ບັນດາ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ອື່ນ​ຢູ່ ບາ​ຫວີ່ ຄື:​ທຽນ​ເຊີນ ຊວຍ​ງ່າ, ​ເຂດ​ທ່ອງ​ທ່ຽວ​ທາກ​ດາ ...​ລ້ວນ​ແຕ່​ຖືການ​ພັດທະນາ​ທ່ອງ​ທ່ຽວ​ຊີວະ​ພາບ​ເປັນ​ພື້ນຖານ, ສະ​ນັ້ນ ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ຢູ່​ທີ່​ນີ້​ລ້ວນ​ແຕ່​ຕິດ​ພັນ​ກັບ​ທຳ​ມະ​ຊາດ ຈຳກັດ​ການ​ກໍ່ສ້າງ​ກິດຈະກຳ​ຕ່າງໆ​ດ້ວຍ​ເບ​ຕົງ, ພ້ອມ​ທັງ​ຫັນ​​ແຫ່ງ​ນີ້​​ເປັນ​ສະຖານ​ທີ່​ສຶກສາ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ. ທ່ານ ຫງວຽນ​ວັນ​ຫາຍ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ​ເມືອງ ບາ​ຫວີ່ ​ໃຫ້​ຮູ້​ວ່າ:

             “ປະຈຸ​ບັນ ຢູ່ ບາ​ຫວີ່ ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ພວມ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ, ກ່ອນ​ອື່ນ​ໝົດ ​ແມ່ນ​ພັດທະນາ​ຮູບ​ການທ່ອງທ່ຽວ​ຄື: ທ່ອງ​ທ່ຽວ​ງານ​ບຸນ​ຕົ້ນປີ, ທ່ອງ​ທ່ຽວ​ຊີວະ​ພາບ, ທ່ອງ​ທ່ຽວ​ປະຊາ​ຄົມ ​ແລະ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ເມືອງ ບາ​ຫວີ່ ກໍ​ໄດ້​ສຸມ​ໃສ່​ພັດທະນາ​ບັນດາ​ເຂດ​ທ່ອງ​ທ່ຽວ​ຈຸດ​ສຸມ​ຄື: ​ຄວາ​ງ​ແຊນ ຊວຍ​ຕຽນ, ອາວ​ວົວ ຫລື ທຽນ​ເຊີນ ຊວຍ​ງ່າ ​ແລະ ​ເຂດ​ເຊື່​ອມຕໍ່ຂອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ບາ​ຫວີ່.”

ຄົ້ນຫາທ່ອງທ່ຽວຊີວະພາບ ບາຫວີ່ - ảnh 2
ທິວທັດທຳມະຊາດ ຢູ່ ບາຫວີ່
ພາບ: internet

        ​ໃນ​ສອງ​ສາມ​ປີ​ມາ​ນີ້ ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ບາ​ຫວີ່ ​ໄດ້​ເພີ່ມ​ຂຶ້ນ​ຫລາຍ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນ. ປີ 2011 ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ບາ​ຫວີ່ ບັນລຸ​ກວ່າ 2 ລ້ານ​ເທ່ືອ​ຄົນ, ​ເພີ່ມ​ຂຶ້ນ 40% ​ເມື່ອ​ທຽບ​ໃສ່​ປີ 2010 ສ້າງ​ລາຍ​ຮັບ​ໄດ້ 140 ຕື້​ດົ່ງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ບາ​ຫວີ່ ສ່ວນ​ຫລາຍ​ແມ່ນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ, ສະ​ນັ້ນ ຂະ​ແຫນງ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ​ໄດ້ ​ແລະ ພວມ​​ວາງ​ແຜນ​ກຳນົດ​ຮອດ​ປີ 2020 ດ້ວຍ​ບັນດາ​ມາດ​ຕະການ​ລະອຽດ,​ ຄົບ​ຊຸດ ​ເພື່ອ​ພັດທະນາ​ການທ່ອງທ່ຽວ. ປະຈຸ​ບັນ ນະຄອນ ຮ່າ​ໂນ້ຍ ພວມ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ສ້າງ​ການບໍລິການ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ນອກ​ນັ້ນ ຮຽກຮ້ອງ​ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ມາ​ລົງທຶນ​ຢູ່​ເຂດ​ທ່ອງ​ທ່ຽວ​ຊວຍ​ຮາ​ຍ, ທາງ​ທິດ​ຕາ​ເວັນ​ອອກ ​ແລະ ທາງ​ທິດຕາ​ເວັນ​ຕົກ​ຂອງ ບາ​ຫວີ່ ​ເພື່ອ​ສ້າງ​ບັນດາ​ໂຄງການ​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ. ທ່ານ ຫງວຽນ​ວັນ​ຫາຍ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ບາ​ຫວີ່ ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ສຸມ​ໃສ່​ເຂົ້າ​ໃນ​ການ​ຂຸດ​ຄົ້ນ​ທຸກ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ເມືອງ ບາ​ຫວີ່ ​ແລະ ຍູ​້​ແຮງ​ການ​ພັດທະນາ​ການທ່ອງທ່ຽວ​ໃຫ້​ກາຍ​ເປັນ​ຂະ​ແຫນງ​​ເສດຖະກິດ​​ຈຸດ​ສຸມ, ກວມ 50 % ​ມູນຄ່າ​ທັງ​ໝົດ​ຂອງອົງ​ປະກອບ​ເສດຖະກິດ​​ໃນທ້ອງ​ຖິ່ນ. ສະ​ນັ້ນ ຕ້ອງ​ປະຕິບັດ​ການ​ຫັນ​ຮູບ​ການທ່ອງທ່ຽວ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ຕົວຢ່າງ​ຄື: ທ່ອງ​ທ່ຽວ​ຈິດ​ວິນ​ຍານ, ທ່ອງ​ທ່ຽງ​ງານ​ບຸນ, ທ່ອງ​ທ່ຽວ​ປະຊາ​ຄົມ.”

        ຢູ່ ບາ​ຫວີ່ ຍັງ​ມີ​ທົ່ງ​ຫຍ້າ​ຂຽວອອ່ນທີ່​ກວ້າງ​ໃຫຍ່, ມີ​ຟາ​ມລ້ຽງ​ງົວພັນ​ນົມຫລາຍ​ແຫ່ງ ຊື່ງ​ແມ່ນ​ແຫ່ງ​ສະຫນອງ​ບັນດາ​ຜະລິ​ດຕະພັນ​ນ້ຳນົມ​ທີ່​ລື​ຊື່​ໃນ​ທົ່ວ​ປະ​ເທດ. ດ້ວຍ​ການປະສົມ​ປະສາ​ນຢ່າງ​ກົມ​ກຽ​ວລະຫວ່າງ​ບັນດາ​ຮູບ​ການທ່ອງທ່ຽວ​ຊີ​ບະ​ພາບ, ທ່ອງ​ທ່ຽວ​ພັກ​ຜ່ອນບຳລຸງ​ສຸຂະພາບ​ຕິດ​ພັນ​ກັບ​ທ່ອງ​ທ່ຽວ​ປະຊາ​ຄົມ, ທ່ອງ​ທ່ຽວ​ຈິດ​ວິນ​ຍານ ... ​ນັ້ນໄດ້ ​ແລະ ພວມ​ເຮັດ​ໃຫ້​ບາ​ຫວີ່ ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່ນັບ​ມື້​ນັບ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ໃກ້ ​ແລະ ໄກ​ມາ​ທ່ຽວເປັນ​ຈຳນວນ​ຫຼວງ​ຫຼາຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ