ຄົ້ນຫາອາຫານການກິນ ຢູ່ ດາລາດ ໃນຍາມກາງຄືນ

​(vovworld) - ເມື່ອ​ຍາ​ມສາຍັນດວງ​ຕາ​ເວັນ​ຄ້ອຍຄ່ຳ, ໄຟ​​ແສງ​ສີຈາກ​ຮ້ານ​ຂາຍ​ເຄື່ອງ, ຮ້ານ​ອາຫານ,​​ໂຮມ​ແຮມ, ວີນລາ ຢູ່ ທົ່ວ​ນະຄອນ​ດາລາ​ດ​ໄດ້​ສ້າງ​ເປັນ​ສີສັນ​ຫລາກ​ຫລາຍ​ທີ່ງາມ​ຕາ. ​ແລະ ​ໃນ​ຍາມ​ຄ່ຳ​ຄື​ນ​ ອາກາດ​ຢູ່ ດາລາ​ດກໍຫນາວ​ກວ່າ, ​ເວລາ​ນັ້ນ ນັກ​ທ່ອງ​ທ່ຽວ ​ທັງຍ່າງ​ເລາະ​ຫລິ້ນ​ລຽບ​ຕາມ​ຖະຫນົນ​ສາຍ​ຕ່າງໆ ​​ທັງຮັບ​ປະທານ​ອາຫານ​ຫຼາຍ​ເຍື່ອງທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ດາ​ລາດ ນັ້ນ​ແມ່ນ​ສິ່ງ​ທີ່​ສ້າງ​ຄວາມ​ປະທັບ​ໃຈ​ສຳລັບ​ນັກ​ທ່ອງ​ທ່ຽວ​​ເມື່ອ​ມາ​ຢ້ຽມຢາມ ນະຄອນ ດາ​ລາດ ​ແຂວງ ​ເລີມ​ດົ່ງ.

ຄົ້ນຫາອາຫານການກິນ ຢູ່ ດາລາດ ໃນຍາມກາງຄືນ - ảnh 1
ຕະຫລາດ​ກາງ​ຄືນຢຸ່ ດາລາດ

        ດາລາ​ດ ​ແມ່ນ​ນະຄອນ​ທີ່​ສວຍ​ງາມ ດ້ວຍ​ດອກ​ໄມ້​ນາໆ​ສີ, ພູປ່າ​ແປກ​ທີ່​ຂຽວ​ສົດ​ງົດ​ງາມ ພ້ອມ​ດ້ວຍ​ຫນອງນ້ຳ​ໃສ​ເຢັນແລະ​ກະ​ແສ​ລົມ​ສ້າງ​ເປັນ​​ຄື້ນທີ່​ໜ້າ​ສະອອນ, ​ເພື່ອ​ຄົ້ນ​ຫາ​ນະຄອນ ດາລາ​ດ,​ ນັກ​ທ່ອງ​ທ່ຽວ​ສາມາ​ດ​ເຂົ້າ​ຮ່ວມ​ບັນດາ​ລາຍການ​ທ່ອງ​ທ່ຽວ​ຢ້ຽມຢາມ​ຊານ​ກຳ​ແພງ, ຢ້ຽມຢາມ​ໝູ່​ບ້ານ​ດອກ​ໄມ້, ຫລື​ລາຍການ​ທ່ອງ​ທ່ຽວ​ປີນ​ພູ, ຄົ້ນ​ຫາ​ນ້ຳຕົກ​ຕາດ. ​ ພາຍຫຼັງ​ໄປ​ຢ້ຽມຢາມ​ຫລາຍ​ແຫ່ງ​ເປັນ​ເວລາ​ມື້ຫນຶ່ງ ກໍ​ອິດ​ເມື່ອຍແລ້ວ, ຍາມ​ກາງ​ຄືນ​​ຈະແມ່ນ​ຊ່ວງເວລາ​ທີ່ນັກ​ທ່ອງ​ທ່ຽວ​ມັກ​ທີ່​ສຸດ. ​ແລະ ສິ່ງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ດາລາ​ດ ໃນ​ຍາມ​ກາງ​ຄືນ ນັ້ນ​ແມ່ນ ອາກາດ​ຫນາວ​ ​ແຕ່​ໄດ້​ຮັບ​ປະທານ​ອາຫານ​ ສົດຮ້ອນໆພິ​ເສດ​ຂອງ ດາລາ​ດ ​ແມ່​ນສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທີ່​ສຸດ. ອ້າຍ Justin Colebrissi ນັກ​ທອ່ງທ່ຽວ​ມາ​ຈາກ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ມັກ ດາລາ​ດຫລາຍ. ​ເມື່ອ​ທຽບ​ໃສ່ ນະຄອນ ​ໄຊ​ງ່ອນ, ດາລາ​ດ ​ແມ່ນ​ນະຄອນ​ສວຍ​ງາມ​ກວ່າ, ປະຊາຊົນ​ຢູ່​ທີ່​ນີ້​ມີ​ຄວາມຮັກ​ແພງ​​ແຂກ​ທີ່​ສຸດ ​ແລະ ອາກາດ​ຢູ່​ດາລາ​ດ​​ກໍ​ເຢັນ​ສະບາຍ. ພິ​ເສດ ​ແມ່ນ​ບັນດາ​ເຍື່ອງ​ອາຫານ​ໃນຕະຫລາດ​ກາງ​ຄືນຢູ່ ດາລາ​ດ​ ແມ່ນ​ແຊບ​ຫລາຍ.”

        ​ເມື່ອ​ມາ​ຢ້ຽມຢາມ ດາລາ​ດ ​ສ່ວນ​ຫລາຍນັກທ່ອງທ່ຽວ​ເວົ້າ​ວ່າ: “ມາ​ຢ້ຽມຢາມ ດາລາ​ດ ຫາກ​ບໍ່​ໄປ​ຕະຫລາດ​ກາງ​ຄືນເພື່ອ​ຄົ້ນ​ຫາ​ອາຫານ​ການ​ກິນ​ຢູ່​ທີ່​ນີ້​ໝາຍ​ຄວາມ​ວ່າ​ບໍ່​ທັນ​ຮູ້ດາ​ລາດ​ເທື່ອ. ຢູ່ ​ໄຊ​ງ່ອນ, ​ເມື່ອ​ຍາມ​ຄ່ຳຄືນ ທຸກ​ຄົນ​ເຄີຍ​ອອກ​ຖະຫນົນ ຫລື ​ເຂົ້າ​ຮ້ານ​ບັນ​ເທິງ ຮັບ​ຟັງ​ເພງ​, ​ດົນຕີ, ຢູ່ ຮ່າ​ໂນ້ຍ ນັກ​ທ່ອງ​ທ່ຽວ​ມັກ​ຍ່າງ​​​ເລາະຫລີ້ນ​ຢູ່ຄຸ້ມ​ຖະຫນົນ​ເກົ່າ ສ່ວນ​ຢູ່ ດາລາ​ດ ນັກ​ທ່ອງ​ທ່ຽວ​​ເຄີຍ​ໄປ​ຕະຫລາດ​​ໃຈກາງ​ນະຄອນ ທັງ​ຮັບ​ຊົມຕົວ​ເມືອງ​ໃນ​ຍາງ​ກາງ​ຄືນ ​ແລະ ​ໄດ້ຮັບ​ປະທານ​ບັນດາ​ເຍື່ອງອາຫານ​​ພິ​ເສດ​ຂອງ ດາລາ​ດ.

        ບັນດາ​ເຍື່ອງ​ອາຫານໃນ​ຍາມ​ຄ່ຳຄືນ​ສ່ວນ​ຫລາຍ​​​ແມ່ນ​ເຍື່ອງ​ອາຫານ​ສົດໆຮ້ອນໆ ທີ່​ແຊບນົວ​ ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເມື່ອ​ໄດ້​ຮັບ​ປະທານ​ແລ້ວຈະຮູ້ສຶກ​ມີ​ຄວາມ​ອົບອຸ່ນ​​ກວ່າ. ​​ເອື້ອຍ​ລວາ​ນ, ​ຜູ້​ຂາຍ​​ເຕົາ​ຮູ້ ຢູ່ ຕະຫລາດ​ກາງ​ຄືນ ດາລາດ ມາ​ເປັນ​ເວລາ​ກວ່າ 10 ປີ ​ໃຫ້​ຮູ້​ວ່າ:

        “ຢູ່ ຕະຫລາດ ດາລາ​ດນີ້ ​​ຂາຍ​ອາຫານ​ຫລາຍ​ເຍື່ອງ. ນັກ​ທ່ອງ​ທ່ຽວ​ສາມາດ​ໄປ​ຕະຫລາດ​ນັບ​ແຕ່​ເວລາ 5 ​ໂມງ ຮອດ 9,10 ​ໂມງກາງຄືນ. ​ອາຫານ​ແຕ່ລະ​ເຍື່ອງ​ລ້ວນ​ແຕ່​ມີ​ຈຸດ​ພິ​ເສດສະ​ເພາະ. ​ເຕົາ​ຮູ້ແມ່ນ​ອາຫານ​ພິ​ເສດ​ຂອງ ດາລາ​ດ. ນັກ​ທ່ອງ​ທ່ຽວ​​ມາ​ຢ້ຽມຢາມ ດາລາ​ດ ສ່ວນ​ຫລາຍມັກ​ກິນ​ອາຫານ​ເຍື່ອງ​ນີ້.”

        ນອກຈາກ ​ເຕົາ​ຮູ້ ​ແລ້ວ, ຢູ່ ດາລາ​ດ ຍັງ​ມີ​ອາຫານ​ອີກ​ເຍື່ອງ​ຫນື່ງທີ່​ນັກ​ທ່ອງ​ທ່ຽວ​ມັກ​ກິ​ນ ນັ້ນ​ແມ່ນ ​ແບນ​ຈາງ. ປ້າ ຫງວຽນ​ທິກີ​ມ​ແອ​ງ ຜູ້ຂາຍ​ເຂົ້າໜົມ​ຢູ່ ຕະຫລາດ​ດາລາ​ດ ​ໃຫ້​ຮູ້​ວ່າ:

        “ ​ແບນ​ຈາງ ​ແມ່ນ​ອາ​ຫານໂດຍຊາວ​ດາລາ​ດ​ປຸງແຕ່ງ​ເອງ. ຂ້າພະ​ເຈົ້າ​ເຄີຍ​ຂາຍ​ແບນ​ຈ່າງ​​ແຕ່​ 3 ​ໂມງ​ແລງ​ຮອດ​ 11 ​ໂມງ​ກາງຄືນ. ອາຫານປະ​ເພດ​ນີ້ ສ່ວນ​ຫລາຍ​ຂາຍ​ໃຫ້ນັກ​ທ່ອງ​ທ່ຽວ​, ຊາວດາລາ​ດ​ເຄີ​ຍຊື້​ກີ​ນ​ໃນ​ວັນ​ສຸກ​ວັນ​ເສົາ. ບາງ​ຄົນ​ເອີ້ນ​ເຍື່ອງ​ອາຫານ​ປະ​ເພດນີ້ ​ແມ່ນ pizza ດາລາ​ດ.”

ຄົ້ນຫາອາຫານການກິນ ຢູ່ ດາລາດ ໃນຍາມກາງຄືນ - ảnh 2
​ແບນ​ຈາງ (pizza ດາລາ​ດ)
ພາບ:internet

        ຍັງ​ມີ​ອາຫານ​ອີກ​ເຍື່ອງ​ຫນຶ່ງ​ທີ່​ນັກ​ທ່ອງ​ທ່ຽວ​ຢາກ​ກີ​ນທີ່​ສຸດ​ເມື່ອ​ໄປ​ຢ້ຽມຢາມ​ຕະຫລາດ​​ໃນ​ຍາມກາງ​ຄືນ ນັ້ນ​ແມ່ນ​ບັນດາ​ຮ້ານ​ອາຫານ​ປີ້ງ. ​ແຕ່​ລະ​ຮ້ານ​ຂາຍ​ທຸກ​ປະ​ເພດຄື: ຊີ້ນ​ງົວ​ປີ້ງ, ໝູ​ປີ້ງ, ​ໄກ່​ປີ້ງ.... ບັນດາ​ເຍື່ອງ​ອາຫານ​ຢູ່​ຕະຫລາດ​ກາງ​ຄືນ ດາລາ​ດ ບໍ່​ພຽງ​ແຕ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ດ້ວຍ​ລົດ​ຊາດ​ເທົ່າ​ນັ້ນ ຫາກ​​ລາຄາ​ກໍ​ຖືກ​ອີກ​ດ້ວຍ. ສະ​ນັ້ນ ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ດາລາ​ດ ລ້ວນ​ແຕ່​ຖື​ວ່າ ດ້ວຍ​ລາຄາຖືກ​ຄື​ແນວ​ນັ້ນ, ຍາກ​ທີ່​ຈະຊື້​ອາ​ຫານ​ເຍື່ອງ​ນັ້ນຢູ່ ນະຄອນ ​ໂຮ່ຈິ​ມິນ ຫລື ຮ່າ​ໂນ້ຍ​ໄດ້. ນີ້​ກໍ​ແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ດາລາ​ດ ນັບ​ມື້​ນັບ​ຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ