ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ເວີນໂດນ


(vovworld) -​ ​ໂດຍຫ່າງ​ຈາກ​ນະຄອນ ຮ້າ​ລອງ ປະມານ 50 ກິ​ໂລ​ແມດ, ​ເມືອງ​ເກາະ ​ເວີນ​​ໂດນ ຂຶ້ນ​ກັບ​ແຂວງ ກວ໋າງນີງ ພວມ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ ດ້ວຍ​ຮູບ​ການທ່ອງ​ທ່ຽວ​ພະ​ຈົນ​ໄພ, ຊີວະ​ພາບ,​ວັດທະນະທຳ ​ແລະ​ອື່ນໆ. ອຳນາດ​ການ​ປົກຄອງ​ແຂວງ ກວ໋າງນີງ ​ໄດ້ ​ແລະ ພວມ​ມີ​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ຫຼາຍ​ຢ່າງເພື່ອ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່​ມຊ້ອນ​ດ້ານການທ່ອງ​ທ່ຽວ​ຂອງ​ເມືອງ​ເກາະ​ແຫ່ງນີ້.

ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ເວີນໂດນ - ảnh 1
ເມືອງເກາະ ເວີນດົນ ພວມໃນໄລຍະພັດທະນາ
ພາບ:khudothi.com

        ​ເມືອງ​ເກາະ​ເວີນ​ດົນຕັ້ງຢູ່ອ້ອມ​ຮອບອ່າວ ບາຍ​ຕື໋ລອງ​ແມ່ນ​​ເຂດ​ທະ​ເລ​ໝູ່​ເກາະ​ທີ່ມະຫັດສະຈັນ, ​ເຊິ່ງຄຸນຄ່າ​ດ້ານທໍ​ນີສາດ, ຊີວະ​ນາໆ​ພັນ ມີ​ຫລາຍ​ປັດ​ໄຈ​ແມ່ນ​ຄ້າຍຄື​ກັນກັບ​ອ່າວ​ຮ້າ​ລອງ. ທິວ​ທັດ​ທຳ​ມະ​ຊາດ​ຢູ່ ​ເວີນ​ດົນ​ແມ່ນ​ໃຫຍ່​ໂຕ​ມະ​ໂຫຖານ ​ແລະ ສວຍ​ງາມ. ຢູ່​ທີ່​ນີ້ ສິ່ງ​ແວດ​ລ້ອມ​ແຫ່ງ​ການທ່ອງທ່ຽວ​​​ແມ່ນສົດ​ໃສ. ທະ​ເລ ​ແລະ ປ່າ​ດົງ ຢູ່ ​ເວີນ​ດົນ ​ໄດ້​ສ້າງ​ເປັນ​ຮູບ​ພາບທີ່​ມີ​ຊີວິ​ດຊີວາ. ​ໂດຍ​ຕັ້ງ​ຢູ່​ມໍ່​ກັບ​ອ່າວ​ຮ້າ​ລອງ, ຊຶ່ງ​ແມ່ນ​ມໍລະດົກທຳ​ມະ​ຊາດ​ຂອງ​ໂລກ ​ແຕ່​ ໃນ​ສອງ​ສາມ​ປີ​ມໍ່ໆ​ມາ​ນີ້, ນັກ​ທ່ອງ​ທ່ຽວ​ຈຶ່ງ​ຮູ້ຈັກ​ເຖິງ​ສະຖານ​ທີ່​ທ່ອງ​ທ່ຽວ ເວີນ​ດົນ . ທ່ານ ຮ່າ​ກວາງ​ລອງ, ຫົວຫນ້າ​ພະ​ແນ​ກ ວັດທະນະທຳ​ ກິ​ລາ ​ແລະ ທ່ອງ​ທ່ຽວ ​ແຂວງ ກວ໋າງນີງ ​ໄດ້​ຂະຫນານ​ນາມ​ວ່າ: ​ເວີນ​ດົນ​ແມ່ນ​​ແດນ​ສະຫວັນ​ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ເທື່ອ.​ເພື່ອ​​ເຮັດ​ໃຫ້​ເວີນ​ດົນ ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ, ​ແຂວງ ກວ໋າງນີງ ​ໄດ້ມານະ​ພະຍາຍາມ​ພັດທະນາ​ລະບົບ​ຄົມມະນາຄົມ​ໄປ​ຍັງ ​ເວີນ​ດົນ, ​ທຳ​ອິດ​ແມ່ນ​ເລື່ອງ​​​ເປີດໃຊ້​ການ​ຂົວ​ 3 ​ແຫ່ງຈາກ​ເທດ​ສະບາ​ນ ​ເກີ​ມຝາ ​ໄປ​ຍັງ​ເມືອງ​ເກາະ ​ເວີນ​ດົນ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ອຸ່ນ​ອ່ຽນ​ໃຈ​ໃຫ້ນັກ​ລົງທຶນ​​ພັດທະນາ​ບັນດາ​ໂຄງການ​ຢູ່​ເມືອງ​ເກາະ ​ເວີນ​ດົນ. ທ່ານ ດັ້ງ​ຢູຍ​ເຮົ້າ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ກວ໋າງນີງ ​ໃຫ້​ຮູ້​ວ່າ:

        “​ເວີນ​ດົນ ​ແມ່ນ​ເມືອງ​ເກາະ​ທີ່​ເໝາະ​ສົມ​ກັບ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເສດຖະກິດ​ຈຳ​ນວນ​ຫນຶ່ງ​ຄື: ການທ່ອງທ່ຽວ​ທີ່​ມີ​ຄຸນ​ນະພາ​ບສູງ, ທ່ອງ​ທ່ຽວພັກຜ່ອນ​ບຳລຸງສຸຂະພາບ, ທ່ອງ​ທ່ຽວ​ພະ​ຈົນ​ໄພ. ​ເພ່ືອ​ປະຕິບັດ​​ສິ່ງ​ນັ້ນໃຫ້​ໄດ້ ​ເວີນ​ດົນ ຕ້ອງລົງທຶນ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​ຈຳນວນ​ຫນຶ່ງ ​ແລະ ກ່ອນ​ອື່ນ​ໝົດ ​ແມ່ນ​ລະບົບ​ຄົມມະນາຄົມ. ​ແຂວງ ກວ໋າງນີງ ພວມ​ພ້ອມ​ກັບ​ກະຊວງ, ຂະ​ແຫນ​ການ​ຕ່າງໆຢູ່​ຂັ້ນ​ສູນ​ກາງກຳນົດ​ທີ່​ຕັ້ງ​ເພື່ອ​ກໍ່ສ້າງ​ສະຫນາມ​ບິນ, ແລະ ​​​ບູລະນະ​ຍົກ​ລະດັບລະບົບເສັ້ນທາງຄົມມະນາຄົມ. ”

        ​ເດືອນ 8/2009, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ອະນຸມັດ​ແຜນ​ຮ່າງ​ພັດທະນາ​ເສດຖະກິດ ​ເວີນ​ດົນ ຮອດ​ປີ 2020 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030. ຕາມ​ນັ້ນ​ແລ້ວ, ​ເວີນ​ດົນ ຈະ​ກາຍ​ເປັນ​ເຂດ​ເສດຖະກິດ​ສັງ​ລວມ, ​ເປັນສູນ​ເສດຖະກິດ​ຂອງ​ແຂວງ ກວ໋າງນີງ ​ແລະ ​ເຂດ​ແຄມ​ທະ​ເລ ພາກ​ເຫນືອ, ​ເຂດ​ໃຈກາງ​ທ່ອງ​ທ່ຽວທະ​ເລ​ໝູ່​ເກາະ​​ຕິດ​ພັນ​ກັບ​ການທ່ອງ​ທ່ຽວ​ພັກຜ່ອນ​ຢ່ອນ​ອາລົມ​ທີ່​ມີ​ຄຸນ​ນະພາ​ບສູງ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທີ່ມາ​ຈາກ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​​ເຫ​ນືອ ​ແລະ ​ໃນ​ອະນາຄົດ​​ແມ່ນ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້. ດ້ວຍ​ການ​ກຳນົດ​ທິດ​ຄື​ແນວ​ນັ້ນ, ນັບ​ແຕ່​ຕົ້ນ​ປີ​ 2012, ​ແຂວງ ກວ໋າງນີງ ກໍ​ຄື​ເມືອງ​ເກາະ ​ເວີນ​ດົນ ​ໄດ້​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ຂອງໂຄງການ​ກໍ່ສ້າງ​​ທາງຄົມມະນາຄົມ​ທີ່ເຊື່ອມ​ຕໍ່​​ກັບທາງ​ຫລວງ 14B, ວາງ​ແຜນ​ກຳນົດ​ທີ່​ດິນ​ໃຫ້​ສະຫນາມ​ບິນ​ສາກົນ ​ເວີນ​ດົນ, ​ເຂດ​ລະ​ຫລິ້ນ​ບັນ​ເທິງຢູ່ ຕາ​ແສງ ວ້ານອຽນ, ​ເຂດ​ທ່ອງ​ທ່ຽວ​ທີ່​ມີ​ຄຸນ​ນະພາ​ບສູງ ​ເວີນ​ຫາຍ, ​ເຂດ​ທ່ອງ​ທ່ຽວ​ຊີວະ​ພາບ ​ເຟື້ອງ​ຮ່ວາງ. ຕາມ​ທ່ານ ​ເລກ​ວາງ​ແທກ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ​ເມືອງ ​ເວີນ​ດົນ ​ແລ້ວ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ ​ເມືອງ​ເກາະ ​ເວີນ​ດົນ ຍາມ​ໃດ​ກໍ​​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ທີ່​ສຸດ​​ໃຫ້​ບັນດາ​ນັກ​ລົງທຶນ ພິ​ເສດ​ແມ່ນນັກ​ລົງທຶນ​ໃນ​ຂົງ​ເຂດ​ພັດທະນາ​ການທ່ອງທ່ຽວຢູ່​ເມືອງ​ເກາະ​ນີ້.

        “​ໂດຍ​ອີງ​ໃສ່​ແຜນ​ກຳນົດ​ຂອງ​ທ່ານ​ນາຍົກລັດຖະມົນຕີ, ທາງ​ເມືອງ​ຈະ​ບຸລິມະສິດ​ໃຫ້ບັນດາ​ນັກ​ລົງທຶນ​​ເຂົ້າເມືອງ​ເກາະກ່ອນ​ນີ້, ບົນ​ພື້ນຖານ​ແຜນ​ກຳນົດ​ລວມຂອງ​ເຂດ​ເສດຖະກິດ ​ແລະ ຈະ​ກຳນົດ​ທິດ​ເພື່ອໃຫ້​ບັນດາ​ນັກ​ລົງທຶນ​ປະຕິ​ບັດ​ຕາມ​. ພ້ອມ​ກັນ​ນັ້ນ ​ທາງອຳນາດ​ການ​ປົກຄອງ​ເມືອງ​ເວີນ​ດົນ ກໍ່​ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ນັກ​ລົງທຶນ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຕົນ​ເພື່ອ​ກໍ່ສ້າງ​ສະຖານ​ທີ່​ທ່ອງ​ທ່ຽວ​​ ​ເວີນ​ດົນ ໃຫ້​ກາຍ​ເປັນ​ແຫ່ງ​ທີ່​ມີ​ຄວາມດູດ​ດື່ມ​​ແກ່ນັກ​ທ່ອງ​ທ່ຽວ.”

ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ເວີນໂດນ - ảnh 2
ຫາດຊາຍທະເລ ເວີນດົນ
ພາບ:vietbao.com


        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານການທ່ອງທ່ຽວ​ຂອງ​ເມືອງ​ເກາະ ​ເວີນ​ດົນ ​​ໃຫ້ມີ​ປະສິດທິ​ຜົນ, ​ອຳນາດ​ການ​ປົກ​ຄອງ​ເມືອງ ພວມ​ສົ່ງ​ເສີມ​ບັນດາ​ນັກ​ລົງທຶນ​ພັດທະນາ​ບັນດາ​ເຂດ​ທ່ອງ​ທ່ຽວ, ຜະລິດ​ຕະພັນ​ທ່ອງ​ທ່ຽວ, ການ ບໍລິການ​ທ່ອງ​ທ່ຽວ ພິ​ເສດ​ແມ່ນ​ສ້າງ​ຜະລິດ​ຕະພັນ​ສະ​ເພາະ​ຂອງ ​ເວີນ​ດົນ.  ທ່ານ ຕ້າ​ດຶກ​ກວຽດ ຜູ້ອຳນວຍການ​ບໍລິສັດ ມາຍ​ກວ່ຽນ ດຳ​ເນີນ​ທຸລະ​ກິດ​ການທ່ອງທ່ຽວ​ພັກຜ່ອນ​ບຳລຸງ​ສຸຂະພາບ ​ຢູ່ ​ເວີນ​ດົນ ​ໄດ້​ແບ່ງ​ບັນ​ກ່ຽວ​ກັບ​ເລື່ອງສົ່ງ​ເສີມ​ການ​ລົງທຶນ​ພັດທະນາ​ການທ່ອງທ່ຽວ​ຢູ່ ​ເວີນ​ດົນ.

        “ຕາມ​ທັດສະນະ​ຂອງ​ຂ້າພະ​ເຈົ້າ​ແລ້ວ, ເພື່ອສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ເຂດ​ທ່ອງ​ທ່ອງ​ທ່ຽວ ​ເວີນ​ດົນ ​ແມ່ນ​ຕ້ອງຊອກ​ຫາບັນດາ​ນັກ​ລົງທຶນ​ລາຍ​ໃຫຍ່ ທ່ີ​ມີ​ລັກສະນະ​ມະຫາ​ພາກ​ທີ່​ລົງທຶນໃນ​ວຽກ​ງານ​ສັງ​ລວມຈຳນວນ​ຫນຶ່ງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​​ຄວນ​ຖື​ວຽກ​ງານ​ເສີມ​ຂະ​ຫຍາ​ຍກຳລັງ​ແຮງ​ພາຍ​ໃນ​​ແມ່ນ​ສຳຄັນ. ພວກ​ເຮົາ​ຄວນ​ໃຫ້​ບຸລິມະ​ສິດນັບ​ທັງ​ນັກ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ ພິ​ເສ​ດ​ແມ່ນ​ບຸລິມະສິດ​ຕົ້ນຕໍ​ໃຫ້​ແກ່​ນັກ​ລົງທຶນ​ໃນ​ຂະ​ແຫນງ​ທ່ອງ​ທ່ຽວ.”

        ດ້ວຍ 17 ​ໂຄງການ​ທ່ອງ​ທ່ຽວ​ທີ່​ມີ​ຂອບ​ຂະຫນາດ​ໃຫຍ່​ພວມ​​ໄດ້​ຮັບການຜັນ​ຂະຫຍາຍ, ພື້ນຖານ​ໂຄງ​ລ່າງ​ທ່ອງ​ທ່ຽວ​ຢູ່​ເມືອງ​ເກາະ ​ເວີນ​ດົນ ​ໄດ້​ຮັບ​ການ​ປັບປຸງ​ດີ​ພໍ​ສົມຄວນ. ໃນ​ແຕ່ລະ​ປີຈຳນວນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ ມາ​ຢ້ຽມຢາມ ​ແລະ ພັກຜ່ອນ​ບຳລຸງ​ສຸຂະພາບ​ຢູ່ ​ເວີນ​ດົນ ​ເພີ່ມ​ຂຶ້ນ ​ແຕ່ 20.000 ​- 30.000 ​ເທື່ອ​ຄົນ​. ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງ​ທ່ຽວ ຢູ່ ​ເວີນ​ດົນ ຍັງ​ມີ​ຫລາຍ​ຢູ່, ກົນ​ໄກ​ນະ​ໂຍບາຍ​ລົງທຶນ​ຢູ່​ທີ່​ນີ້ ກໍ​ສະດວກ​ສະບາຍ​ກວ່າ. ນັ້ນ​ແມ່ນ​ບັນດາ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ພັດທະນາ​ບັນດາ​ໂຄງການ​ໃຫມ່ ​ຂຸດ​ຄົ້ນ​ຄວາມ​ສາມາດບົ່ມ​ຊ້ອນ​ທ່ອງ​ທ່ຽວ​ຢູ່ ​ເວີນ​ດົນ.

ນັກຂ່າວ ທູຮວາ


ຕອບກັບ

ຂ່າວ/ບົດ​ອື່ນ