ຄວາມຮູ້ສຶກຂອງນັກທ່ອງທ່ຽງຕ່າງປະເທດເມື່ອມາຢ້ຽມຢາມ ນະຄອນຫລວງ ຮ່າໂນ້ຍ

(vovworld) - ນະຄອນຫລວງ ຮ່າ​ໂນ້ຍ ​ແມ່ນ​ຕົ​ວ​ເມືອງ​ມີ​ຄວາມ​ງາມ​ແບບ​ເກົ່າ​ແກ່ ​ແຕ່​ທັນ​ສະ​ໄຫມ. ນອກຈາກ​ບັນດາ​ຄຸ້ມ​ຖະໜົນກໍ່ສ້າງ​ໃຫມ່​ດ້ວຍ​ອາຄານ​ຫລາຍ​ຊັ້ນ​ທີ່​ຫນ້າ​ແຫນ້ນ​ຄື: ຄຸ້ມ​ຖະຫນົນ ຫງວຽນ​ທິດີ້​ງ, ຮວ່າງ​ດ້າວ​ທີ.... ຄຸ້ມ​ຖະນົນເກົ່າ​ມີ​ຖະຫນົນ​ຫລາຍ​ສາຍ​ຍັງ​ຄົງ​ຮັກສາ​ອາຊີບ​ຫັດຖະກຳ​ທີ່​ມີ​ມາ​ແຕ່​ດົນ​ນານ​ຄື: ຖະຫນົນ​ຮ່າງ​ໝ໋າ ດ້ວຍ​ອາຊີບ​ຜະລິດ​ເຄື່ອງ​ບູຊາ, ​ເຈ້​ຍປະດັບ​ປະດາດ້ວຍ​ສີສັນ​ຫລາກ​ຫລາຍ, ຖະຫນົນ​ຮ່າງ​ທຽກ, ຮ່າງ​ດົ່ງ ​ແມ່ນ​ຫລໍ່ທອງ, ຕີ​ເຫລັກ .. ນະຄອນຫລວງ​ຮ່າ​ໂນ້ຍ ມີ​ຈຸດ​ທີ​່​ເປັນ​ເອກະລັກພິ​ເສດສະ​ເພາະ ສະ​ນັ້ນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມ​ຢາມ​ນະຄອນຫລວງ ຮ່າ​​ໂນ້ຍລ້ວນ​ແຕ່​ຮູ້ສຶກ​ປະ​ທັບ​ໃຈ​ທີ່​ສຸດ.

        ​ໃນ​ສາຍຕາ​ຂອງ​ນັກ​ທ່ອງ​ທ່ຽວ​ສາກົນ, ນະຄອນຫລວງ ຮ່າ​ໂນ້ຍ​ງາມ​ຫລາຍ ​ແລະ ​ແປກ​ປະຫລາດ. ດ້ວຍ​ຖະຫນົນ​ຫລາຍ​ສາຍ​ມີ​ຕົ້ນ​ໄມ້​ຂຽວ​​ເປັນ​ທີ່​ຮົ່ມເຢັນ ​ແລະ ຄົນ​ໄປມາ​ຢ່າງ​ຄັບ​ຄາ​ຫນາ​ແຫນ້ນ. ຄວາມ​ງາມ​ນັ້ນ​ບໍ່​ມີ​ຢູ່​ນະຄອນ​ແຫ່ງ​ໃດ​ໃນ​ໂລກ ສະ​ນັ້ນ ຮ່າ​ໂນ້ຍຍາມ​ໃດ​ກໍ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ.

ຄວາມຮູ້ສຶກຂອງນັກທ່ອງທ່ຽງຕ່າງປະເທດເມື່ອມາຢ້ຽມຢາມ ນະຄອນຫລວງ ຮ່າໂນ້ຍ - ảnh 1
ພາບປະກອບ:internet

        ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ຄຸ້ມ​ຖະໜົນເກົ່າ​ຮ່າ​ໂນ້ຍ ​ແມ່ນ​ຟົດ​ຟື້ນ​​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ ຈຶ່ງ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ບໍ່​ອາດຈາກລາ​ຮ່າ​ໂນ້ຍ. ອ້າຍ Albert Thomas, ນັກ​ທ່ອງ​ທ່ຽວ​ມາ​ຈາກ ຝລັ່ງ ​ເປັນ​ຄັ້ງ​ທຳ​ອິດ​ມາ​ຢ້ຽມຢາມ​ຮ່າ​ໂນ້ຍມີ​ຄວາມ​​ປະຫລາດ​ໃຈ​ຕໍ່​ການ​ສັນຈອນ​ໄປມາ​ຂອງ​ຍານພາຫະນະ​ຢູ່​ຕາມຖະຫນົນຫົນທາງ
ສາຍ​ຕ່າງໆ. ອ້າຍ Albert Thomas ​ເວົ້າ​ວ່າ:

        “ຮ່າ​ໂນ້ຍ​ແມ່ນ​ນະ​ຄອນ​ຫລວງ​ພິ​ເສດ. ຊາວ​ເອີ​ລົບ​ທຸກ​ຄົນ​ມາ​ຢ້ຽມຢາມ​ຮ່​າ​ໂນ້ຍ ລ້ວນ​ແຕ່​ຮູ້ສຶກ​ວ່າ ຢູ່​ນະຄອນ​ນີ້​ມີ​ລົດຈັກ, ລົດ​ໂອ​ໂຕ​​ໄປມາ​ຫນາ​ແຫນ້ນ ຫາກ​ຢູ່​ຝລັ່ງບໍ່​ມີ. ດຽວ​ນີ້ ຂ້າພະ​ເຈົ້າ​ຍັງ​ກຳລັງຮຽນ​ເອົາວິທີ​ຂ້າມທາງ.

        ນັກ​ທ່ອງ​ທ່ຽວຕ່າງປະ​ເທດ​ສ່ວນ​ຫລາຍ​ມາ​ຢ້ຽມຢາມ​ຮ່າ​ໂນ້ຍ​ໃນ​ຄັ້ງ​ທຳ​ອິດ​ກໍ່​ຮູ້ສຶກ​ຄື​ອ້າຍ Albert Thomas. ​ແຕ່​ສິ່ງ​ນັ້ນ​ກໍ​ແມ່ນ​ຄວາມ​ດຶງດູດ​ນັກ​ທ່ອງ​ທ່ຽວ.  ນອກ​ນັ້ນ ຢູ່​ໃນ​ຄຸ້ມ​ຖະໜົນເກົ່າ​ຮ່າ​ໂນ້ຍ ຍັງ​ມີ​ຮ້ານ​ກາ​ເຟບາງ​ແຫ່ງ​​ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນຫຼວງ​ຫລາຍ.

        ມາ​ຢ້ຽມຢາມ​ຮ່າ​ໂນ້ຍນັກ​ທ່ອງ​ທ່ຽວ​ຈະ​ໄດ້​ໄປ​ຢ້ຽມຢາມ​ບັນດາ​ສະຖານ​ທີ່​ຄື: ສຸສານ​ປະທານ​ໂຮ່ຈິ​ມີນ, ວັນ​ມຽວ ກວັກ​ຕືຢາມ, ໝູ່​ບ້ານ​ເຄື່ອງ​ປັ້ນດິນ​ເຜົາ​ບາດ​ຈ່າງ .... ​ແຕ່ລະ​ແຫ່ງ​ນັ້ນ​ລ້ວນ​ແຕ່​​ເຮັດ​ໃຫ້​ນັກ​ທ່ອງ​ມີທ່ຽວ​ຄວາມ​ຮູ້ສຶກ​ແຕກ​ຕ່າງ​ກັນ. ​ເອື້ອຍ Marill Besneedide ຊາວ​ຝລັ່ງ ມາ​ເຮັດ​ວຽກ​ຢູ່ ​ຮ່າ​ໂນ້ຍ​​ມາ​ເປັນ​ເວລາ 3 ອາທິດ​ແລ້ວ ​​ໄດ້​ຍາດ​ເວລາ​ເພື່ອ​ຄົ້ນ​ຫາ​ຮ່າ​ໂນ້ຍຢ່າງ​ລະອຽດ. ​ເອື້ອຍ​​ໃຫ້​ຮູ້​ວ່າ:

        “​ໄປ​ທ່ຽວ​ຊົມ​ເພື່ອ​ຊອກ​ຮູ້​ປະຫວັດສາດ, ຊອກ​ຮູ້ກ່ຽວ​ກັບ​ປະ​ທານ​ໂຮ່ຈິ​ມີນ, ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ຊາວ ຮ່າ​ໂນ້ຍ ຫລື​ສະຖາ​ປັດຕະຍະ​ກຳ​ບັນດາ​ວັດວາອາ​ຮາມ. ຂ້າພະ​ເຈົ້າ​ນິຍົມ​ວັດ ​ເຈີນກວກ​ຢູ່ ຫນອງ​ໂຮ່​ໄຕ​, ວັນມຽວກວກ​ຕືຢາມ ​ແລະ ມື້​ນີ້​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ.”

        ຕາມ​ອ້າ​ຍ David ນັກ​ທ່ອງ​ທ່ຽວ​ມາ​ຈາກ ອົດ​ສະ​ຕາ​ລີ, ສິ່ງ​​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດຢູ່​ຮ່າ​ໂນ້ຍສຳລັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດນັ້ນ​ແມ່ນ​ຊາວ​ນະຄອນຫລວງ. ຖ້າ​ຫາກ​ບໍ່​ມີ​ເຂົາ​ເຈົ້າ ບໍ່​ວ່າ​ນະຄອນ​ໃດ​ຢູ່​ໃນ​ໂລກ​ ມີ​ພຽງ​ຖະຫນົນ​ສາຍ​ຕ່າງໆ​ເທົ່າ​ນັ້ນ. ອ້າ​ຍ David ມັກ​ຮ່າ​ໂນ້ຍຫລາຍ ​ເພາະວ່າ ອ້າຍ​ຮູ້ສຶກ​ຄື​ຕົນ​ເອງ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ສະຫນິດສະຫນົມ​ແທ້ໆ.

        “ຂ້າພະ​ເຈົ້າ​​ໄດ້​​ໄປ​ຢ້ຽມຢາມ​ພາກ​​ໃຕ້ ​ແລະ ຫລາຍ​ແຂວງ​ຢູ່ ຫວຽດນາມ ​​ແຕ່​ມາ​ຮ່າ​ໂນ້ຍ​ແມ່ນ​ຄັ້ງ​ທຳ​ອິດ. ຂ້າພະ​ເຈົ້າ​ເຫັນ​ວ່າ ຊາວ​ຮ່າ​ໂນ້ຍ​ແມ່ນ​ຜູ້​ຮັກ​ແພງ​ແຂກ ​ແລະ ສະຫນິດສະຫນົມ. ​ເຂົາ​ເຈົ້າ​ພ້ອມ​ແລ້ວ​ຈະ​ຊ່ວຍ​​ເຫລືອ​ໃຫ້​ທຸກ​ຄົນ. ຂ້າພະ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ​ຫລາຍ​ປະ​ເທດ​ຢູ່​ອາຊີ​ຕາ​ເວັນ​ອອກ ​ແຕ່​ເຫັນ​ວ່າ ຮ່າ​ໂນ້ຍ​ແມ່ນ​ແຫ່ງ​ທີ່​ຂ້າພະ​ເຈົ້າ​ມັກ​ທີ່​ສຸດ. ຖ້າ​ມີ​ໂອກາດ​ຈະ​ກັບ​ຄືນ​ອີກ​ຄັ້ງ​ຫນຶ່ງ.”

        ຮ່າ​​ໂນ້ຍ ບໍ່​ພຽງ​ແຕ່​ສ້າງ​ຄວາມ​ດຶງ​ດູ​ດນັກ​ທ່ອງ​ທ່ຽວ​ຕ່າງປະ​ເທ​ດດ້ວຍ​ຄວາມ​ງາມ​ແບບ​​ເກົ່າ​ແກ່, ຄວາມ​ສຸພາບ​ຂອງ​ຊາວ​ນະຄອນຫລວງ ຫາກ​ບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງ​ທີ່​ເປັນພິ​ເສດສະ​ເພາະ​ກໍ​ເປັນ​ສິ່ງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ​ເອື້ອຍ Marill Besneedide ​​ເວົ້າ​ວ່າ:

        “ຂ້າພະ​ເຈົ້າ​ມັກ​ກິນ​​ເຍື່ອງ​ອາຫານ ຫວຽດນາມ ຫລາຍ, ຕົວຢ່າງ​ຄື: ​ເຂົ້າ​ປຸນ້​ງົວ, ​ແນມ, ​ແບນກວນ... ຢູ່ ຝລັ່ງພວກ​ຂ້າພະ​ເຈົ້າ​ກໍ​​ເຂົ້າ​ຮ້ານ​ອາຫານ ອາຊີ​ຫລາຍ​ແຫ່ງ. ​ແຕ່​ມາ​ຮ່າ​ໂນ້ຍຂ້າພະ​ເຈົ້າ​​ໄດ້​ກິນອາຫານ​ຫລາຍ​ເຍື່ອງ​ທີ່​ແຊບນົວ​ກວ່າ.”

ຄວາມຮູ້ສຶກຂອງນັກທ່ອງທ່ຽງຕ່າງປະເທດເມື່ອມາຢ້ຽມຢາມ ນະຄອນຫລວງ ຮ່າໂນ້ຍ - ảnh 2
ຄຸ້ມຖະຫນົນເກົ່າຢູ່ຮ່າໂນ້ຍ
ພາບ:internet

        ​ເມື່ອ​ມາ​ຮ່າ​ໂນ້ຍ, ​ເຍື່ອງ​ອາຫານ​ທີ່​ນັກ​ທ່ອງ​ທ່ຽວ​ບໍ່​ອາດປະຕິ​ເສດ​ໄດ້ ນັ້ນ​ແມ່ນ ​ເຝີ. ຮ້ານ​ຂາຍ​ເຝີ ຢູ່ ຮ່າ​​ໂນ້ຍມີຫຼາຍຈົນນັບ​ບໍ່​ຫລ້ອນ.​ ແຂກ​ທ່ອງ​ທ່ຽວ​ອາດ​ຈະເຂົ້າ​ຮ້ານ​ຂາຍ​ເຝີໃດໆກໍ່ໄດ້, ບໍ່​ວ່າຢູ່ຮ້ານໃດ​ກໍ​ລ້ວນ​ແຕ່​ໄດ້​ຮັບປະທານ​​ເຝີ​ຖ້ວຍໃຫຍ່ທີ່​ສົດໆ​ຮ້ອນໆ ດ້ວຍເສັ້ນ​ເຝີ​ທີ່​ຫນຽວ, ຂາວ ​ໃສ່ເຂົ້າໃນ​ຖ້ວຍທີ່​ສະ​ອາດ ​ພ້ອມກັບນ້ຳເຝີທີ່ຕົ້ມດວ້ຍກະດູກ ແລະ ເຄື່ອງເທດສະເພາະມັນຍິ່ງ​​ເຮັດ​ໃຫ້​ເຝີ ຮ່າ​ໂນ້ຍ​ແຊບນົວ ແລະ ມີ​ລົດ​ຊາດ​ພິເສດ, ​ລາຄາ​ກໍ​ຖືກ ປະມານ 2 ​USD/ຖ້ວຍ. ມາ​ຮ່າ​ໂນ້ຍຄັ້ງ​ໃດກໍ່ເຊັ່ນກັນ, ທ່ານ James Rhode ​ຊິ່ງແມ່ນແຂກ​ທ່ອງ​ທ່ຽວ​ມາ​ຈາກອາ​ເມ​ລິ​ກາ, ກໍ​ໄດ້ຍາດເວລາຫາໂອການຊອກຮັບປະທານ​ເຝີຕາມຮ້ານທົວ່ໆໄປ. ທ່ານ James Rhode ​ເວົ້າ​ວ່າ:

        “​ເຖິງ​ວ່າ ​ເພື່ອນ​ກິນ​ເຝີ​ຢູ່​ໃນ​ພັດຕະຄານ ຫລື ກິນເຝີນຳຜູ້ຫາບ​ຂາຍເລາະໄປຕາມ​ຖະໜົນ ກໍລ້ວນແຕ່ແຊບ​ເໝືອນ​ກັນ. ຂ້າພະ​ເຈົ້າ​ພະຍາຍາມ​ກິນ​ເຝີ ຢ່າງ​ໜ້ອຍ​ສຸດ​ແມ່ນມື້​ລະ​ເທື່ອ, ຍ້ອນ​ວ່າ​ເຝີ​ແຊບຫຼາຍ ​ແລະ​​ເປັນອາຫານ​ບຳລຸງ. ວິທີ​ປຸງ​ແຕ່ງ​ທີ່​ຊາ​ວຫວຽດນາມ​ເຮັດເຝີ​ແມ່ນ​ດີ​​ຕໍ​ສຸຂະພາບທີ່​ສຸດ. ຂ້າພະ​ເຈົ້າ​ກິນ​ເຝີ​ຫລາຍ​ທີ່​ສຸດ ​ແຕ່​ກໍຍັງຫລຸດນ້ຳຫນັກ​ໄດ້. ​ ສິ່ງດັ່ງກ່າວຂ້າພະເຈົ້າພຽງ​ແຕ່​ເຮັດໄດ້ຢູ່​ຮ່າ​ໂນ້ຍເທົ່ານັ້ນ​ .”

        ພາຍຫລັງ​ຄົ້ນ​ຫາ​ຮ່າ​ໂນ້ຍ​ໃນ​ເວລາ​ມື້ຫນຶ່ງ, ຕອນ​ຄຳ່​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມັກ​ໄປ​​ເລາະ​ຫລິ້ນ​ຢູ່​ຄຸ້ມ​ຖະໜົນ​ເກົ່າ. ຕາມ​ອ້າຍ James Rhode ຢູ່ຮ່າ​ໂນ້ຍມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ ພຽງ​ໃນ​ເວລາ 5 ນາທີ ນັກ​ທ່ອງ​ທ່ຽວ​ສາມາດ​​ເຫັນ​ປະຈັກ​ຕາຈຸດ​ທີ່​ເປັນ​ລັກສະນະ​ພິ​ເສດ ​ແລະ ມີ​ຊີວິດ​ຊີວາ​ຂອງ​ນະຄອນຫລວງ​ຮ່າ​ໂນ້ຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ