ຄວາມເປັນເອກະລັກສະເພາະໃນປີທ່ອງທ່ຽວແຫ່ງຊາດຢູ່ຕອນເຫນືອພາກກາງ ຫວຽດນາມ 2012

(vovworld) - ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຢູ່​ຕອນ​ເຫນືອ​ທາງ​ພາກ​ກາງ ຫວຽດນາມ ປີ 2012 ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ທ່ອງ​ທ່ຽວ​ມໍລະດົກ”. ​ເຂດ​ຕອນ​ເຫນືອ​ທາງ​ພາກ​ກາງ ຫວຽດນາມ ຊຶ່ງ​ແມ່ນ​ສະຖານ​ທີ່​ມີ ມໍລະດົກ​, ປູຊະນີຍະສະຖານ​​ລະດັບຊາດ​ສຳຄັນ ແລະ ມໍລະດົກໂລກຫລາຍແຫ່ງ​​ພ້ອມ​ກັບງານ​ບຸນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຕ່າງໆ. ​ງານ​ບຸນຕົ້ນ​ລະດູບານ​ໃຫມ່, Festival ​ເຫ້ວ ​ແມ່ນ​ຖືກ​ຈັດ​ຂຶ້ນ​​ໃນ​ເດືອນ 1,2 ​ແລະ ​ເດືອນ 4, ສ່ວນລະດູທ່ອງ​ທ່ຽວ​ຍາມຮ້ອນ​ ​ຖືກຈັດ​ຂຶ້ນ​ໃນ​ເດືອນ 6, 7 ຢູ່ພາກກາງ ຊື່​ງ​ແມ່ນ​ສະຖານ​ທີ່​ມີ​ຫາດ​ຊາຍ​ທະ​ເລ​ສວຍ​ງາມ​ຫລາຍ​ແຫ່ງ ​ໃນນັ້ນມີເມືອງ​ຫລວງ​ເກົ່າ​ເຫ້ວ ​ແມ່ນ​ແຫ່ງ​ຈັດຕັ້ງ​ບັນດາ​ເຫດການ​ຕົ້ນຕໍ​ດ້ວຍການຮ່ວມສຳພັນກັບບັນດາ​ແຂວງ, ນະຄອນ​ຄື: ກວ໋າງຈີ້, ກວ໋າງບີ່​ງ, ຮ່າ​ຕີ້​ງ, ​ເຫ​ງ້ອານ, ​ແທນ​ຮວາ ​ແລະ ຮ່າ​ໂນ້ຍ.

ຄວາມເປັນເອກະລັກສະເພາະໃນປີທ່ອງທ່ຽວແຫ່ງຊາດຢູ່ຕອນເຫນືອພາກກາງ ຫວຽດນາມ 2012 - ảnh 1
ທ່ານນາຍົກລັດຖະມົນຕີNguyen Tan Dung ອ່ານສູນທອນພົດໄຂພິທີປີ
ທ່ອງທ່ຽວແຫ່ງຊາດ 2012
ພາບ:internet

        ​ໃນ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວທາງ​ດ້ານ​ວັດທະນະທຳ, ກິລາ ​ແລະ ການ​ທ່ອງ​ທ່ຽວ​ລະດັບ​ຊາດ ​ແລະ ສາກົນເກືອບ 30 ລາຍການ. ດ້ວຍ​ທ່າ​​ແຮງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ຽວ​ກັບ​ມໍລະດົກ, ປູ​ຊະນີ​ຍະສະ​ຖານ, ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດຕອນ​ເຫນືອ​ພາກ​ກາງ ຫວຽດນາມ 2012 ​ໂດຍ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ໄດ້​ນຳ​ມາ​ຊຶ່ງ​ຄວາມ​ແປກ​ປະຫລາດ, ຄວາມ​ດູດ​ດື່ມ ​ແລະ ​ສີສັນ​ສະ​ເພາະ​.  ທ່ານຟານ​ຕຽນຢູ໋ງ ຮອງ​ຫົວຫນ້າ​ພະ​ແນກ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ໃຫ້​ຮູ້​ວ່າ:

        “ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດຕອນ​ເຫນືອ​ພາກ​ກາງ ຫວຽດນາມ 2012 ກໍ​ແມ່ນ​ປີ​ທີ່​ພວກ​ຂ້າພະ​ເຈົ້າ​ຈັດ​ຕັ້ງ Festival ​ເຫ້ວ ຄັ້ງທີ 7.​ ນີ້​ກໍ​ແມ່ນ​ສິ່ງ​ທີ່​ສະດວກ ​ແລະ ​ແມ່ນ​ກາລະ​ໂອກາດ​ໃຫຍ່​ໃຫ້​ແກ່​ທ້ອງ​ຖິ່ນ. ​ເຂດ​ປູຊະນີ​ຍະສະ​ຖານ​ຕົ້ນຕໍບາງ​ແຫ່ງ​ໃນ​ລາຊະ​ວັງ ​ແລະ ​ແຫ່ງ​ອື່ນ​ອີກຈຳນວນ​ຫນຶ່ງ​ກໍພວມ​ໄດ້​ຮັບ​ການ​ສຸມ​ໃສ່​ລົງທຶນ​​ເພື່ອ​ຈັດ​ຕັ້ງ​ບັນດາ​ເຫດການ​ຂອງ​ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດຕອນ​ເຫນືອ​ພາກ​ກາງ ຫວຽດນາມ 2012. ນອກ​ນັ້ນ​ພວກ​ຂ້າພະ​ເຈົ້າ​ຍັງ​ຄົ້ນ​ຄ້ວາ​ສ້າ​ງບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ ​ແລະ ມີ​ຄວາມ​ສາມາດ​ແກ້ງ​ແຍ້​ງສູງ.  ປີ 2012,​ ​ແຂວງ ​ເທື່ອ​ທຽນ​ເຫ້ວ ຈະ​ນຳ​ເອົາ​ສ່ວນ​ຫນຶ່ງ​ຂອງ​ໂຄງການ Laguna ຂອງ​ສິງກະ​ໂປ​ເຂົ້າ​ເຄື່ອນ​ໄຫວ ​ເພື່ອ​ສ້າງ​ສະຖານ​ທີ່​ທ່ອງ​ທ່ຽວ​ໃຫມ່. ຄຽງ​ຄູ່​ກັນ​ນັ້ນ ບັນດາ​ບໍລິການ​ທ່ອງ​ທ່ຽວ​ດ້ານ​ຈິດ​ວິນ​ຍານ,​ ສາສະຫນາ, ງານ​ບຸນ​ເປັນ​ເອກະລັກ​ສະ​ເພາະ​ຕ່າງໆ ຖືກ​ນ​ຳ​ເຂົ້າ​ຂຸດ​ຄົ້ນ.”

        ລາຍການ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດຕອນ​ເຫນືອ​ພາກ​ກາງ ຫວຽດນາມ 2012 ພຽງ​ແຕ່ສາມາດ​ເສີມຂະຫຍາຍ​ກຳລັງ​ແຮງ​ສັງ​ລວມ​ໄດ້ກໍ​ຕໍ່​ເມື່ອຕອບ​ສະຫນອງ ​ແລະ ມີ​ການ​ຮ່ວມ​ສຳພັນ​ພັດທະນາ​ການທ່ອງທ່ຽວ​. ​ໂດຍ​ຮັບ​ຮູ້​ໄດ້​ສິ່ງ​ດັ່ງກ່າວ ບັນດາ​ທ້ອງ​ຖິ່ນ​ ບັນດາ​ແຂວງ, ນະຄອນ​ຢູ່​ຕອນ​ເຫນືອ​ພາກ​ກາງ ຫວຽດນາມ ​ໄດ້​ຈົດ​ທະບຽນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫລາຍ​ຢ່າງ​ຄື: ການ​​ແຂ່ງຂັນ​ຍິງ​ບັ້ງ​ໄຟ​ດອກສາກົນ​ຢູ່ ດາ​ໜັງ, ງານ​ບຸນ ກວ໋າງຈີ້ ຄວາ​ມຊົງ​ຈຳ​ທີ່​ຈັດ​ຂຶ້ນ​ໃນເດືອນ 4, ງານ​ບຸນ​ໝູ່​ບ້ານ​ແຊນ ​ຢູ່​ເຫ​ງ້ອານ ​ໃນ​ເດືອນ 5, ​ເດືອນທ່ອງ​ທ່ຽວ​ຄົ້ນຫາ​ຖ້ຳ​ຢູ່ ຫວຽດນາມ ຢູ່ ​ແຂວງ ກວ໋າງບີ່​ງ, ງານ​ບຸນ​ຄຸ້ມ​ເມືອງ​ເກົ່າ​ໂຮ​້ຍອານຢູ່​ກວ໋າງນາມ ​ແລະ​ອື່ນ​ໆ. ​ເມື່ອ​​ເວົ້າ​ເຖິງ​ງານ​ບຸນ​ຢູ່​ຄຸ້ມ​ເມືອງ​ເກົ່າ​ໂຮ​້ຍອານ, ທ່ານ ດີງຮ່າ​ຍ ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ກວ໋າງນາມ ​ໃຫ້​ຮູ້​ວ່າ:

        “ລາຍການ​ນີ້ ​ແມ່ນ​ວາບ​ພາບໃຫ້​ເຫັນ​ຄຸ້ມ​ເມືອງ​ເກົ່າ​​ໃນ​ໄລຍະ​ຕົ້ນ​ສັດຕະວັດທີ່ 20.​ ນັກ​ທ່ອງ​ທ່ຽວ​ສາມາດ​​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳຂອງ​ຊາວ​ທ້ອງ​ຖິ່ນ. ​ລາຍການ​ນີ້​ກໍ​ແມ່ນ​ການ​ຟື້ນ​ຟູ​ງານ​ບຸນ​ປະ​ເພນີ​ຕິດ​ພັນ​ກັບ​ການ​ເຫລື້ອມ​ໃສ​ທາງ​ສາສະຫນາຂອງ​ຊາວ​ທ້ອງ​ຖິ່ນ ຜ່ານ​ນັ້ນ ນັກ​ທ່ອງ​ທ່ຽວ​ສາມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ທີ່​ນີ້. ນອກ​ນັ້ນ ພວກ​ຂ້າພະ​ເຈົ້າ​ຍັງ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຄື ງານວາງສະ​ແດງ​ຮູບ​ພາບ, ລາຍການ​ເສບ​ດົນຕີ​ພື້ນ​ເມືອງ,​ ທັນ​ສະ​ໄຫມ, ລາຍການ​ຟ້ອນແລະ​ອື່ນໆ.”

ຄວາມເປັນເອກະລັກສະເພາະໃນປີທ່ອງທ່ຽວແຫ່ງຊາດຢູ່ຕອນເຫນືອພາກກາງ ຫວຽດນາມ 2012 - ảnh 2
ການແຂ່ງຂັນຍິງບັ້ງໄຟດອກສາກົນ ຢູ່ນະຄອນ ດາໜັງ
ພາບປະກອບ:internet

        ຕາມ​ທ່ານ ຫງວຽນ​ວັນ​ຕວັນ,​ ຫົວຫນ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ​ແລ້ວ, ບັນດາ​ແຂວງ​ເຂົ້າ​ຮ່ວມປີ​ທ່ອງ​ທ່ຽວ​ແຫ່ງ​ຊາດຕອນ​ເຫນືອ​ພາກ​ກາງ ຫວຽດນາມ 2012 ຄວນ​ຮ່ວມ​ສຳພັນ​ນຳ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ເພື່ອ​ໂຄສະນາ​ການທ່ອງທ່ຽວ ​ແລະ ຜ່ານ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດຕອນ​ເຫນືອ​ພາກ​ກາງ ຫວຽດນາມ 2012 ​ເພື່ອ​ໂຄສະນາ​ການ​ທ່ອງ​ທ່ຽວ​ຢູ່​ທ້ອງ​ຖິ່ນ​ຂອງ​ຕົນ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກພາຍ​ໃນ ​ແລະ ສາກົນ. ​ທ່ານ ຫງວຽນ​ວັນ​ຕວັນ ກ່າວ​ວ່າ:

        “ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄດ້​ສ້າງ​​ເປັນ​ຫລາຍ​ເຫດການ​ເພື່ອ​ໂຄສະນາ​ບັນດາ​ຜະລິດ​ຕະພັນ, ຈຸດ​ນັດ​ພົບ​ຂອງ​ບັນດາ​ແຂວງ​​ຈັດ​ຕັ້ງ​ເຫດການ ​ແລະ ບັນດາ​ແຂວງ​ຮ່ວມ​ສຳພັນ​. ພ້ອມ​ກັນ​ນັ້ນ ບັນດາ​ການ​ເຄື່ອນ​ໄຫວ​ນີ້ ​ແມ່ນ​ການ​ສົມທົບ​ກັບ​ບັນດາ​ແຫ​ລ່ງກຳລັງ​ເພື່ອ​ລົງທຶນ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ, ຮາກ​ຖານ​ທາງ​ດ້ານ​ວັດຖຸ, ບໍລິການ,​ ສະຖານ​ທີ່​ທ່ອງ​ທ່ຽວ​ຂອງ​ບັນດາ​​ແຂວງເປັນ​ເຈົ້າພາບ​ຈັດ​ຕັ້ງ​ເຫດການທ່ອງ​ທ່ຽວ​ດັ່ງກ່າວ.”

        ​ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດຕອນ​ເຫນືອ​ພາກ​ກາງ ຫວຽດນາມ 2012 ພາຍ​ໃຕ້​ຫົວ​ຂໍ້​ວ່າ: ທ່ອງ​ທ່ຽວ​ມໍລະດົກ, ສະ​ນັ້ນ ​ເລື່ອງ​ໂຄສະນາ​ບັນດາ​ມໍລະດົກ, ​ເປັນ​ຕົ້ນ​ແມ່​ນບັນດາ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ແມ່ນ​ໄດ້​ຮັບ​ການ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ການ​ຕອບ​ສະຫນອງ,  ຮ່ວມ​ສຳພັນ​ຢ່າງ​ແຮງ ບໍ່​ພຽງ​​ແຕ່​ຫລຸດຜ່ອນ​ຄວາມ​ກົດດັນ​​ໃຫ້​ແກ່ ທ້ອງ​ຖິ່ນ​​ເປັນ​ເຈົ້າພາບຈັດ​ຕັ້ງປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​​ແມ່ນ​ໂອກາດສ້າງ​ເຄື່ອງໝາຍ​ການທ່ອງທ່ຽວ​ຢ່າງ​​ແຮງ ​ແລະ ມີ​ລັກສະ​ນະ​ແກ້​ງ​ແຍ້​ງສູງ​​ໃຫ້​ທົ່ວ​ເຂດ​ອີກ​ດ້ວຍ.

ລານ​ແອ​ງ

ຕອບກັບ

ຂ່າວ/ບົດ​ອື່ນ