ຄ້ອງເຜົ່າເມື່ອງ ໃນຊີວິດວັດທະນະທຳຈິດໃຈຂອງຊາວເຜົ່າເມື່ອງຢູ່ ຮ່າໂນ້ຍ
Ngoc Anh -  
(VOVWORLD) - ຢູ່ນະຄອນ ຮ່າໂນ້ຍ, ເຜົ່າເມື່ອງດຳລົງຊີວິດເຕົ້າໂຮມກັນຢູ່ 4 ເມືອງຄື ກວັກອວາຍ, ແທັກເທິດ, ບາວີ, ໝີດຶກ. ສຳລັບຊາວເຜົ່າເມື່ອງຢູ່ນະຄອນ ຮ່າໂນ້ຍ ແລ້ວ ນອກຈາກຮີດຄອງປະເພນີ, ຊຸດອາພອນ, ວັດທະນະທຳອາຫານການກິນແລ້ວ ຊາວເຜົ່າເມື່ອງຍັງມີສາງວັນນະຄະດີສິລະປະພື້ນເມືອງທີ່ອຸດົມສົມບູນຄື ການເລົ່າເລື່ອງ, ເພງພື້ນເມືອງ, ຄຳສຸພາສິດ ແລະ ບັນດາປະເພດເຄື່ອງດົນຕີ ເຊິ່ງພົ້ນເດັ່ນກວ່າໝູ່ແມ່ນຄ້ອງ
ເມືອງກ໋ວກອວາຍເປີດຊຸດເຟິກອົບຮົມສະແດງຄ້ອງໃຫ້ແກ່ຊາວເຜົ່າເມື່ອງ
|
ຄ້ອງໄດ້ຕິດພັນກັບການດຳລົງຊີວິດຂອງຊາວເຜົ່າເມື່ອງ ແມ່ນສຽງເວົ້າທາງ ດ້ານຈິດວິນຍານຂອງມະນຸດ ເພື່ອພັນລະນາສະແດງຄວາມມ່ວນຊື່ນຄວາມໂສກເສົ້າ, ດັ່ງນັ້ນຖືກນຳໃຊ້ຢ່າງກວ້າງຂວາງໃນຊີວິດຊຸມຊົນ ກໍ່ຄືການເຫຼື້ອມໃສຈິດວິນຍານຂອງປະຊາຊົນ. ນາງ ເລທິງາ ສະມາຊິກສະໂມສອນຄ້ອງຕາແສງ ຝູໝານ ເມືອງ ກວັກອວາຍ ໃຫ້ຮູ້ວ່າ:
“ຄ້ອງແມ່ນເຄື່ອງດົນຕີປະເພດໜຶ່ງ ແມ່ນສັນຍາລັກຂອງຊາວເຜົ່າເມື່ອງ ເຊິ່ງຂາດບໍ່ໄດ້ໃນບັນດາງານບຸນ. ແຕ່ປາງກ່ອນໄດ້ມີສຽງຄ້ອງເຜົ່າເມື່ອງ ແລະ ພວກຂ້າພະເຈົ້າ ກໍ່ໄດ້ຮັບການຖ່າຍທອດຈາກປູ່ຍ່າຕາຍາຍ. ປັດຈຸບັນພວກຂ້າພະເຈົ້າກໍ່ຮູ້ຈັກເຖິງ ແລະ ພວກຂ້າພະເຈົ້ົ້າຈະຖ່າຍທອດໃຫ້ລຸ້ນລູກລຸ້ນຫຼານ ເພື່ອຮັກສາສີສັນຂອງເຜົ່າເມື່ອງ”.
ຊຸດຄ້ອງຂອງຊາວເຜົ່າເມື່ອງຢູ່ນະຄອນ ຮ່າໂນ້ຍ ກໍ່ມີໂຄງປະກອບຈາກຄ້ອງນ້ອຍຕະຫຼອດຮອດຄ້ອງໃຫຍ່, ມີການສຽງແຕກຕ່າງກັນ ຈາກສຽງຕ່ຳຕະຫຼອດຮອດສຽງສູງ. ຊາວເຜົ່າເມື່ອງນຳໃຊ້ຄ້ອງຢ່າງມີໄຫວພິບ ເຊິ່ງຂຶ້ນກັບແຕ່ລະວຽກງານແຕ່ລະພິທີໃນງານບຸນ ຈຶ່ງສາມາດນຳໃຊ້ແບບຄ້ອງດຽວ ຫຼື ເປັນຊຸດ. ນາງ ຫງວຽນທິແຈັງ ຫົວໜ້າສະໂມສອນຄ້ອງຕາແສງ ຝູໝານ ເມືອງ ກວັກອວາຍ ໃຫ້ຮູ້ວ່າ:
“ຄ້ອງເຜົ່າເມື່ອງມີ 12 ໜ່ວຍ ໃນນັ້ນຄ້ອງໃຫຍ່ ແລະ ຄ້ອງນ້ອຍມັນຖືກຈັດແບ່ງເປັນສາມເຂດການສຽງ ຄືສຽງສູງ ສຽງຕ່ຳ ແລະ ສຽງກາງ. ຖ້າຫາກຮູ້ຈັກສົມທົບຄ້ອງ 12 ໜ່ວຍເຂົ້ານຳກັນຈະສ້າງໃຫ້ມີບົດເພງບົດດົນຕີມ່ວນທີ່ສຸດ”.
ວິທີຕີຄ້ອງຂອງຊາວເຜົ່າເມື່ອງຢູ່ນະຄອນ ຮ່າໂນ້ຍ ແລະ ຊາວເຜົ່າເມື່ອງຢູ່ແຂວງອື່ນໆກໍ່ຄ້າຍຄືກັນ. ຄ້ອງຊຸດໜຶ່ງກໍ່ໂດຍແມ່ນແມ່ນຍິງເປັນຜູ້ສະແດງ ມືຈັບຄ້ອງຢືນຊື່ຄຽງຂ້າງກັນເປັນແຖວ ແລ້ວກໍ່ພ້ອມກັນຕີຄ້ອງຕາມຈັງຫວະທີ່ອ່ອນຊ້ອຍ. ນາງ ດິງທິແທັງ ຫົວກອງສິລະປະຄ້ອງບ້ານ ມໍ່ໂດ່ຍ ຕາແສງ ເວິນຮວ່າ ເມືອງ ບາວີ ໃຫ້ຮູ້ວ່າ ເມື່ອຕີຄ້ອງກໍ່ເປັນຈັງຫວະຈຶ່ງສາມາດສ້າງເປັນບົດດົນຕີຄ້ອງມີວິນຍານໄດ້. ນາງ ແທັງ ເປີດເຜີຍວ່າ:
“ກ່ອນທີ່ຈະຕີຄ້ອງກໍ່ຕ້ອງມີຄ້ອງເປີດສາກທີ່ມີລັກສະນະຂຶ້ນຕົ້ນລາຍການສະແດງ ຕໍ່ຈາກນັ້ນພວກຂ້າພະເຈົ້າຈຶ່ງສືບຕໍ່ຕີຄ້ອງໜ່ວຍອື່ນໆ. ຄ້ອງກໍ່ລ້ວນແຕ່ຕີເປັນ 10 ບາດ ແລະ 3 ຈັງຫວະ”.
ຊາວເຜົ່າເມື່ອງຢູ່ເມືອງ ກວັກອວາຍ, ແທັກເທິດ, ບາວີ ແລະ ໝີດຶກ ຍາມໃດກໍ່ຮັກສາ ແລະ ແຜ່ກະຈາຍສຽງຄ້ອງຢູ່ຕາມໝູ່ບ້ານ. ຍ້ອນການເຄື່ອນໄຫວຢ່າງສະເໝີ, ດັ່ງນັ້ນໃນຊຸມປີມໍ່ໆມານີ້ ບັນດາສະມາຊິກໃນສະໂມສອນກໍ່ເຄີຍພົບປະແລກປ່ຽນຢ່າງເປັນປະຈຳໃນບັນດາໂອກາດສະເຫຼີມສະຫຼອງ ຫຼື ວັນບຸນຂອງຊາດ ຫວຽດນາມ. ນາງ ຫວຽນທິແຈັງ ຫົວໜ້າສະໂມສອນຄ້ອງຕາແສງ ຝູໝານ ເມືອງ ກວັກອວາຍ ໃຫ້ຮູ້ວ່າ:
“ສຽງຄ້ອງເຜົ່າເມື່ອງ ກັງວານຂຶ້ນປຽບເໝືອນບົດດົນຕີຂອງບົດເພງ. ສຽງຄ້ອງໄດ້ນຳຄວາມເບີກບານມ່ວຍຊື່ນມາສູ່ທຸກໆຄົນໃນໂອກາດງານບຸນຕ່າງໆ. ຄ້ອງຊຸດໜຶ່ງກໍ່ສາມາດຕີໄດ້ທຸກໆບົດເພງຂອງເຜົ່າເມື່ອງ. ແຕ່ລະບົດເພງກໍ່ມີການສຽງແຕກຕ່າງກັນ ແລະ ນຳໃຊ້ໃນວັນບຸນທີ່ແຕກຕ່າງກັນອີກ. ບັນດາຜູ້ຕີຄ້ອງກໍ່ຮູ້ປະສານສົມທົບເຂົ້າກັນຈຶ່ງສາມາດສ້າງໃຫ້ມີບົດເພງທີ່ມ່ວນ ແລະ ເມື່ອຕີຄ້ອງກໍ່ຕ້ອງມີວິນຍານຈຶ່ງສາມາດໃຫ້ບົດດົນຕີມ່ວນໄດ້”.
ໃນຫຼາຍປີທີ່ຜ່ານມາ ພໍ່ແມ່ພີ່ນ້ອງເຜົ່າເມື່ອງຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງນະຄອນ ຮ່າໂນ້ຍ ໃນການເປີດຊຸດອົບຮົມຖ່າຍທອດ ແລະ ສອນຕີຄ້ອງຢູ່ບັນດາໝູ່ບ້ານ. ຜ່ານນັ້ນສຽງຄ້ອງເຜົ່າເມື່ອງຈະໄດ້ຮັບການຮັກສາໃນໂອກາດງານບຸນແຕ່ລະຄັ້ງ ຫຼື ມີເຫດການທີ່ສຳຄັນຂອງປະເທດຊາດປະກອບສ່ວນອະນຸລັກ ແລະ ເສີມຂະຫຍາຍພື້ນຖານວັດທະນະທຳ ຫວຽດນາມທີ່ຫຼາກຫຼານສີສັນ.
Ngoc Anh