ງານບຸນນາງຮາຍ - ການເຊື່ອຖືຂອງຊາວເຜົ່າໄຕຢູ່ແຂວງກາວບັ່ງ


(vovworld) - ງານ​ບຸນ​ນ່າງ​ຮາ​ຍ ຫຼື​ເອີ້ນ​ວ່າ​ແມ່​ພະຈັນ ຂອງ​ຊາວ​ເຜົ່າ​ໄຕ ຢູ່​ແຂວງ​ກາວ​ບັ່ງ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ, ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອຖືຕໍ່​ການຈະ​ເລີ​ນພັນຂອງ​ຊາວ​ຫວຽດບູຮານ. ງານ​ບຸນ​ນີ້​ໄດ້​ຮັບ​ການ​ກຳ​ເນີ​ດຈາກ​ການ​ດຳລົງ​ຊີວິດ, ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ​ຂອງ​ຊາວ​ກະ​ສີກ​ອນ​ໃນ​ເຂດ​ພູດ​ອຍ.

ງານບຸນນາງຮາຍ - ການເຊື່ອຖືຂອງຊາວເຜົ່າໄຕຢູ່ແຂວງກາວບັ່ງ - ảnh 1

ນາງສາວສອງຄົນນັ່ງຕິດກັບໝໍຜີ

ງານ​ບຸນ​ນາງ​ຮາ​ຍ ຂອງ​ຊາວ​ເຜົ່າ​ໄຕ​ ຢູ່​ແຂວງ​ກາວ​ບັ່ງ ​ເລີ່​ມດຳ​ເນີນ​ແຕ່​ເດືອນ​ຈຽງ ​ແລະ ​ແກ່ຍາວ​ເຖິງ​ກາງ​ເດືອນ​ສາມ (​ໄລ່​ຕາມ​ຈັນທະ​ປະຕິທິນ). ຕາມ​ຄວາມເຊື່ອ​ຖືຂອງ​ຊາວ​ເຜົ່າ​ໄຕ​ແລ້ວ, ​ໃນ​ດວງ​ຈັນ​ມີ​ແມ່​ພະຈັນ ​​ແລະ ​ເທວະ​ດາ 12 ນາງ​ທີ່​ເປັນ​ລູກ​ສາວ​ຂອງ​ແມ່. ​ແຕ່ລະ​ປີ​ແມ່​ພະຈັນ​ພ້ອມ​ກັບ​ບັນດາ​​ເທວະ​ດາລູກ​ສາວ​ຂອງ​ຕົນໄດ້​ຊ່ວຍປະຊາຊົນ​ໃນ​ໂລກ​ມະນຸດເບິ່ງ​ແຍງ​ດູ​ແລ, ປົກ​ປັກ​ຮັກສາ​​ການ​ຜະລິດ​ກະ​ສີ​ກຳ​​. ງານ​ບຸນ​ນາງ​ຮາ​ຍຖືກ​ຈັດ​ຂຶ້ນ, ດ້ວຍ​ຄວາມ​ໝາຍ​ເພື່ອ​ໃຫ້​ບັນດາ​ແມ່ ​ແລະ ນາງ​ສາວ​ຢູ່​ໂລກ​ສົງສານ​ຂຶ້ນ​ແດນ​ສະຫວັນ​ຕ້ອນຮັບ​ແມ່​ພະຈັນ ​ແລະ ບັນດາ​ເທວະ​ດາ​ລົງ​ສູ່​ໂລກ​ສົງສານ​ເພື່ອ​ຊ່ວຍ​ວຽກ​ງານ​ທຳ​ມາ​ຫາ​ກິນ, ລ້ຽງ​ຊີບ.

ງານ​ບຸນ​ນາງ​ຮາ​ຍ ຖືກ​ແບ່ງ​ເປັນ​ສາມ​ພາກນັ້ນ​ແມ່ນ: ພິທີ​ຕ້ອນຮັບ​ນາງ​ຮາ​ຍລົງ​ໂລກ​ມະນຸດ, ພິທີ​ພາວະນາ​ນາງ​ຮາ​ຍ ​ແລະ ພີ​ທີ​ສົ່ງ​ນາງ​ຮາ​ຍຂື້ນ​ແດນ​ສະຫວັນ. ກ່ອນ​ທີ່​ດຳ​ເນີນ​ງານ​ບຸນ, ຊາວ​ເຜົ່າ​ໄຕ ຕ້ອງ​ກະກຽມ​ເຄື່ອງ​ຂອງ​ບູຊາ​ຢ່າງ​ຄົບ​ຖ້ວນ ​ແລະ ຈັດ​ວາງ​ບ່ອນ​ບູຊາ​ໃນ​ເຮືອນຮ້ານ, ຫໍ​ບູຊາ​ເຈົ້າດິນ ​ແລະ​ ຕູບ​ຮາ​ຍ. ຢູ່​ອ້ອມ​ເຮືອນຂອງ​ຊາວ​ເຜົ່າ​ໄຕ ມີຫໍ​ບູຊາ ເຈົ້າດິນຫຼາຍ​ແຫ່ງ. ​ເທິງ​ເສົາ​ຫໍ​ບູຊາເຈົ້າດິນຕິດ​ເຈ້ຍ​ສີ​ແດງ​ດ້ວຍ​ໜັງສື​ເປັນ​ພາສາ​ຈີນ​ທີ່​ມີ​ເນື້ອ​ໃນ​ວ່າ: ​ເທວະ​ດາເຈົ້າດິນຢູ່​ທີ່​ນີ້, ມະນຸດ​ຈະ​ເລີ​ນ, ສັດສາ​ວາ​ສິ່ງ​ກໍ່​ຈະ​ເລີ​ນ ​ແລະ ສະຫງົບ​ສຸກ​ເຊັ່ນ​ກັນ. ຕໍ່ໜ້າ​ເຮືອນ​ຂອງ​ຊົນ​ເຜົ່າ​ໄຕ​ມີຕູບ​ຮາ​ຍ, ​ໃນ​ນັ້ນ​ປູ​ສາດ, ປະດັບ​ປະດາ​ດ້ວຍ​ຕົ້ນ​ໄມ້​ໃບ​ຫຍ້າ... ປ້າ​ລື​ວທິມາຍ​ລຽນ, ຊາວ​ເຜົ່າ​ໄຕ​ຢູ່​ແຂວງ​ກາວ​ບັ່ງ, ​ໃຫ້​ຮູ້​ວ່າ:

ສຳລັບ​ເຈົ​້າດິນແມ່ນ​ຕ້ອງ​​ບູຊາດ້ວຍ​ໝູ​ນ້ອຍ​ໂຕ​ໜຶ່ງ. ນອກ​ນັ້ນ​ຍັງ​ມີ​ໄກ່​ໂຕ​ໜຶ່ງ ​ແລະ ​ເຂົ້າໜຽວ​ກຳ່. ກ່ອນ​ນີ້, ພິທີ​ບູຊາ​ຖືກ​ແກ່ຍາວ​ຕະຫຼອດ​ເດືອນ, ​ແຕ່​ປະຈຸ​ບັນ​ມີ​ແຕ່​ດຳ​ເນີນ​ໃນ​ສາມ​ວັນ​ເທົ່າ​ນັ້ນ. ຄອບຄົວ​ໃດ​ກໍ່​ຕ້ອງ​ປະກອບ​ເຂົ້າໜຽວ​ກຳ່, ຜູ້​ລະ​ຖ້ວຍ​. ສ່ວນ​ເຮືອ​ແມ່ນ​ສັນຍາ​ລັກ​ໃຫ້​ແກ່​ການ​​ເດີນທາງຂ້າມ​ທະ​ເລ, ​ແມ່​ນຳ້ຂອງ​ແມ່​ພະຈັນ “.

ງານບຸນນາງຮາຍ - ການເຊື່ອຖືຂອງຊາວເຜົ່າໄຕຢູ່ແຂວງກາວບັ່ງ - ảnh 2

ເທວະດາລູກຂອງແມ່ພະຈັນ 12 ຄົນລຽນເປັນສອງແຖວ

​ໃນ​ພິທີ, ໝໍ​ຜີ​ນຸ່ງ​ເສື້ອ​ສີ​ແດງ, ຖື​ໝວກ​ສີ​ແດງ, ຂັບ​ບູຊາ​ດ້ວຍ​ພາສາ​ໄຕ​ຕໍ່ໜ້າ​ແທ່ນ​ບູຊາ​ບັນພະບຸລຸດ. ທາງ​ຫຼັງ​ໝໍ​ຜີ​ແມ່ນນາ​ງສາວ 14 ຄົນ, ມື​ຖື​ວີ​ດ້ວຍ​ເຈ້ຍ. ​ໃນ​ນັ້ນ​ມີນາ​ງສາວ​ 2 ຄົນ​ແມ່ນ​ນັ່ງ​ມໍ່​ກັບ​ໝໍ​ຜີ, ​ວາງມື​ເທິງ​ຫົວ​ເຂົ່າ​, ຕາ​ມຸ່ງ​ໃສ່​ແທ່ນ​ບູຊາ, ວີ​ສອງ​ອັນ​ແບ​ອອກ​ ວາງ​ຢູ່​ຕໍ່ໜ້າ. ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ໄຕ, ນີ້​ແມ່ນ​ສາວ​ຍັງ​ສົດ​ສອງ​ຄົນ​ທີ່​ເປັນ​ສັນຍາ​ລັກ​ໃຫ້​ນ່າງ​ຮາ​ຍ. ສ່ວນ​ສາວ​ທີ່​ຍັງ​ເຫຼືອ 12 ຄົນ​ນຸ່ງ​ເສື້ອ​ສີ​ຄາມ, ຖື​ເກີບ​ຜ້າ​ຂີ້ງາ, ລຽນ​ເປັນ​ສອງ​ແຖວ. ຄຽງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​​​ແມ່​ເຖົ້າ​ຜູ້​ໜຶ່ງ, ​ເປັນ​ຜູ້​ແນະນຳ​ໃຫ້​ນາງສາວ 14 ຄົນ​ດຳ​ເນີນ​ພິທີ​ເຊີນ, ຕ້ອນຮັບ​ນາງ​ຮາ​ຍ. ​ແມ່​ເຖົ້າ​ຜູ້​ນີ້​ຕ້ອງ​ແມ່ນ​ຄົນ​ຂັບ​ມ່ວນ, ຄອບຄົວ​ມີ​ຄວາມ​ຜາ​ສຸກ, ​ແລະ​ຮູ້​ດີ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ໄຕ.

​ເລີ່​ມຕົ້ນພິທີ, ໝໍ​ຜີຈະ​ສວດ​ພາວະນາ, ຫຼັງ​ຈາກ​ນັ້ນ​ນາງ​ສາວ​ສອງ​ຄົນ​ມື​ຖື​ວີ​, ນັ່​ງ​ແບບ​ເຂົ້າ​ຊົງ​ ​ແລະ ຂັບ​ຮ້ອງ​ເພື່ອ​ເຊີນ​ນາງຮາຍລົງ​ໂລກ​ມະນຸດ. ດຣ. ຫງວຽນ​ທິອຽນ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ, ອະທິບາຍ​ວ່າ:

ງານ​ບຸນ​ນາງ​ຮາ​ຍຄື​ກັນກັບ​ງ​ານບຸນ​ລົງ​ທົ່ງ, ​ແຕ່​ດ້ວຍ​ຮູບ​ການ​ເຂົ້າ​ຊົງ, ​ບັນດາ​ເທວະ​ດາ​ພະຈັນຈະ​ເຂົ້າຊົງນາງ​ສາວ 12 ຄົນ​ ​ແລະ ນາງ​ສາວ​ເຫຼົ່າ​ນີ້​ຈະ​ຂັບ​ຮ້ອງບົດ​ເພງ​ຕ່າງໆ​ແລ້ວ​ຂຶ້ນ​ແດນ​ສະຫວັນ​ພົບ​ແມ່​ພະຈັນ​ເພື່ອ​ຂໍ​ແນວ​ພັນ​ປູກ, ຂໍ​ຄວາມ​ຜາ​ສຸກ, ຂໍ​ມີ​ອາຍຸ​ຍື່ນ, ຂໍ​ຄວາມ​ຮັກ... ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ສະ​ແດງ​ອອກ​ໃນ​ບົດ​ເພງ.

ພາຍຫຼັງ​ພິທີ​ເຊີນ​ນາງ​ຮາ​ຍລົງ​ໂລກ​ມະນຸດ​ທີ່​ດຳ​ເນີນ​ໃນ​ເຮືອນ​ແລ້ວ, ໝໍ​ຜີ​ຈະ​ພາ​ນາງ​ຮາ​ຍ ​ແລະ ນາງ​ສາວ 12 ຄົນ​ໄປ​ຍັງ​ຫໍ​ບູຊາ​ເຈົ້າ​ດິນ​ຂອງ​ບ້ານ​ເພື່ອ​ລາຍ​ງານ​ຕໍ່ອໍລະຫັນບ້ານ, ພາວະນາ​ຂໍ​ໄດ້​ຕ້ອນຮັບ​ແມ່​ພະຈັນ​ລົງ​ໂລກ​ມະນຸດ. ຕໍ່​ຈາກ​ນັ້ນ​ບັນດາ​ນາງ​ສາວ​ຈະ​ຖືກ​ພາ​ໄປ​ຕູບ​ບູຊາ​ຢູ່​ກາງ​ແຈ້ງ, ບ່ອນ​ທີ່​ແມ່​ເຖົ້າ ​ແລະ ໝໍ​ຜີ​ທຳ​ພິທີ​ບູຊາ​ແມ່​ພະຈັນ. ໝໍ​ຜີ​ພາວະນາ​ກ່ອນ, ​ແມ່​ເຖົ້າ​ຂັບ​ຕາມ​ຫຼັງ ​ແລະ ນາງ​ສາວ 12 ຄົນ​ພ້ອມ​ກັບ​ຂັບ​ຮ້ອງ​ຕາມ​ແມ່​ເຖົ້າ.

ການ​ເຊີນ​ແມ່​ພະຈັນ​ລົງ​ໂລກ​ມະນຸດບໍ່​ແມ່ນ​ເລື່ອງ​ງ່າຍ, ຕ້ອງ​ຂັບ​ເຊີນ​ເຖິງ​ສາມ​ເທື່ອ​ແມ່​ພະຈັນ​ຈຶ່ງ​ເຫັນ​ດີ​ລົງ​ໂລກ​ມະນຸດ​ເພື່ອ​ຊ່ວຍ​ປະຊາຊົນ ພາວະນາ​ໃຫ້​ມີ​ຄວາມສຸກ ​ແລະ ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ.

ງານບຸນນາງຮາຍ - ການເຊື່ອຖືຂອງຊາວເຜົ່າໄຕຢູ່ແຂວງກາວບັ່ງ - ảnh 3

ໄປຂໍແມ່ພະຈັນແນວພັນປູກ ແລະ ຂໍຄວາມສຸກ

ພາຍຫຼັງ​ພິທີພາວະນາ​ ສິ້ນ​ສຸດ​ລົງ, ​ເທວະ​ດາລູກ​ຂອງ​ແມ່​ພະຈັນ 12 ຄົນ​ຈະ​ມ້າງ​ຕູບ​ອອກ ​ແລະ ຂໍ​ລາຊາ​ວບ້ານ​ດ້ວຍ​ບົດ​ເພງ​ຕັກ​ເຕືອນ, ນັດ​ພົບ​ກັນ​ໃນ​ປີໜ້າ. ສຸດ​ທ້າຍ, ໝໍ​ຜີ ​ແລະ ​ແມ່​ເຖົ້າ​ຈະ​ພາ​ແມ່​ພະຈັນ ​ແລະ ຊາວບ້ານ​ໄປ​ຍັງ​ຝັ່ງ​ແມ່​ນຳ້​, ທັງ​ໄປ​ທັງ​ຂັບ​ຮ້ອງ ​ແລ້ວ​ປ່ອຍ​ເຮືອ​ທີ່​ເປັນ​ສັນຍາ​ລັກ​ແຫ່ງ​ກຳລັງ​ແຮງຂອງ​ແມ່​ພະຈັນ​ໃນ​ການ​​ຂ້າມ​ທະ​ເລລົງ​ແມ່​ນຳ້. ສ່ວນ​ແມ່​ພະຈັນ​ທັງ​ຢືນ​ເທິງ​ຝັ່ງ​ແມ່​ນຳ້, ທັງ​ຈີກ​ວີ​ອອກ​ແລ້ວ​ແກວ່ງ​ໃຫ້​ທຸກ​ຄົນ. ຜູ້​ໃດ​ຈັບ​ວີ​ໄດ້​ກໍ່​ຮ້ອງ​ໂຮ​ດ້ວຍ​ຄວາມ​ຊື່ນ​ຊົມ. ປ້າ ລື​ວທິມາຍ​ລຽນ, ອະທິບາຍ​ວ່າ:

​ເຮັດ​ຄື​ແນວ​ນັ້ນ​ແມ່ນ​ເພື່ອ​ມອບ​ໂຊກ​ໝານ​ໃຫ້​ແກ່​ຊາວບ້ານ, ຜູ້​ໃດ​ຈັບ​ໄດ້ຫຼາຍ, ຜູ້​ນັ້ນ​ຈະ​ມີ​ໂຊກ​ຫຼາຍ“.

ກ່ອນ​ນີ້, ການ​ຜະລິດ​ກະ​ສີ​ກຳ​ຂອງ​ຊາວ​ເຜົ່າ​ໄຕ​ແມ່ນ​ຂຶ້ນ​ກັບ​ທຳ​ມະ​ຊາດ, ດັ່ງ​ນັ້ນ​ປະຊາຊົນ​ຍາມ​ໃດ​ໃດ​ກໍ່​ປາຖະໜາຢາກ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ຄອບຄົວ​ມີ​ຄວາມ​ຜາ​ສຸກ. ງານ​ບຸນ​ນາງ​ຮາ​ຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ໄຕ, ສະ​ແດງ​ໃຫ້​ເຫັນ​ຄວາມ​​ເຊື່ອ​ຖື​ຕໍ່​ກຳລັງ​ອະພິທຳ​ມະ​ຊາດ, ດ້ວຍ​ຄວາມ​ສຳນຶກ​ທີ່​ອຸດົມສົມ​ບຸນ ​ແລະ ຮູບ​ການສະ​ແດງ​ທີ່​ເປັນ​ເອກະລັກ​ສະ​ເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ