ງານບຸນພາວະນາຂໍຄວາມຢູ່ເຢັນເປັນສຸກຂອງຊາວເຜົ່າບານາ


(vovworld) - ພິທີ​ພາວະນາ​ຂໍ​ຄວາມຢູ່​ເຢັນ​ເປັນ​ສຸກ​ ຫຼື​ເອີ້ນ​ວ່າ puh ho drih, ​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອມາ​ແຕ່​ບູຮານ, ງານ​ບຸນ​ກ່ຽວຂ້ອງ​ເຖິງ​ມະນຸດ ​ແລະ ລະດູ​ການ​ເກັບ​ກ່ຽວ ​ເຊິ່ງຖືກ​ຈັດ​ຂຶ້ນ​ດ້ວຍ​ຄວາມ​ປາດຖະໜາ​ຢາກ​ໃຫ້​ຊາວບ້ານມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ອິ່ມໜຳສຳລານ, ຢູ່​ເຢັນ​ເປັນ​ສຸກ, ຫຼີກ​ເວັ້ນສົງຄາມ, ​ໂລກລະບາດ, ຍູ້ໂຊກ​ຮ້າຍ, ​ໄພພິບັດ​ໃຫ້​ຖອຍ​ໄປ

ງານບຸນພາວະນາຂໍຄວາມຢູ່ເຢັນເປັນສຸກຂອງຊາວເຜົ່າບານາ - ảnh 1

ງານ​ບຸນ​ພາວະນາ​ຂໍ​ໃຫ້ຊີວິດ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ຊາວ​ເຜົ່າ​ບາ​ນາຢູ່ແຂວງຢາລາຍ

        ງານ​ບຸນ​ພາວະນາ​ຂໍ​ໃຫ້ຊີວິດ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ຊາວ​ເຜົ່າ​ບາ​ນາ

ທີ່​ຈັດ​ຂຶ້ນ​ຢູ່​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວບັນດາ​ເຜົ່າ​ຫວຽດນາມ (​ດົ່ງ​ໂມ, ​ເຊີນ​ໄຕ, ຮ່າ​ໂນ້ຍ) ຫວ່າງ​ແລ້ວ​ນີ້​, ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ຫຼວງ​ຫຼາຍ​ວ່າ​ແມ່ນ​ງານ​ບຸນ​ທີ່​ມີ​ຊີວິດ​ຊີວາ ​ແລະ ​ເປັນ​ເອກະລັກ​ສະ​ເພາະ. ງານ​ບຸນ​ນີ້​ຖືກ​ຈັດ​ຂຶ້ນ​ໃນ​ຂອບ​ເຂດ​ຊຸມ​ວັນ “ມະຫາ​ສາມັກຄີ​ອາ​ຊຽນ - ວິ​ໄສ​ທັດ, ສີສັນ, ປະຊາ​ຄົມ​ດຽວ“ ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ​ ຈັດ​ຕັ້ງ​ແຕ່​ວັນ​ທີ 20-24/11. ຕາມ​ປົກກະຕິ, ງານ​ບຸນ​ນີ້​ຖືກ​ຈັດ​ຂຶ້ນ​ໃນ​ເດືອນ 11, 12, ພາຍຫຼັງການ​ເກັບ​ກ່ຽວ​ສຳ​ເລັດ. ນັກ​ສິລະ​ປະການ ອາ​ທຸດ, ຢູ່​ຕາ​ແສງ​ເຮີ​ມອງ, ​ເມືອງ​ຊາ​ໄທ່, ​ແຂວງ​ກອນ​ຕຸ​ມ, ​ໃຫ້​ຮູ້​ວ່າ. ນີ້​ແມ່ນ​ງານ​ບຸນ​ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ງານ​ບຸນ​​ເລີ່​ມມາຈາກ​ເຫດ​ໝູ່​ບ້ານ​ຊາວ​ເຜົ່າ​ບາ​ນາ ຖືກ​ໂລກລະບາດ, ​ເຮັດ​ໃຫ້​ຊາວ​ບ້ານ​ຫຼາຍ​ຄົນ​ເສຍ​ຊີວິດ, ດັ່ງ​ນັ້ນ​ປະຊາຊົນ​ຈຶ່ງ​ຈັດ​ພິທີ​ບູຊາ​ເທວະ​ດາ, ພາວະນາ​ຂໍ​ໃຫ້​ເທວະ​ດາ​ຍູ້​ຜີ​ສາງ​ໃຫ້​ຖອຍ​ໄປ. ນັກ​ສິລະ​ປະການ ອາ​ທຸດ, ​ໃຫ້​ຮູ້​ວ່າ:

        “ງານ​ບຸນນີ້ ​ເພື່ອ​ພາວະນາ​ເທວະ​ດາຟ້າ​ແຖນຂໍ​ໃຫ້​ມີ​ສຸຂະພາບ​ເຂັ້ມ​ແຂງ, ຍູ້​ໂລກ​ພະຍາດ, ​ໂຊກ​ຮ້າຍ​ອອກ​ຈາກ​ບ້ານ. ຊາວບ້ານ​ມີ​ສຸຂະພາບ​ເຂັ້ມ​ແຂງ​ເພື່ອ​ເຮັດ​ໄຮ່​ເຮັດ​ນາ, ປູກ​ສາລີ, ມັນ, ລ້ຽງງົວ, ຄວາຍໃຫ້​​ຫຼາຍ, ​ເຮັດ​ໃຫ້ຊີວິດ​ຂອງ​ປະຊາຊົນອິ່ມໜຳສຳລານ, ​ເພື່ອກໍ່ສ້າງ​ບ້ານ​ໃຫ້​ນັບ​ມື້​ນັບ​ພັດທະນາ ​ແລະ ຈົບງາມ​ກວ່າ “.​

ງານບຸນພາວະນາຂໍຄວາມຢູ່ເຢັນເປັນສຸກຂອງຊາວເຜົ່າບານາ - ảnh 2

ງານບຸນຖືກຈັດຂຶ້ນດ້ວຍຄວາມໝາຍຂັບໄລ່ໂຊກຮ້າຍ ແລະ ໂລກພະຍາດອອກຈາກບ້ານ

        ກ່ອນ​ຈັດ​ງານ​ບຸນ, ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ໃນ​ບ້ານ​ຕ້ອງຊີ້​ນຳ​ໃຫ້​ປະຊາຊົນ​ໃນ​ບ້ານ​ເຮັດອະນາ​ໄມ​ທາງ​ໄປ​ຢ່າງ​ສະອາດ, ສ້ອມ​ແປງ​ເຮືອນ​ຣົງ, ທ່າ​ນຳ້, ກະກຽມ​ຫຸ່ນ​ເຮັດ​ດ້ວຍ​ວັດຖຸ​ທີ່​ມີ​ຢູ່​ແລ້ວ​ໃນ​ທຳ​ມະ​ຊາດ ຫຼື​ຈາກ​ຜະລິດ​ຕະພັນ​ກະ​ເສດ. ​ໂດຍ​ອີງ​ໃສ່​ເງື່ອນ​ໄຂ​ເສດຖະກິດ, ປະຊາຊົນ​ໃນ​ບ້ານ​ຈະ​ຈັດ​ພິທີ​ບູຊາ​ເທວະ​ດາ​ຟ້າ​ແຖນທີ່​ເໝາະ​ສົມກັບ​ຄວາມ​ສາມາດ​ຂອງ​ຕົນ. ຕາມ​ປົກກະຕິ, ​ເຄື່ອງ​ຂອງ​ບູຊາ​ເທວະ​ດາຟ້າ​ແຖນ​ຂອງ​ຊົນ​ເຜົ່າ​ບາ​ນາ​ແມ່ນ​ງົວ, ໝູ, ​ແບ້, ​ໄກ່... ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຊາວ​ເຜົ່າ​ບາ​ນາ​ເຄີຍ​ບູຊາ​ດ້ວຍ​ໂຕ​ແບ້. ຕາມ​ທັດສະນະ​ຂອງ​ເຂົາ​ເຈົ້າ​ແລ້ວ, ​ແບ້​ແມ່ນ​ສັດ​ທີ່​ມີ​ສັກສິດ, ​ແມ່ນ​ອ້າຍ​ຂອງ​ສັດທຸກ​ປະ​ເພດ​​ໃນ​ບ້ານ. ​ໃນ​ວັນ​ບຸນ, ສະມາຊິກ​ທັງ​ໝົດ​ໃນ​ບ້ານ​ລ້ວນ​ແຕ່​ເຕົ້າ​ໂຮມ​ຢູ່​ຕໍ່ໜ້າ​ເຮືອນຣົງ​ເພື່ອ​ທຳ​ພິທີ​ບູຊາ​ພາວະນາເທວະ​ດາຟ້າ​ແຖນ. ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ເປັນ​ເຈົ້າ​ພິທີ. ​​ເຂົາ​ເຈົ້າ​ກຳ​ເຂນ, ງ້າວ​ນຳ​ໜ້າ, ຄຽງ​ຂ້າງ​ນັ້ນ​ແມ່ນ​ຊາວ​ໜຸ່ມ​ຜູ້​ໜຶ່ງ​​ໃຊ້​ໜ້າ​ກາກ, ກຳ​ງ້າວ , ຖັດມາ​ແມ່ນ​ຊາວໜຸ່ມອີກ 4 ຄົນຖືຫຸ່ນ, ຈາກ​ນັ້ນ​ແມ່ນ​ນາງ​ສາວ 2 ຄົນ​ກຳ​ກິ່ງໄມ້​ຊະນິດ​ໜຶ່ງ, ສຸດທ້າຍ​ແມ່ນ​ກອງ​ຄ້ອງ ​ແລະ ​ໄປ​ຕາມ​ຫຼັງ​ແມ່ນ​ຊາວບາ​ນາ​ທຸກ​ຄົນ​. ຈຸດ​ເວລາ​ສຳຄັນ​ທີ່​ສຸດນັ້ນ​ແມ່ນ​ເວລາ​ທີ່​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ທຳ​ພິທີ​ພາວະນາ​ເທວະ​ດາຟ້າ​ແຖນ, ​ໃນ​ສຽງ​ຄ້ອງ​ທີ່ດັງ​ກ້ອງ​ກັງ​ວ່າ​ນນັ້ນ ​ແມ່ນ​ສຽງ​ຮ້ອງ​ຂັບ​ໄລ່​ຜີ​ສາງ​ຂອງ​ຊາວບ້ານ. ພາຍຫຼັງ​ພິທີ, ປະຊາຊົນ​ຈະ​ກັບ​ມາ​ເຕົ້າ​ໂຮມ​ຢູ່​ເຮືອນຣົງ​ແລ້ວ​ພ້ອມ​ກັນ​ຕີ​ຄ້ອງ, ສະ​ແດງ​ຊຸດ​ອາພອນ​ທີ່​ເປັນ​ມູນ​ເຊື້ອ, ດື່ມ​ເຫຼົ້າ​ໄຫ, ຮັບ​ປະທານ​ອາຫານ ​ແລະ ຂັບ​ຮ້ອງ​ເພງ​ພື້ນ​ເມືອງ. ພາຍຫຼັງ​ຊົມ​ພິທີ​ງານ​ບຸນ, ທ່ານ ມາ​ເລ, ຊາວ​ຊົນ​ເຜົ່າ​ບາ​ນາ, ປະຈຸ​ບັນ​ພວມ​ດຳລົງ​ຊີວິດ​ຢູ່​ຮ່າ​ໂນ້ຍ ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ໄດ້​ອອກ​ຈາກ​ບ້ານ​ເກີດ​ແຕ່​ເວລາ​ຍັງ​ນ້ອຍ, ດັ່ງ​ນັ້ນ​ເມື່ອ​ໄດ້​ຊົມ​ວາດ​ຟ້ອນ​ ​ແລະ ສຽງ​ຄ້ອງຂ້າພະ​ເຈົ້າ​ນິຍົມ​ຫຼາຍ. ພິທີ​ງານ​ບຸນກໍ່​​ດຳ​ເນີນ​ໄປຢ່າງ​ຖືກຕ້ອງ​ຕາມ​ປະ​ເພນີຂອງ​ຊາວ​ເຜົ່າ​ບາ​ນາ.

ງານບຸນພາວະນາຂໍຄວາມຢູ່ເຢັນເປັນສຸກຂອງຊາວເຜົ່າບານາ - ảnh 3

ງານບຸນຖືກຈັດຂຶ້ນໃນສຽງຄ້ອງທີ່ດັງກ້ອງກັງວານ

        ງານ​ບຸນ​ພາວະນາ​ຂໍ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ຊາວ​ເຜົ່າ​ບາ​ນາ​ທີ່​ຈັດ​ຂຶ້ນ​ຢູ່​ບ້ານ​ວັດທະນະທຳ​ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ​ ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້ສ່ອງ​ແສງ​ໃຫ້​ເຫັນ​ຊີວິດ​ດ້ານ​ວັດທະນະທຳ​ທີ່​ອຸດົມສົມ​ບຸນ​ຂອງ​ຊາວ​ເຜົ່າ​ບາ​ນາ, ອັນ​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ໃຫ້​ແກ່​ຜູ້​ຊົມ. ອ້າຍ​ ຫງວຽນ​ຮົ່ງຫວຽດ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ​ ເວົ້າ​ວ່າ:

        “ຂ້າພະ​ເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ​ຕໍ່​ງານ​ບຸນ​ນີ້​ຫຼາຍ, ​ເພາະວ່າ​ຜ່ານ​ງານ​ບຸນ, ຜູ້​ຊົມ​ສາມາດ​ເຂົ້າ​ໃຈ​ໄດ້​ຊີວິດ​ຂອງ​ຊາວ​ເຜົາ​ບາ​ນາ ​ໃນ​ຕົ້ນ​ສະຕະວັດ​ກ່ອນ. ມາ​ຮອດ​ປະຈຸ​ບັນ, ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ໄດ້​ເສຍ​ຫາຍ​ໄປ, ​ແຕ່​ງານ​ບຸນ​ນີ້​ໄດ້​ເຮັດ​ໃຫ້​ຜູ້​ຊົມເຂົ້າ​ໃຈ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ບໍ່​ເຄີຍ​ຮູ້ໃນ​ອະດີດຕະການ“.

        ປະຈຸ​ບັນ, ບັນດາ​ງານ​ບຸນ​ຂອງ​ຊາວ​ເຜົ່າ​ບາ​ນາ ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ດ້ານ​ຈິດ​ວີນຍານ​ທີ່​ເປັນ​ມູນ​ເຊື້ອ ​ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ດິນ​ຟ້າ​ ​ເຊິ່ງໄດ້​ອຳນວຍ​ຄວາມ​ສະດວກ​ເພື່ອ​ເຮັດ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ເຜົ່າ​ບາ​ນາ​ລະ​ຫຼິ້ນ, ຕີ​ຄ້ອງ, ດື່ມ​ເຫຼົ້າ​ໄຫ​ອີກ​ດ້ວຍ... ງານ​ບຸນ​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ເຜົ່າ​ບາ​ນາ​ສະ​ແດງ​ຄວາມ​ສາມັກຄີ, ປະກອບສ່ວນ​ສຶກສາ​ລູກ​ຫຼານ​ອະນຸລັກ​ຮັກສາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ສ້າງ​ຄວາມ​ຮັ່ງມີ​ຕື່ມ​ອີກ​ໃຫ້​ແກ່​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຜ່າ​ບາ​ນາ​ໃນ​ປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ