ງານບຸນພາວະນາຂໍໃຫ້ຝົນຕົກຂອງຊາວເຜົ່າໂລໂລໃນເຂດພູພຽງຫີນຮ່າຢາງ

ງານບຸນພາວະນາຂໍໃຫ້ຝົນຕົກຂອງຊາວເຜົ່າໂລໂລໃນເຂດພູພຽງຫີນຮ່າຢາງ - ảnh 1
ງານບຸນພາວະນາຂໍໃຫ້ຝົນຕົກ
ຂອງຊາວເຜົ່າໂລໂລໃນເຂດພູພຽງຫີນຮ່າຢາງ
(ພາບ: dulichhagiang)

(vovworld) - ຊາວ​ເຜົ່າ​ໂລ​ໂລ​ ມີ​ຫຼາຍ​ງານ​ບຸນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຄື ງານ​ບຸນ​ລະດູບບານ​ໃໝ່, ງານ​ບຸນ​ເກັບ​ສາລີ, ງານ​ບຸນ​ພາວະນາ​ຂໍ​ໃຫ້​ຝົນຕົກ. ງານ​ບຸນ​ພາວະນາ​ຂໍ​ໃຫ້​ຝົນຕົກຂອງ​ຊາວ​ເຜົ່າ​ໂລ​ໂລ ຢູ່​ເມືອງ​ແມ່ວວາກ, ​ແຂວງ​ຮ່າ​ຢາງ ​ແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ນີ້​ບໍ່​ແມ່ນ​ການ​ເຫຼື້ອ​ມໃສ​ເຊື່ອ​ຖື​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ເຜົ່າ​ໃນ​ບໍລິ​ເວນທຸກ​ຄົນ​ພົບ​ປະ, ​ໂອ້​ລົມ​ກ່ຽວ​ກັບ​ເລື່ອງ​ວຽກ​ເຮັດ​ງານ​ທຳ, ຄວາມ​ຮັກ​ລະຫວ່າງ​ບ່າວ​ສາວ... ​ໃນ​ລາຍການ 54 ຊົນ​ເຜົ່າ​ຫວຽດນາມ​ ພາກ​ນີ້, ​ເຊີນ​ທ່ານ​ຮັບ​ຟັງບົດ​ຂຽນ “ງານ​ບຸນ​ພາວະນາ​ຂໍ​ໃຫ້​ຝົນຕົກຂອງ​ຊາວ​ເຜົ່າ​ໂລ​ໂລ​ ໃນ​ເຂດ​ພູ​ພຽງ​ຫີນ​ຮ່າ​ຢາງ“ ຂອງ​ວິ້ງ​ຟອງ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ.

        ຊາວ​ເຜົ່າ​ໂລ​ໂລ​ ຈັດ​ຕັ້ງງານ​ບຸນ​​ພາວະນາ​ຂໍ​ເທວະ​ດາບັນດານ​ໃຫ້​ຝົນຕົກ, ດິນ​ຟ້າ​ອາກາດ​ອຳນວຍ​ຄວາມ​ສະດວກ, ຊີວິດ​ມີ​ຄວາມສົມ​ບຸນ​ພູນ​ສຸກ. ງານ​ບຸນ​ພາວະນາ​ຂໍ​ໃຫ້​ຝົນຕົກ ​ເຄີຍ​ຈັດ​ຕັ້ງ​ໃນ​ເດືອນ 3, ​ໄລ່​ຕາມ​ຈັນທະ​ປະຕິ​ທິນ ຢູ່​ເຂດ​ດຳ​ເນີນ​ຊີວິດຂອງ​ປະຊາ​ຄົມ. ທ່ານ ຫຼໍ່​ຊີ​ປ໋າວ, ​ເຈົ້າ​ບ້ານ ສູງ​ປາ​ອາ, ​ເທດສະບານ ​ແມ່ວວາກ, ​ເມືອງ​ແມ່ວວາກ, ​ໃຫ້​ຮູ້​ວ່າ:

        “ຮອດ​ເດືອນ 3 ​ໄລ່​ຕາມ​ຈັນທະ​ປະຕິທິນ​ຖ້າ​ເຫັນ​ວ່າຝົນ​ບໍ່​ຕົກ​ຊາວ​ເຜ່ົາ​ໂລ​ໂລກໍ່​ຈັດ​ງານ​ບຸນ​ພາວະນາ​ຂໍ​ໃຫ້​ຝົນຕົກ​ໃນ​ວັນ​ທີ 13/3. ພາຍຫຼັງ​ຝົນຕົກ​ເຂົາ​ເຈົ້າ​ຈຶ່ງ​ທຳ​ການ​ຜະລິດ​ໄດ້. ​ເພື່ອ​ຈັດ​ງານ​ບຸນ​ຕ້ອງມີການ​ປະກອບສ່ວນ​ຂອງ​ທຸກ​ຄົນຈຶ່ງ​ໄດ້​ຮັບ​ຜົນ, ຖ້າ​ບໍ່ມີ​​ການ​ປະກອບສ່ວນ​ຂອງ​ທຸກ​ຄົນ​ຝົນ​ຈະ​ບໍ່​ຕົກ“.

        ​ໃນ​ງານ​ບຸນ, ​ເຄື່ອງ​ຂອງ​ບູຊາ​ລວມມີ: ​ໄກ່ຜູ້ 1 ​ໂຕ, ໝາ 2 ​ໂຕ, ດາບ​ໄມ້​ຫຼື​ເຫຼັກ 1 ອັນ, ນ້ຳ, ​ເຫຼົ້າ; ​ໂຖ​ປັກ​ທູບດ້ວຍ​ໄມ້​ໄຜ່ ທີ່​ເປັນ​ສັນຍາ​ລັກ​ໃຫ້ 4 ທິດ, ​ເງິນ​ຄຳ​ດ້ວຍ​ເຈ້ຍ, ​ໃນ​ນັ້ນ​ກອງ​ທອງ ​ແລະ ຊໍ​ແມ່ນ​ຂາດ​ບໍ່​ໄດ້. ກອງ​ທອງ​ເປັນ​ສັນຍາ​ລັກ​ໃຫ້​ໂລກ​ຈັກກະວານ. ​ໂດຍ​ເລີ່​ມມາ​ຈາກ​ຄວາມ​ສຳນຶກ​ທີ່​ວ່າ ຟ້າ​ເປັນ​ພໍ່, ​ແມ່​ເປັນ​ດິນ, ​ເຂົາ​ເຈົ້າ​ຖື​ພະ​ອາທິດ​ແມ່ນ​ໃຈກາງ​ຂອງ​ໂລກ​ຈັກ​ວານ. ​ໃນ​ພິທີ​ບູຊາ​ຟ້າ, ງານ​ບຸນ​ພາວະນາ​ຂໍ​ໃຫ້​ຝົນຕົກ, ຊາວ​ເຜົ່າ​ໂລ​ໂລ​ ລ້ວນ​ແຕ່​ໃຊ້​ກອງ. ກອງ​ຊຸດ​ໜຶ່ງ​ລວມມີ 2​ ອັນ: ກອງ​ຜູ້ ​ແລະ ກອງ​​ແມ່. ສ່ວນ​ຊໍ​ຂອງ​ຊາວ​ເຜົ່າ​ໂລ​ໂລ​ ແມ່ນ​ໃຫຍ່​ທົບ 3 – 4 ​ເທົ່າ​ເມື່ອ​ທຽບ​ໃສ່​ຊໍ​ຂອງ​ຊົນ​ເຜົ່າ​ອື່ນໆ. ພິທີ​ໃນ​ງານ​ບຸນ​ຕ້ອງ​ດຳ​ເນີນ​ໃນ​ເວລາ​ເກືອບ 2 ຊົ່ວ​ໂມງ.

        ​ເລີ່​ມຕົ້ນ​ງານ​ບຸນ, ບັນດາ​ຜູ້​ຊ່ວຍ​ວຽກ​ຈະ​ນຳ​ເອົາ​ເຄື່ອງ​ຂອງ​ບູຊາ​ມາ​ຈັດ​ວາງ​ຢູ່​ບ່ອນ​ທຳ​ພິທີ. ໝໍ​ຜີ​ຈະ​ເຊີນ​ເທວະ​ດາ​ຟ້າ​ແຖນ​ທັງ 4 ທິດ​ມາ​ເປັນ​ສັກຂີ​ພິຍານ ​ແລະ ບັນດານ​ໃຫ້​ດິນ​ຟ້າ​ອາກາດ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ການ​ປູກຝັງ​ໄດ້​ຮັບ​ຝົນ​ດີ. ທ່ານ ຫຼໍ່​ຊີ​ປ໋າວ, ​ໃຫ້​ຮູ້​ວ່າ:

        “ງານ​ບຸນ​ພາວະນາ​ຂໍ​ໃຫ້​ຝົນຕົກພຽງ​ແຕ່​ຈັດ​ຕັ້ງ​ຢູ່​ເຂດ​ທົ່ງ​ນາ, ບໍ່​ໄດ້​ຈັດ​ໃນ​ເຮືອນ, ຄອບຄົວ​ໃດ​ກໍ່​ຕ້ອງ​ເຂົ້າ​ຮ່ວມ ​ແລະ ​ທຸກ​ຄົນຕ້ອງ​ນຸ່ງ​ຊຸດ​ອາພອນ​ປະຈຳ​ເຜົ່າ​ຂອງ​ຕົນ. ​ເຄື່ອງ​ຂອງ​ບູຊາ​ຕ້ອງ​ມີ​ໄກ່, ໝາ, ​ເຂົ້າໜຽວ, ​ເງິນ​ຄຳ​ດ້ວຍ​ເຈ້ຍ, ທູບ​. ​​ເມື່ອ​ສວດ​ມົນ​ຕ້ອງ​ຂໍ​ຟ້າທັງ 4 ທິດ ພ້ອມ​ກັບຜູ້​ທີ່​ກຳ​ເນີ​ດ​ເປັນ​ມະນຸດ ​ແລະ ບັນດາ​ຊົນ​ເຜົ່າ​ອ້າຍ​ນ້ອງ. ຖ້າ​ບໍ່​ເຮັດ​ຄື​ດັ່ງ​ນັນ​ຝົນ​ຈະ​ບໍ່​ຕົກ“.

        ​ໃນ​ພິທີ​ບູຊາ​ເທື່ອ​ທີສອງ, ໝໍ​ຜີ​ພ້ອມ​ກັບ​ຜູ້​ຊ່ວຍ​ວຽກ 4 ຄົນ ​ແລະ ຊາວບ້ານ​ໝົດ​ທຸກ​ຄົນ​ຢືນ​ຢູ່​ອ້ອມ. ໝໍ​ຜີ​ເຊີນ​ເທວະ​ດາຟ້າ​ແຖນຜູ້​ຄຸ້ມ​ຄອງ 4 ທິດ​ທັງ 4 ອົງຮັບ​ປະທານ​ອາຫານ​ພ້ອມ​ກັບ​ຊາວບ້ານ ​ແລະ ຂອບ​ໃຈ​ເທວະ​ດາ​ຟ້າ​ແຖນ​ທີ່​ໄດ້​ບັນດານ​ໃຫ້​ດິນ​ຟ້າ​ອາກາດ​ອຳນວຍ​ຄວາມ​ສະດວກ ​ເຮັດ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີກ​ວ່າ​ປີ​ກ່ອນ.

        ງານ​ບຸນ​ພາວະນາ​ຂໍ​ໃຫ້​ຝົນຕົກບໍ່​ພຽງ​ແຕ່​ແມ່ນ​ງານ​ບຸນ​ຂອງ​ຊົນ​ເຜົ່າ​ໂລ​ໂລ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ງານ​ບຸນ​ຂອງ​ຊົນ​ເຜົ່າ​ອື່ນໆ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ຮ່າ​ຢາງ​ ອີກ​ດ້ວຍ​ຄື​ຊົນ​ເຜົ່າ​ມົ້ງ, ​ໄຕ, ​ໄຢ໋... ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ເຂົາ​ເຈົ້າ​ພົບ​ປະ​ໂອ້​ລົມ​ນຳ​ກັນ​ກ່ຽວ​ກັບ​ເລື່ອງ​ຄອບຄົວ, ລູກ​ຫຼານ, ການ​ພັດທະນາ​ການ​ຜະລິດ, ການ​ປູກຝັງ, ລ້ຽງສັດ, ​ເລື່ອງ​ເລືອກ​ເຟັ້ນລູກ​​ໃພ້, ລູກ​ເຂ​ີຍ. ​ເອື້ອຍ ກ໋ານທິກ​ວີ, ຢູ່​ບ້ານ ສູງ​ປາ​ອາ, ​ເທດສະບານ ​ແມ່ວວາກ, ​ໃຫ້​ຮູ້​ວ່າ:

“​ແຕ່​ລະ​ຄອບຄົວ​ຢູ່​ບ້ານ​ລ້ວນ​ແຕ່​ສະໝັກ​ໃຈ​ປະກອບສ່ວນ​ໃຫ້ງານ​ບຸນ​ພາວະນາ​ຂໍ​ໃຫ້​ຝົນຕົກ. ​ເຖິງ​ວ່າ​ຈະ​ບໍ່​ແມ່ນ​ຊົນ​ເຜົ່າ​ໂລ​ໂລ ​ແຕ່​ດຳລົງ​ຊີວິດ​​ຢູ​ໃນ​ບ້ານ​ກໍ່ຕ້ອງປະກອບສ່ວນ​ໃຫ້​ງານ​ບຸນ. ງານ​ບຸນ​ຖືກ​ຈັດ​ຂຶ້ນ​ເພື່ອ​ໃຫ້ລຸ້ນໜຸ່ມ​ເຂົ້າ​ໃຈ​ກ່ຽວ​ກັບ​ກົກ​ເຄົ້າ​ເຫງົ້າກໍ ​ແລະ ວັດທະນະທຳ​ຂອງ​ຊົນ​ເຜົ່າ. ກ່ອນ​ຈັດ​ຕັ້ງ​ງານ​ບຸນ, ພວກ​ຂ້າພະ​ເຈົ້າ​​ເຄີຍ​ແອບ​ຟ້ອນ​ລຳ​ທຳ​ເພງຕາມບັນດາ​ທຳນອງ​ຂອງ​ຊົນ​ເຜົ່າ​ຕົນ​ເພື່ອ​ໃຫ້​ລູກ​ຫຼານ​ຮຳ່ຮຽນ​ ​ແລະ ສະ​ແດງ​ໃນ​ງານ​ບຸນ“.

ພາຍຫຼັງ​ຈັດ​ພິທີ, ຊາວບ້ານ​ກໍ່​ເຕົ້າ​ໂຮມ​ກັນ​ດື່ມ​ເຫຼົ້າ, ຮັບ​ປະທານ​ອາຫານ​ພື້ນ​ເມືອງ, ຟ້ອນ​ລຳ​ຢູ່​ອ້ອມ​ແທ່ນ​ບູຊາ. ບັນດາ​ບ່າວ​ສາວ​ຊົນ​ເຜົ່າ​ໂລ​ໂລ ຈະຟ້ອນ​ລຳ​ທຳນອງ​ເພງ​ເຕະ​ຜົວ, ​ເຕະ​ລາ, ​ໂຫລາ​ເຕະ, ຕະຊີ້​ຜົວ... ​ເພື່ອຍ້ອງຍໍ​ຄວາມ​ຮັກ​ຕໍ່ບ້ານ​ເກີດ​ເມືອງ​ນອນ, ຕໍ່​ປະ​ເທດ​ຊາດ ​ແລະ ຄວາມສຸກ​ລະຫວ່າງ​ບ່າວ​ສາວ.

ງານ​ບຸນ​ພາວະນາ​ຂໍ​ໃຫ້​ຝົນຕົກຂອງ​ຊາວ​ເຜົ່າ​ໂລ​ໂລ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເຊື່ອ​ຖື​ຂອງ​ປະຊາ​ຄົມ 21 ຊົນ​ເຜົ່າ​ອ້າຍ​ນ້ອງ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ແຂວງ​ຮ່າ​ຢາງ. ງານ​ບຸນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ້ງ​ຫວັງ​ຢາກ​ໃຫ້​ດິນ​ຟ້າ​ອາກາດ​ອຳນວຍ​ຄວາມ​ສະດວກ ​ແລະ ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ​ເພື່ອ​ໃຫ້ຊີວິດ​ຂອງ​ປະຊາຊົນ​ມີ​ຄວາມ​ອິ່ມໜຳສຳລານ ​ແລະ ມີ​ຄວາມ​ຜາ​ສຸກ​​​.

       

ຕອບກັບ

ຂ່າວ/ບົດ​ອື່ນ