ງານບຸນລົງທົ່ງຍາມຕົ້ນປີຂອງຊາວເຜົ່າໄຢ໋


(vovworld) - ​ແຕ່ລະ​ປີ​ເມື່ອ​ຮອດ​ວັນ​ທີ 27 ເດືອນຈຽງ​ໄລ່​ຕາມ​ຈັນທະ​ປະຕິທິນ, ຊາວ​ເຜົ່າ​ໄຢ໋ຢູ່​ຫຼາຍ​ແຫ່ງ​ເຄີຍ​ຈັດ​ຕັ້ງ​ງານ​ບຸນ​ລົງ​ທົ່ງ, ​ເພື່ອ​ພາວະນາຂໍ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ປະຊາຊົນ​ມີ​ຄວາມ​ສະຫງົບ​ສຸກ, ສັດສາ​ວາ​ສິ່ງ​ຈະ​ເລີ​ນພັນ, ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ. ຊາວ​ເຜົ່າ​ໄຢ໋ຖື​ວ່າ​ນີ້​ແມ່ນ​ງານ​ບຸນ​ສິ້ນ​ສຸດ​ເດືອນ​ແຫ່ງ​ການ​ລະ​ຫຼິ້ນ, ບັນ​ເທິງ​ເພື່ອ​ເລີ່​ມຕົ້ນ​ການ​ອອກ​ແຮງ​ງານ​ໃນ​ປີ​ໃໝ່.

ງານບຸນລົງທົ່ງຍາມຕົ້ນປີຂອງຊາວເຜົ່າໄຢ໋ - ảnh 1

        ຊາວ​ເຜົ່າ​ໄຢ໋ມີ​ທັດສະນະວ່າ, ຟ້າ​ແມ່ນ​ສູງ​ສຸດ, ຟ້າ​ກຳ​ເນີ​ດ​ທຸກ​ສິ່ງ​ທຸກ​ຢ່າງ, ທັງສິ່ງ​ທີ່​ດີ ​ແລະ ​ຮ້າຍ. ​ນາງ​ຟ້າ​ກໍ່​ຢູ່​​​ແດນ​ສະຫວັນ, ມີ​ແຕ່​ເຮັດ​ສິ່ງ​ທີ່​ຈົບ​ງາມ​ເທົ່າ​ນັ້ນ. ສ່ວນ​​ເທວະ​ດາ​ຢູ່​ໂລກ​ມະນຸດ, ທັງ​ເຮັດ​​ສິ່ງ​ດີ ​ແລະ ຮ້າຍ. ດັ່ງ​ນັ້ນ, ພິທີ​ບູຊາ​​ໃນ​ງານ​ບຸນ​ລົງ​ທົ່ງ​, ​ທັງ​​ບູຊາ​ຟ້າ​ແຖນ, ນາງ​ຟ້າ ​ແລະ ​ເທວະ​ດາ​ອີກ. ທ່ານ ​ເຊິ່ນ​ຈ໋າງ, ຊາວ​ເຜົ່າ​ໄຢ໋ຢູ່​ບ້ານຕາ​ວານ​ໄຢ໋, ​ເມືອງ​ຊາ​ປາ, ​ແຂວງ​ລາວ​ກາຍ, ​ໃຫ້​ຮູ້​ວ່າ:

        “​ໃນງານ​ບຸນ​ລົງ​ທົ່ງ, ພິທີ​ບູຊາ​​ເທວະ​ດາ, ​​ຜູ້​ທີ່​ໄດ້​ກໍ່ຕັ້ງ​ບ້ານນັ້ນ​ເປັນ​ຕົ້ນຕໍ. ທັງ​ພາວະນາ​ຂໍ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້ຮັບ​ຜົນ​ດີ ​ແລະ ປະຊາຊົນ​ມີ​ສຸຂະພາບ​ເຂັ້ມ​ແຂງ“.

        ​ເພື່ອ​ກະກຽມ​ໃຫ້​ງານ​ບຸນ, ຜູ້​ທີ່​ມີ​ຍົດ​ສັກ​ຕຳ​ແໜ່​ງ​ໃນ​ບ້ານ​ຈະ​ມາ​ເຮືອນ​ນາຍບ້ານ​ເພື່ອ​ກະກຽມ​ເຄື່ອງ​ຂອງ​ບູຊາ​ເທວະ​ດາ. ສະຖານ​ທີ່​ໄຂ​ງານ​ບຸນ​ແມ່ນ​ເຂດ​ທົ່ງ​ນາ​ຮາບ​ພຽງພໍ​ສົມຄວນຢູ່​ຫົວ​ບ້ານ. ​ເຄື່ອງ​ຂອງ​ບູຊາ​ລວມມີ​ເປັດ 1 ​ໂຕ, ​ໄກ່ 1 ​ໂຕ, ໝູ 1 ​ໂຕ, ​​ແລະ ເຂົ້າໜຽວ​, ທັງ​ໝົດ​ເຫຼົ່າ​ນັ້ນ​ໂດຍ​ປະຊາຊົນ​ປະກອບ. ທ່ານ ​ເຊິ່ນ​ຈ໋າງ, ອະທິບາຍ​ວ່າ:

        “ຄອບຄົວ​ເຈົ້າ​ບ້ານ​ຕ້ອງກະກຽມ​ເຄື່ອງ​ສຳອາງ​​ໃຫ້ຜູ້ຍິງ, ໝາກ​ຄ້ຽວ, ຟືນ 1 ຫາບ, ຫຍ້າ​ 1 ຫາບ.... ​ແລະ​ເຄື່ອງ​ຂອງ​ບູຊາ​ອື່ນໆອີກ. ຕາມ​ທັດສະນະ​ຂອງ​ຊາວ​ເຜ່ົາ​ໄຢ໋​ແລ້ວ, ​ເທວະ​ດາ​ກໍ່​ມີ​ສາວ​ຮັບ​ໃຊ້, ດັ່ງ​ນັ້ນ​ຕ້ອງມີ​ເຄື່ອງ​ສຳອາງ​ໃຫ້​ສາວ​ຮັບ​ໃຊ້, ຟືນ​ເພື່ອ​ໃຫ້​ເທວະ​ດາ​ແຕ່ງກິນ, ຫຍ້າ​ໃຫ້​ມ້າ​ຂອງ​ເທວະ​ດາ​ກິນ, ໝາກ​ຄ້ຽວ​ເພື່ອ​ໃຫ້​ເທວະ​ດາ​ກິນ, ນອກ​ນັ້ນ​ຍັງ​ມີ​ໄຂ່​ລວກຍ້ອມ​​ເປັນສີ​ແດງ​ສີຂຽວ​ເພື່ອ​ໃຫ້​ສາວ​ຮັບ​ໃຊ້​ຫຼິ້ນ​ອີກ.“

ງານບຸນລົງທົ່ງຍາມຕົ້ນປີຂອງຊາວເຜົ່າໄຢ໋ - ảnh 2

        ງານ​ບຸນ​ລົງ​ທົ່ງ​ຂອງ​ຊາວ​ເຜ່ົາ​ໄຢ໋​ເຄີຍ​ຈັດ​ຕັ້ງ​ແຕ່​ເວລາ 8 ​ໂມງ​ເຊົ້າ, ​ເມື່ອ​ດວງ​ຕາ​ເວັນ​ໄດ້​ຂຶ້ນ​ສູງ. ທ່ານ ຈ໋າງ​ ​ໃຫ້​ຮູ້​ວ່າ, ຜູ້​ຈັດ​ຕັ້ງ​ງານ​ບຸນ​ແມ່ນ​ນາຍບ້ານ. ສ່ວນ​ໝໍ​ຜີ, ຜູ້​ເປັນ​ເຈົ້າພາບ​ພິທີ​ຕ່າງໆ​ໃນ​ງານ​ບຸນ​ຈະ​ນຸ່ງ​ຊຸດ​ໂສ້ງ​ເສື້ອ​ສີ​ຄາມ​ເພື່ອ​ຖະຫວາຍ​ເຄື່ອງ​ຂອງ​ບູຊາ​ໃຫ້​ຟ້າ, ດິນ, ​ເທວະ​ດາ​ເຂົ້າ ​ແລະ ພາວະນາຂໍ​ໃຫ້​ເທວະ​ດາອຳນວຍ​ຄວາມ​ສະດວກ​​ເພື່ອ​ໃຫ້ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ.

        “ໝໍ​ຜີ​ຈູດ​ທູບ​ທຽນ, ພາວະນາ​ນົບ​ໄຫວ້, ​ເຊີນ​ເທວະ​ດາ​ມາປະ​ທັບ​ເທິງ​ແທ່ນ​ບູຊາ ​ແລ້ວ​ຂໍ​ເທວະ​ດາ​ອະນຸຍາດ​ໃຫ້​ຂ້າ​ໝູ, ​ໄກ່. ພາຍຫຼັງ​ເຊີນ​ເທວະ​ດາກິນ​ຊີ້ນ, ​ເຂົ້າໜຽວ ​ແລະ ​ດື່ມ​ເຫຼົ້າ​​ແລ​້ວ ກໍ່​ຂໍ​​ເທວະ​ດາ​ບັນດານ​ໃຫ້​ຊາວບ້ານມີ​ສຸຂະພາບ​ເຂັ້ມ​ແຂງ, ສັດລ້ຽງຈະ​ເລີ​ນພັນ ​ແລະ ​ການ​ປູກຝັງ​ໄດ້​ຮັຜົນ​ດີ​“.

        ພາຍຫຼັງ​ພິທີ​ບູຊາ, ວົງ​ດົນຕີລວມມີ​ກອງ, ຄ້ອງ, ​ປີ່​ກໍ່​ດັງ​ກ້ອງ​ກັງວານ​ເປັນ​ສັນຍານ​ເພື່ອ​ບົ່ງ​ບອກ​ວ່າ​, ພິທີ​ບູຊາ​ໄດ້​ສິ້ນ​ສຸດ​ແລ້ວ ​ແລະ ​ເລີ່​ມ​ກ້າວ​ເຂົ້າ​ສູ່​ງານ​ບຸນ. ​ໃນ​ງານ​ບຸນ​ລົງ​ທົ່ງ​ຕົ້ນ​ປີ​ຂອງ​ຊາວ​ເຜົ່າ​ໄຢ໋ມີ​ການ​ລະ​ຫຼິ້ນ​ຕ່າງໆ​ເຊັ່ນ​ໂຍນ​ໝາກ​ຄອນ, ດຶງ​ເຊືອກ, ຍິງ​ທະນູ. ​ໃນ​ນັ້ນ, ​ໂຍນ​ໝາກ​ຄອນ ​ແລະ ດຶງ​ເຊືອກ​ແມ່ນ​ການ​ລະ​ຫຼິ້ນ​ທີ່​ຂາດ​ບໍ່​ໄດ້, ​ແລະ ຕິດ​ພັນ​ກັບ​ຄວາມ​ເຊື່ອ​ຖື​ຂອງ​ຂອງ​ຊາວ​ເຜົ່າ​​ໄຢ໋. ການ​ໂຍນ​ໝາກ​ຄອນ​ຈະ​ເປີດ​ສາກ​ໃຫ້​ງານ​ບຸນ.

        ພ້ອມ​ກັບ​ການ​ໂຍນ​ໝາກ​ຄອນ ​ແມ່ນ​ການ​ດຶງ​ເຊືອກ, ​ໃນ​ການ​ລະ​ຫຼິ້ນ​ນີ້, ທິມຊາຍ​ຢືນ​ຢູ່​ທິດຕາ​ເວັນ​ອອກ, ​ເປັນ​ສັນຍາ​ລັກ​ໃຫ້​ບວກ, ທິມຍິງ​ຢືນ​ຢູ່​ທິດຕາ​ເວັນ​ຕົກ​ເປັນ​ສັນຍາ​ລັກ​ໃຫ້​ລົບ​. ທິມຍິງຈະ​ຕັ້ງ​ແກ້ງ​ປະລາ​ໄຊ, ​ເພື່ອ​​ເຮັດໃຫ້ການ​ປູກຝັງ​ໃນ​ປີ​ໃໝ່​ໄດ້ຮັບ​ຜົນ​ດີ.

ງານບຸນລົງທົ່ງຍາມຕົ້ນປີຂອງຊາວເຜົ່າໄຢ໋ - ảnh 3

        ງານ​ບຸນ​ລົງ​ທົ່ງ​ດຳ​ເນີນ​ໄປ​ໃນ​ບັນຍາ​ກາດ​ເບິ​ກບານ​ມ່ວນ​ຊື່ນ. ພາຍຫຼັງ​ສິ້ນ​ສຸດ​ພິທີ​ງານ​ບຸນ​ທີ່​ສຳຄັນ, ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ຈະ​​ເຂົ້າ​ຮ່ວມ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊົນ​ເຜົ່າ ​ໂດຍ​ພໍ່​ແມ່ນ​ປະຊາຊົນ​ຊາວ​ເຜົ່າ​​ໄຢ໋ຢູ່​ທ້ອງ​ຖີ່​ນສະ​ແດງ. ຕາມ​ທັດສະນະ​ຂອງ​ເຂົາ​ເຈົ້າ​ແລ້ວ, ສຽງ​ເພງ, ວາດ​ຟ້ອນ​ພື້ນ​ເມືອງ​ຂອງ​ທ້ອງ​ຖີ່​ນຈະ​ເພີ່ມ​ກຳລັງ​ແຮງ​ໃຫ້​ປະຊາຊົນ​ຫ້າວຫັນ​​ຜະລິດ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ອອກ​ແຮງ​ງານ ​ເພື່ອ​ບັນ​ເທົາ​ຄວາມ​ອິດ​ເມື່ອຍ​ໃນ​ວຽກ​ງານ. ທ່ານ ​ເຈິ່ນວັນ​ງອກ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ກາງ​ກິມ, ​ເມືອງ​ບາດ​ຊາດ, ​ແຂວງ​ລາວ​ກາຍ, ​ໃຫ້​ຮູ້​ວ່າ:

        “ຜ່ານ​ງານ​ບຸນ, ປະຊາຊົນ​ໄດ້​ຮັບ​ການ​ໂຄສະນາ, ສຶກສາ​ກ່ຽວ​ກັບ​ແບບ​ແຜນ​ວັດທະນະທຳ, ​ແຂ່ງຂັນ​ກັນໃນ​ການ​ຜະລິດ. ຜ່ານ​ນັ້ນປະຊາຊົນ​ຈະ​ເຂົ້າ​ໃຈ​ໄດ້​ຄວາມ​ງາມ​ດ້ານ​ຈິດ​ວີນຍານ ​ແລະ ສີສັນວັດທະນະທຳ​ທີ່​ມີ​ມາ​ກ່ອນ​ຂອງ​ຊົນ​ເຜົ່າ​ຕົນ, ປະກອບສ່ວນ​ສ້າງ​ກຳລັງ​ໜູນ​ເພື່ອ​ພັດທະນາ​ເສດຖະກິດ“.

        ສິ້ນ​ສຸດ​ງານ​ບຸນ, ຊາວ​ໜຸ່ມ​ 2 ຄົນ ພ້ອມ​ກັບ​ຄວາຍ​ແຂງ​ແຮງ 2 ​ໂຕຈະ​ລົງ​ທົ່ງ​ໄຖ​ນາ 5 ​ແຖວ​ທີ່​ເປັນ​ສັນຍາ​ລັກ​ໃຫ້​ລະດູ​ການ​ປູກຝັງ​ໃໝ່. ຊາວ​ເຜົ່າ​ໄຢ໋ ​ໄດ້ອະນຸລັກ​ຮັກສາງານ​ບຸນ​ລົງ​ທົ່ງມາ​ຫຼາຍ​ລຸ້ນຄົນ. ງານ​ບຸນ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​​ຕໍ່​ສີສັນຂອງ​ຊົນ​ເຜົ່າ​ຕົນ, ກໍ່​ຄື​ສ່ອງ​ແສງ​ຊີວິດ​ທາງ​ດ້ານ​ວັດທະນະທຳ, ຈິດ​ໃຈ​ຂອງ​ຊາວ​ເຜົ່າ​ໄຢ໋ຢ່າງ​ມີ​ຊີວິດ​ຊີວາ.

ຕອບກັບ

ຂ່າວ/ບົດ​ອື່ນ