ຈຸດພິເສດສະເພາະໃນຊຸດອາພອນຂອງຊາວເຜົ່າຮ່າຍີ່

(vovworld) - ຕາມ​ປະ​ເພນີ, ຊາວ ຮ່າ​ຍີ່​ປູກ​ຝ້າຍ​​, ຕໍ່າຜ້າ ​ແລະ ຕັດ​ຊຸດ​ອາພອນ​ສະ​ເພາະ​ໃຫ້​ແກ່​ຊົນ​ເຜົ່າ​ຕົນ. ຍ້ອນ​ເຫດ​ນັ້ນ, ບັນດາ​ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ ຮ່າ​ຍີ່​ມັນ​ຈຶ່ງທຳ​ມະ​ດາ​ງ່າຍດາຍ, ​ແຕ່​ຍັງ​ຄົງ​ມີ​ຄວາມ​ງາມ, ຈຸດ​ພິ​ເສດສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ​ຢູ່.

ຈຸດພິເສດສະເພາະໃນຊຸດອາພອນຂອງຊາວເຜົ່າຮ່າຍີ່ - ảnh 1
(ພາບປະກອບ)

    ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ ຮ່າ​ຍີ່​ ລວມມີ: ​ໂສ້ງ​, ເສື້ອ, ຜ້າ​ບີ​ງ, ​​ແລະ ອຸດົມສົມບູນ​ກ່ຽວ​ກັບ​ວັດຖຸ​ປະກອບ ​ແລະ ແບບຢ່າງ… ຊຸດ​ອາພອນ​ຂອງ​ຊາວ​ເຜົ່າ​ ຮ່າ​ຍີ່​ດຳ ມີ​ຈຸດ​ພິ​ເສດສະ​ເພາະ​ເມື່ອ​ທຽບ​ໃສ່​ຊຸດ​ອາພອນ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ຮວາ. ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃນ​ງານ​ບຸນຕ່າງໆ. ທ່ານ ​ເລືອ​ງວັນ​ທຽດ, ພະນັກງານ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ, ​ໃຫ້​ຮູ້​ວ່າ:

    “​ໂດຍ​ຕ່າງ​ກັບ​ບັນດາ​ຊຸດ​ອາພອນ​ຂອງ​ຊົນ​ເຜົ່າຮ່າ​ຍີ່​ດຳ​ ຢູ່​ລາວກາຍ,ຊຸດ​ອາພອນ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ຮວາ​ຢູ່ ດ້ຽນບຽນ, ລາຍ​ເຈົາ ພັດ​ມີ​ສີສັນ​ຫຼາກ​ຫຼາຍ, ປຽບ​ເໝືອນ​ບັນດາ​ດອກ​ໄມ້​ປ່າ. ຊາວ​ເຜົ່າ​ຮ່າ​ຍີ່​ຮວາ​ ດຳລົງ​ຊີວິດ​ຕິດ​ພັນ​ກັບ​ທຳ​ມະ​ຊາດ, ດັ່ງ​ນັ້ນ​ຈຶ່ງ​ນຳ​ເອົາ​ທຳ​ມະ​ຊາດ​ມາ​ປະດັບ​ປະດາ​ໃຫ້​ຊຸດ​ອາພອນ​ຂອງ​ຕົນ. ສີສັນ​ທົ່ວ​ໄປ​ທີ່​ສຸດ​ແມ່ນສີ​ແດງ ຫຼື​ສີ​ແດງ​ປະສົມ​ກັບ​ສີຂາວ​ພ້ອມ​ກັບ​ເສັ້ນ​ໄໝ​ສີ​ເຫຼືອງ, ສີຂຽວ. ຊາວ​ເຜົ່າ ຮ່າ​ຍີ່​ຮວາ​ເຄີຍ​ຖື​ໝວກ​ທີ່​ມີຍອຍ​ງາມ​ທີ່​ສຸດ“.

    ​ເພື່ອ​ມີ​ອາພອນ​ຊຸດ​ໜຶ່ງ, ​ແມ່​ຍູງ​ຊາວ​ເຜົ່າ ຮ່າ​ຍີ່​ຕ້ອງ​ແສ່ວ​ບາງ​ເທື່ອ​ຕ້ອງ​ເສຍ​ເວລາ​ແຕ່ 5-6 ​ເດືອນ​ຈຶ່ງ​ສຳ​ເລັດ. ​ເລີ່​ມຕົ້ນ​ແມ່ນ​ເລືອກ​ວັດຖຸ​ປະກອບ, ​ແບບ​ລວດລາຍ​ໃນ​ເສື້ອ ພ້ອມ​ກັບ​ປ່ຽງ​ໂລຫະ​ຮູບ​ສາມຫຼ່ຽມ, ຮູບມົນ… ​ເພື່ອ​ຕິດ​ໃສ່​ເສື້ອ​ແມ່ຍິງ, ສ້າງ​ຄວາມ​ງາມ​ແບບ​ອ່ອນນວນ​ໃຫ້​ຊຸດ​ອາພອນ​ທີ່​ເປັນ​ມູນ​ເຊື້ອ.

ຈຸດພິເສດສະເພາະໃນຊຸດອາພອນຂອງຊາວເຜົ່າຮ່າຍີ່ - ảnh 2
(ພາບປະກອບ)

    ຖ້າ​ຫາກ​ຊຸດ​ອາພອນ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່ຮວາ ​ມີ​ສີສັນ​ຫຼາກ​ຫຼາຍ ​ແລະ ຖືກ​ຕັດຫຍິບ, ປັກ​ແສ່ວ​ຢ່າງ​ລະອຽດ​ລະ​ອໍ​ນັ້ນ, ຊຸດ​ອາພອນ​ຂອງ​ແມ່ຍິງ ຮ່າ​ຍີ່​ດ ຳ​ຢູ່​ແຂວງລາວ​ກາຍ​ ພັດ​ທຳ​ມະ​ດາ​ງ່າຍດາຍ. ທັງ​ໂສ້ງ, ອ້ຽມຂອງ​ແມ່ຍິງ​ເຄີຍ​ມີ​ສີດຳ, ປະດັບ​ປະດາ​ລວດລາຍ​ສີຟ້າ​ຫຼື​ສີຂາວ. ຊຸດ​ອາພອນ​ຂອງ​ເດັກນ້ອຍ, ​ໂດຍ​ສະ​​ເພາະ​ແມ່ນ​ໝວກ​ໃສ່​ຫົວ​ຍາມ​ໃດ​ກໍ່​ມີ​ສີ​ຫຼາກ​ຫຼາຍ​ກວ່າ. ຈຸດ​ພິ​ເສດ​ໃນ​ຊຸດ​ອາພອນ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ດຳ​ນັ້ນ​ ແມ່ນ​ຜົມ ​ແລະ ຜ້າພັນ​ຫົວ. ​ແມ່ຍິງ​ຊາວ​ເຜົ່າ ຮ່າ​ຍີ່​ດຳ​ ມີ​ເກົ້າຜົມ​ປອມ​ທີ່​​ເປຍ​ດ້ວຍ ​ແລນ ງາມ​ທີ່​ສຸດ. ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຊຸດ​ອາພອນ​ມີ​ຄວາມ​ງາມ​ກວ່າ​ອີກ​ເທົ່າ​ນັ້ນ, ​ເກົ້າຜົມ​ປອມ​ນີ້​ຍັງ​ມີຄຸນ​ປະ​ໂຫຍດຄື​ໝວກ​ເພື່ອກັນ​ແດດ​ກັນ​ຝົນ… ​ແລະຊ່ວຍ​ແມ່ຍິງ​ຊາວ​ເຜົ່າ ຮ່າ​ຍີ່​ມີ​ຄວາມ​ສະດວກ​ໃນ​ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ​ອີກ​ດ້ວຍ. ​ແມ່ຍິງ​ຊາວ​ເຜົ່າ ຮ່າ​ຍີ່​ດຳ​​ ເມື່ອເອົາ​ຜົວ, ​ເຄີຍ​​​ເປຍຜົມ ​ແລ້ວ​ພັນ​ອ້ອມ​ຫົວ. ຫຼັງ​ຈາກ​ນັ້ນ​ຈຶ່ງ​​​ໃສ່​ຜ້າພັນຢູ່​ນອກ. ການ​​ເປຍ​ຜົມ, ​ໃສ່​ຜ້າພັນ​ຫົວ​ນີ້ຍັງ​ມີ​ຄວາມ​ໝາຍ​ວັດທະນະທຳ​ສະ​ເພາະ. ທ່ານ ​ເຈິ່ນຫື້​ວ​ເຊີນ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ, ​ໃຫ້​ຮູ້​ວ່າ:

    “ສຳລັບ​​ແມ່ຍິງ​ຊາວ​ເຜົ່າ ຮ່າ​ຍີ່​ດຳ, ຖ້າ​ຫາກ​ພັນ​ຄໍ, ​​ເປັນ​ຕົ້ນ​ແມ່ນ​ຜ້າພັນ​ສີ​ຄາມ​ໝາຍ​ຄວາມ​ວ່າ​ຜູ້​ນັ້ນ​ໄດ້​ເອົາ​ຜົວ​ແລ້ວ. ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່. ຈອມ​ຂວັນແມ່ນ​ພາກສ່ວນ​ຮັກສາ​ວີນຍານ, ດັ່ງ​ນັ້ນ​ເມື່ອ​ເອົາ​ຜົວ​ແລ້ວ​ແມ່ນ​ຕ້ອງ​ຮັກສາ​ວີນຍານ​ໄວ້​ໃຫ້​ແໜ້ນ. ຍ້ອນ​ເຫດ​ນັ້ນ​ເຂົາ​ເຈົ້າ​ຕ້ອງ​ໃສ່​ຜ້າພັນ​ຫົວ​ເພື່ອ​ຮັກສາ​ວີນຍານ​ໄວ້“.

    ຖ້າ​ຫາກ​ຊຸດ​ອາພອນ​ຂອງ​ແມ່ຍິງ​ຊາວ​ເຜົ່າ ຮ່າ​ຍີ່​​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງລະອຽດ​ລະ​ອໍນັ້ນ, ຊຸດ​ອາພອນ​ຂອງ​ຜູ້​ຊາຍ​ພັດ​ທຳ​ມະ​ດາ​ງ່າຍດາຍ​ທີ່​ສຸດ, ພຽງ​ແຕ່​ມີ​ຜ້າ​ພັນ​ຫົວ, ​ໂສ້ງ​ເສື້ອ ​ແລະ ສາຍ​ແອວ. ​ເສື້ອ​ຂອງ​ຜູ້​ຊາຍ​ຊາວ​ເຜົ່າ ຮ່າ​ຍີ່​ທີ່​ເຄີຍ​ນຸ່ງ​ປະຈຳ​ວັນ​ແມ່ນ​ຖືກ​ແຍກ​ຢູ່​ຂີ້​ແຮ້ ​ແລະ ໜ້າ​ເ​ອິກ, ​ເສື້ອ​ບໍ່​ກວ້າງ, ​ແຂບ​ເສື້ອ​​ເອິກ​ຕິດ​ໃສ່​ກັນ​ດ້ວຍ​ກະ​ດຸມ​ເຮັດ​ດ້ວຍ​ແພ, ອັນ​ໄດ້​ສ້າງ​ຄວາມ​ແຂງ​ແຮງ​ລຳ​ສັນ​ໃຫ້​ແກ່​ຜູ້​ຊາຍ. ສ່ວນ​ໂສ້ງ​ມີ​ຫົວ (cap), ​ແລະ ​ໂສ້ງ​ຂາ​ສັ້ນ. ​ເມື່ອ​ນຸ່ງ​ເຄີຍ​ມັດສາຍ​ແອວ​ໃຫ້​ແໜ້ນ. ສາຍ​ແອວ​ບໍ່​ພຽງ​ແຕ່​ມັດ​ໃສ່​ຕົວ​ຄີງ​ໃຫ້​ແໜ້ນ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ຄວາມ​ແຂງ​ແຮງ​ໃຫ້​ແກ່​ຜູ້​ຊາຍ​ອີກ​ດ້ວຍ.

ຈຸດພິເສດສະເພາະໃນຊຸດອາພອນຂອງຊາວເຜົ່າຮ່າຍີ່ - ảnh 3
(ພາບປະກອບ)

    ສິ່ງ​ທີ່​ເຫັນ​ໄດ້​ງ່າຍ​ນັ້ນ​ແມ່ນ, ບັນດາ​ລວດລາຍ​ທີ່​ປະດັບ​ປະດາ​ໃນ​ຊຸດ​ໂສ້ງ​ເສື້ອ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ກົມກຽວ​ລະຫວ່າງ​ມະນຸດ​ກັບ​ທຳ​ມະ​ຊາດ. ບັນດາ​ລວດລາຍ​ໃນ​ຊຸດ​ອາພອນ​ຍັງ​ສ່ອງ​ແສງ​ເຖິງ​ຊີວິດ​ການ​ເປັນ​ຢູ່, ປະ​ເພນີ, ການ​ເຄື່ອນ​ໄຫວ​ດ້ານ​ວັດທະນະທຳ​ທີ່​ອຸດົມສົມ​ບູນ​ຂອງ​ຊາວ​ເຜົ່າ​ຊາວ​ເຜົ່າ ຮ່າ​ຍີ່​ ອີກ​ດ້ວຍ. ຖ້າ​ມີ​ໂອກາດ​ເຂົ້າ​ຮ່ວມ​ບັນດາ​ງານ​ບຸນ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່, ນັກ​ທ່ອງ​ທ່ຽວ​ສາມາດ​ຮູ້ສຶກ​ໄດ້​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ ຜ່ານ​ຊຸດ​ອາພອນ​ດັ່ງກ່າວ. ສຳລັບ​ປະຊາ​ຄົມຊາວ​ເຜົ່າ ຮ່າ​ຍີ່, ​ເລື່ອງ​ຮັກສາ​ບັນດາ​ຊຸດ​ອາພອນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ​ນັ້ນ, ​ໄດ້​ເປັນ​ການ​ປະກອບສ່ວນ​ຮັກສາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​​ໃຫ້​ລຸ້ນຕໍ່ໆ​ໄປ.

 

 

ຂ່າວ/ບົດ​ອື່ນ