ຊຸດອາພອນຂອງເຜົ່າ ເບີເຣົາ

(vovworld) - ​ໂດຍ​ແມ່ນ​ຊົນ​ເຜົ່າ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ໄຕ​ງວຽນ ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ເຜົ່າ​ນັ້ນ, ​ນັບ​ແຕ່​ດົນ​ນານ​ມາ​ແລ້ວຊົນ​ເຜົ່າ​ ​ເບີເຣົາໄດ້​ມີ​ຮີດ​ຄອງ​ປະ​ເພ​ນີ​ສະ​ເພາະ​ຂອງ​ຕົນ ແລະ ໜຶ່ງ​ໃນ​ບັນ​ດາຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ນັ້ນ​ ໄດ້​ຮັບ​ການ​ສະ​ແດງ​ອອກ​ຜ່ານ​ຊຸດ​ອາ​ພອນຂອງເຜົ່າ ເບີເຣົາ​. ໃນ​ລາຍ​ການ​ສີ​ສັນ 54 ຊົນ​ເຜົ່າ​ຫວຽດ​ນາມ ພາກນີ້, ໂຕ​ຕ໋ວນ, ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ມີ​ບົດ​ຂຽນ: “ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ​ ເບີເຣົາ”. ເຊີນ​ທ່ານ​ຮັບ​ຟັງ.

ຊຸດອາພອນຂອງເຜົ່າ ເບີເຣົາ - ảnh 1

ຊຸດອາພອນຂອງເຜົ່າ ເບີເຣົາ

(ພາບ: dantocviet.vn)

        ກໍ່​ເຊັ່ນ​ດຽວ​ກັນ​ກັບຫຼາຍ​ຊົນ​ເຜົ່າ​ຢູ່​ເຂດ​ໄຕ​ງວຽນ, ຊຸດ​ອາ​ພອນ​ຂອງ​ຊົນ​ເຜົ່າ​ ເບີ​ເຣົາ ແມ່ນ​ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ, ດ້ວຍ​ຄວາມ​ຊຳ​ນານ, ຫຼັກ​ຄວາມ​ງາມ, ເຊິ່ງ​ໄດ້​ຮັບ​ການ​ສືບ​ທອດ​ຜ່ານຫຼາຍ​ລຸ້ນ​ຄົນ. ໃນ​ເບື້ອງ​ຕົ້ນ, ດ້ວຍຈຸດ​ປະ​ສົງ​ຮັກ​ສາ​ຮ່າງ​ກາຍ​ຕໍ່​ໜ້າສະ​ພາບ​ທຳ​ມະ​ຊາດ​ບໍ່​ອຳ​ນວຍ ແລະ ເໝາະ​ສົມ​ກັບ​ປະ​ເພ​ນີ​ຍົກ​ຍ້າຍ​ທີ່​ຢູ່​ອາ​ໄສ, ກໍ່​ຄື​ການ​ຖາງ​ປ່າ​ເຮັດ​ໄຮ່​ນັ້ນ, ຊຸດ​ອາ​ພອນ​ຂອງ​ຊົນ​ເຜົ່າ ​ເບີເຣົາ ຈຶ່ງ​ລຽບ​ງ່າຍ​​ສົມ​ຄວນ. ທ່ານ ທ້າວ​ລ້ອຍ, ນາຍບ້ານດັກ​ເມ໋, ຕາ​ແສງ​ເບີ່​ອີ, ເມືອງງອກ​ໂຮ່ຍ, ແຂວງກອນ​ຕຸມ, ໃຫ້​ຮູ້​ວ່າ:

        “ໃນ​ເມື່ອ​ກ່ອນ​ຊາວ​ເຜົ່າ​ ເບີ​ເຣົາ​ ຕ່ຳຫຸກ​ດ້ວຍ​ເປືອກ​ໄມ້ປ່າ. ເຂົາ​ເຈົ້ົາ​ຕີ, ບີບ​ເປືອກ​ໄມ້ເພື່ອ​ຕ່ຳ​​ຜ້າ. ແຕ່​ປະ​ຈຸ​ບັນ​ເຂົາ​ເຈົ້າ​ບໍ່​ເຮັດ​ຄື​ດັ່ງ​ກ່າວ​ອີກ. ຫາກ​ຕ່ຳ​ຫຸກ​ຜ້າ​ແພ​ພື້ນ​ເມືອງດ້ວຍ​ການ​ແນະ​ນຳ​ຂອງ​ພະ​ນັກ​ງານ​ໂຄງ​ການ​ເພື່ອ​ຜະ​ລິດ​​​ຊຸດ​ອາ​ພອນ​ເອງ”​.

ຕາມເລື່ອງ​ລາວ​ທີ່​ເລົ່າ​ສືບ​ກັນມາແລ້ວ, ຜູ້​ຊາຍໃນ​ເມື່ອ​ກ່ອນເຄີຍ​ເປື່ອຍ​ໂຕ​ບໍ່​ໃສ່​ເສື້ອ, ພຽງ​ແຕ່​ໃສ່​ກະ​ຕ່ຽວເທົ່າ​ນັ້ນ, ສ່ວນ​ຜູ້​ຍິງ​ພັດ​ເອົາ​ຜ້າ​ພັນ​ເປັນ​ກະ​ໂປ່ງ. ຍາມ​ລະ​ດູ​ຮ້ອນ, ທັງ​ຍິງ​ແລະ​ຊາຍ​ລ້ວນ​ແຕ່​ບໍ່​ໃສ່​ເສື້ອ  ຫຼື​ໃສ່​ເສື້ອສັ້ນ. ຍາມ​ໜາວ​ເຄີຍ​ຫົ່ມ​ແພ​ບາງ​ຕື່ມ​ອີກ. ຕາມ​ການ​ເວ​ລາ, ​ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ສັງ​ຄົມ, ຊຸດ​ອາ​ພອນ ແລະ ເຄື່ອງ​ປະ​ດັບ​ເອ້ຂອງ​ຊາວ​ເຜົ່າ ​ເບີເຣົາ ​ໄດ້​ມີ​ການ​ປ່ຽນ​ແປງ​. ຜູ້​ຊາຍ​ໃນ​ປະ​ຈຸ​ບັນ​ນຸ່ງ​ເສື້ອ​ສັ້ນ, ປ່ຽງ​ໜ້າມີ​​ສີແຈ້ງ, ເທິງ​ບ່າ ແລະ ຕີນ​ເສື້ອ​ມີ​ລວດລາຍສີເຂັ້ມ​, ປ່ຽງຫຼັງ​ກໍ່​​ມີສີ​ແຈ້ງ​ເຊັ່ນ​ກັນ​ແຕ່ມີແຊກ​ຂວາງ​​ຢູ່​ເຄິ່ງ​ເສື້ອຂ້າງ​ຕີນ​. ສ່ວນ​ຊຸດ​ອາ​ພອນ​ຂອງ​ແມ່​ຍິງ​ໃນ​ປະ​ຈຸ​ບັນ​​ກໍ່ໄດ້​ຮັບ​ການ​ປະ​ດັບ​ປະ​ດາດ້ວຍ​​ລວດ​ລາຍ​​​ທີ່​ມີ​ສີ​ສັນຫຼາກຫຼາຍ​ຢ່າງ​ສວຍ​ງາມ. ທ່ານ ຫງວຽນ​ຟອງ, ຜູ້​ຄົ້ນ​ຄ້​ວາ​ຊຸດ​ອາ​ພອນຂອງ​​ງົນ​ເຜົ່າ​ຕ່າງໆ​ ຢູ່ ໄຕ​ງວຽນ, ໃຫ້​ຂໍ້​ສັງ​ເກດ​ວ່າ:

“ລວດ​ລາຍ​ປະ​ດັບ​ໃນ​ຊຸດ​ອາ​ພອນ​ຂອງ​ຜູ້​ຊາຍ​ຕ່າງ​ກັບລວດ​ລາຍ​ໃນ​ຊຸດ​ອາ​ພອນ​ຂອງ​ຜູ້​ຍິງ. ລວດ​ລາຍ​ໃນ​ຊຸດ​ອາ​ພອນ​ຂອງຜູ້​ຊາຍ​ສ່ວນຫຼາຍ​ແມ່ນປະ​ດັບ​ດ້ວຍ​ຮູບ​ທີ່​ເຂັ້ມ​ແຂງ​ແຮງ​ກ້າ​ຄື: ​ຮູບ​ຮົ້ວ, ລູກ​ທະ​ນູ, ສ່ວນ​ລວດ​ລາຍໃນ​ຊຸດ​ອາ​ພອນ​ຂອງ​ຜູ້​ຍິງ​ແມ່ນ​ຮູບພາບ​ທີ່​ອ່ອນນວນ​ຄື: ຮູບດອກ​ໄມ້, ຕົ້ນ​ໄມ້​ໃບ​ຫ​ຍ້າ… ນອກ​ນັ້ນ​ເຂົາ​ເຈົ້າ​ຍັງ​ໃຊ້ຫີນ​ທີ່​ມີ​ຄ່າ, ໝາກ​ຕຸ້ມ… ເພື່ອ​ປະ​ດັບ​ໃຫ້​ຊຸດ​ອາ​ພອນ​ຂອງ​ຕົນ​ອີກ”.

ຊຸດອາພອນຂອງເຜົ່າ ເບີເຣົາ - ảnh 2

ງານບຸນຂອງຊົນເຜົ່າ ເບີເຣົາ

(ພາບ: dantocviet.vn)

ເບິ່ງ​ລວມ​ແລ້ວ, ຊຸດ​ອາ​ພອນ​ຂອງ​ຊົນ​ເຜົ່າ ເບີ​ເຣົາ ໃນ​ປະ​ຈຸ​ບັນ​ຍັງ​ລຽບ​ງ່າຍ ແລະ ເໝາະ​ສົມກົມ​ກຽວກັບ​ທັດ​ສະ​ນີ​ຍະ​ພາບ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້​ໄຕ​ງວຽນ ທີ່​ໃຫ​ຍ່​ໂຕ​ມະ​​ຫາສານ. ໃນ​ຊຸດ​ອາ​ພອນ​ຂອງ​ເຜົ່າ​ ເບີ​ເຣົາ, ຜູ້​ຊາຍຄື​ວ່າງາມກວ່າ ດ້ວຍຮ່າງ​ກາຍ​ລ້ຳ​ສັນ​ເຂັ້ມ​ແຂງ. ສ່ວນ​ຜູ້​ຍິງກໍ່ມີ​ຄວາມ​ສະ​ເໜ ແລະ ອ່ອນ​ໂຍ​ນກວ່າ. ​ຈຸດ​ພິ​ເສດ​ສະ​ເພາະ​ໃນຊຸດ​ອາ​ພອນ​ຂອງ​ເຜົ່າ​ ເບີເຣົາ ​ນັ້ນ​ແມ່ນ​ມີເຄື່ອງ​ປະ​ດັບ​ຕິດ​ພ້ອມ​ຄື: ຂົນ​ນົກ, ງາ​ຊ້າງ ຫຼື​ເຄື່ອງ​ໂລ​ຫະ​ທີ່​ມີ​ມາ​ແຕ່​ບູ​ຮານ. ຜູ້​ຍິງ​ຊົນ​ເຜົ່າ​ ເບີ​ເຣົາ ຍັງ​ສ້າງ​ຄວາມ​ງາມ​ໃຫ້​ຕົນ​ດ້ວຍ​ການໃສ່​ຕຸ້ມ​ຫູ, ໃສ່​ປອກ​ຢ່າງຫຼວງຫຼາຍ. ເຂົາ​ເຈົ້າ​ຄິດ​ວ່າ, ໃສ່​ເຄື່ອງ​ປະ​ດັບ​ຍິ່ງຫຼາຍ​ເທົ່າ​ໃດ, ຜູ້​ຊາຍ​ຍິ່ງ​ຮັກ​ເທົ່າ​ນັ້ນ.

ປະ​ຈຸ​ບັນ, ຊາວ​ເຜົ່າ​ ເບີເຣົາ ໄດ້​ຮັບ​ເອົາ​ຄວາມ​ຮູ້​ຈາກ​ພື້ນ​ຖານ​ອະ​ລິ​ຍະ​ທຳ​ໃໝ່, ການ​ນຸ່ງ​ຖື​ກໍ່​ທັນ​ສະ​ໄໝ​ກວ່າ. ແຕ່​ເຖິງວ່າ​ສັງ​ຄົມ​ຈະ​ພັດ​ທະ​ນາ​ຄື​ແນວ​ໃດກໍ່​ຕາມ, ຊາວ​ເຜົ່າ ເບີເຣົາ ກໍ່ມີ​ສະ​ຕິ​ຮັກ​ສາວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຕົນ​ໄວ້. ທ່ານ ດັ້ງ​ຮືງ, ພະ​ນັກ​ງານ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ​ແຂວງກອນ​ຕຸມ, ໃຫ້​ຮູ້​ວ່າ:

“ປະ​ຈຸ​ບັນ, ໂຄງ​ການ​ຟື້ນ​ຟູ​ອາ​ຊີບ​ຕ່ຳ​ຫູກ​ທໍ​ໄໝຜ້າ​ແພ​ພື້ນ​ເມືອງ​ໃຫ້​ຊາວ​ຊົນ​ເຜົ່າ​ ເບີ​ເຣົາ ພວມ​ໄດ້​ຮັບ​ການ​ປະ​ຕິ​ບັດ. ກ່ອນນີ້​​ບາງ​ເທື່ອຊາວ​ເຜົ່າ​ ເບີເຣົາ ຕ້ອງ​ຊື້​ຊຸດອາ​ພອນຈາກ​ລາວ​ມາ​ໃຊ້, ແຕ່​ປະ​ຈຸ​ບັນ, ພາຍຫຼັງ​ເຂົ້າ​ຮ່ວມ​ຊຸດ​ບຳ​ລຸງວິ​ຊາ​ຊີບ​ຕ່ຳ​ຜ້້າ​ພື້ນ​ເມືອງ 4 ຊຸດ​ໂດຍ​ໂຄງ​ການ​ນີ້​ຈັດ​ຂຶ້ນ, ເຂົາ​ເຈົ້າ​ສາ​ມາດ​ຜະ​ລິດ​ຊຸດ​ອາ​ພອນຂອງ​ຊົນ​ເຜົ່າ​ຕົນ​ດ້ວຍ​ຕົນເອງ​ໄດ້​, ບໍ່​ຕ​້ອງ​ຊື້​ຢູ່​ລາວ​ອີກ. ​”

ຊຸດອາພອນຂອງເຜົ່າ ເບີເຣົາ - ảnh 3

ຊຸດອາພອນຂອງເຜົ່າ ເບີເຣົາ

(ພາບ: dantocviet.vn)

ຊຸດ​ອາ​ພອນ​ຊ້ອນ​ແຝງ​ບັນ​ດາ​ຄຸນ​ຄ່າ​ດ້ານ​ຈິດ​ໃຈ, ມີ​ສີ​ສັນ​ສະ​ເພາະ, ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ແຕ່​ລະ​ຊົນ​ເຜົ່າ, ນີ້​ກໍ່​ແມ່ນ​ຈຸດ​ພິ​ເສດ​ສະ​ເພາະ​ເພື່ອ​ຈຳ​ແນກ​ແຕ່​ລະ​ເຜົ່າ​ນຳ​ກັນ. ຊຸດ​ອາ​ພອນ​ຂອງ​ເຜົ່າ ​​ເບີ​ເຣົາ​ໃນ​ປະ​ຈຸ​​ບັນ, ບໍ່​ພຽງ​ແຕ່​ມີ​ຄຸນ​ຄ່າສ້າງ​ຄວາມ​ງາມ​ໃຫ້​ແກ່​ຊາວ​ຊົນ​ເຜົ່າເທົ່າ​ນັ້ນ, ຫາກ​ຍັງ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ສະ​ເພາະ​ຂອງ​ຊົນ​ເຜົ່າ ​ເບີ​ເຣົາ​ ຢູ່​ເຂດ​ໄຕ​ງວຽນ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ