(vovworld)- ຊົນເຜົ່າກີງມີຈຳນວນພົນລະເມືອງຫລາຍກວ່າໝູ່ຢູ່ຫວຽດນາມ ດ້ວຍພື້ນຖານວັດທະນະທຳຫລາຍຮູບຫລາຍແບບ. ຊຸດອາພອນຂອງຊາວເຜົ່າກີງອຸດົມສົມບູນກ່ຽວກັບປະເພດ ແລະ ມີຮູບແບບທີ່ເປັນເອກະລັກສະເພາະກໍຄືວິທີນຸ່ງຖືຂອງແຕ່ລະເຂດ, ພາກທີ່ແຕກຕ່າງກັນ.
ຊຸດອາພອນຂອງແມ່ຍິງຊາວເຜົ່າກີງ(ຊຸດເສື້ອ 4 ປ່ຽງ)
ພາບ:internet
|
ໃນຮູບພາບທີ່ເຕັມໄປດ້ວຍສີສັນຫລາກຫລາຍຂອງຊຸດອາພອນ 54 ຊົນເຜົ່າຫວຽດນາມ, ຊຸດອາພອນຂອງແມ່ຍິງຊາວເຜົ່າກີງແມ່ນຊຸດອາພອນທີເປັນເອກະລັກສະເພາະ . ຫນຶ່ງໃນບັນດາຊຸດອາພອນຊື່ງກ່ອນນີ້ແມ່ຍິງທົ່ວໄປ, ພິເສດແມ່ນແມ່ຍິງຢູ່ເຂດຊົນນະບົດພາກເຫນືອຫວຽດນາມ ເຄີຍນຸ່ງຖືຈົນຮອດຕົ້ນສັດຕະວັດທີ 20 ນັ້ນ ແມ່ນຊຸດເສື້ອ 4 ປ່ຽງ. ນີ້ແມ່ນຊຸດອາພອນນຸ່ງຖືປະຈຳວັນຂອງເຂົາເຈົ້າ. ເສື້ອ 4 ປ່ຽງຖືກຕັດຫຍິບດ້ວຍແຜ່ນແພຂະຫນາດນ້ອຍ, 2 ປ່ຽງຢູ່ເບື້ອງຫນ້າຖືກພາດບ່ຽງກັນ ບໍ່ໃຊ້ກະດຸມ ພຽງແຕ່ຮັດດ້ວຍສາຍແອວເພື່ອບໍ່ໃຫ້ມັນຫຼູດເທົ່ານັ້ນ. ທຳມະດາຜູ້ນຸ່ງເສື້ອ 4 ປ່ຽງ ເຄີຍໃສ່ເສື້ອອ້ຽມພ້ອມ. ເອື້ອຍ ຟ້າມບີກຮັ່ງ ນັກວິຊາການຫ້ອງການສື່ສານ ແລະ ສຶກສາ, ຂຶ້ນກັບຫໍພິພິດທະພັນແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ:
“ຊຸດເສື້ອ 4 ປ່ຽງ ມີ 2 ປ່ຽງຢູ່ເບື້ອງຫລັງຖືກຫຍິບຕາມສັນຫຼັງ, 2 ປ່ຽງເບື້ອງຫນ້າຖືກມັດໃສ່ກັນ ຫລັງຈາກນັ້ນເອົາຜ້າໄຫມທີ່ມີສີສວຍງາມຮັດໃສ່ແອວ ເຮັດໃຫ້ແມ່ຍິງສວຍງາມ ແລະ ມີສະເຫນກວ່າອີກ.
ພ້ອມກັບຊຸດເສື້ອ 4 ປ່ຽງແມ່ນຜ້າຄຽນຫົວທີ່ພັບເປັນຮູບສົບກາ ແລະ ກຸບເກີ້ງຂະຫນາດໃຫຍ່ພໍສົມຄວນ ຊື່ງຄົນຫວຽດເຄີຍເອີ້ນວ່າ “ນອນກວາຍທາວ”, ເມື່ອຖືກຸບນີ້, ຜູ້ຍິງເຜົ່າກິງຍິ່ງມີຄວາມສວຍງາມ ແລະ ສະເໜຫາ.
ສ່ວນເສື້ອບ່າບາຍາມໃດກໍຕິດພັນກັບແມ່ຍິງພາກໃຕ້ຫວຽດນາມ. ຊາວກະສິກອນຢູ່ເຂດທົ່ງພຽງແມ່ນ້ຳຂອງພາກໃຕ້ກ່ອນນີ້ເຄີຍນຸ່ງຊຸດບ່າບາສີດຳໄປເຮັດນາ, ເພາະວ່າ ເສື້ອຊຸດນີ້ ທັງສະອາດ ແລະ ຊັກງ່າຍ. ແພສຳລັບຫຍິບເສື້ອຊຸດນີ້ແມ່ນປະເພດທີ່ຊັກແລ້ວແຫ້ງໄວ. ນອກນັ້ນ, ເສື້ອບ່າບາຍັງແຫກທັງສອງຂ້າງເຮັດໃຫ້ຜູ້ນຸ່ງຮູ້ສຶກສະບາຍ, ເສື້ອບ່າບາຍັງຫຍິບຖົງໃຫຍ່ໃສ່ເບື້ອງຫນ້າເພື່ອໃຫ້ຜູ້ນຸ່ງໃສ່ເຄື່ອງໃຊ້ນ້ອຍໆຄືເງິນ, ກັບໄຟຢ່າງສະດວກສະບາຍ…. ຍ້ອນເຫດນັ້ນ, ແມ່ຍິງພາກໃຕ້ຈຶ່ງມັກນຸ່ງຖືໃນການເຮັດວຽກ, ໄປຕະຫລາດຫລື ໄປຫລິ້ນ. ເອື້ອຍຟ້າມບີກຮັ່ງ ໃຫ້ຮູ້ຕື່ມອີກວ່າ:
“ເສື້ອບ່າບາໄດ້ຮັບການອອກແບບຢ່າງເໝາະສົມກັບສະພາບແວດລ້ອມແມ່ນ້ຳລຳເຊຂອງເຂດທົ່ງພຽງແມ່ນ້ຳຂອງ. ຊາວກະສິກອນຢູ່ທີ່ນີ້ເຄີຍນຸ່ງຊຸດເສື້ອບ່າບາສີດຳຫລືສີໝາກກະເບົາ ແລະ ນຸ່ງເສື້ອບ່າບາຮູ້ສຶກສະບາຍຫລາຍ. ບັນດາແມ່ຍິງພາກໃຕ້ເມື່ອນຸ່ງເສື້ອບ່າບາເຄີຍໃຊ້ຜ້າຕະໂລ້ສີຂາວດຳສະລັບກັນ ຍິ່ງເຮັດໃຫ້ຮູບຊົງຂອງແມ່ຍິງພາກໃຕ້ສວຍງາມຂຶ້ນຕື່ມ”
ຕາມການເວລາ ແມ່ຍິງເຂດຕົວເມືອງ ໄດ້ດັດແປງເສື້ອບ່າບາ ໃຫ້ທັງມີສີສັນຊາດ, ທັງສວຍງາມ ແລະ ທັນສະໄຫມກວ່າ. ເສື້ອບ່າບາປະຈຸບັນ ບໍ່ໃຫຍ່ຄືກ່ອນນີ້ອີກ ຫາກຖືກຕັດໃຫ້ເຂົ້າກັບຮູບຮ່າງຂອງຜູ້ນຸ່ງ.
ເມື່ອເວົ້າເຖິງຊຸດອາພອນຂອງແມ່ຍິງ ຫວຽດນາມ ແມ່ນຕ້ອງເວົ້າເຖິງຊຸດເສື້ອຍາວ. ເຖິງວ່າດຳລົງຊີວິດຢູ່ແຫ່ງໃດກໍຕາມ, ແຕ່ຍາມໃດແມ່ຍິງຊາວເຜົ່າກີງກໍມີຄວາມຮູ້ສຶກເອກອ້າງທະນົງໃຈກ່ຽວກັບຊຸດເສື້ອຍາວປະຈຳຊາດ. ຊຸດເສື້ອຍາວໄດ້ຮັບການອອກແບບໃຫ້ເຂົ້າກັບຮູບຊົງຂອງແມ່ຍິງ ແລະ ຍັງມີຄໍອີກ. ປ່ຽງ ເບື້ອງຫນ້າແລະ ເບື້ອງຫລັງຂອງເສື້ອຍາວແມ່ນຫຍິບຍາວຈາກຄໍລົງຮອດຂໍ້ຕີນ.
ທ່ານນາງ ເລທິກວຽນ, ເຈົ້າຂອງຮ້ານຕັດຫຍິບເສື້ອຍາວ ວີງແຈກ ເລກທີ 23 ຖະຫນົນເລືອງວັນການ ຮ່າໂນ້ຍ, ຊື່ງແມ່ນຜູ້ມີປະສົບການກວ່າ 60 ປີກ່ຽວກັບອາຊີບຕັດຫຍິບເສື້ອຍາວ ໃຫ້ຮູ້ວ່າ:
“ກ່ອນນີ້, ເສື້ອຍາວຕ້ອງຕິດກະດຸມພ້ອມແລະ ມີຄໍສູງ ປະມານ 3 cm ແລະ ວິທີຫຍິບກໍ່ລະອຽດກວ່າ. ປະຈຸບັນ ເສື້ອຍາວແມ່ນຫຍິບແບບ ງ່າຍດາຍກວ່າ ແຕ່ຍັງຄົງຮັກສາຄວາມມີສະເຫ່ນຂອງແມ່ຍິງຫວຽດນາມຢູ່ .”
ເມື່ອນຸ່ງເສື້ອຍາວ, ແມ່ຍິງເຄີຍຈົ່ງຜົມຍາວ ພັນຜ້າເປັນກົງມົນເທິງຫົວ, ຢູ່ນອກໃສ່ຜ້າຄຸມ ຫລືໃສ່ກຸບ. ແຜ່ນແພທີ່ໃຊ້ເພື່ອຫຍິບເສື້ອຍາວແມ່ນອຸດົມສົມບູນ ແລະ ມີຫລາຍປະເພດ. ນອກນັ້ນແຜ່ນແພຍັງໄດ້ຖັກແສ່ວດ້ວຍລວດລາຍທີ່ມີສີສັນງາມຕາອີກ. ເອື້ອຍ ຟ່າມບີກຮັ່ງ ໃຫ້ຮູ້ວ່າ:
“ຊຸດເສື້ອຍາວແມ່ນສະແດງໃຫ້ເຫັນສິ່ງຍອດຢ້ຽມຂອງວັດທະນະທຳ ຫວຽດນາມ. ນັກແຕ້ມ ກາດເຕື່ອງ ແມ່ນຜູ້ໄດ້ຫັນເສື້ອ 4 ປ່ຽງເປັນເສື້ອຍາວປະຈຸບັນ. ຜ່ານການຜັນແປ່ຂອງປະຫວັດສາດພ້ອມກັບທ່າອ່ຽງນຸ່ງຖືອາພອນໃນປະຈຸບັນ, ຊຸດເສື້ອຍາວກໍ່ຖືກດັດແປງຕາມຄວາມນິຍົມຂອງແຕ່ລະໄລຍະ. ເຖິງຢ່າງໃດກໍຕາມ, ມາຮອດປະຈຸບັນ, ເສື້ອຍາວຍັງຄົງຮັກສາຄວາມງາມແບບດັ້ງເດີມ, ອັນໄດ້ເພີ່ມຄວາມງາມ, ຮູບຊົງ ແລະ ຄວາມມີສະເໜ່ຂອງແມ່ຍິງຫວຽດນາມຂຶ້ນຕື່ມ.”
ຊຸດເສື້ອຍາວ
ພາບ:internet
|
ຜ່ານປະຫວັດສາດແຫ່ງການພັດທະນານັບພັນໆປີ, ຊຸດອາພອນຂອງແມ່ຍິງຊາວເຜົ່າກີງ ເຂັ້ມຂົ້ນໄປດ້ວຍສີສັນຫລາກຫລາຍ ແລະ ການອອກແບບທີ່ເປັນເອກະລັກສະເພາະ. ໃນວິວັດແຫ່ງການເຈືອຈານເຂົ້າກັບຊີວິດທີ່ທັນສະໄຫມພ້ອມກັບບັນດາເຜົ່າອື່ນໆຢູ່ຫວຽດນາມ ແລະ ໃນໂລກນັ້ນ, ແມ່ຍິງຫວຽດນາມຍັງຄົງຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກ ສະເພາະເອົາໄວ້ເໝືອນເດີມ.