(vovworld)-ຊຸດອາພອນແມ່ນສ່ອງແສງໃຫ້ເຫັນເຕັກນິກໃນການຕ່ຳແຜ່ນ, ວິທີປະດັບປະດາແລະບັນດາຈຸດທີ່ເປັນເອກະລັກສະເພາະດ້ານວັດທະນະທຳ, ສາສະຫນາ, ການເຫລື້ອມໃສຂອງຊາວເຜົ່າຈຳຢ່າງຈະແຈ້ງ. ໃນສັງຄົມຂອງຊາວເຜົ່າຈຳ, ແຕ່ລະຊັ້ນຄົນ, ແຕ່ລະຍົດສັກຕ່ຳແຫນ່ງລ້ວນແຕ່ມີຊຸດອາພອນສະເພາະ. ສະນັ້ນ ຊຸດອາພອນຂອງຊາວເຜົ່າຈຳແມ່ນອຸດົມສົມບູນ ແລະ ຫລາຍຮູບຫລາຍແບບ. ໃນນັ້ນ ພົ້ນເດັ່ນແມ່ນຊຸດເສື້ອຍາວຂອງແມ່ຍິງຊາວເຜົ່າຈຳ.
ຊຸດອາພອນຂອງແມ່ຍິງເຜົ່າຈຳ
ພາບ:internet
|
ເສື້ອຍາວ, ພາສາເຜົ່າຈຳເອີ້ນວ່າ Aw kamei Cam. ຜ້າແພເພື່ອຕັດຫຍິບເສື້ອຍາວແມ່ນອຸດົມສົມບູນ ແລະ ມີຫລາຍຮູບຫລາຍແບບຄື: ແພລູກໄມ້, ແພກະແສ ແພກຳມະຫຍີ່ ເສື້ອຍາວຂອງແມ່ຍິງຊາວເຜົ່າຈຳ ມີຄວາມສຸພາບ ສະນັ້ນນັບແຕ່ຄາວຍັງນ້ອຍ ແມ່ຍິງຊາວເຜົ່າຈຳໄດ້ມີຄວາມຊີນເຄີຍກັບການນຸ່ງຊຸດເສື້ອຍາວແບບນີ້ແລ້ວ. ເອື້ອຍ ແທ່ງທິຢຽມເຈົາ, ນັກສະແດງໃນກອງສິລະປະພື້ນເມືອງຂອງຊາວເຜົ່າຈຳ ແຂວງ ນິງທ້ວນ ໃຫ້ຮູ້ວ່າ:
“ຂ້າພະເຈົ້າເອງມີຄວາມເອກອ້າງທະນົງໃຈຕໍ່ຊົນເຜົ່າຂອງຕົນ. ຊຸດອາພອນຂອງເຜົ່າຈຳມີສີສັນຫລາກຫລາຍ ແລະ ມີຫລາຍແບບທີ່ແຕກຕ່າງກັນ. ອາພອນແຕ່ລະຊຸດສະແດງໃຫ້ເຫັນຄຸນລັກສະນະ, ຄວາມໝາຍຂອງຍົດສັກຕຳແຫນ່ງ ແລະ ສາສະຫນາຕ່າງກັນ.”
ເສື້ອຍາວພື້ນເມືອງຂອງແມ່ຍິງຊາວເຜົ່າຈຳບໍ່ໄດ້ແຫກເປັນປ່ຽງອອກຈາກກັນ ແລະ ນຸ່ງແບບຊູບຫົວ. ຄໍເສື້ອແມ່ນຮູບວົງມົນຫລືຮູບໝາກຫົວໃຈ. ເສື້ອຍາວຮອດຫົວເຄົ່າຫລືຍາວກວ່ານັ້ນນ້ອຍຫນຶ່ງຖືກເອີ້ນວ່າ Aw tah ແລະລຸ້ນຫນຸ່ມເຄີຍນຸ່ງເສື້ອແບບນີ້. ແຂນເສື້ອແຄບ, ສ່ວນຕົນໂຕຂອງເສື້ອຢາກກວ້າງກວ່າຫນ້ອຍຫນຶ່ງ. ສຳລັບເສື້ອ ຊຸດຍາວກາຍສົ້ນຕີນ ເອີ້ນວ່າ Aw dwa baung. ເສື້ອແບບນີ້ກວ້າງພໍດີ ໂຕ ເມື່ອນຸ່ງເກາະກັບສິ້ນເຮັດໃຫ້ຮູບຮ່າງແມ່ຍິງຊາວເຜົ່າຈຳຄືວ່າງາມກວ່າ. ເສື້ອ Aw dwa baung ຖືກແຫກອອກຢູ່ສອງຟາກຂ້າງ ມີກະດຸມແຕັບຫລືກະດຸມປ້ຳ ຮັດເຂົ້າພໍດີກັບແອວແລະສະໂພກ. ລຸງດາດຈື ຊາວເຜົ່າຈຳຢູ່ ນີງທ້ວນ ໃຫ້ຮູ້ວ່າ:
“ຊຸດອາພອນຂອງແມ່ຍິງຊາວເຜົ່າຈຳ ລວມມີ ເສື້ອຍາວປະຈຳເຜົ່າ,ຕີນເສື້ອແລະ ຜ້າບີງ. ນັ້ນແມ່ນສາມອັນທີ່ຂາດບໍ່ໄດ້ໃນຊຸດອາພອນຂອງແມ່ຍິງເຜົ່າຈຳ. ເສື້ອຍາວຂອງແມ່ຍິງເຜົ່າຈຳບໍ່ແຫກເປັນປ່ຽງ ເຮັດໃຫ້ຜູ້ນຸ່ງຮູ້ສຶກສະບາຍ ແລະ ສວຍງາມກວ່າ.”
ໃນການດຳລົງຊີວິດ, ຊຸດເສື້ອຍາວທີ່ແມ່ຍິງເຜົ່າຈຳນຸ່ງໃນການດຳເນີນຊີວິດປະຈຳວັນເອີ້ນວ່າ: Aw kauh , ສ່ວນຊຸດເສື້ອຍາວທີ່ນຸ່ງໃນງານບຸນເອີ້ນວ່າ Aw xah. ກ່ອນນີ້ ເສື້ອຍາວປະກອບດ້ວຍ ແພ 7 ປ່ຽງຖືກຫຍິບໃສ່ກັນທີ່ມີສີສັນຫລາກຫລາຍ ໃນນັ້ນສີຂາວ, ສີດຳ, ສີແດງ, ສີເຫລືອງເຄີຍປະດັບຢູ່ແຂນເສື້ອທັງສອງເບື້ອງ ຕົນໂຕຕອນເທິງ ແລະ ລຸ່ມຂອງເສື້ອ.
ຊຸດເສື້ອທີ່ມີຫລາຍສີຊາວເຜົ່າຈຳເຄີຍນຳໃຊ້ໃນການອອກແຮງງານທຳການຜະລິດ. ປະຈຸບັນ ແມ່ຍິງຜູ້ມີອາຍຸສູງ ຍັງຄົງນຸ່ງເສື້ອແບບນີ້ເມື່ອໄປໄຮ່ໄຖນາຫລືເຮັດວຽກບ້ານ.
ພາບ:internet
|
ຊຸດເສື້ອຍາວມີສີສັນຫລາກຫລາຍ, ອ່ອນໂຍນ, ງາມຕາ, ພິເສດແມ່ນຊຸດເສື້ອທີ່ແມ່ຍິງເຜົ່າຈຳນຸ່ງໃນໂອກາດງານບຸນ Kate, Ramuwan, ບຸນເຕີບໃຫຍ່ສຳລັບຜູ້ສາວ ແລະ ງານບຸນສຳຄັນອື່ນຂອງຊາວເຜົ່າຈຳ. ສີສັນເສື້ອຍາວແຕ່ລະຊຸດຕ້ອງນຳໃຊ້ຢ່າງເໝາະສົມຕາມແຕ່ລະເຫດການ. ເມື່ອເຂົ້າຮ່ວມງານບຸນໃຫຍ່, ງານແຕ່ງດອງ ເຂົາເຈົ້າເຄິຍໃຊ້ຊຸດເສື້ອທີ່ມີສີສັນຫລາກຫລາຍງາມຕາ. ສ່ວນຢູ່ຫໍທຳມະ ເອື້ອຍນ້ອງເຜົ່າຈຳໃຊ້ຊຸດເສື້ອສີຂາວ. ສຳລັບແມ່ຕູ້ແມ່ເຖົ້າມີອາຍຸສູງ ເສື້ອຍາວແມ່ນຊຸດອາພອນປະຈຳວັນຂອງເຂົາເຈົ້າ. ທ່ານນາງ ເຈືອງທິຮ່ວາງຟີ, ຢູ່ກອງສິລະປະໝີເຊີນ ແຂວງ ກວ໋າງນາມໃຫ້ຮູ້ວ່າ:
“ໃນມື້ຈັດງານບຸນ, ແມ່ຍິງຊາວເຜົ່າຈຳເຄີຍນຸ່ງຊຸດອາພອນສະຫງວນສະເພາະໃຫ້ງານບຸນ. ຊຸດອາພອນຂອງແມ່ຍິງຊາວເຜົ່າຈຳໃນງານບຸນ Kate ລວມມີຜ້າບີງແຜ່ນຍາວເພື່ອຄຽນຄໍ ແລະ ສາຍແອວຄູ່ຫນຶ່ງ. ໃນມື້ທຳມະດາ ເຂົາເຈົ້າພຽງນຸ່ງເສື້ອຍາວພື້ນເມືອງເທົ່ານັ້ນ.ສ່ວນໃນວັນບຸນເຂົາເຈົ້າໃຊ້ສາຍແອວ ໂດຍແມ່ນໝູ່ບ້ານ ຫມີງຽບຜະລິດເອງ ”
ປະຈຸບັນ, ເສື້ອຍາວຂອງຊາວເຜົ່າຈຳໄດ້ຮັບການປ່ຽນແປງຫລາຍຢ່າງແລ້ວ, ທັນສະໄຫມ ແລະ ສວຍງາມກວ່າ ແຕ່ຍັງຄົງຮັກສາສີສັນຂອງຊົນເຜົ່າຕົນໄວ້. ວິທີນຸ່ງເສື້ອຍາວແມ່ນສະແດງໃຫ້ເຫັນກິລິຍາມາລະຍາດຂອງແມ່ຍິງຊາວເຜົ່າຈຳໃນການດຳລົງຊີວິດ, ກໍຄືສະແດງໃຫ້ເຫັນບົດບາດ ແລະ ທີ່ຕັ້ງຂອງເຂົາເຈົ້າ. ເມື່ອນຸ່ງເສື້ອຍາວ ຖ້າຫາກໃຊ່້ສາຍແອວທີ່ຖັກແສ່ວລວດລາຍ ສອງເສັ້ນ ເອີ້ນວ່າ Taley kabak ເຮັດໃຫ້ແມ່ຍິງຊາວເຜົ່າຈຳຍິ່ງສວຍງາມກວ່າ. ນຸ່ງເສື້ອຍາວພື້ນເມືອງຂອງຊົນເຜົ່າຈຳ ທັງສຸພາບ ທັງສະແດງໃຫ້ເຫັນ ຈຸດທີ່ເປັນເອກະລັກສະເພາະຂອງຜູ້ສາວເຜົ່າຈຳໃນຈຳນວນຊຸດອາພອນບັນດາ ເຜົ່າທັງໝົດຢູ່ຫວຽດນາມ.