ຊົນເຜົ່າ ປູແປ໋ວ: ອະນຸລັກຮັກສາຊຸດອາພອນເພື່ອຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ

(vovworld) - ປະຊາຊົນ​ຊາວ​​ເຜົ່າ​ ປູ​ແປ໋ວ ດຳລົງ​ຊີວິດ​ໃນ​ເຂດ​ພູ​ຫີນ ຮ່າ​ຢາງ ຍັງ​ຄົງ​ຮັກສາ​ຮີດຄອງ​ປະ​ເພນີທີ່​ເປັນ​ເອກະລັກ​ສະ​ເພາະຫຼາຍ​ຢ່າງ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້​ໄດ້. ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ຊຸດ​ອາພອນປະຈຳ​ເຜົ່າ.


ຊົນເຜົ່າ ປູແປ໋ວ: ອະນຸລັກຮັກສາຊຸດອາພອນເພື່ອຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ - ảnh 1

ເຄື່ອງຍຸ່ງຂອງຊົນເຜົ່າ ປູແປ໋ວ

(ພາບ: ອິນເຕີແນດ)

​ເມື່ອ​ທຽບ​ໃສ່​ຊົນ​ເຜົ່າ​ອື່ນໆ​ຢູ່​ເຂດ​ພູດ​ອຍທາງ​ພາກ​ເໜືອ, ຊຸດ​ອາພອນ​ ​ຂອງ​ຊາວ​ເຜົ່າ ປູ​ແປ໋ວ ​ແມ່ນ​ລຽບ​ງ່າຍ​ພໍ​ສົມຄວນ, ​ແຕ່​​ກໍ່​ມີຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະຢູ່. ຜູ້​ຊາຍ​ຊົນ​ເຜົ່າ ປູ​ແປ໋ວ ​ເຄີຍ​ນຸ່ງ​ໂສ້ງ​ເສື້ອທີ່​ຍ້ອມ​ສີ​ຄາມ, ສ່ວນ​ຜູ້ຍິງ​ພັດ​ນຸ່ງ​ເສື້ອ 2 ອັນ​ພ້ອມ​ກັນ.​ ເສື້ອ​ຢູ່​ນອກ​ແມ່ນ​ແຍກ​ອອກ​ຢູ່​ໜ້າ​ເອີກ ​ແຕ່​ບໍ່​ໃສ່​ກະດູມ. ​ເສື້ອ​ຢູ່​ໃນ​ແມ່ນ​ໃຊ້​ກະ​ດູມ​ຢູ່​ຂີ້​ແຮ້​ເບື້ອງ​ຂວາ. ຊາວ​ເຜົ່າ ປູ​ແປ໋ວ ບໍ່​ປັກ​ແສ່ວ​​ປະດັບ​ປະດາໃສ່​ເຄື່ອງນຸ່ງ, ຫາກ​ປະດັບ​ປະດາດ້ວຍ​ການ​ຫຍິບ​ແພ​ສີ​ຕ່າງໆ​ໃສ່​ກັນ​, ​ເຊັ່ນ​ສີຂຽວ, ສີ​ແດງ, ສີຂາວ, ສີ​ອິດ, ສີ​ເຫຼືອງ. ພິ​ເສດ​ແມ່ນ​ປະດັບ​ປະດາຢູ່​ຕີນ​ເສື້ອ, ​ແຂນ​ເສື້ອ, ຕີນ​ສິ້ນ ​ແລະ ຜ້າ​ຄຽນ​ຫົວ. ບັນດາ​ຮູບ​ສາມຫຼ່ຽມ, ສີ່ຫຼ່ຽມ, ຮູບ​ດອກ​ຈັນ ​ແມ່ນ​ ຮູບ​ທີ່​ເຂົາ​ເຈົ້າ​ເຄີຍຫຍິບ​ໃສ່​ກັນ​ຢ່າງ​ລະອຽດ​​, ຄ່ອງ​ແຄ້ວ, ສ້າງ​ເປັນ​ລວດລາຍ​ຮູບ​ຫອນ​ໄກ່, ດວງ​ຕາ​ເວັນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ຖື​ຂອງ​ຊົນ​ເຜົ່າ​ຕົນ. ປ້າ ຈ໋າງທິມາຍ, ຊາວ​ເຜົ່າ ປູ​ແປ໋ວ, ​ໃຫ້​ຮູ້​ວ່າ:

​        “ເຄື່ອງນຸ່ງ​ຂອງ​ຊາວ​ເຜົ່າ ປູ​ແປ້ວ ​ເຖິງ​ວ່າ​ຈະລຽບ​ງ່າຍ ​ແຕ່​​ເຮັດພັດ​ລະອຽດ​ທີ່​ສຸດ. ພິ​ເສດ​ແມ່ນ​​ເຊີງຜ້າສິ້ນ. ສ່ວນ​ສິ້ນ ​ແລະ ອ້ຽມ​ແມ່ນ​ເຮັດ​ງ່າຍ​ກວ່າ. ​​​​ຊຸດ​ອາພອນຂອງ​ຜູ້​ຊາຍ​ໃນ​ເມື່ອ​ກ່ອນ​ແມ່ນ​ເສື້ອ​ຍາວດ້ວຍ​ແພ​ໄໝ, ​ແຕ່​ປະຈຸ​ບັນ​ແມ່ນ​ໂສ້ງ​ສີດຳ, ​ເສື້ອ​ຕາປູ ​ແລະ ​ໃຊ້​ຜ້າ​ຄຽນຫົວ. ສີ​ຕົ້ນ​ຕໍ່​ແມ່ນ​ສີດຳ, ​ແຕ່ຫຍິບ​ລວດລາຍ​ສີ​ແດງ, ສີຂຽວ, ສີ​ອິດ ​ແລະ ສີ​ເຫຼືອງ​ໃສ່”.

ຊົນເຜົ່າ ປູແປ໋ວ: ອະນຸລັກຮັກສາຊຸດອາພອນເພື່ອຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ - ảnh 2

ເຄື່ອງຍຸ່ງຂອງຜູ້ຍິງຊົນເຜົ່າ ປູແປ໋ວ 

(ພາບ: ອິນເຕີແນດ)

  ຜູ້ຍິງ​ຊາວ​​ເຜົ່າ ປູ​ແປ໋ວ ​ເຄີຍ​ນຸ່ງ​ເສື້ອ​ຍາວ​ສີດຳ, ຢູ່​ນອກ​ມີ​ອ້ຽມ, ການ​ປະດັບ​ປະດາ​ໃນ​ຊຸດ​ອາພອນສ່ວນຫຼາຍແມ່ນຫຍິບ​ຜ້າ​ສີ​ຕ່າງໆ​​ໃສ່​ກັນ. ​ແມ່ຍິງ​ຊາວ​ເຜົ່າ ປູ​ແປ໋ວ ​ເກົ້າຜົມ, ​​ເໜັບຫວີ​ໄມ້​ໃສ່, ຢູ່​ນອກ​ຄຽນ​ດ້ວຍ​ແພ​ສີ່ຫຼ່ຽມຕາກະ​ໂລ ຫຼື​ປະດັບ​ປະດາ​ດ້ວຍ​ລວດລາຍ​ຕ່າງໆ. ນອກ​ນັ້ນ, ຜູ້ຍິງ​ຊາວ​ເຜົ່າ ປູ​ແປ໋ວ ຍັງ​ນຸ່ງ​ສິ້ນ​ຍາວ​ສີດຳ, ​ແບ​ອອກ​ຢູ່​ຕີນ​ສິ້ນ ​ແລະ ​ໄດ້​ຮັບ​ການ​ປະດັບ​ປະດາ​ດ້ວຍ​ແພ​ຫຼາຍ​ສີ​ ທີ່ຕັດ​ເປັນ​ຮູບ​ສາມຫຼ່ຽມ, ຮູບ​ດອກ​ຈັນ, ຮູບ​ສີ່ຫຼ່ຽມ​ຫຍິບ​ໃສ່​ກັນ​ຢ່າງ​ລະອຽດ, ຄ່ອງ​ແຄ້ວ. ປ້າ ກຸງ​ທິຊວນ, ຢູ່​ບ້ານ ​ໂຟ໋​ໃໝ່, ​ເທດສະບານ ຟໍ໋ບາງ, ​ເມືອງ​ ດົ່ງ​ວັນ, ​ແຂວງ ຮ່າ​ຢາງ ​ໃຫ້​ຮູ້​ວ່າ:

        ​“ຊຸດ​ອາພອນ​ທົ່ວ​ໄປ​ຂອງ​ຊາວ​ເຜົ່າ ປູ​ແປ໋ວ ​​ແມ່ນມີ​ສິ້ນ​ສອງອັນ, ​ເສື້ອໜຶ່ງອັນ, ອ້ຽມສີ​ຄາມ 2 ອັນ, ຫວີ ​ແລະ ຜ້າຄຽນ 4 ຫຼ່ຽມ 2 ຜືນ. ນອກຈາກສິ້ນ, ​ຊຸດ​ອາພອນ​ຂອງຜູ້ຍິງ​ຊົນ​ເຜົ່າ ປູ​ແປ໋ວ ຍັງ​ມີອ້ຽມ 2 ອັນ, ນັ້ນ​ແມ່ນ​ອ້ຽມສີ​ແດງ ​ແລະ ອ້ຽມ​ສີ​ຄາມ. ສິ້ນ​ສີດຳ, ຕີນ​ສິ້ນ​ແມ່ນ​ປະດັບ​ດ້ວຍ​ແພ​ຫຼາຍ​ສີ​ທີ່​ຫຍິບ​ໃສ່​ກັນ. ສ່ວນ​ລວດລາຍ​ນ້ອຍໆ, ຊາວ​ເຜົ່າ ປູ​ແປ໋ວ ສາມາດ​ປັກ​ແສ່​ວ ຫຼື​ຫຍິບ​ໃສ່, ຫາກ​ບໍ່​ຕຳ​ແຜ່ນ​ຄື​ບັນດາ​ຊົນ​ເຜົ່າ​ອື່ນໆ“.

        ສີ​ຕົ້ນຕໍ​ຂອງ​ຊຸດ​ອາພອນ ​ແລະ ລວດລາຍ​ຂອງ​ຊາວ​ເຜົ່າ ປູ​ແປ໋ວ ​ແມ່ນ​ສີ​ແດງ ​ແລະ ສີ​ຄາມ. ຕາມ​ທັດສະນະ​ຂອງ​ເຂົາ​ເຈົ້າ​ແລ້ວ, ສີ​ແດງ​ເປັນ​ສັນຍາ​ລັກ​ໃຫ້​ຜູ້​ຊາຍ, ​ເປັນ​ສັນຍາ​ລັກ​ໃຫ້​ຄວາມ​ເຄົາລົບ​ຂອງ​ຜູ້ຍິງ ປູ​ແປ໋ວ ສຳລັບ​ຜູ້​ທີ່​ເປັນ​ເສົາ​ຄຳ້​ໃນ​ຄອບຄົວ. ​ເມື່ອ​ຫຍິບ​​ເຄື່ອງນຸ່ງ, ​ເຂົາ​ເຈົ້າ​ຈະ​ຫຍິບສີ​ແດງກ່ອນ. ສ່ວນ​ສີ​ຄາມ​​ເປັນ​ສັນຍາ​ລັກ​ໃຫ້​ແກ່​ຜູ້ຍິງ​ໃນ​ຄອບຄົວ. ບັນດາ​ລວດລາຍ​ປະດັບ​ປະດາ​ໃນ​ເຄື່ອງນຸ່ງ ສະ​ແດງ​ໃຫ້​ເຫັນ​ຄວາມ​ຊຳນານ ​ແລະ ລະອຽດ​ລະ​ອໍ​ຂອງ​ຜູ້ຍິງ​ ປູ​ແປ໋ວ. ​ເອື້ອຍ ລູກ​ທິ​ເຫ້ວ, ຢູ່​ບ້ານ ​ໂຟ໋​ເມີ໋ຍ, ​ເທດສະບານ ຟໍ໋ບາງ, ​ເມືອງ ດົ່ງ​ວັນ, ​ແຂວງ ຮ່າ​ຢາງ, ​ແບ່ງປັນ​ວ່າ:

        “​ເມື່ອ​ຫຍິບ​ເຄື່ອງນຸ່ງ, ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ແມ່ນຫຍິບ​​ເຊີງ​ຜ້າສິ້ນ ​ແລະ​ ລວດລາຍ​ຢູ່​ແຂນ​ເສື້ອ, ​ເພາະວ່າ​ສ່ວນ​ເຊີງຜ້າ​ສິ້ນ​ຕ້ອງ​ຫຍິບ​ ​ແລະ ປັກ​ແສ່ວດ້ວຍ​ມືບັນດາ​ລວດລາຍ​ນ້ອຍ​ຢ່າງ​ລະອຽດ​ລະ​ອໍ, ດັ່ງ​ນັ້ນ​ຈຶ່ງ​ເສຍ​ເວລາ​ຫຼາຍ“.

        ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ຜູ້ຍິງ ປູ​ແປ໋ວ​ ຍັງ​ນຳ​ໃຊ້ຜ້າ​ສີ​ພິມ​ລວດລາຍ​ອຸດສາຫະກຳ​ທີ່​ທັນ​ສະ​ໄໝ​ເພື່ອ​ຕັດຫຍິບ​ເປັນ​ຮູບ​ປະດັບ​ປະດາ​ໃນ​ເຄື່ອງນຸ່ງອີກ​ດ້ວຍ. ອັນ​ໄດ້​ເຮັດ​ໃຫ້​ລວດລາຍ​ເຫຼົ່າ​ນັ້ນ​ມີສີສັນ​ຫຼາກ​ຫຼາຍ​ກວ່າ​ອີກ.

        ປະຈຸ​ບັນ, ບັນດາ​ຜູ້​ມີ​ອາຍຸ​ສູງ​ຊາວ​ຊົນ​ເຜົ່າ ປູ​ແປ໋ວ ​ເຄີຍ​ນຸ່ງ​ເສື້ອ​ສີດຳ ຄື​ດັ່ງ​ຜູ້​ຊາຍ​ຊົນ​ເຜົ່າ​ອື່ນໆ​ຢູ່​ໃນ​ເຂດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ປູ​ແປ໋ວ ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ໃນຊຸດ​ອາພອນ​ຂອງ​ຜູ້ຍິງ​ຢູ່. ​ເຄື່ອງ​ສຳອາງ​ຂອງ​ຊາວ​ເຜົ່າ ປູ​ແປ໋ວ ​ແມ່ນ​ດ້ວຍ​ເງິນ​ເປັນ​ຕົ້ນ. ຜູ້ຍິງ​ຊາວ​ເຜົ່າ ປູ​ແປ໋ວ ​ເຄີຍ​ໃຊ້​ໝາກ​ຕຸ້ມ​ຫຼາຍ​ສີ ພ້ອມ​ກັບ​ເຄື່ອງ​ສຳອາງ​ຄື​: ປອກ​ແຂນ, ປອກຄໍ, ສາຍ​ຄໍ, ​ແຫວນ​ດ້ວຍ​ເງິນ. ບັນດາ​ນາງສາວ ປູ​ແປ໋ວ​ ເຄີຍ​ເກົ້າຜົມ​ຢູ່​ໜ້າຜາກ,  ​ແລະ ​ເໜັບຫວີ​ໄມ້​ໃສ່. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ປູ​ແປ໋ວ.

 

 

 


ຕອບກັບ

ຂ່າວ/ບົດ​ອື່ນ