(vovworld) - ພ້ອມກັບຊົນເຜົ່າ, ເອເດ, ຊົນເຜົ່າ ມນົງ ແມ່ນໜຶ່ງໃນບັນດາຊົນເຜົ່າທີ່ດຳລົງຊີວິດໃນເຂດໄຕງວຽນມາແຕ່ດົນນານທີ່ສຸດ, ທັງແມ່ນຊົນເຜົ່າທີ່ຍັງຮັກສາ ຮີດຄອງປະເພນີ, ວັດທະນະທຳທີ່ເປັນມູນເຊື້ອຫຼາຍຢ່າງໄວ້ໄດ້. ພາສາຂອງເຜົ່າ ມນົງ ແມ່ນຖືກຈັດໃນໝວດພາສາ ມອນ - ຂະແມ (ໝວດພາສາອາຊີໃຕ້).
ຊົນເຜົ່າ ມນົງ ຢູ່ໄຕງວຽນ
(ພາບອິນເຕີແນດ)
ມນົງ ແມ່ນຊົນເຜົ່າສ່ວນໜ້ອຍຢູ່ຫວຽດນາມ, ດ້ວຍພົນລະເມືອງປະມານ 103.000 ຄົນ, ທີ່ດຳລົງຊີວິດຢູ່ຫຼາຍແຂວງໃນເຂດໄຕງວຽນ ທາງພາກກາງຫວຽດນາມ ຄື: ແຂວງດັກລັກ, ດັກນົງ, ບິ່ງເຟືອກ, ກວາງນາມ, ເລິມດົ່ງ… . ໃນວົງຄະນາຍາດຊົນເຜົ່າ ມນົງ ກໍ່ໄດ້ແບ່ງອອກເປັນຫຼາຍແຊງທີ່ອາໄສຢູ່ທ້ອງຖີ່ນຕ່າງໆ. ເຖິງຢ່າງໃດກໍ່ຕາມ, ຊາວເຜົ່າ ມນົງ ດຳລົງຊີວິດຫຼາຍທີ່ສຸດຢູ່ບັນດາເມືອງທີ່ຂຶ້ນກັບແຂວງດັກລັກ ແລະ ດັກນົງ. ທ່ານນາງ ເລືອງແທງເຊີນ, ຜູ້ອຳນວຍການຫໍພິພິດທະພັນຊົນເຜົ່າວິທະຍາແຂວງດັກລັກ, ໃຫ້ຮູ້ວ່າ:
“ຊາວເຜົ່າ ມນົງ ຢູ່ດັກລັກ ອາໄສຫຼາຍກວ່າໝູ່ຢູ່ບ້ານດົນ, ເມືອງລັກ, ກຣົງ ບົງ . ໃນ 3 ເມືອງດັ່ງກ່າວ, ເມືອງດົນ ມີຊາວເຜົ່າ ມນົງ ບູເດິງ. ຢູ່ເມືອງ ກຣົງບົງ ມີຊາວເຜົ່າ ມນົງເກກ, ເມືອງລັກ ມີຊາວເຜົ່າ ມນົງ ປຣົງ, ມນົງ ກາ, ສ່ວນຊາວເຜົ່າ ມນົງ ປເຣ ແມ່ນອາໄສຢູ່ເມືອງດັກມິນ ຫຼື ຊາວເຜົ່າ ມນົງ ນໍ, ມນົງ ປເຣິງ ອາໃສຢູ່ບາງເມືອງຂອງແຂວງດັກນົງ“
ຊົນເຜົ່າ ມນົງ ຢູ່ໄຕງວຽນ
(ພາບອິນເຕີແນດ)
ໃນວົງຄະນາຍາດ, ຊາວເຜົ່າ ມນົງ ດຳລົງຊີວິດເຕົ້າໂຮມກັນຢູ່ບອນ (ບ້ານ) ຕ່າງໆ. ແຕ່ລະບອນມີຫຼາຍຄອບຄົວ. ລະບອບມານດາສິດທິລາດຍັງຄົງຮັກສາໄວ້ໃນການພົວພັນຢູ່ບອນ. ແຕ່ລະບອນຂອງຊາວເຜົ່າ ມນົງ ມີນັບສິບຄອບຄົວ ແລະ ອີງຕາມແຕ່ລະເຂດ, ແຕ່ລະແຊງ ຊາວເຜົ່າ ມນົງ ຈະກໍ່ສ້າງເຮືອນຊູດິນ ຫຼືເຮືອນຮ້ານ, ເຮືອນຊູດິນມຸງດ້ວຍຫຍ້າ, ພື້ນດິນ ແມ່ນບ່ອນຢູ່ອາໄສຂອງຂອງຊາວເຜົ່າ ມນົງ ກາ, ມນົງ ປເຣ, ມນົງ ປເຣິງເປັນຕົ້ນ… ສ່ວນເຮືອນຮ້ານມີພື້ນທີ່ຕຳ່, ແມ່ນທີ່ຢູ່ອາໄສຂອງຊາວເຜົ່າ ມນົງ ເກກ, ມນົງ ຈິນ, ມນົງ ບຮຽດ… ສະເພາະຊົນເຜົ່າ ມນົງ ຣເລິມ ຢູ່ເຂດໜອງລັກ ພັດກໍ່ສ້າງເຮືອນຮ້ານພື້ນທີ່ສູງຕາມແບບສະຖາປັດຕະຍະກຳຂອງຊາວເຜົ່າເອເດ. ເຖິງວ່າຈະແມ່ນເຮື້ອນຮ້ານ ຫຼືເຮືອນຊູດິນ ກໍ່ລ້ວນແຕ່ມຸງດ້ວຍຫຍ້າ ແລະ ເຮັດດ້ວຍໄມ້ເຮ້ຍ, ໄມ້. ຊາວເຜົ່າ ມນົງ ເຄີຍປຸກສ້າງເຮືອນຢູ່ບ່ອນທີ່ຮາບພຽງ, ຕາມຮ່ອມພູ ແລະ ໃກ້ກັບແມ່ນຳ້, ຫ້ວຍນຳ້, ໜອງ…
ຊົນເຜົ່າ ມນົງ ຢູ່ໄຕງວຽນ
(ພາບອິນເຕີແນດ)
ນັບແຕ່ກີ້ແຕ່ກ່ອນ, ຊາວເຜົ່າ ມນົງ ດຳລົງຊີວິດໃກ້ຊິດຕິດພັນກັບທຳມະຊາດ, ແລະ ມີອາຊີບລ່າເນື້ອ, ລ້ຽງດູຊ້າງປ່າໃຫ້ກາຍເປັນພາຫະນະຂົນສົ່ງ, ຮັບໃຊ້ການຜະລິດ, ຊາວເຜົ່າ ມນົງ ສ່ວນຫຼາຍແມ່ນປູກເຂົ້ານາໄຮ່, ແຕ່ກໍ່ມີຊາວເຜົ່າ ມນົງທີ່ດຳລົງຊີວິດຢູ່ແຄມແມ່ນ້ຳ, ໜອງ, ຫ້ວຍພັດປູກເຂົ້ານາທາມເປັນຕົ້ນ. ທ່ານ ອາມາຟອງ, ຊາວເຜົ່າ ມນົງ ຣເລິມ ຢູ່ເມືອງລັກ, ແຂວງດັກລັກ, ໃຫ້ຮູ້ວ່າ:
“ຊາວເຜົ່າ ມນົງ ຢູ່ທີ່ນີ້ ຄື: ມນົງ ຮເລິມ, ມນົງ ກາ, ມນົງຈີນ, ມນົງ ປແຣ.. ດຳລົງຊີວິດດ້ວຍອາຊີບປູກເຂົ້ານາທາມ.. ໃນເມື່ອກ່ອນ, ຊາວເຜົ່າ ມນົງ ຮເລິມບໍ່ເຮັດໄຮ່, ຍ້ອນດຳລົງຊີວິດຢູ່ແຄມແມ່ນ້ຳ, ເຂົາເຈົ້າຈຶ່ງປູກເຂົ້ານາທາມ, ຫາປາ ແລະ ລ່າເນື້ອ. ສ່ວນຮີດຄອງປະເພນີຂອງຊາວເຜົ່າ ມນົງ ຢູ່ທີ່ນີ້ຄ້າຍຄືກັນກັບຊາວເຜົ່າເອເດຄືໃນການສ້າງເຮືອນຮ້ານ, ການບູຊາ ແລະ ຕີຄ້ອງ, ພຽງແຕ່ຕ່າງຫາກດ້ານພາສາເທົ່ານັ້ນ.“
ທ່ານ ອາມາຟອງຜູ້ນັ່ງຢູ່ເບື້ອງຂວາ
(ພາບອິນເຕີແນດ)
ຕາມຮີດຄອງຂອງຊາວເຜົ່າ ມນົງກາ ແລ້ວ, ພາຍຫຼັງລະດູການເກັບກ່ຽວ, ບັນດາບອນ (ບ້ານ) ກໍ່ຈັດຕັ້ງງານບຸນຮອບວຽນແຫ່ງຊີວິດຂອງຄົນ, ເພື່ອແນໃສ່ສະແດງຄວາມຮູ້ບຸນຄູນຕໍ່ບັນດາເທວະດາຟ້າແຖນ, ບັນພະບຸລຸດທີ່ໄດ້ບັນດານໃຫ້ເຂົາເຈົ້າມີເຂົ້າເຕັມກະຖາງ, ມີໝູ, ງົວເຕັມຄອກ. ງານບຸນແທງຄວາຍແມ່ນງານບຸນປະເພນີ ທີ່ຊາວເຜົ່າ ມນົງ ຖືເປັນສຳຄັນທີ່ສຸດ.
ໃນງານບຸນຕ່າງໆຂອງຊາວເຜົ່າ ມນົງ, ງານແຕ່ງດອງ ກໍ່ໄດ້ຮັບຖືວ່າເປັນສຳຄັນ. ສ່ວນປະເພນີ ສູ່ຂໍຜົວ (ຕາມລະບອບມານດາສິດທິລາດ) ຂອງຊົນເຜົ່າ ມນົງກາ ໃນປະຈຸບັນບໍ່ມີອີກ ແລ້ວ, ແທນທີນັ້ນແມ່ນພິທີ ສູ່ຂໍເມຍ.. ເບິ່ງລວມແລ້ວ, ຊາວເຜົ່າ ມນົງ ມີພື້ນຖານວັດທະນະທຳ ສິລະປະຫຼາຍຮູບຫຼາຍແບບ ແລະ ເຂັ້ມຄົ້ນໄປດ້ວຍສີສັນຊົນເຜົ່າ. ເຄື່ອງດົນຕີຂອງຊາວເຜົ່າ ມນົງ ດ້ວຍຊຸດຄ້ອງ, ປີ່, ເຂົາຄວາຍ, ເຄື່ອງດົນຕີດ້ວຍຫີນທີ່ເປັນເອກະລັກສະເພາະຂອງເຂດພູຜາປ່າໄມ້ໄຕງວຽນຍັງຄົງໄດ້ຮັບການຮັກສາໄວ້ຈົນຮອດປະຈຸບັນ. ດ້ວຍຄຸນຄ່າວັດທະນະທຳພິເສດສະເພາະຂອງຕົນ, ຊາວເຜົ່າ ມນົງ ໄດ້ ແລະ ພວມປະກອບສ່ວນພ້ອມກັບປະຊາຄົມ 54 ຊົນເຜົ່າອ້າຍນ້ອງສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມສັງຄົມນິຍົມ.