ຊົນເຜົ່າ ເບີ່ເຣົາ ຢູ່ ໄຕງວຽນ


(vovworld)- ຊາວ​ເຜົ່າ ​ເບີ່​ເຣົາ (Brâu) ຫລື​ຍັງ​ມີ​ຊື່​ເອີ້ນ​ວ່າ​​ເບີ່​ຣ້າວ ​ແມ່ນ​ຫນຶ່ງ​ໃນ​ຈຳນວນ 5 ຊົນ​ເຜົ່າ​ມີ​ຈຳນວນພົນລະ​ເມືອງ​ຫນ້ອຍ​ສຸດ​ໃນ​ວົງ​ຄະນາ​ຍາດ​ບັນດາ​ເຜົ່າ​ຢູ່​ຫວຽດນາມ. ດ້ວຍ​ພົນລະ​ເມືອງ​ປະມານ 400 ຄົນ, ອາ​ໄສ​ຕົ້ນຕໍ​ຢູ່​ເຂດລຸ່ມ​ແມ່​ນ້ຳ​ເຊ​ຊານ ​ແລະ ນ້ຳຂອງ ຂຶ້ນ​ກັບ​ເຂດ​ໄຕ​ງວຽນ​ທີ່​ໃຫຍ່​ໂຕ​ມະ​ໂຫຖານ​ຂອງ​ຫວຽດນາມ, ວົງ​ຄະນາ​ຍາດ​ຊາວ​ເຜົ່າ​ເບີ່​ເຣົາ ​ໄດ້​ສ້າງ​ຮີດຄອງ​ປະ​ເພນີ, ສີສັນ​ວັດທະນະທຳ​ທີ່​ເປັນ​ເອ​ກະ​ລັກສະ​ເພາະ. ​

        ກ່ອນ​ນີ້ ວົງ​ຄະນາ​ຍາດ​ຊາວ​ເຜົ່າ​ເບີ່​ເຣົາ​ແມ່ນ​ອາ​ໄສ​ຢູ່​ເຂດ​ຊາຍ​ແດນ​ສາມ​ປະ​ເທດ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ. ຍ້ອນ​ວິວັດ​ແຫ່ງ​ການອົບ​ພະ​ຍົບ, ຊາວ​ເຜົ່າ​ເບີ່​ເຣົາ​ແມ່ນ​ຊົນ​ເຜົ່າ​ສຸດທ້າຍ​ທີ່​ມາ​ອາ​ໄສ​ຢູ່​ຫວຽດນາມ. ກ່ອນ​ນີ້​ປະມານ 100 ປີ (ຕົ້ນ​ສັດຕະວັດ​ທີ 20). ຊາວ​ເຜົ່າ​ ເບີ່​ເຣົາ ບໍ່​ມີ​ພາສາ​ຂຽນ ​​ແຕ່​ມີ​ພາສາ​ເວົ້າ​ສະ​ເພາະ ​ແລະ ພາສາ​ເວົ້າ​ແມ່ນ​ຂຶ້ນ​ກັບ​ໝວດພາສາ ມອນ - ຂະ​ແມລະ​ບົບ​ພາ​ສາອາຊີ​ໃຕ້. ຊາວ​ເຜົ່າ ເບີ່​ເຣົາ ປະຈຸ​ບັນ​ແມ່ນ​ອາ​ໄສ​ຕົ້ນຕໍ​ຢູ່​ບ້ານ ດັກ​ເມ ຕາ​ແສງ ​ເບີ່​ອີ, ​ເມືອງ ງອກ​ໂຮ່ຍ, ​ແຂວງ​ກອນ​ຕູມ. ​ແຕ່​ດົນ​ນານ​ມາ​ແລ້ວ, ​ໃນ​ຊີວິດ​ດ້ານ​ຈິດ​ວິນ​ຍານ​ຂອງ​ຕົນ, ຊາວ​ເຜົ່າ ເບີ່​ເຣົາ ມີ​ຄວາມ​ສຳ​ນຶກ ​ແລະ ​ເຊື່ອ​ໝັ້ນ​ວ່າ: ຈັກກະວານ​ໂດຍ​ເທວະ​ດາ​ Paxay ສ້າງ​ຂຶ້ນ, Paxay ຍັງ​ສ້າງ​​ເປັນ​ທ້ອງຟ້າ, ຫນ້າດິນ ​ແລະ ສັດສາ​ວາ​ສິ່ງ. ​ແຕ່​ລະ​ບາດກ້າວ​​ເດີນ​ຂອງ ​ເທວະ​ດາ Paxay ​ໄດ້​ກາຍ​ເປັນ​ແມ່​ນ້ຳ​, ​ ​ພູຜາ, ​ທະ​ເລ, ຫ້ວຍນ້ຳ. Paxay ຍັງ​ສ້າງ​​ເປັນ​ຝົນ, ​ເປັນ​ລົມ​, ​ເປັນ​ຊີວິດ ​ແລະ ຄວາມ​ຕາຍ. ກໍ​​ເຊັ່ນ​ດຽວ​ກັນ​ກັບຊົນ​ເຜົ່າ​ອື່ນ​ຢູ່​ເຂດ​ໄຕ​ງວຽນ, ຊາວ​ເຜົ່າເບີ່​ເຣົາຖື​ວ່າ​: ສັດ​ສາ​ວາ​ສິ່ງ​ແມ່ນມີ​ຮູບ​ຮ່າງ​​ແລະ ​ໂລກ​ມີຫຼາຍເທວະ​ດາຟ້າ​ແຖນ, ​ໃນ​ນັ້ນ ມີ​ເທວະ​ດາພູ​ຜາ, ​ ​​ເທວະ​ດາແມ່ນ້ຳ, ​ເທວະ​ດາ​ທະ​ເລ, ເທວະ​ດາ​ຕົ້ນ​ໄມ້​ລ້ວນ​ແຕ່​ແມ່ນ​ສິ່ງ​ທີ່​ມີສັກສິດ. ​ແລະ​ໃນ​ຄອບຄົວ​ຂອງຊາວ​ເບີ່​ເຣົາ​ ​ແມ່ຍິງ​ຖື​ບົດບາດ​ຕົ້ນຕໍ. ຜ່ານແຕ່​ລະ​ໄລຍະ, ວົງ​ຄະນາ​ຍາດ​ຊົນ​ເຜົ່າ ​ເບີ່​ເຣົາ ຄ່ອຍໆ​ສ້າງ​ເປັນ​ຈຸ​ດວັດທະນະທຳ​ສະ​ເພາະຂອງ​ຕົນ. ທ່ານ ລື​ວ​ແອ​ງຮຸ່ງ, ນັກ​ຄົ້ນ​ຄ້ວາ​ບັນດາ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ເຂດ​ໄຕ​ງວຽນ​ຖື​ວ່າ:

        “ວັດທະນະທຳ​ທີ່​ເປັນ​ມູນ​​ເຊື້ອ​ຂອງ​ຊາວ​ເຜົ່າ ​ເບີ່​ເຣົາມີ​ຫລາຍ​ຈຸດ​ທີ່ຄ້າຍຄື​ກັນ​ກັບ​ຊາວ​ເຜົ່າ​ອື່ນ​ຢູ່​ເຂດ​ໄຕ​ງວຽນ​ເວົ້າ​ລວມ ​ແລະ ​ຢູ່​ທາງ​ທິດ​ເຫນືອ​ຂອງ​ເຂດ​ໄຕ​ງວຽນ ​ເວົ້າ​ສະ​ເພາະ, ຕົວຢ່າງ​ຄື: ຊາວ​ເຜົ່າ ​ເບີ່​ເຣົາ ມີ​ສາລາ​ບ້ານ, ມີ​ເຮືອນຮ້ານ, ​ແລະ ງານ​ບຸ​ນຕ່າງໆ​ທີ່​ກ່ຽວຂ້ອງ​ເຖິງ​ການ​​​​ເຮັດ​ໄຮ່​​ໄຖນາ. ​ໃນ​ຄວາມ​​ນຶກຄິດ​ດ້ານຈິດ​ວິນ​ຍານ, ຊາວ​ເຜົ່າ ເບີ່​ເຣົາ ​ຖືບົດບາດ​ຂອງ​ເທວະ​ດາເຂົ້າ​, ການ​ເຫລື້ອມ​ໃສ​ທີ່​ກ່ຽວຂ້ອງ​ເຖິງ​ນ້ຳ, ທີ່​ດິນ, ປ່າ, ສັດເປັນ​ສຳ​ຄັນ… ຊາວ​ເຜົ່າ ເບີ່​ເຣົາ ມີ​ເຄື່ອງ​ດົນຕີ​ປະ​ເພດ​ຕ່າງໆ​ຄື: ​ເປົ່າ​ແຄນ, ຄ້ອງ, ​ເພງ​ພື້ນ​ເມືອງ. ​ໃນ​ການ​ດຳລົງ​ຊີວິດ, ຊາວ ເບີ່​ເຣົາ ມີ​ມູ​ນ​ເຊື້ອ​ຮັກ​ແພງ​ແຂກ​ຄົນ, ມີຈິ​ດ​ໃຈ​ວົງ​ຄະນາ​ຍາດ, ​ມີແບບ​ແຜນການ​ດຳລົງ​ຊີວິດ​ ເຄົາລົບ​ຜູ້​ເຖົ້າ​ຜູ້ແກ່, ຮັກ​​ແພງ​ເດັກນ້ອຍ.”

ຊົນເຜົ່າ ເບີ່ເຣົາ ຢູ່ ໄຕງວຽນ - ảnh 1
ຊາວ​ເຜົ່າ ເບີ່​ເຣົາ
ພາບ: internet

        ​ໂຄງ​ປະກອບ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ ເບີ່​ເຣົາ ມີ​ລັກສະນະ​ວົງ​ຄະນາ​ຍາດ​ສູງ. ເຮືອນ​ຣົງແມ່ນ​ເຮືອນ​ສູງ​ສຸດ​​ແລະ​ມີ​ສະຖາປັດຕະຍະກຳ​ງາມ​ກວ່າ​ໝູ່ ​ຖືກສ້າງ​ຂຶ້ນ​ຢູ່​ໃຈ​ກາງໝູ່​ບ້ານ, ສ່ວນ​ເຮືອນ​ຢູ່​ຂອງ​ຊາວ​ເຜົ່າ ເບີ່​ເຣົາ​ແມ່ນ​ເຮືອນ​ຮ້ານ ​ແລ​ະ​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່​ອ້ອມ​ແອ້ມ​ເຮືອນ​ຣົງ,​ ​ປະຕູ​ມຸ່ງ​ໄປ​ສູ່​ເຮືອນ​ຣົງ. ເຮືອນ​ຣົງ​ແມ່ນ​ແຫ່ງ​ດຳ​ເນີນ​ຊີວິດ​ວົງ​ຄະນາ​ຍາດ ​ແມ່ນ​ບ່ອນ​ຈັດ​ຕັ້ງ​ງານ​ບຸນ​ຕ່າງໆ​ຂອງ​ໝູ່​ບ້ານ. ກ່ອນ​ນີ້ ​​ໃນ​ໄລຍະ​ ​ສົງຄາມ, ຊາວ ເບີ່​ເຣົາ ດຳລົງ​ຊີວິດ​ກະ​ແຈ​ກ​ກະຈາຍ, ຖາງ​ປ່າ​ເຮັດ​ໄຮ່, ອາ​ໄສ​ຢູ່​ລຽບ​ຕາມ​ເຂ​ດ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ ​ແລະ ລາວ, ສະ​ນັ້ນ ການ​ດຳລົງຊີວິດ​ແມ່ນ​ຫຍຸ້ງຍາກ​ຫລາຍ. ພາຍຫລັງ​ສົງ​ຄາມສິ້ນ​ສຸດ​ລົງ, ​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດ ​ແລະ ການ​ຊ່ວຍ​ເຫລືອ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ ກອນ​ຕູມ, ຊີວິດ​ການ​ເປັນ​ຢູ່​ຂອງຊາວ​ເຜົ່າ ເບີ່​ເຣົາ ​ໄດ້​ຄ່ອຍໆ​​ເປັນ​ປົກກະຕິ ​ແລະ ​ເຂົາ​ເຈົ້າ​ໄດ້ຕັ້ງ​ພູມລຳ​ເນົາ​ຄົງ​ທີ່ຢູ່​ບ້ານ ດັກ​ເມ ​ຕາ​ແສງ ​ເບີ່​ອີ ​ເມືອງ ງອກ​ໂຮ່ຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ປະ​ເພນີ​​ປູກຝັງ​ແບບຫລ້າ​ຫລັງ, ພື້ນຖານ​ຜະລິດ​ແມ່ນ​ອີງ​ໃສ່​ທຳ​ມະ​ຊາດ​ເປັນ​ຕົ້ນ​ຕໍ່, ສະ​ນັ້ນ ​ໃນ​ຫລາຍ​ປີ​ຜ່ານ​ມາ ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ ເບີ່​ເຣົາ ​ຍັງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ ​ແລະ ​ຊີ​ວິດ​ຂອງເຂົາ​ເຈົ້າ​ພຽງ​ແຕ່​ໄດ້​ຮັບ​ການ​ປ່ຽນ​ແປງ​ຢ່າງ​ແທ້​ຈິງ​​ນັບ​ແຕ່​ມີ​ບັນດາ​ໂຄງການ​ຫນູນ​ຊ່ວຍ​ຈາກ​ລັດ. ທ່ານ ທາວ​ລ້ອຍ, ຊາວ​ເຜົ່າ ເບີ່​ເຣົາ, ​ພະນັກງານ​ຕາ​ແສງ ດັກ​​ເມ ຕາ​ແສງ ​ເບີ່​ອີ ​​ເມືອງ ງອກ​​ໂຮ່ຍ ​ແຂວງ ກອນ​ຕູມ ​ໃຫ້​ຮູ້​ວ່າ:

        “ປີ 2005, ຕໍ່ຫນ້າ​ສະ​ພາບ​ຈຳ​ນວນພົນລ​ະເມືອງ​​ເຜົ່າ​ເບີ່​ເຣົາຖືກ​ຫລຸດ​ລົງ, ລັດ​ຫວຽດນາມ ​ ​ໄດ້ເອົາ​ໃຈ​ໃສ່ ​ແລະ ​ມີນະ​ໂຍບາ​ຍລະອຽດ​ເພື່ອ​ຫນູນ​ຊ່ວຍ​ຊາວ​ເຜົ່າ ເບີ່​ເຣົາ. ລັດຖະບານ​ໄດ້​ອະນຸມັດ​ໂຄງການ​ຫນູນ​ຊ່ວຍ​ພັດທະນາ​​ຊົນເຜົ່າ ເບີ່​ເຣົາ ຢູ່​ຕາ​ແສງ ​ເບີ່​ອີ, ​ເມືອງ​ງອກ​ໂຮ່ຍ, ​ແຂວງ ກອນ​ຕູມ. ​ດ້ວຍຍອດ​ຈຳ​ນວນ​ທຶນ​ແມ່ນ 25 ຕື້​ດົ່ງ.​​ໃນ​ນັ້ນ ລັດ​ເອົາ​ໃຈ​ໃສ່​ລົງທຶນ​​ກໍ່​ສ້າງພື້ນຖານ​ໂຄງລ່າງ, ຫນູນ​ຊ່ວຍ​ພັດທະນາ​ການ​ຜະລິດ, ກໍ່ສ້າງ​ເຮືອນ​ຣົງ, ​ເຮືອນ​ຢູ່, ວິດ​ຖ່າຍໃຫ​້​ແກ່​ປະຊາຊົນ​ຊົນ​ເຜົ່າ, ກໍ່ສ້າງ​ລະບົບ​ຕາຫນ່າງ​ໄຟຟ້າ​ແຫ່ງ​ຊາດ, ຫນູນ​ຊ່ວຍ​ການ​ພັດທະນາ​ວັດທະນະທຳ​ສັງຄົມ ​ແລະ ການ​ສຶກສາ.​ ປີ 2010 ​ເມື່ອ​ສະຫລຸບ​ໂຄງການ​​, ຊີວິດ​ການ​ເປັນ​ຢູ່​ຂອງ​​ປະຊາຊົນ​ຊາ​ວ​ເຜົ່າ ເບີ່​ເຣົາ ໄດ້ມີ​ການ​ປ່ຽນ​ແປງ​ ​ແລະ ພັດທະນາ.”

ຊົນເຜົ່າ ເບີ່ເຣົາ ຢູ່ ໄຕງວຽນ - ảnh 2

        ​ເພື່ອ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ ເບີ່​ເຣົາ ​ເປັນ​ປົກກະຕິ ​ແລະ ຍາວ​ນານ, ລັດ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ລົງທຶນ​ໃຫ້​ແກ່ການ​ຜະລິດ, ຫນູນ​ຊ່ວຍ​ພໍ່​ແມ່​ປະຊາຊົນ​ກ່ຽວ​ກັບ​​ແນວ​ພັນ​ປູກ, ​ແນະນຳ​ເຕັກນິກ​ການ​ປູກ​ເຂົ້ານາ​ທາມ, ພັດທະນາ​ຕົ້ນ​ໄມ້​ອຸດສາຫະກຳ​ຄື: ກາ​ເຟ, ຢາງພາລາ. ພ້ອມ​ກັບ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຂອງ​ລັດ ແລະ ການ​ຫນູນ​ຊ່ວຍ​ຢ່າງ​ຕັ້ງຫນ້າ​ຂອງ​ອຳນາດ​ການ​ປົກຄອງ​ແຂວງ ກອນ​ຕູມ, ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ ເບີ່​ເຣົາ ພວມ​ໄດ້​ຮັບ​ການປ່ຽນ​ແປງ​ເທື່ອ​ລະ​ກ້າວ. ​ໄລ່​ມາ​ຮອດ​ປີ 2012, ພົນລະ​ເມືອງ​ຊາວ​ເຜົ່າ ເບີ່​ເຣົາ​ຢູ່​ຕາ​ແສງ ​ເບີ່​ອີ ​ແມ່ນ 117 ຄອບຄົວ ດ້ວຍ ​ພົນ​ລະ​ເມືອງ 417 ຄົນ. ​ໃນ​ຂະນະ​ນັ້ນ ປີ 2005 ​ມີພຽງ​ 99 ຄອບຄົວ ດ້ວຍພົນ​ລະ​ເມືອງ 368 ຄົນ. ປະຈຸ​ບັນ ພື້ນຖານ​ໂຄງ​ລ່າງ​ຂອງໝູ່​ບ້ານ ດັກ​ເມ ຢູ່​ຕາ​ແສງ ​ເບີ່​ອີ ​​ ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ​ຢ່າງ​ຄົບ​ຊຸດ, ​ທາງ​ບົກ, ທາງຄົມມະນາຄົມ​ໄດ້​ຮັບ​ການ​ປູຢາງ, ​ໂຮງຮຽນ, ອະນຸບານ​ໄດ້​ຮັບ​ການກໍ່ສ້າງ​ຢ່າງ​ຖາວອນ, ເຮືອນ​ຣົງໃນ​ຕາ​ແສງ​ກໍ​ໄດ້​ຮັບ​ການກໍ່ສ້າງ​ໃຫມ່. ປະຈຸ​ບັນ ຕາ​ແສງ ​ເບີ່​ອີ ມີ​ນັກຮຽນ​ຈາກ​ອະນຸບານ​​ເຖິງ​ມັດທະຍົມ​ຕອນ​ປາຍ​ 111 ຄົນ ​ແລະ ມີ 4 ຄົນ​ພວມ​ຮຽນ​ຢູ່​ວິທະຍາ​ໄລ, ມະຫາວິທະຍາ​ໄລ. ປະ​ຈຸ​ບັນ, ລຸ້ນຫນຸ່ມ​ຊາວ​ເຜົ່າ ເບີ່​ເຣົາ ພວມ​ເຕີບ​ໃຫຍ່​ໃນ​ເຂດ​ດິນ​ທີ່ພວມ​ຟື້ນ​ຕົວ​, ເຂົາ​ເຈົ້າຈະ​ເປັນ​ລຸ້ນຄົນ​ສືບ​ທອດ​ມູນ​ເຊື້ອ, ສີສັນ​ວັດທະນະທຳ​ຂອງ​ຊາວ​ເຜ່ົາ ເບີ່​ເຣົາ.

 ທ່ານ​ຜູ້​ຟັງ​ຜູ້ຊົມທີ່​ເຄົາ​ລົບ! ​ໃນ​ລາຍການ​ສີສັນ 54 ຊົນ​ເຜ່ົາ​ສັບປະດາ​ຫນ້າ, ພວກ​ເຮົາ​ຈະແນະນຳ​ບັນດາ​ຮີດຄອງ​ປະ​ເພນີ, ມູນ​ເຊື້ອ​ວັດທະນະທຳ, ສີ​ລະ​ປະ​ສະຖາປັດຕະຍະກຳ, ​ເຄື່ອງ​ດົນຕີ​ຂອງ​ຊາວ​ເຜົ່າ ເບີ່​ເຣົາ. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

ຕອບກັບ

ຂ່າວ/ບົດ​ອື່ນ