ຊົນເຜົ່າກີງ, ຊົນເຜົ່າມີຈຳນວນພົນລະເມືອງຫລາຍກວ່າໝູ່ຢູ່ ຫວຽດນາມ

(vovworld)-ວົງ​ຄະ​ນາ​ຍາດ​ຊາວ​ຫວຽດ​ນາ​ມ​ປະ​ກອບ​ມີ 54 ຊົນ​ເຜົ່າ​ດຳ​ລົງ​ຊີ​ວິດ​ຮ່ວມ​ກັນ. ໃນ​ນັ້ນ ຊົນ​ເຜົ່າ​ກີງກວມ​ເກືອບ 90% ຍອດ​ຈຳນວນພົນ​ລະ​ເມືອງ​ຂອງ​ຫວຽດ​ນາມ. ຊາວ​​ເຜົ່າ​ກີງ ຍັງ​ເອີ້ນ​ວ່າ ຊາວ​ຫວຽດ ແລະ ຕັ້ງ​ຖິ່ນ​ຖານ​ບ້ານ​ຊ່ອງ​ຢູ່​ທຸກ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ ແຕ່​ຫລາຍກວ່າ​ໝູ່​ແມ່ນ​ຢູ່​ເຂດ​ທົ່ງ​ພຽງ ແລະ ເຂດ​ຕົວ​ເມືອງ. ພາ​ສາ​ຫວຽດ​ຖືກ​ຈັດ​ເຂົ້າ​ໃນ​ໝວດ​ພາ​ສາ ຫວຽດ​-ເມື່ອງ. ໃນ​ລາຍ​ການ​ “ສີສັນ 54 ຊົນ​ເຜົ່າ​ຫວຽດນາມ“ ພາກນີ້ ພວກ​ເຮົາ​ຂໍ​ແນະ​ນຳ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຜົ່າ​ກີງ​ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ​.

ຊົນເຜົ່າກີງ, ຊົນເຜົ່າມີຈຳນວນພົນລະເມືອງຫລາຍກວ່າໝູ່ຢູ່ ຫວຽດນາມ - ảnh 1
ຊຸດເສື້ອຍາວຂອງຊາວເຜົ່າກີງໃນສະໄຫມກ່ອນ
ພາບ:internet

        ຜ່ານ​ຫລາຍ​ສັດ​ຕະ​ວັດ, ວົງ​ຄະ​ນາ​ຍາດ​ບັນ​ດາ​ເຜົ່າ​ຫວຽດ​ນາມ ມີ​ຄວາມ​ສະ​ຫ​ນິດ​ຕິດ​ພັນ​ນຳ​ກັນ​ໃນ​ຕະ​ຫລອດ​ໄລ​ຍະ​ປະ​ຫວັດ​ສາດ​ແຫ່ງ​ການ​ຕໍ່​ສູ້​ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ, ປົກ​ປັກ​ຮັກ​ສາ​ຜືນ​ແຜ່ນ​ດິນ, ຍາດ​ເອ​ກະ​ລາດ, ສ້າງ​ສາ​ປະ​ເທດ​ຊາດ. ແຕ່​ລະ​ຊົນ​ເຜົ່າ​ລ້ວນ​ແຕ່​ມີ​ພາ​ສາ​​ເວົ້າ, ຕົວ​ຫ​ນັງ​ສື​ ແລະ ສີ​ສັນ​ວັດ​ທະ​ນະ​ທຳ​ສະ​ເພາະ​ຂອງ​ຕົນ. ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດ​າ​ເຜົ່າ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ດຳ​ເນີນ​ຊີ​ວິດ​ວົງ​ຄະ​ນາ​ຍາດ ແລະ ໃນ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ. ຈາກ​ຊຸດ​ອາ​ພອນ, ການ​ກິນ​ຢູ່, ການ​ພົວ​ພັນ​ໃນ​ສັງ​ຄົມ ຕະ​ຫລອດ​ຮອດ​ຮີດ​ຄອງ​ປະ​ເພ​ນີ​ຕ່າງໆ​ໃນ​ການ​ແຕ່ງດອງ, ການ​ໄຫວ້​ບູ​ຊາ, ງານ​ບຸນ​ຕ່າງໆ​ຂອງ​ແຕ່​ລະ​ເຜົ່າ​ລ້ວນ​ແຕ່​ມີ​ຈຸດທີ່​ແຕກ​ຕ່າງ​ກັນ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ບູ່ຍ​ຊວນ​ດີງ, ສັງ​ກັດ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ ຫວຽດ​ນາມ ໃຫ້​ຮູ້​ວ່າ: ເພື່ອ​ມີ​ຄວາມ​ເຂົ້າ​ໃຈກ່ຽວ​ກັບ​ເຜົ່າ​ໃດ​, ວຽກ​ທຳ​ອິດ​​ແມ່ນຕ້ອງ​ຮູ້​ຈັກ​ເຖິງຕົ້ນ​ກຳ​ເນີດ​ຂອງ​ເຜົ່າ​ນັ້ນ.

        “ຕາມ​ເອ​ກະ​ສານ​ປະ​ຫວັດ​ສາດ​ຫວຽດ​ນາມ​ແລ້ວ, ຊາວ​ຫວຽດ​ ແມ່ນ​​ຫ​ນ່ວຍ ລາກ​ຫວຽດ​ (Lạc Việt) ທີ່ນອນ​ໃນ​ກຸ່ມ ແບກ​ຫວຽດ (Bách Việt) ລວມ​ມີ​ຫລາຍ​ເຜົ່າຂອງ​ຫວຽດນາມ. ຫລັງ​ຈາກນັ້ນ​ບັນ​ດາ​ກຸ່ມ​ຊາວ​ຫວຽດ​ນີ້ໄດ້​ຕັ້ງ​ພູມ​ລຳ​ເນົາ​ສະ​ເພາະຂອງ​ຕົນ. ເອ​ກະ​ສານ​ປະ​ຫວັດ​ສາດ​ໄດ້​ພິ​ສູດ​ໃຫ​້​ເຫັນ​ວ່າ ດ້ວຍ​ບັນ​ດາ​ເອ​ກະ​ສານ​ບູ​ຮານ​​ໃນ​ຕະ​ຫລອດ 40 ປີ​ຜ່ານ​ມາ​ ທີ່​ກ່ຽວ​ຂ້ອງ​ເຖິງ​ຍຸກ​ສະ​ໄຫມ​ບັນດາ​ເຈົ້າ​ຊີ​ວິດ​ຮຸ່ງ​ ໄດ້​ຢືນ​ຢັນ​​ວ່າ: ບັນ​ພະ​ບູ​ລຸດ​ຂອງ​ຊາວ​ຫວຽດ​ບູຮານ​ໄດ້​ຕັ້ງ​ພູມ​ລຳ​ເນົາ​ຢູ່​ທີ່ນີ້​ມາ​ແຕ່​ດຶກ​ດຳ​ບັນ, ​ຊາວ​ຫວຽດ​ບູຮານ​ໄດ້​ສ້າງ​ເປັນ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ໂດຍ​ກົງ ແລະ ມີ​ລັກ​ສະ​ນະ​ລຽນ​ຕິດ ຈາກ​ສະ​ໄຫມ​ຝຸ່ງງວຽນ (Phùng Nguyên), ກໍ​ມູນ(Gò Mun), ດົ່ງ​ເດົ້າ (Đồng Đậu), ດົງ​ເຊີນ (Đông Sơn) ໂດຍ​ອີງ​ໃສ່​ພື້ນ​ຖານ​ເສດ​ຖະ​ກິດ​ແມ່ນ​ອາ​ຊີບ​ປູກ​ນາ​ທາມ ສົມ​ທົບ​ກັບ​ອາ​ຊີບ​ຜະ​ລິດ​ເຄື່ອງ​ຫັດ​ຖະ​ກຳ. ໃນ​ນັ້ນ​​ຫລອມ​ທອງ​ແດງ ​ແມ່ນ​ອາຊີບ​ທີ່ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ​ດ້ວຍ​ຜະ​ລິດ​ຕະ​ພັນທີ່​ເປັນ​ສັນຍາ​ລັກ​ແມ່ນກອງ​ທອງ​. ສີ່ງ​ດັ່ງ​ກ່າວ​ຢືນ​ຢັນ​ວ່າ ຊາວ​ຫວຽດ​ແມ່ນ​ປະ​ຊາ​ຊົນ​ປະ​ຈຳ​ຖິ່ນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ດິນ​ແດນ​ຫວຽດ​ນາມມາ​ແຕ່​ດຶກ​ດຳ​ບັນ.”

        ບໍ​ລິ​ເວນ​ທີ່​ຊາວ​ຫວຽດ​ ຕັ້ງ​ຖິ່ນ​ຖານ​ບ້ານ​ຊ່ອງ​ແມ່ນ​ເຂດ​ພູ​ພຽງ ແລະ ເຂດ​ທົ່ງ​ພຽງ​ພາກ​ເຫ​ນືອ. ນັບ​ແຕ່​ຕົ້ນ​ສັດ​ຕະ​ວັດ​ທີ 11 ຍ້ອນ​ຄວາມ​ຕ້ອງ​ການ​ກ່ຽວ​ກັບ​ທີ່​ດິນ ແລະ ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ສະ​ໄຫ​ມ​ສັກ​ດີ​ນາ, ຊາວ​ຫວຽດ ​ໄດ້​​ໄປ​ຍັງພາກ​ກາງ ​ແລະ ຂຸດ​ຄົ້ນ, ບຸກ​ເບີກ​ເນື້ອ​ທີ່ດິນ​​ຢູ່ພາກ​ໃຕ້. ເບິ່ງ​ລວມ​ແລ້ວ, ບັນ​ດາ​ເຂດ​ພາກ​ກາງ, ພາກ​ໃຕ້, ​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ເຫ​ນືອ, ເຂດ​ໄຕ​ບັກ, ຕາ​ເວັນ​ຕົກ​ສຽງ​ໃຕ້ ລ້ວນ​ແຕ່​ມີ​ຊາວ​ຫວຽດ ດຳລົງ​ຊີວິດ ແລະ ຢູ່​ບ່ອນ​ໃດ​ຊາວ​ຫວຽດ ກໍ​ຕັ້ງ​ຖິ່ນ​ຖານ​ບ້ານ​ຊ່ອງຢ່າງວ່ອງ​ໄວ ແລະ ເຈືອ​ຈານ​ເຂົ້າ​ກັບ​ຊາວ​ຊົນ​ເຜົ່າ​ສ່ວນ​ຫ​ນ້ອຍ​ ພ້ອມ​ທັງ​ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ຂອງ​ຊົນ​ເຜົ່າ​ທີ່​ມີ​ລະ​ດັບ​ການ​ພັດ​ທະ​ນາ​ສູງກວ່າ ​​ພັດ​ທະ​ນາ​​ເຂ​ດນັ້ນ​ໃຫ້ເທົ່າ​ທຽມກັບ​ເຂດ​ທົ່ງ​ພຽງ. ຮອງ​ສາ​ສະ​ດາ​ຈານ, ດ​ຣ ບຸ່ຍ​ຊວນ​ດີງ ໃຫ້​ຮູ້​ຕື່ມ​ອີກວ່າ:

ຊົນເຜົ່າກີງ, ຊົນເຜົ່າມີຈຳນວນພົນລະເມືອງຫລາຍກວ່າໝູ່ຢູ່ ຫວຽດນາມ - ảnh 2
ການປູກເຂົ້ານາທາມຂອງຊາວເຜົ່າກີງ
ພາບ:phunuonline.vn

        “ຊາວ​ຫວຽດ​ ແມ່​ນ​ກຸ່ມ​ຫ​ນຶ່ງ​ທີ່​ເປັນ​ເອ​ກະ​ພາບ, ແຕ່​ໃນ​ວິ​ວັດ​ທະ​ນາ​ການ​​ເຄື່ອນຍ້າຍ​ໄປ​ເຂດ​ດິນ​ແດນ​ໃຫມ່, ​ເງື່ອນ​ໄຂ​ທຳ​ມະ​ຊາດ​ຢູ່ເຂດ​ນັ້​ນ​ພັດມີຄວາມແຕກ​ຕ່າງ​ກັນ ເຮັດ​ໃຫ້​ຊາວ​ຫວຽດ​ຕ້ອງ​ຮັບ​ມື​ກັບ​​ເງື່ອນ​ໄຂ​ດຳລົງ​ຊີວິດ​ເພື່​ອ​ຄົງ​ຕົວ. ຈາກ​ນັ້ນ​ສ້າງ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ,ວັດ​ທະ​ນະ​ທຳ​ໃຫມ່​ໂດຍ​ມີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ວັດ​ທະ​ນະ​ທຳ​ຂອງເຂົາ​ເຈົ້າ ແລະ ວັດ​ທະ​ນະ​ທຳ​ທີ່​ເຂົາ​ເຈົ້າ​ຮັບ​ເອົາ​. ຢູ່​ເຂດ​ຕາ​ເວັນ​ອອກ​ສຽງ​ເຫ​ນືອ, ​ພູ​ມີ​ປະ​ເທດ​ຕ່າງ​ກັນ ປະ​ຊາ​ຊົນ​ຢູ່​ທີ່ນີ້​ກໍ​ຜະ​ລິດ​ກະ​ສິ​ກຳ ແຕ່​ຜະ​ລິດ​ຢູ່​ຮ່ອມ​ພ​ູ, ຕີ​ນພູ ສະ​ນັ້ນ​ຊາວ​ຫວຽດ​​ຢູ່​ທີ່​ນີ້ບໍ່​ສາ​ມາດ​ນຳ​ໃຊ້​ວິທີການ​ເຮັດ​ນາ​ຄື​ຢູ່​ເຂດ​ທົ່ງ​ພຽງ​ໄດ້ ເຂົາ​ເຈົ້າ​ຕ້ອງ​ຮັບ​ເອົາ​ວິ​ທີ​ຜະ​ລິດ​ກະ​ສິ​ກຳ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ຫ​ນ້ອຍ. ”

ຊົນເຜົ່າກີງ, ຊົນເຜົ່າມີຈຳນວນພົນລະເມືອງຫລາຍກວ່າໝູ່ຢູ່ ຫວຽດນາມ - ảnh 3
ຜູ້ສາວເຜົ່າກີງນຸ່ງຊຸດເສື້ອຍາວ
ພາບ:internet

        ຊາວ​ຫວຽດ ສ່ວນ​ຫລາຍ​ທຳ​ມາ​ຫາ​ກິນ​ດ້ວຍ​ອາ​ຊີບ​ຜະ​ລິດ​ກະ​ສິ​ກຳ, ໃນ​ນັ້ນ​ການ​ປູກ​ຝັງ, ເຮັດ​ນາ​ທາມ​ເປັນ​ຕົ້ນ. ຊາວ​ຫວຽດ ​ຖື​ປັດ​ໄຈ​ລະ​ດູ​ການ​ເປັນ​ສຳ​ຄັນ. ເມື່ອ​ທ​ຽບ​ໃສ່​ຊາວ​​ເຜົ່າ​ອື່ນ, ​ໃນ​ການເຮັດ​ນາ​ຊາວ​ຫວຽດ​ ບັນ​ລຸ​ລະ​ດັບ​ກະ​ເສດ​ສຸມສູງ​. ບໍ່​ພຽງ​ແຕ່​ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ​ໃນ​ການ​ປູກ​ຝັງ​ເທົ່າ​ນັ້ນ ຫາກ​ຊາວ​ຫວຽດ​ຍັງ​ລ້ຽງ​ສັດ​ເກັ່ງ​ອີກ​ດ້ວຍ ແລະ ກ່ອນນີ້​​ເຂົາ​ເຈົ້າມີ​ແຕ່ລ້ຽງສັດ​ດ້ວຍ​ຂອບ​ຂະ​ຫ​ນາດ​ນ້ອຍ ​ແລະ ສ່ວນ​ຫລາຍ​ແມ່ນລ້ຽງ​ໃນ​ຄອບ​ຄົວ​ເທົ່າ​ນັ້ນ​. ພ້ອມ​ກັບ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ສັງ​ຄົມ, ການ​ລ້ຽງ​ສັດ​ໄດ້​ຂະ​ຫ​ຍາຍ​ເປັນ​ຂະ​ແຫນງ​ຕົ້ນ​ຕໍ ​ແລະ ຂອບ​ຂະ​ຫ​ນາດ​ກໍ່ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກວ້າງ. ຂະ​ແຫນງ​ຜະ​ລິດ​ເຄື່ອງ​ຫັດ​ຖະ​ກຳອຸດ​ສາ​ຫະ​ກຳ​ ຂອງ​ຊາວ​ຫວຽດ​ ພັດ​ທະ​ນາ​ຢ່າງວ່ອງ​ໄວ ດ້ວຍ​ຫລາຍ​ອາ​ຊີບ​ຄື: ປຸງ​ແຕ່ງ​ທັນ​ຍາ​ຫານ, ອາ​ຫານ, ຕ່ຳ​ແຜ່ນ​ຕັດ​ຫ​ຍິບ, ຈັກ​ສານ, ​ຜະລິດເຄື່ອງປັ້ນ​ດິນ​ເຜົາ….

       

ຕອບກັບ

ຂ່າວ/ບົດ​ອື່ນ