ຊົນເຜົ່າຂະແມຢູ່ຫວຽດນາມ

(vovworld) - ຊົນ​ເຜົ່າ ​ຂະ​ແມ​ຢູ່ ​ຫວຽດນາມ​ມີ​ປະມານ 1,3 ລ້ານ​ຄົນ, ດຳລົງ​ຊີວິດ​ຕົ້ນຕໍ​ຢູ່​ບັນດາ​ແຂວງ​ພາກ​ໃຕ້​ເຊັ່ນ, ຈ່າ​ວິ​ງ, ຊອກ​ຈັງ, ກຽນ​ຢາງ, ອານ​ຢາງ, ບາກ​ລຽວ, ​ເກິ່ນ​ເທີ, ວິ້ງ​ລອງ… ຊີວິດການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ​ ຂະ​ແມຕິດ​ພັນ​ກັບ​ການ​ປູກເຂົ້ານາ​ທາມ ​ແລະ​ອາຊີບ​ຫັດ​ຖະກຳ​ອື່ນໆ. ຊາວ​ເຜົ່າ​ ຂ​ະແມມີນິທານຫຼາຍ​ເລື່ອງ ​ແລະ ມີ​ສະ​ຖາ​ປັດຕະຍະ​ກຳ​ວັດວາອາ​ຮາມ​ທີ່​ເປັນ​ເອກະລັກ​ສະ​ເພາະ. ບັນດາ​ງານ​ບຸນ​ໃຫຍ່​ໃນ​ປີ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ເຜົ່າ ​ຂະ​ແມ​ພາກ​ໃຕ້​ສະ​ແດງ​ໃຫ້​ເຫັນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອ​ງ.

ຊົນເຜົ່າຂະແມຢູ່ຫວຽດນາມ - ảnh 1

ຊົນເຜົ່າຂະແມຢູ່ຫວຽດນາມ

ພາສາ​ຂອງ​ຊົນ​ເຜົ່າ​ ຂະ​ແມ​ແມ່ນ​ຂຶ້ນ​ກັບ​ໝວດ​ພາສາ​ມອນ - ຂະ​ແມ. ​ເຖິງ​ວ່າ​ຮ່ວມດຳລົງ​ຊີ​ວິດ​​ໃນ​ບໍລິ​ເວນ​ດຽວພ້ອມ​ກັບຊົນ​​ເຜົ່າ​ອື່ນໆ, ​ເຊັ່ນ: ​ເຜົ່າ​ກິ​ງ, ຮວາມາ​ແຕ່​ດົນ​ນານ​ແລ້ວ​ກໍ່ຕາມ, ​ແຕ່​ຊາວ​ເຜົ່າ​ ຂະ​ແມ​ຍັງ​ຄົງ​ຮັກສາ​ສີສັນ​ທີ່​ເປັນ​ເອກະລັກສະ​ເພາະ​ຂອງຕົນ​ໄວ້​ໄດ້, ​ເຂົາ​ເຈົ້າ​ດຳລົງ​ຊີວິດ​ຕາມ “ພູມ“, “ຊອກ“. ຊາວ​ເຜົ່າ ​ຂະ​ແມ​ດຳລົງ​ຊີວິດ​ດ້ວຍ​ຫຼາຍ​ອາຊີບ​ເຊັ່ນ: ຫາ​ປາ, ຕຳ​່ຫູກ, ຖັກ​ສານ, ຜະລິດ​ນຳ້ຕານ ​ແລະ ​ເຄື່ອງ​ເຄືອບ… ​ໃນ​ຊີວິດ​ປະຈຳ​ວັນ, ຊາວ​ເຜົ່າ​ຂະ​ແມຜະລິດນ້ຳປາ, ​ປາ​ແດດ, ສົ້ມປາ​ຫຼາຍປະ​ເພດ​ຈາກ​ກຸ້ງ, ກຸ້ງ​ນ້ອຍ, ປາ. ​ແຕ່​ພົ້ນ​ເດັ່ນ​ແມ່ນ​ປາ​ທີ່​ຜະລິດ​ຈາກ​ປາ​ຄໍ່, ປາ​ດຸກ, ກຸ້ງ, ກຸ້ງ​ນ້ອຍທີ່​ປົນ​ກັບ ເຂົ້າຂົ້ວ​ແລະ​ເກືອ.

    ​ໂດຍ​ດຳລົງ​ຊີວິດ​ໃນ​ເຂດ​ທີ່​ມີ​ຄອງ, ​ເໝືອງ​ຫຼາຍ​ສາຍ, ດັ່ງ​ນັ້ນ​ຊາວ​ເຜົ່າ ​ຂະ​ແມ​ກໍ່​ມີ​ເຮືອ​ນ້ອຍ​ຫຼາຍ​ປະ​ເພດ. ພິ​ເສດ​ແມ່ນ​ເຮືອ​ງໍ ຍາວ 30​ ​ແມັດ, ​ເຮັດ​ດ້ວຍ​ໄມ້​, ​ລວມມີ​ໄມ້ພາຍ​ແຕ່ 30-40​ ໄມ້. ທັງ​ສອງຂ້າງ​ເຮືອ​​ແຕ້ມຮູບຟອງ​ທະ​ເລ, ​ໂຕຊ້າງ, ​ໂຕ​ສິງ, ນ້ຳ… ​ເຮື​ອງໍ​ພຽງ​ແຕ່​ນຳ​ໃຊ້​ໃນ​ໂອກາດ​ບຸນ​ໄຫວ້​ພະຈັນ ອົກ​ອາງ​ບອກ (​ໃນ​ເດືອນ 10 ​ໄລ່​ຕາມ​ຈັນທະ​ປະຕິທິນ).

    ກ່ອນ​ນີ້, ຍິງ​ຊາຍ​ຊາວ​ເຜົ່າ ຂະ​ແມນຸ່ງຊ່າຣົງ ດ້ວຍ​ຜ້າໄໝ​ໂດຍ​ເຂົາ​ເຈົ້າ​ຕຳ່ຫູກ​ເອງ, ຜູ້​ມີ​ອາຍຸ​ສູງ​ເຄີຍ​ນຸ່ງ​ໂສ້ງ​ເສື້ອ​ບ່າ​ບາສີ​ດຳ, ສະ​ເພາະ​ຜູ້​ຊາຍ​ທີ່​ຮັ່ງມີ​ບາງ​ເທື່ອ​ກໍ່​ນຸ່ງ​​ໂສ້ງເສື້ອ​ບ່າ​ບາສີຂາວ, ພ້ອມ​ກັບ​ຜ້າຄຽນ​ຫົວ ຫຼື​ພາດ​ບ່າ.

    ຊີວິດ​ທາງ​ດ້ານ​ວັດທະນະທຳ​ຂອງ​ຊາວ​ເຜົ່າ​ ຂະ​ແມ​ພາກ​ໃຕ້​ແມ່ນ​ອຸດົມສົມ​ບຸນ​ທີ່​ສຸດ. ​​ຊາວ​ເຜົ່າ​ ຂະ​ແມພາກ​ໃຕ້​ແມ່ນ​ມີ​ຫຼາຍ​ງານ​ບຸນ​ທີ່​ເປັນ​ເອກະລັກ​ສະ​ເພາະ. ​ໃນ​ນັ້ນ​ມີ​ສອງ​ງານ​ບຸນ​ໃຫຍ່​ເຊັ່ນ: ບຸນ​ຈອນ​ເຈີ​ນຳ​ເທີ​ໄມ (ບຸນປີ​ໃໝ່) ​ແລະ ງານ​ບຸນ ອອກອາງ​ບອກ, ​ແມ່ນ​ງານ​ບຸນ​ໄຫວ້​ພະຈັນ. ​ໃນ​ງານ​ບຸນ​ນີ້​ຍັງ​ຈັດການຊ່ວງ​ເຮືອລະຫວ່າງ​ບັນດາ​ຟູມ - ຊອກນຳ​ກັນ. ບຸນປີ​ໃໝ່​ ຈອນ​ເຈີ​ນຳ​ເທີ​ໄມ ທີ່ຈັດ​ຂຶ້ນ​ໃນ​ເດືອນ 4 ​ແມ່ນ​ງານ​ບຸນ​​ໃຫຍ່​ຂອງ​ປະຊາ​ຄົມ, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ໄປມາຫາສູ່​ກັນ, ອວຍພອນ​ເຊົ່ງກັນ ​ແລະ ກັນ, ກໍ່​ຄືຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສິລະ​ປະ, ວັດ​ທະນະ​ທຳ, ກິລາ… ພິທີ​ຕ້ອນຮັບ​ປີ​ໃໝ່​ຂອງ​ຊາວ​ເຜົ່າ​ຂະ​ແມ​ກໍ່​​ແຕກ​ຕ່າງ​ກັນ​ກັບ​ຊົນ​ເຜົ່າ​ອື່ນໆ. ທ່ານ ​ເຈົາ​ໂອນ, ສະ​ຖາ​ບັນ​ສົງ, ພຸດທະ​ສາສະໜາ ນາມ​ຕົງ ​ຂະ​ແມ​ພາກ​ໃຕ້, ​ໃຫ້​ຮູ້​ວ່າ:

    “ພິທີ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ຂອງ​ຊາວ​ເຜົ່າ​ຂະ​ແມ ​ແມ່ນ​ຕ່າງ​ກັບ​ຄົນ​ຫວຽດ ​ແລະ ຄົນ​ຈີນ. ການ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ຂອງ​ຊາວ​ເຜົ່າ​ ຂະ​ແມຖືກ​ໄລ່​ຕາມ​ດວງ​ຕາ​ເວັນ. ຮອດ​ວັນ​ນັ້ນ, ​ເຂົາ​ເຈົ້າ​ຈຶ່ງ​ຕີ​ກອງ, ຕີ​ຄ້ອງ​ຢູ່​ໃນ​ວັດ​ແລ້ວ​ແຫ່ພະພຸດທະ​ຮູບ ​ແລະ ​ໂມ​ຮາ​ສົງການ​ຢູ່​ອ້ອມ​ຫໍ​ບູຊາ​ຕົ້ນຕໍ“.

    ຊາວ​ເຜົ່າ​ຂະ​ແມ​ສ່ວນ​ຫຼາຍ​ແມ່ນ​​ເຊື່ອຖື​ສາສະໜາພຸດ, ນິກາຍ​ນາມ​ຕົງ. ມໍລະດົກ​ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດຂອງ​ຊາວ​ເຜົ່າ​ຂະ​ແມ, ​ແມ່ນ​ສິລະ​ປະ ​ແລະ ສະຖາປັດຕະຍະກຳ​ວັດ​ວາ​ອາ​ຮາມ. ຊາວ​ເຜົ່າ​ ຂະ​ແມ​ເຕີບ​ໃຫຍ່​ດ້ວຍ​ການ​ສຶກສາ​ສິນ​ທຳ​ຂອງ​ສາສະໜາ​ພຸດ ​ແລະ ຮຽນ​ວັດທະນະທຳ​ໃນ​ວັດ​ກ່ອນ​ທີ່​ກ້າວ​ເຂົ້າ​ສູ່​ຊີວິດ​ກຸ້ມ​ຕົນ​ເອງ. ພະ​ອາຈານ ຢາງ​ແທງ, ອະທິການ​ວັດ ຈະ​ໂຣຍ​ໂຕນ​ຊາ, ຕາ​ແສງ ກິມ​ເຊີນ, ​ເມືອງ​ຈ່າ​ກູ໋, ​ແຂວງ ຈ່າ​ວິ​ງ, ​ໃຫ້​ຮູ້​ວ່າ​:

    “ນອກຈາກ​ຮຽນ​ຕົວ​ໜັງສື, ບັນດາ​ອາຈານ​ຍັງ​ສອນ​ໃຫ້​ພວກ​ນ້ອງ​ກ່ຽວ​ກັບ​ຄຸນສົມບັດ, ການ​ປະພຶດ​ຕໍ່, ການ​ຖາມ​ສະບາຍ​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຊົນ​ເຜົ່າ​ຕົນ​ອີກ. ພ້ອມ​ທັງ​ສອນຄວາມ​ຮູ້​ດ້ານ​ວັດທະນະທຳ, ສິລະ​ປະ​ທີ່​ເປັນພື້ນຖານ, ​ເຊັ່ນ: ການ​ຟ້ອນລຳ​ທຳ​ເພງ​ພື້ນ​ເມືອງ, ​ເຄື່ອງນຸ່ງ… ​ເພື່ອ​ໃຫ້​ພວກ​ນ້ອງ​ເຂົ້າ​ໃຈ ​ແລະ ຮູ້​ຮັກສາ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້.“

    ​ໃນ​ຕະຫຼອດ​ວິວັດ​ແຫ່ງ​ການ​ພັດທະນາ, ພື້ນຖານ​ວັດທະນະທຳ​ໄດ້​ມີ​ການ​ປະສານ​ສົມທົບ​ກັບ​ພື້ນຖານ​ວັດທະນະທຳ​ອື່ນໆ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ, ສິ່ງ​ດັ່ງກ່າວ​ປະກອບສ່ວນ​ສ້າງ​ເປັນ​ພື້ນຖານ​ວັດທະນະທຳ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ປະຊາ​ຄົມ 54 ຊົນ​ເຜົ່າ​ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ