ຊົນເຜົ່ານຸ່ງຢູ່ຫວຽດນາມ

(Vovorld) - ໂດຍແມ່ນຊົນເຜົ່າທີ່ມີຈຳນວນພົນລະເມືອງຫຼາຍອັນດັບ 7 ຢູ່ຫວຽດນາມ, ປະຈຸບັນຊົນເຜົ່ານຸ່ງມີພົນລະເມືອງ 1 ລ້ານກວ່າຄົນ,ດຳລົງຊີວິດກະແຈກກະຈາຍຢູ່ 63 ແຂວງ ແລະ ນະຄອນ, ແຕ່ເຕົ້າໂຮມຫຼາຍກວ່າໝູ່ແມ່ນ ຢູ່ບັນດາແຂວງພູດອຍທາງພາກເໜືອ ແລະ ທາງທິດຕາເວັນອອກສຽງເໜືອຄື: ລ້າງເຊີນ, ກາວບັ່ງ, ບັກກ້ານ, ທ້າຍງວຽນ,ບັກຢາງ,ຕວຽນກວາງ.ຊົນເຜົ່ານຸ່ງ  ມີມູນເຊື້ອວັດທະນະທຳ ທີ່ເປັນເອກະລັກສະເພາະ, ເຮັດໃຫ້ສີສັນວັດທະນະທຳຂອງບັນດາເຜົ່າ ຫວຽດນາມອຸດົມສົມບຸນຍິ່ງຂຶ້ນ.

ຊົນເຜົ່ານຸ່ງຢູ່ຫວຽດນາມ - ảnh 1

  (ພາບປະກອບ)

      ຊົນເຜົ່ານຸ່ງອາໄສຢູ່ຫຼາຍບໍລິເວນທີ່ແຕກຕ່າງກັນ ແລະ ແບ່ງອອກ ເປັນແຊງຕ່າງໆ ເຊັ່ນ: ນຸ່ງຊ່ວງ, ນຸ່ງຢາງ,ນຸ່ງອານ, ນຸ່ງລ່ອຍ,ນຸ່ງຝ່ານຊິ່ງ, ນຸ່ງຈ໋າວ, ນຸ່ງອິງ, ນຸ່ງກວີຣິ້ນ, ນຸ່ງຢີ໋ນ. ຊາວເຜົ່ານຸ່ງ ເຄີຍດຳລົງຊີວິດ ຢູ່ເປັນແຕ່ລະບ້ານ, ໃນແຕ່ລະບ້ານມີເຮືອນປະມານແຕ່ 30 - 70 ຫລັງຕາມປົກກະຕິ, ຢູ່ຕໍ່ໜ້າບ້ານ ແມ່ນທົ່ງນາທາມ, ເບື້ອງຫຼັງບ້ານແມ່ນໄຮ່ແລະສວນໝາກໄມ້. ເຮືອນຢູ່ຂອງຊາວເຜົ່ານຸ່ງ ສ່ວນຫຼາຍ ແມ່ນ:ເຮືອນ ຮ້ານທີ່ເປັນມູນເຊື້ອ ແລະ ເຮືອນດິນ, ນອກນັ້ນຍັງມີ ເຮືອນເຄິ່ງຮ້ານເຄິ່ງດິນອີກ ເຮືອນຂອງຊາວເຜົ່າ ນຸ່ງກວ້າງພໍສົມຄວນ ແລະ ມຸງດ້ວຍດິນຂໍ, ເຮືອນຖືກແບ່ງອອກເປັນສອງສ່ວນດ້ວຍຝາຂັ້ນດ້ວຍໄມ້, ສ່ວນ ຢູ່ໃນແມ່ນຕັ້ງເຕົາໄຟ, ແມ່ນແຫ່ງດຳເນີນຊີວິດຂອງ​ແມ່ຍິງໃນຄອບຄົວ, ສ່ວນຢູ່ນອກແມ່ນເພື່ອໃຫ້ຜູ້ຊາຍ, ແລະ ຕັ້ງແທ່ນບູຊາບັນພະບຸລຸດ.  ເຄື່ອງນຸ່ງຂອງຊາວເຜົ່ານຸ່ງ ແມ່ນບໍ່ມີສີສັນຫຼາກຫຼາຍຄືບັນດາຊົນເຜົ່າອື່ນໆ, ຫາກ ທຳມະດາງ່າຍດາຍ ແລະ ເຄີຍເຮັດດ້ວຍຜ້າ​ຝ້າຍຍ້ອມເປັນສີຄາມ ແລະບໍ່ປັກແສ່ວປະດັບປະດາເທື່ອ. ຜູ້ຊາຍນຸ່ງເສື້ອຄໍຕັ້ງ, ແຍກຢູ່ໜ້າ​ເອິກ, ມີແຖວກະດູມເຮັດດ້ວຍແພ ແລະ ເຄີຍມີຖົງເສື້ອ 4 ຫຼື 2 ຖົງ. ສ່ວນແມ່ຍິງນຸ່ງເສື້ອ 5 ປ່ຽງ, ໃສ່ກະດູມຢູ່ທາງ​ຂ້າງ ແລະ ປະດັບ ປະດາດ້ວຍການຫຍິບແພສີຕ່າງ​ໆ ໃສ່ຄໍເສື້ອແລະໃສ່​ເອິກ.
        ຊາວເຜົ່ານຸ່ງຖືການປູກເຂົ້າຫາເງິນລ້ຽງຊີບເປັນຕົ້ນຕໍ. ຮູບການເສດ ຖະກິດແບບທຳມະຊາດຍັງຄົງ ຮັກສາໄວ້ໃນປະຊາຄົມຊາວເຜົ່ານຸ່ງຢູ່. ແມ່ຍິງເຂົ້າປ່າ, ເຮັດໄຮ່ ເຄີຍ​ເປ້​ກະ​ເຢ້ນ້ອຍ ເພື່ອເກັບຜັກປ່າ, ເຫັດ, ເຫັດຫູໜູ ...ເພື່ອຕົ້ມເປັນອາຫານປະຈຳວັນ. ອ້າຍ ຫງວຽນວັນເທ໋, ຜູ້ນຳທ່ຽວຢູ່ບ້ານວັດທະນະທຳບັນດາເຜົ່າ ຫວຽດນາມ, ໃຫ້ຮູ້ວ່າ:     
   "ຊາວເຜົ່ານຸ່ງກໍ່ມີຄວາມຊຳນານໃນການບຸກເບີກທີ່ດິນເພື່ອເຮັດຮ່,ເຮັດນາຂັ້ນໄດ,ເຮັດທົ່ງປູກເຂົ້ານາທາມນອກ ຈາກແຫຼ່ງທັນຍາຫານຕົ້ນຕໍ ແມ່ນເຂົ້າແລ້ວ, ຊາວເຜົ່ານຸ່ງຍັງປູກສາລີ, ມັນຕົ້ນ, ພືດ, ຕົ້ນໄມ້ອຸດສາຫະກຳ, ຕົ້ນໄມ້ ກິນໝາກ, ໃນນັ້ນມີຕົ້ນໄມ້ ຊະນິດຕ່າງໆທີ່ມີມູນຄ່າເສດຖະກິດສູງອີກດ້ວຍ...ຊາວເຜົ່ານຸ່ງຍັງເກັ່ງໃນການລ້ຽງສັດ ປະເພດຕ່າງໆເຊັ່ນ: ໝູເມື່ອງເຄືອງ, ມ້າກາວບັ່ງອີກ

   ນອກຈາກຜະລິດກະສິກຳແລ້ວ, ຊາວເຜົ່ານຸ່ງຍັງເຮັດອາຊີບ ຫັດຖະກຳຕື່ມອີກ, ຕົ້ນຕໍແມ່ນຮັບໃຊ້ຄວາມ ຕ້ອງການໃນການດຳເນີນ ຊີວິດປະຈຳວັນ. ແມ່ຍິງປູກຝ້າຍຕໍ່າຜ້າ, ຍ້ອມສີ. ສ່ວນຜູ້ຊາຍເຮັດ ອາຊີບຕີເຫຼັກ, ຫລໍ່ໂລຫະ ແລະ ປັກສານ, ຜະລິດເຄື່ອງໄມ້ , ເຈ້ຍສາ, ດິນຂໍ. ເຂົາເຈົ້າເປັນຄົນດຸໝັ່ນໃນການອອກແຮງງານ, ເຄົາລົບນັບຖືຜູ້ເຖົ້າຜູ້ ແກ່, ມີຄວາມຮັກແພງມະນຸດດ້ວຍກັນ, ນັ້ນແມ່ນມູນເຊື້ອອັນດີງາມ ຂອງຊາວເຜົ່ານຸ່ງ.
      ປະຊາຄົມຊາວເຜົ່ນຸ່ງມີຫຼາຍງານບຸນ, ມີຮີດຄອງປະເພນີວັດທະ ນະທຳທີ່ເປັນເອກະລັກສະເພາະ, ໃນນັ້ນງານບຸນທີ່ມີຊື່ສຽງທີ່ດຶງດູດປະຊາ ຊົນຫຼາຍ ລຸ້ນຄົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ, ນັ້ນແມ່ນງານບຸນ “ລົງທົ່ງ“, ເຊຶ່ງຖືກຈັດຂຶ້ນໃນເດືອນຈຽງຂອງທຸກປີ. ຊາວເຜົ່ານຸ່ງກໍ່ຖືງານບຸນ “ດັດແປງຂຸມສົບ“ ເຊິ່ງເຄີຍຈັດຕັ້ງໃນວັນທີ3/3ໄລ່ຕາມຈັນທະປະຕິທິນເປັນສຳຄັນ. ນີ້ແມ່ນປະເພນີທີ່ມີມາແຕ່ດົນນານເພື່ອອາໄລ ຫາບັນພະບຸລຸດ,ບັນດາຜູ້ທີ່ໄດ້ລ່ວງລັບໄປແລ້ວ. ທ່ານ ນົງວັນດ່ວານ. ຊາວເຜົ່ານຸ່ງຢູ່ແຂວງລ້າງເຊີນ, ໃຫ້ຮູ້ວ່າ:

       “ເມື່ອລະດູບານໃໝ່ວຽນມາແມ່ນມີງານບຸນ ດັດແປງຂຸມສົບ. ໃນງານບຸນ,ລູກຫຼານໃນຄອບຄົວທຸກຄົນ, ນັບແຕ່ລູກໃພ້, ລູກເຂີຍ, ລູກສາວ, ລູກຊາຍ ລ້ວນແຕ່ກັບມານຳເອົາເຄື່ອງຂອງບູຊາໄປຍັງສຸສານເພື່ອຈູດທູບບູຊາ ໃຫ້ຜູ້ທີ່ໄດ້ລ່ວງລັບໄປແລ້ວ


ຊົນເຜົ່ານຸ່ງຢູ່ຫວຽດນາມ - ảnh 2  

  (ພາບປະກອບ)

        ຊາວເຜົ່ານຸ່ງມີສາງວັດທະນະທຳພື້ນເມືອງທີ່ອຸດົມສົມບູນ ແລະ ມີທຳນອງ ເພງພື້ນເມືອງ ທີ່ເຕັມໄປດ້ວຍ ສີສັນຊົນເຜົ່າຕົນ. ຕະຫຼາດຂອງຊາວເຜົ່ານຸ່ງກໍ່ພັດ ທະນາທີ່ສຸດ. ຊາວເຜົ່ານຸ່ງໄປຕະຫລາດນັດບໍ່ພຽງແຕ່ເພື່ອ ແລກປ່ຽນຊື້ຂາຍບັນດາຜະລິດຕະພັນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ເຂົາເຈົ້າພົບປະແລກ ປ່ຽນນຳກັນ ອີກດ້ວຍ. ພິເສດຊາວເຜົ່ານຸ່ງຝ່ານຊິ່ງມັກໄປຕະຫຼາດເພື່ອທັງຫຼິ້ນ, ທັງຂັບກ້ຽວກັນ. ໃນປະຊາຄົມບັນດາເຜົ່າ ຫວຽດນາມ, ຊາວເຜົ່ານຸ່ງບໍ່ພຽງແຕ່ມີພົນລະເມືອງເປັນຈຳນວນຫຼວງຫຼາຍເທົ່ານັ້ນ, ຫາກມີລະດັບຄວາມຮູ້ ພັດທະນາ ຢ່າງ ວ່ອງໄວອີກດ້ວຍ. ເຂົາເຈົ້າພວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງ ສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ