ຊົນເຜົ່າບານາ ໃນເຂດໄຕງວຽນ

(vovworld) - ຊົນ​ເຜົ່າ​ບາ​ນາ ​ແມ່ນ​ຊົນ​ເຜົ່າ​ທີ່​ມີ​ພົນລະ​ເມືອງ​ຫຼາຍ​ໃນ​ປະຊາ​ຄົມ​ບັນດາ​ຊົນ​ເຜົ່າ​ທີ່​ດຳລົງ​ຊີວິດ​ໃນ​ເຂດ​ພູ​ພຽງ​ທາງ​ພາກ​ໃຕ້​ຫວຽດນາມ. ຊາວ​ເຜົ່າ​ບາ​ນາ ກໍ່​ແມ່ນ​ເຈົ້າ​ຂອງ​​ສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ໄຕ​ງວຽນ​. ​ໃນ​ລາຍການ​ສີສັນ 54 ຊົນ​ເຜົ່າ​ຫວຽດນາມ​ພາກ​ນີ້, ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ໂຕ​ຕ໋ວນ ທີ່​ແນະນຳ​ບາງ​ຈຸດ​ກ່ຽວ​ກັບ​ຊົນ​ເຜົ່າ​ບາ​ນາ ​ໃນ​ເຂດ​ໄຕ​ງວຽນ.

ຊົນ​ເຜົ່າ​ບາ​ນາ​ຍັງ​ມີ​ຊື່​​ເອີ້​ນວ່າ: ​ເບີ​ເນິມ, ​ໂຣ, ກອກ​ເດ, ອາ​ລາ​ກົງ…ພາສາ​ຂອງ​ຊາວ​ເຜົ່າ​ບາ​ນາ​ແມ່ນ​ຂື້ນ​ກັບ​ໝວດ​ພາສາມອນ - ຂະ​ແມ, ດ້ວຍ​ພົນລະ​ເມືອງ​ກວ່າ 227.000 ຄົນ (ຕາມ​ການ​ສຳ​ຫຼວດພົນລະ​ເມືອງ​ປີ 2009), ຊາວ​ເຜົ່າ​ບາ​ນາ ຖືກ​ແບ່ງ​ຕາມ​ໝວດ​ທ້ອງ​ຖີ່​ນຄື: ​ເຣີງາ​ວ, ​ເຣີ​ເລີງ… ​ຊາວ​ເຜົ່າ​ບາ​ນາ ດຳລົງ​ຊີວິດ​ຢູ່​ບັນດາ​ແຂວງ​ຢາ​ລາຍ, ກອນ​ຕຸ​ມ ​ແລະ ຢູ່​ທິດຕາ​ເວັນ​ຕົກ​ບັນດາ​ແຂວງ​ບິ່ງ​ດິ້ງ, ຟູ໋ອຽນ ​ແລະ ​ແຄ໋ງຮ່ວາ. ຊາວ​ເຜົ່າ​ບາ​ນາ​ ປູກ​ເຂົ້ານາທາມ​ ​ແລະ ​ເຂົ້ານາ​ໄຮ່. ນັບ​ແຕ່​ສະຕະວັດ​ທີ 20, ຊາວ​ເຜົ່າ​ບາ​ນາ​ໄດ້​ປູກເຂົ້ານາ​ທາມ ​ແລະ ປະຈຸ​ບັນ, ​ການ​ປູກ​ເຂົ້ານາ​ທາມ​ຍັງ​ພັດທະນາຢູ່​ຫຼາຍ​ແຫ່ງ. ຊາວ​ເຜົ່າ​ບາ​ນາ​ມີ​ຫຼາຍ​ອາຊີບ​ຫັດຖະກຳ​ຄື: ຖັກ​ແສ່ວ, ຕຳ່​ແພ​ພື້ນ​ເມືອງ, ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ... ​ໝູ່​ບ້ານ​ຂອງເຂົາ​ເຈົ້າ​ເຄີຍ​ເຕົ້າ​ໂຮມ​ກັນ​ຢູ່​​ເຂດທີ່​ມີຫ້ວຍ​ນຳ້ລຳ​ເຊ. ​ໃນ​ຊີວິດ​ຂອງ​ປະຊາ​ຄົມ​ສັງຄົມ​ຂອງ​ຊາວ​ເຜົ່າ​ບາ​ນາ, ລະບອບ​ມານ​ດາ​ສິດທິ​ລາດ​ຍັງ​ຄົງ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ການ​ພົວພັນ​ໃນ​ຄອບຄົວ, ວົງ​ຕະກຸນ ​ແລະ ​ໃນ​ການ​ສົມລົດ. ຢູ່​ແຕ່​ລະ​ບ້ານ​ເຄີຍມີ​ເຮືອນ​ລວມຫຼື​​ເອີ້ນ​ວ່າ​ເຮືອນ ”ຣົງ” ທັງ​ໃຫຍ່ ​ແລະ ສວຍ​ງາມ​, ​ເຊິ່ງ​ຕັ້ງ​ຢູ່ກາງ​ບ້ານ. ​ເຮືອນຣົງ​ແມ່ນ​ສຳນັກງານ​ຂອງ​ບ້ານ, ​ແມ່ນ​ແຫ່ງ​ທີ່​ບັນດາ​​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ປະຊຸມກັນ​ປຶກສາ​ຫາລື​ວຽກ​ລວມ, ​ແມ່ນ​ແຫ່ງ​​ເຕົ້າ​ໂຮມ​ຂອງຊາວບ້ານ​, ​ແຫ່ງ​ດຳ​ເນີນ​ພິທີ​ງານ​ບຸນຕ່າງໆ​ຕາມຮີດຄອງປະ​ເພນີ​ຂອງ​ຊາວ​ເຜົ່າ​ບາ​ນາ. ນີ້​ກໍ່​ແມ່ນ​ແຫ່ງ​ຕ້ອນຮັບ​ແຂກຢູ່​ນອກ​ເຂົ້າ​ບ້ານ.

ຊົນເຜົ່າບານາ ໃນເຂດໄຕງວຽນ - ảnh 1

ງານບຸນຂອງຊົນເຜົ່າບານາ
(ພາບອິນເຕີແນດ)

​ເຮືອນ​ຂອງ​ຊົນ​ເຜົ່າ​ບາ​ນາ ​ແມ່ນ​ເຮືອນຮ້ານ, ​ກ່ອນນີ້, ​ໃນ​ເຮືອນ​ຫຼັງ​ໜຶ່ງ​ເຄີຍ​ມີ​ຫຼາຍ​ລຸ້ນຄົນ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ, ດັ່ງ​ນັ້ນຈຶ່ງມີ​ເຮືອນ​ຍາວ​ນັບ​ຮ້ອຍ​ແມັດ, ​ແຕ່​ປະຈຸ​ບັນ​ຮູບ​ແບບ​ຄອບຄົວ​ນ້ອຍ, ດ້ວຍ​ເຮືອນຮ້ານ​ຫຼັງ​ນ້ອຍ​ໄດ້​ປະກົດ​ອອກ​ນັບ​ມື້​ນັບ​ຫຼາຍ. ​ໂດຍ​ແມ່ນ​ຊົນ​ເຜົ່າ​ທີ່ດຳລົງ​ຊີວິດ​ແບບ​ຈິ່ງ​ໃຈ, ມີ​ຄວາມ​ດຸ​ໝັ່ນ​ຂະຫຍັນ​ພຽນ ​ແລະ ຄ່ອງ​ແຄ້ວ, ​ມີ​ຊີວິດ​ດ້ານ​ຈິດ​ໃຈ​ອຸດົມສົມ​ບຸນ, ຊາວ​ເຜົ່າ​ບາ​ນາມີ​ພື້ນພື້ນຖານ​ວັດທະນະທຳ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ໃນ​ນັ້ນ​ດົນຕີ​ຄ້ອງ​ຕິດ​ພັນ​ກັບ​ບັນດາ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ. ສຳລັບ​ຊາວ​ເຜົ່າ​ບາ​ນາ, ຄ້ອງ​ບໍ່​ພຽງ​ແຕ່​ແມ່ນ​ສັນຍາ​ລັກ​ທີ່​ສັກສິດ​ໃນ​ການ​ບູຊາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຊັບ​ສົມບັດ​ອັນ​ລຳ້​ຄ່າ​ໃນ​ຊີວິດ​ດ້ານ​ວັດຖຸ​ອີກ​ດ້ວຍ. ທ່ານ ດິງສຣືມ, ຊາວ​ເຜົ່າ​ບາ​ນາ​ທີ່​ດຳລົງ​ຊີວິດ​ໃນ​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

ໝູ່​ບ້ານ​ຂອງ​ຊົນ​ເຜົ່າ​ບາ​ນາ​ມີ​ມູນ​ເຊື້ອ​ຕີ​ຄ້ອງ​ມາ​ແຕ່​ດົນ​ນານ​ແລ້ວ. ​ເມື່ອ​ຕ້ອນຮັບ​ບຸນປີ​ໃໝ່, ບຸນ​ປະ​ເພນີ ​ຫຼື​ງານ​ມະ​ໂຫລານ​ຕ່າງໆ​ແມ່ນ​ຕ້ອງ​ມີ​ສຽງ​ຄ້ອງ, ສຽງ​ຄ້ອງ​ສ້າງ​ບັນຍາກາດ​ຟົດ​ຟື້ນ, ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ກວ່າ​.

ຊົນ​ເຜົ່າ​ບາ​ນາ​ມີ​ພື້ນຖານ​ດົນຕີ​ອຸດົມສົມ​ບຸນ​ທີ່​ສຸດ, ​ເຄື່ອງ​ດົນຕີ​ຂອງ​ຊົນ​ເຜົ່າ​ບາ​ນາ​ກໍ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ. ສ່ວນ​ຟ້ອນ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ບາ​ນາ​ລວມມີ​ຟ້ອນ​ຮັບ​ໃຊ້​ພິທີ​ ​ແລະ ຟ້ອນ​ໃນ​ງານ​ບຸນ​ຕ່າງໆ, ​ເຊິ່ງ​ໄດ້​ສ້າງ​ຄວາມ​ນິຍົມ​ໃຫ້​ແກ່​ຫຼາຍ​ຄົນ. ກອນ​ເລື່ອງ, ​ເທບ​ນິຍາຍ​ຂອງ​ຊົນ​ເຜົ່າ​ບາ​ນາ​ກໍ່​ແມ່ນ​ບັນດາ​ບົດ​ປະພັນ​ພື້ນ​ເມືອງ​ທີ່​ເປັນ​ເອະ​ລັກສະ​ເພາະ, ມີ​ຄຸນຄ່າ​ໃນ​ສາງ​ວັດທະນະທຳ​ພື້ນ​ເມືອງ​ຫວຽດນາມ. ສຳລັບ​ຊາວ​ເຜົ່າ​ບາ​ນາ, ອາຊີບ​ຕຳ່​​ແພ​ໄໝ​ແມ່ນ​ວັດທະນະທຳພິ​ເສດສະ​ເພາະ​ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ສິລະ​ປະ​ປະດັບ​ຂອງ​ຊາວ​ເຜົ່າ​ບາ​ນາ​ອຸດົມສົມ​ບຸນ ​ແລະ ​ເປັນ​ເອກະລັກ​ສະ​ເພາະ, ​ເຊິ່ງສະ​ແດງ​ອອກ​ຜ່ານ​ລວດລາຍ​ໃນ​ຊຸດ​ອາພອນ​ປະຈຳ​ເຜົ່າ ​ແລະ ​ເຄື່ອງ​ຖັກ​ແສ່ວ. ຊາວ​ເຜົ່າ​ບາ​ນາ​ເຄີຍ​ໃຊ້​ສີດຳ, ສີ​ແດງ, ສີຂາວ ​ເພື່ອ​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແຮງ. ​ແມ່ຍິງ​ຊາວ​ເຜົ່າ​ບາ​ນາ​ຜູ້​ໃດ​ກໍ່​ມີ​ຄວາມ​ຊຳນານ​ໃນ​ການ​ຕຳ່​ແພ​​ພື້ນ​ເມືອງ. ປ້າ ລາ​ລານ​ທິມິ​ງ, ນັກສິລະ​ປະການຕຳ່​ແພ​ພື້ນ​ເມືອງ​ຊາວ​ເຜົ່າ​ບາ​ນາ, ​ໃຫ້​ຮູ້​ວ່າ:

​ເມື່ອ​ມີ​ອາຍຸ 13​-​14 ປີ ຂ້າພະ​ເຈົ້າ​ໄດ້​ຮູ້​ຕຳ່​ແພ​ພື້ນ​ເມືອງ​​ແລ້ວ, ນີ້​ແມ່ນ​ອາຊີບ​ພື້ນ​ເມືອງ, ດັ່ງ​ນັ້ນ​ຕ້ອງ​ຮັກສາ​ໄວ້. ປະຈຸ​ບັນ, ຍ້ອນ​ໄດ້​ຮັບ​ການ​ສືບ​ທອດ​ຈາກ​ລຸ້ນກ່ອນ, ພວກ​ຫຼານ​ນ້ອຍ​ບໍ່​ພຽງ​ແຕ່​ຕຳ່​ແພ​ພື້ນ​ເມືອງ​ທີ່​ສວຍ​ງາມ​ໄດ້​ເທົ່າ​ນັ້ນ, ຫາກ​ຍັງ​ພັດທະນາ​ອາຊີບ​ນີ້​ອີກ​ດ້ວຍ“.

ຊາວ​ເຜົ່າ​ບາ​ນາ​ມີ​ຫຼາຍ​ງານ​ບຸນ​ຄື: ງານ​ບຸນ​ສະ​ແດງຄວາມຮູ້​ບຸນຄຸນ​ຕໍ່ພໍ່​ແມ່, ຕໍ່​ເທວະ​ດາ​ເຂົ້າ, ງານ​ບຸນ​ແທງ​ຄວາຍ, ​... ບັນດາ​ງານ​ບຸນ​ດັ່ງກ່າວ​ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ດິນ​ຟ້າ​ທີ່​ໄດ້​ເອື້ອ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ລະດູ​ການ​ເກັບ​ກ່ຽວ​​ໄດ້​ຮັບ​ຜົນ​ດີ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ລະ​ຫຼິ້ນ, ບັນ​ເທິງ, ຕີ​ຄ້ອງ, ດື່ມ​ເຫຼົ້າ... ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ເຜົ່າ​ບາ​ນາ​ສະ​ແດງ​ຄວາມ​ສາມາດ​ໃນ​ການ​ແຕ່ງອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ອີກ​ດ້ວຍ. ​ເມື່ອ​ໄດ້​ຮັບ​ປະທານ​ອາຫານ​ທີ່​ແຊບ​ນົວ​ຂອງ​ຊົນ​ເຜົ່າ​ບາ​ນາ​ຂ້າງ​ເຕົາ​ໄຟ​ແດງ, ​ໄດ້​ດື່ມ​ເຫຼົ້າ​ໄຫ ​ແລະ ​ໄດ້​ຮັບ​ຟັງ​ຜູ້​ເຖົ້າ​ເລົ່າ​ເລື່ອງ​ຕົ້ນ​ກຳ​ເນີ​ດ​ຂອງ​ອາຫານ​ແຕ່ລະ​ເຍື່ອງ​ນັ້ນ, ຈະ​ແມ່ນ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​​​ແກ່ແຕ່ລະຄົນ. 


ຕອບກັບ

ຂ່າວ/ບົດ​ອື່ນ