ຊົນເຜົ່າປູແປ໋ວພ້ອມກັບບັນດາສີສັນສະເພາະໃນປະຊາຄົມບັນດາເຜົ່າ


(vovworld) - ປູ​ແປ໋ວ ​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ດຳລົງ​ຊີວິດ​ຢູ່​​ເຂດ​ພູດ​ອຍ​ແຂວງ​ຮ່າ​ຢາງ. ​ໃນ​ປະຊາ​ຄົມ 54 ຊົນ​ເຜົ່າ​ຫວຽດນາມ, ຊາວ​ເຜົ່າ​ປູ​ແປ໋ວ ມີ​ຈຸດ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ມີຮີດຄອງ​ປະ​ເພນີ, ທີ່​ເປັນ​ເອກະລັກ​ສະ​ເພາະ, ປະກອບ​ມໍລະດົກ​ວັດທະນະທຳ​ອັນ​ລຳ້​ຄ່າ​ຫຼາຍ​ຢ່າງ​ເຂົາ​ໃນ​ສາງ​ວັດທະນະທຳ​ຂອງ​ປະຊາ​ຄົມ​ບັນດາ​ເຜົ່າ​ຫວຽດນາມ. ​

ຊົນເຜົ່າປູແປ໋ວພ້ອມກັບບັນດາສີສັນສະເພາະໃນປະຊາຄົມບັນດາເຜົ່າ - ảnh 1

ຊົນເຜົ່າ ປູແປ໋ວ

(ພາບ: ອິນເຕີແນດ)

ປູ​ແປ໋ວ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊົນ​ເຜົ່າ​ທີ່​ດຳລົງ​ຊີວິດ​ກ່ອນໝູ່​ຢູ່​ເຂດ​ພູດ​ອຍທາງພາກ​ເໜືອ, ​ແຂວງ​ຮ່າ​ຢາງ. ປະຈຸ​ບັນ, ຊົນ​ເຜົ່າ​ປູ​ແປ໋ວ, ດ້ວຍ​ພົນລະ​ເມືອງ​ເກືອບ 1000 ຄົນ, ດຳລົງ​ຊີວິດ​ສ່ວນ​ຫຼາຍ​ຢູ່​ຕາ​ແສງ​ໂຟ໋ລ່າ, ​ເທດສະບານ ຟໍ໋ບາງ, ​ເມືອງ​ ດົ່ງ​ວັນ ​ແລະ ຢູ່​ຕາ​ແສງ ສູງ​ຈ໋າງ, ຟູ໋ລຸງ, ​ເມືອງ ອຽນ​ມິ​ງ. ​ສ່ວນ​ຍັງ​ເຫຼືອ​ແມ່ນ​ດຳລົງ​ຊີວິດຢູ່​ເມືອງ ບັກ​ເມ, ​ແຂວງ ຮ່າ​ຢາງ. ຊາວ​ເຜົ່າ ປູ​ແປ໋ວ ​ສາມາດເວົ້າ​ພາສາ​ ມົ້ງ​ ​​ໄດ້​ດີ. ​ເມື່ອ​ທຽບ​ໃສ່​ປະຫວັດ​ແຫ່ງ​ການ​ພັດທະນາ​ຂອງ​ບັນດາ​ເຜົ່າ​ອ້າຍ​ນ້ອງ​ທີ່​ດຳລົງ​ຊີວິດ​ຢູ່​ເຂດ​ນີ້, ຊາວ​ເຜົ່າ​ປູ​ແປ໋ວ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊົນ​ເຜົ່າ​ທຳ​ອິດຢູ່​ເຂດ​ເໜືອ​ສຸດ​ທີ່​​ໄດ້ບຸກ​ເບີກ​ໄຮ່ນາ​. ຊາວ​ເຜົ່າ ປູ​ແປ໋ວ ດຳລົງ​ຊີວິດ​ດ້ວຍ​ອາຊີບ​ເຮັດ​ໄຮ່ ​ແລະ ​ເຮັດນາ​ຂັ້ນ​ໄດ, ປູກ​ສາລີ, ​ເຂົ້າ, ໝາກ​ຖົ່ວ​ເປ​ັນຕົ້ນ… ​ໃນ​ການ​ຜະລິດ, ​ເຂົາ​ເຈົ້າ​ນຳ​ໃຊ້ໄຖ, ຄາດ, ຄວາຍ, ງົວ​ເປັນ​ເຄື່ອງມື. ອາຫານ​ຕົ້ນຕໍ​ຂອງ​ຊາວ​ເຜົ່າ ປູ​ແປ໋ວ  ​ແມ່ນ​ເຂົ້າ, ​ແປ້ງ​ສາລີ. ມາ​ຮອດ​ປະຈຸ​ບັນ, ​ເຂົາ​ເຈົ້າ​ຍັງ​ຄົງ​ຮັກສາ​ອາຊີບ​ປັກ​ແສ່ວ, ຫຍິບ, ຜະລິດ​ເຄື່ອງ​ຈັກສານ​ດ້ວຍ​ຫວາຍ, ​ໄມ້​ໄຜ່, ທັງ​ພັດທະນາ​ການ​ລ້ຽງ​ງົວ, ຄວາຍ​ ​ແລະ ຖື​ນີ້​ແມ່ນ​ຊັບ​ສິນ​ສະ​ສົມ​ຂອງ​ຕົນ. ຊາວ​ເຜົ່າ ປູ​ແປ໋ວ  ບໍ່​ດຳລົງ​ຊີວິດ​ໃນ​ເຂດ​ພູ​ສູງ, ຫາກ​​ເຕົ້າ​ໂຮມ​ກັນ​ຢູ່​ເຂດ​ຮ່ອມ​ພູ​ຫີນ ດົ່ງ​ວັນ, ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ປູກຝັງ ​ແລະ ລ້ຽງສັດ. ​​ເຮືອນ​ຂອງເຂົາ​ເຈົ້າ​ເຄີຍອີງຫຼັງ​ໃສ່​ພູ, ໜ້າ​ເຮືອນ​ມຸ້ງ​ໄປ​ທິດ​ໃຕ້ ​ແລະ ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້, ທັງ​ມີ​ໄຮ່, ສວນ​ຢູ່​ເບື້ອງ​ໜ້າ. ​ເຮືອນ​ຂອງຊາວ​ເຜົ່າ ປູ​ແປ໋ວ ມີ​ໂຄງ​​ເຮັດດ້ວຍ​ໄມ້, ສ່ວນ​ຝາ​ເຮືອນ​ເຮັດ​ດ້ວຍ​ດິນ, ໜາ​ປະທານ 40-50 cm, ຫຼັງຄາ​ມຸງ​ດ້ວຍ​ຫຍ້າ ຫຼື​ດິນຂໍ.  ດັ່ງ​ນັ້ນ​ສາມາດ​ຮັບ​ມື​ກັບ​ອາກາດ​ທີ່​ຮ້າຍ​ແຮງ​ໄດ້. ທ່ານ ລື​ວ​ເຊິ່ນ​ວ້ານ, ສະມາຊິກ​ໃນ​ໜ່ວຍ​ສະ​ສົມ, ຄົ້ນ​ຄ້ວາ​ວັດທະນະທຳ​ບັນດາ​ເຜົ່າ​ຮ່າ​ຢາງ, ​ໃຫ້​ຮູ້​ວ່າ:

        “ຊາວ​ເຜົ່າ ປູ​ແປ໋ວ  ມີພາສາ​, ຮີດຄອງ​ປະ​ເພນີສະ​ເພາະ, ນັບ​ແຕ່​ກອ່ນມາ​ນີ້, ຊາວ​ເຜົ່າ ປູ​ແປ໋ວ  ຍັງ​ຄົງ​ຮັກສາ​ບັນດາ​ບົດ​ເພງ​ພື້ນ​ເມືອງ, ພິທີ​ບູຊາ​ບັນພະບຸລຸດ, ​ເທວະ​ດາ​ຟ້າ​ແຖນ, ພິທີ​ລົງ​ທົ່ງ, ງານ​ດອງ​ປະ​ເພນີ​​ໃນ​ຊີວິດ​ການ​ເປັນ​ຢູ່ ​ແລະ ການ​ອອກ​ແຮງ​ງານ​ຂອງ​ຕົນ​ໄວ້​ຢູ່“.

ຊົນເຜົ່າປູແປ໋ວພ້ອມກັບບັນດາສີສັນສະເພາະໃນປະຊາຄົມບັນດາເຜົ່າ - ảnh 2

ເຄື່ອງນຸ່ງຂອງຊົນເຜົ່າ ປູແປ໋ວ

(ພາບ: ອິນເຕີແນດ)

        ​ໃນ​ຊີວິດ​ປະຊາ​ຄົມ, ຊາວ​ເຜົ່າ ປູ​ແປ໋ວ  ມີ​ສອງ​ວົງ​ຕະກຸນ. ​ແຕ່​ລະ​ວົງ​ຕະກຸນ​ມີ​ລະບົບ​ນາມສະກຸນ​ສະ​ເພາະ​ໃຊ້​ເພື່ອ​ຕັ້ງ​ຊື່​ໃຫ້​ລຸ້ນຕ່າງໆ​ຕາມ​ລຳດັບ. ​ໃນ​ການ​ສົມລົດ, ຄອບຄົວ​ຝ່າຍ​​ຊາຍ​ເອົາ​ເມຍ​ໃຫ້​ລູກ, ພາຍຫຼັງ​ງານ​ດອງ​ຜູ້​ສາວ​ຈະ​ຢູ່​ກັບ​ຄອບຄົວຂອງ​ຜົວ, ລູກ​ເຕົ້າ​ໃຊ້​ສະກຸນຂອງ​ພໍ່ ​ແລະ ຜູ້​ເປັນ​ພໍ່, ​ເປັນ​ຜົວ​ແມ່ນ​ເຈົ້າ​ຂອງ​ເຮືອນ.

        ກໍ່​ເຊັ່ນ​ດຽວ​ກັບ​ຊົນ​ເຜົ່າ​ອ້າຍ​ນ້ອງ​ຈຳນວນ​ໜຶ່ງ​ຢູ່​ເຂດ​ພູດ​ອຍທາງ​ພາກ​ເໜືອ, ຊີວິດ​ທາງ​ວິນ​ຍານ​ຂອງຊາວ​ເຜົ່າ ປູ​ແປ໋ວ ​ແມ່ນ​ບູຊາ​ເທວະ​ດາ​ຟ້າ​ແຖວ​ຕ່າງໆ, ຄືເທວະ​ດາ​ຫ້ອຍ​ນຳ້, ​​ເທວະ​ດາແມ່​ນຳ້, ​ເທວະ​ດາ​ພູ, ​ເທວະ​ດາ​ປ່າ…​ໃນ​ນັ້ນ​ງານ​ບຸ​ນບູຊາ​ເທວະ​ດາ​ປ່າ ​ແມ່ນ​ງານ​ບຸນ​ຕົ້ນຕໍ, ດ້ວຍ​ຫຼາຍ​ສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ປູ​ແປ໋ວ.

        ​ເຄື່ອງນຸ່ງຂອງ ຊາວ​ເຜົ່າ ປູ​ແປ໋ວ  ​ແມ່ນ​ທຳ​ມະ​ດາ​ງ່າຍດາຍ. ​ແມ່ຍິງ ຊາວ​ເຜົ່າ ປູ​ແປ໋ວ  ​ເຄີຍ​ນຸ່ງ​ເສື້ອ​ຍາວ​ສີດຳ, ຢູ່​ນອກ​ມີອ້ຽມ,  ​ແລະ ​ປະດັບ​ປະດາ​ດ້ວຍ​​ແພ​ຫຼາຍ​ສີທີ່​ຫຍິບ​ໃສ່​ກັນ. ​ໃຊ້​ຜ້າຄຽນຫົວທີ່​ປະດັບ​ດ້ວຍ​ລວດລາຍ. ​ແມ່ຍິງ ຊາວ​ເຜົ່າ ປູ​ແປ໋ວ  ​ໃຊ້​ສິ້ນ​ຍາວ​ສີ​ແດງ, ກວ້າງ​ອອກ​ຢູ່​ຕີນ​ສິ້ນ ​ແລະ ປະດັບ​ດ້ວຍ​ແພ​ຫຼາຍ​ສີ​ທີ່ຫຍິບ​ໃສ່​ກັນຢ່າງ​ຄ້ອງ​ແຄ້ວ, ສ້າງ​ເປັນ​ລວດລາຍ​ຄື: ຮູບ​ຫອນ​ໄກ່, ດວງ​ຕາ​ເວັນ, ສະ​ແດງ​ໃຫ້​ເຫັນ​ແນວ​ຄວາມຄິດ​ລວມກ່ຽວ​ກັບ​ການ​ເຊື່ອ​ຖື​ຂອງ​ຊົນ​ເຜົ່າ. ປ​້າ ກຸງ​ທິຊວນ, ຊາວ​ເຜົ່າ ປູ​ແປ໋ວ  , ​ໃຫ້​ຮູ້​ວ່າ:

        “​ລວດລາຍ​​ໃຊ້ສີ​ແດງ, ສີຟ້າ​ເປັນ​ຕົ້ນ. ສີ​ແດງ​ເປັນ​ສັນຍາ​ລັກ​ໃຫ້​ຜູ້​ຊາຍ, ​ສະ​ແດງ​ໃຫ້​ເຫັນ​ຄວາມ​ນັບຖື​ຂອງ​ຜູ້ຍິງ​ ປູ​ແປ໋ວ ທີ່​ມີ​ຕໍ່​ຜູ້​ຊາຍ, ​ເຊິ່ງ​ເປັນ​ເຈົ້າ​ຂອງ​ຄອບຄົວ. ສ່ວນ​ສີຟ້າ​ເປັນ​ສັນຍາ​ລັກ​ໃຫ້​ແມ່ຍິງ​ໃນ​ຄອບຄົວ. ​ເພື່ອ​ຫຍິບ​ລວດ​ລາຍ​ໂສ້ງ​ເສື້ອ​ໃຫ້​ໄດ້​ຊຸດ​ໜຶ່ງ ​ແມ່ນ​ຕ້ອງ​ເສຍ​ເວລາປະມານ 2 ​ເດືອນ“.

        ​ແມ່ຍິງ ຊາວ​ເຜົ່າ ປູ​ແປ໋ວ  ​ກໍ່​ເຄີຍ​ໃຊ້​ເຄື່ອງ​ສຳອາງ​ຄື: ປອກ​ແຂນ, ປອກຄໍ, ສາຍ​ຄໍ, ​ແຫວນ​​ເງິນ. ສາວ ປູ​ແປ໋ວ​ ເຄີຍ​​ຄຽນຜົມ​ອ້ອມ​ຫົວ, ​ຢູ່​ນອກໃຊ້​ຜ້າຄຽນ​ສີ​ອິດ.   ສ່ວນ​ແມ່ຍິງ​ເກົ້າຜົມ​ເທິງ​ໜ້າ​ຜາກ​ແລ້ວ​ຕິດ​ຫວີ​ໄມ້​ໃສ່. ນີ້​ແມ່ນໜຶ່ງ​ໃນ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ຊາວ​ເຜົ່າ ປູ​ແປ໋ວ  .

        ​ໃນ​ການ​ດຳລົງ​ຊີວິດ, ປະຊາ​ຄົມຊາວ​ເຜົ່າ ປູ​ແປ໋ວ ມີ​ຄວາມ​ໃກ້ຊິດ​ສະໜິດສະໜົມ, ​ເຄົາລົບ ​ແລະ ປົກ​ປັກ​ຮັກສາ​ທຳ​ມະ​ຊາດ. ​ເຂົາ​ເຈົ້າ​ຖື​ປ່າ​ແມ່ນ​ຊີວິດ​ຂອງ​ຕົນ, ດັ່ງ​ນັ້ນ​ການ​ປົກ​ປັກ​ຮັກສາ​ປ່າ​ໄດ້​ກາຍ​ເປັນ​ສະຕິ​ລວມຂອງ​ປະຊາ​ຄົມ, ​ເຊິ່ງສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ແຕ່​ລະ​ຄອບຄົວ, ໝູ່​ບ້ານ.​ເມື່ອ​ປ່າ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ ​ແລະ ບົວລະບັດ, ມັນ​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຄຸນຄ່າ​ດ້ານ​ວັດຖຸ, ຈິດ​ໃຈ​ໃຫ້​ແກ່​ປະຊາ​ຄົມ, ໝູ່​ບ້ານ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ ​ແລະ ພັດທະນາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ອີກ​ດ້ວຍ. 

 

ຕອບກັບ

ຂ່າວ/ບົດ​ອື່ນ