ຊົນເຜົ່າຣາລາຍ ຢູ່ທິດໃຕ້ພາກກາງ


(vovworld) - ​ໃນ​ມະຫາ​ຄອບຄົວ 54 ຊົນ​ເຜົ່າ​ຫວຽດນາມ, ຣາລາຍ ​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ອາ​ໄສ​ຢູ່​ຕາມ​ສາຍພູ​ຫຼວງ, ທາງ​ທິດ​ໃຕ້​ຂອງ​ພາກ​ກາງ, ສ່ວນ​ຫຼາຍ​ແມ່ນ​ຢູ່​ແຂວງ​ແຄ໋ງຮ່ວາ ​ແລະ ນິງທ້ວນ. ຊົນ​ເຜົ່າຣາລາຍ ​ມີ​ພື້ນຖານ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະມາ​ແຕ່​ດົນ​ນານ, ​ເຂົາ​ເຈົ້າ​ມີ​ຊີວິດ​ໃກ້ຊິດຕິດ​ແທດ​ກັບ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ.

ຊົນເຜົ່າຣາລາຍ ຢູ່ທິດໃຕ້ພາກກາງ - ảnh 1

(ພາບ: ອິນເຕີແນດ)

        ຊາວ​ເຜົ່າຣາລາຍ ​ເຄີຍ​ອາ​ໄສ​ຢູ່​ເຂດ​ຮ່ອມ​ພູ, ມີ​ພູ​ສູງ​ຢູ່​ອ້ອມ. ​ເຄື່ອງມື​ອອກ​ແຮງ​ງານ​ຕົ້ນຕໍ​ແມ່ນ: ຂວານ, ພ້າ​ໂຕ້, ​ໄມ້ຄ້ອນ​ເທົ້າ, ​ເຄື່ອງ​ຂູດ​ຫຍ້າ. ຊາວ​ເຜົ່າຣາລາຍ ລ້ຽງ​ຄວາຍ, ໝູ, ​ໄກ່, ​ເປັດ… ກ່ອນ​ນີ້, ສັດລ້ຽງ​ຖືກ​ຮັບ​ໃຊ້​ໃນ​ການ​ບູຊາ​ເປັນ​ຕົ້ນ, ​ແຕ່​ປະຈຸ​ບັນ​ໄດ້​ກາຍ​ເປັນ​ສິນຄ້າ​ເພື່ອ​ແລກປ່ຽນ ຫຼື ​ເປັນ​ອາຫານ. ຊາວ​ເຜົ່າຣາລາຍ ມີ​ສີມື​ດີ, ມີ​ອາຊີບ​ຖັກສານ​ຫວາຍ​, ​ໄມ້​ໄຜ່ ​ເປັນ​ເຄື່ອງ​ໃຊ້​ຈຳນວນ​ໜຶ່ງ ແລະ ປະດິດ​ເຄື່ອງ​ດົນຕີ​ບາງປະ​​ເພດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ເຊັ່ນ: ພິນ​ຈາ​ປີ ​ທີ່​ເຮັດ​ດ້ວຍ​ລຳ​ໄມ້​ໄຜ່, ຫຼື​​ເຄື່ອງ​ດົນຕີ​ດ້ວຍ​ຫີນ. ທ່ານ ​ເມົ໋າກວົກຕ໋ຽນ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ, ຊາວ​ເຜົ່າຣາລາຍ, ​ໃຫ້​ຮູ້​ວ່າ:

        “​ໃນ​ຊີວິດ​ຂອງ​ຕົນ, ຊາວ​ເຜົ່າຣາລາຍ ມີ​ວັດທະນະທຳ​ຄ້າຍຄື​ກັນ​ກັບ​ວັດທະນະ​ທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບາງຊົນ​ເຜົ່າ​ໃນ​ເຂດ​ໄຕ​ງວຽນ. ​ໃນ​ຂະນະ​ທີ່​ບາງ​ຊົນ​ເຜົ່າ​ດຳລົງ​ຊີວິດ​ແບບ​ເຄື່ອນ​ຍ້າຍ, ​ເຜົາ​ປ່າ​ເຮັດ​ໄຮ່, ລ່າ​ເນື້ອ​ສັດປ່າ​ນັ້ນ, ຊາວ​ເຜົ່າຣາລາຍ ພັດ​ດຳລົງ​ຊີວິດ​ແບບ​ຄົງ​ທີ່ຢູ່​ເຂດ​ດິນ​ຂອງ​ບັນພະບຸລຸດ. ​ເຂົາ​ເຈົ້າ​ບໍ່ “ລ່າ​ຊ້າງ, ຈັບ​ເສືອ“ ຫາກ​ປົກ​ປັກ​ຮັກສາ​ປ່າ ​ແລະ ສິ່ງ​ແວດ​ລ້ອມ“.

​        ເຮືອນຮ້ານ​ຂອງ​ຊົນ​ເຜົ່າຣາລາຍ ຍັງ​ເອີ້ນ​ວ່າ​ເຮືອນ​ຍາວ, ຖືກ​ປຸກ​ສ້າງ​ຕາມ​ເນີນ​ພູ, ຂ້າງ​ຫ້ວຍ​ນຳ້. ນີ້​ແມ່ນ​ບ່ອນ​ຢູ່​ຂອງ​ຄອບຄົວ​ລວມມີ 3 ລຸ້ນຄົນ ​ແລະ ​ເຈົ້າ​ຂອງ​ເຮືອນ​ແມ່ນ​ຜູ້​ເຖົ້າ, ມີ​ອາຍຸ​ສູງ​ສຸດ​ໃນ​ຄອບ​ຄົວ. ​ເຮືອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າຣາລາຍ ມີ​ໂຄງ​ປະກອບ​ຢ່າງ​ໝັ້ນ​ແກ່ນ, ຢູ່​ອ້ອມ​ເຮືອນ​ມີ​ຮົ້ວ​ຢ່າງ​ແໜ້ນໜາ, ມີ​ປະຕູ​ເຂົ້າ​ອອກ 1 ຫຼື 2 ​ແຫ່ງ ​ແລະ ມີ​ທໍ່​ນຳ້​ດ້ວຍ​ໄມ້​ໄຜ່​ເພື່ອ​ພາ​ນຳ້​ຈາກ​ຫ້ວຍ​ນ້ຳມາ, ຮັບ​ໃຊ້​ໃຫ້ການ​ດຳລົງ​ຊີວິດ​ປະຈຳ​ວັນ, ນອກ​ນັ້ນ​ຍັງ​ມີ​ບ່ອນ​ອາບ​ນ້ຳ​ສະ​ເພາະ​ໃຫ້​​​ແມ່ຍິງ, ຜູ້​ສວ ​ແລະ ​ເດັກນ້ອຍ. ກ່ຽວ​ກັບ​ຊຸດ​ອາ​ພອນ​ປະຈຳ​ເຜົ່າ, ກ່ອນ​ນີ້ຜູ້​ຊາຍຣາລາຍ ​ບໍ່​ໃສ່​ເສື້ອ, ມີ​ແຕ່​ໃສ່​ກະ​ຕ່ຽວ; ສ່ວນ​ຜູ້ຍິງ​ໃສ່​ກະ​ໂປ່​ງ​ (ທີ່​ເຮັດ​ດ້ວຍ​ແພ​ພື້ນ​ເມືອງ) ນຸ່ງ​ເສື້ອ​ແຂນ​ສັ້ນ. ປະຈຸ​ບັນ​ຜູ້​ຊາຍ​ຊາວ​ເຜົ່າຣາລາຍ​ ນຸ່ງ​ໂສ້ງ​ຂາຍາວ, ເສື້ອສຸພາບ. ສ່ວນ​ແມ່ຍິງ​ນຸ່ງ​ກະ​ໂປ່​ງ ຫຼື​ຊຸດ​ໂສ້ງ​ເສື້ອ​ສຸພາບ​ໃນ​ໂອກາດ​ງານ​ບຸນ, ພິທີ​ບູຊາ. ​ເຄື່ອງ​ສຳ​ອ່າງ​ຂອງ​​ແມ່ຍິງ​ມີ​ປອກຄໍ, ປອກ​ແຂນ, ​ໃສ່​ຕຸ້ມຫູ​ດ້ວຍ​ທອງ ຫຼື​ເງິນ.

ຊົນເຜົ່າຣາລາຍ ຢູ່ທິດໃຕ້ພາກກາງ - ảnh 2
(ພາບ: ອິນເຕີແນດ)

        ກ່ຽວ​ກັບ​ການ​ພົວພັນ​ໃນ​ຄອບຄົວຊາວ​ເຜົ່າຣາລາຍ​ ແມ່ນຕາ​ມລະບອບ​ມານ​ດາ​ສິດທິ​ລາດ ​ແລະ ປະຈຸ​ບັນ​ຢູ່​ບາງ​ແຫ່ງ​ຍັງ​ຄົງ​ຮັກສາ​ລະບອບ​ນີ້ ​ແຕ່​ໄດ້​ມີ​ການ​ປ່ຽນ​ແປງ​ໃຫ້​ເໝາະ​ສົມ​ກັບ​ສັງຄົມ​ໃໝ່. ສຳລັບ​ຊາວ​ເຜົ່າຣາລາຍ, ພາຍຫຼັງ​ງານ​ດອງ, ​​ເຈົ້າ​ບ່າວ, ຜົວ​ຈະ​ກາຍ​ເປັນ​ເສົາ​ຄຳ້​ໃນ​ຄອບຄົວ​, ​ແຕ່​ສິດ​ຕັດສິນ​ບັນດາ​ບັນຫາ​ໃຫຍ່​ຍັງຂຶ້ນ​ກັບ​ຄອບຄົວ​ຝ່າຍ​ເມຍ. ລູກ​ສາວ​​ເມື່ອ​ໄດ້​ຮັບ​ການກຳ​ເນີ​ດ​​ແມ່ນໃສ່​ສະກຸນ​ແມ່. ສິດ​ສືບ​ມູນ​ແມ່ນ​ຂຶ້ນ​ກັບ​ລູກ​ສາວ. ພິ​ເສດ​ແມ່ນ​ລູກ​ສາວ​ຫຼ້າ.

        ຊາວ​ເຜົ່າຣາລາຍ ​ເຊື່ອ​ຖື​ເທວະ​ດາ​ຟ້າ​ແຖນ. ​ເຂົາ​ເຈົ້າ​ຖື​ຊື່​ຫີນ, ພູ, ສັດ​ເປັນ​ສະກຸນ​ໃຫ້​ຕົນ ​ແລະ ຖື​​ນີ້​ແມ່ນ​​ເທວະ​ດາ​ຜູ້​ປົກ​ປ້ອງ​ໃຫ້​ແກ່​ຕົນ “ຟ້າ“ ​ແມ່ນ​ເທວະ​ດາຜູ້​ຍອດ​ຍິ່ງ​. ນອກ​ນັ້ນ​ຊາວ​ເຜົ່າຣາລາຍ ຍັງ​ບູຊາ​ເທວະ​ດາພູ, ​ເທວະ​ດາປ່າ ​ແລະ  ​ເທວະ​ດາ​ເຂົ້າ…ອີກ.

ຊົນເຜົ່າຣາລາຍ ຢູ່ທິດໃຕ້ພາກກາງ - ảnh 3

(ພາບ: ອິນເຕີແນດ)

        ​ໃນ​ຊີວິດ​ດ້ານ​ຈິດ​ວີນຍານ, ຊາວຣາລາຍ ມີ​ທັດສະນະ​ວ່າ, ​ເມື່ອຄົນຕາຍ​ໄປ, ວີນຍານ​ຂອງ​ເຂົາ​ເຈົ້າສືບ​ຕໍ່ “ມີ​ຊີວິດ“ ຢູ່​ໂລກ​ໃໝ່, ດັ່ງ​ນັ້ນ​ຈຶ່ງ​ມີ​ປະ​ເພນີ​ແບ່ງ​ຊັບ​ສິນ​ໃຫ້​ຄົນ​ຕາຍ. ຢູ່​ເຂດ​ສຸສານ​ເຂົາ​ເຈົ້າ​ວາງ​ເຄື່ອງ​​ໃຊ້ອື່ນໆ​ເຊັ່ນ: ​ໄຫ, ຄ້ອງ, ​ໝາກ​​ເຕົ້າ​ແຫ້ງ, ກະພາ… ​ແຕ່​ຖືກ​ແຕກ ​ແລະ ຂາດ​ແລ້ວ, ​ເພາະ​ວ່າ​ນັ້ນ​ແມ່ນ​ເຄື່ອງ​ໃຊ້​ຂອງ​ຜີ. ​ເມື່ອ​ມີ​ຄົນ​ຕາຍ, ຊາວ​ເຜົ່າ ຣາລາຍ ​ເຄີຍ​ຈັດ​ຕັ້ງ​ພິທີ​ບູຊາ​​ຄັ້ງ​ສຸດ​ທ້າຍ​ໃຫ້ຄົນ​ຕາຍ. ນັກ​ຄົ້ນ​ຄ້ວາ ​ເມົ໋າກວົກຕ໋ຽນ, ​ໃຫ້​ຮູ້​ວ່າ:

        “ປະ​ເພນີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ມາ​ແຕ່​ດົນ​ນານ​ທີ່​ສຸດ​ຂອງ​ຊາວ​ເຜົ່າຣາລາຍ, ນັ້ນ​ແມ່ນ​ພິທີ​ບູຊາ​ຄັ້ງ​ສຸດ​ທ້າຍ​ໃຫ້​ຄົນ​ຕາຍ, ຕາມ​ທັດສະນະ​ຂອງ​ເຂົາ​ເຈົ້າ​ແລ້ວ, ​ ນີ້​ແມ່ນ​ວຽກ​ງານ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຂອງ​ຜູ້​ຍັງ​ມີ​ຊີວິດ​ທີ່​ມີຕໍ່​ຜູ້​ທີ່​ໄດ້​ເສຍ​ຊີວິດ​ແລ້ວ“.

        ຊົນ​ເຜົ່າຣາລາຍ ມີ​ຊີວິດ​ທາງ​ດ້ານ​ວັດທະນະທຳ, ສິລະ​ປະ​ພື້ນ​ເມືອງ​ຢ່າງ​ອຸດົມສົມ​ບຸນ, ດ້ວຍ​ບົດ​ກະວີ, ​ເທບ​ນິຍາຍ, ສຸພາ​ສິດ, ຄຳ​ຜະຫຍາ ທີ່​ສ່ອງ​ແສງ​ໃຫ້​ເຫັນ​ການ​ອອກ​ແຮງ​ງານ, ຮີດຄອງ​ປະ​ເພນີ, ການ​ຕໍ່ສູ້​ຕ້ານ​ໄພ​ທຳ​ມະ​ຊາດ, ສັດ​ຮ້າຍ, ​ຫຼື​ເວົ້າ​ເຖິງ​ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ຄວາມ​ຮັກ​ລະຫວ່າງ​ບ່າວ​ສາວ. ຜ່ານ​ການ​ເວລາ, ຊາວ​ເຜົ່າຣາລາຍ ​ໄດ້​ສ້າງ​ເປັນ​ພື້ນຖານ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ທັງຄ້າຍ​ຄື​ກັນ​ກັບ​ວັດທະນະທຳ​ບັນດາ​ເຜົ່າ​ໄຕ​ງວຽນຢູ່​ສາຍພູ​ຫຼວງ, ທັງຄ້າຍ​ຄື​ກັນ​ກັບວັດທະນະທຳ​ຂອງ​ຊົນ​ເຜົ່າ​ໃນ​ທາງທິດ​ໃຕ້​ພາກ​ກາງ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ