ຊົນເຜົ່າເອເດ ໃນປະຊາຄົມບັນດາເຜົ່າຫວຽດນາມ


​(vovworld) – ໃນ​ປະຊາ​ຄົມ​ບັນດາ​ເຜົ່າ​ຫວຽດນາມ, ຊາວ​ເຜົ່າ​ເອ​ເດ ​ແມ່ນ​ມີ​ມາ​ແຕ່​ດົນ​ນານ​ຢູ່​ພາກ​ກາງ ​ແລະ ​ໄຕ​ງວຽນ ດ້ວຍ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ຢ່າງ. ກົກ​ເຄົ້າ​ຂອງ​ຊົນ​ເຜົ່າ​ເອ​ເດ ​ໄດ້​ຮັບ​ການ​ສ່ອງ​ແສງ​ຜ່ານ​ປຶ້ມ​ປະຫວັດສາດ, ບັນດາ​ກິດຈະກຳ​ສະຖາປັດຕະຍະ​ກຳ, ວັດທະນະທຳ​ພື້ນ​ເມືອງ… ມາ​ຮອດ​ປະຈຸ​ບັນ, ຊົນ​ເຜົ່າ​ເອ​ເດຍັງ​ຄົງ​ຮັກ​ສາ​ລະ​ບອບມານ​ດາສິດ​ທິ​ລາດ.

ຊົນເຜົ່າເອເດ ໃນປະຊາຄົມບັນດາເຜົ່າຫວຽດນາມ - ảnh 1

ຊົນເຜົ່າເອເດ

(ພາບອິນເຕີແນດ)

        ຢູ່​ຫວຽດ​ນາມ, ຊົນ​ເຜົ່າ​ເອ​ເດ​ ມີ​​ພົນ​ລະ​ເມືອງກວ່າ 331.000 ຄົນ, ຫຼາຍ​ອັນ​ດັບ​ 12 ໃນ​ຈຳ​ນວນ 54 ຊົນ​ເຜົ່າ​ອ້າຍ​ນ້ອງຢູ່​ຫວຽດ​ນາມ. ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ​ຕົ້ນ​ຕໍ່​ຢູ່​ບັນ​ດາ​ແຂວງ: ດັກ​ລັກ, ທາງ​ທິດ​ໃຕ້​ແຂວງ​ຢາ​ລາຍ ແລະ ພາກ​ຕາ​ເວັນ​ຕົກ​ແຂວງ​ແຄ໋ງ​ຮ່​ວາ ແລະ ຟູ໋​ອຽນ​ຂອງ​ຫວຽດ​ນາມ. ຊົນ​ເຜົ່າ​ເອ​ເດ ​ຂຶ້ນ​ກັບ​ໝວດ​​ພາ​ສາ​ມາເລ​ເຊຍ, ມີ​​ແຫຼ່ງກຳ​ເນີດ​ຢູ່​ເຂດ​ທະ​ເລ. ເຖິງວ່າ​ໄດ້​ຍ້າຍ​​ໄປ​ດຳ​ລົງ​ຊີ​ວິດ​ຢູ່ເຂດ​ພູ​ພຽງ​ໄຕ​ງ​ວຽນທາງ​ພາກ​ກາງ​ຫວຽດ​ນາມ ນັບແຕ່ທ້າຍ​ສະ​ຕະ​ວັດ​ທີ 8 ເຖິງ​ສະ​ຕະ​ວັດ​ທີ 15 ກໍ່​ຕາມ, ແຕ່​ຮູບ​ພາບ​ທ່ານ້ຳ ແລະ ເຮືອ​ແພ ຍັງ​ຄົງ​​ປະ​ກົດ​ໃນ​ວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ​ເອ​ເດ​ຢູ່. ເຮືອນ​ຮ້ານຫຼັງ​ຍາວ​ຂອງ​ຊົນ​ເຜົ່າ​ເອ​ເດ​ ມີ​ຮູບຄື​ເຮືອ​ລຳ​ຍາວ, ປະ​ຕູ​ຕົ້ນ​ຕໍ່​​ແມ່ນຢູ່​ເບື້ອງ​ຊ້າຍ, ສ່ວນ​ປ່ອງ​ຢ້ຽມ​ແມ່ນ​ຢູ່ຂ້າງ​ເຮືອນ. ເພ​ດານ​ໄມ້​ໃນເຮືອນກໍ່​ມີ​ຮູບ​ຄືສະ​ແນນ​ເຮືອ. ຕາມ​ທຳ​ມະ​ດາ​ແລ້ວ, ເຮືອນຮ້ານ​ຂອງ​ຊົນ​ເຜົ່າ​ເອ​ເດ ບໍ່​ສູງ ແລະ ຍາວ​ແຕ່ 15 – 100 ແມັດ, ອີງ​ຕາມ​ຈຳ​ນວນ​ສະ​ມາ​ຊິກ​ໃນ​ຄອບ​ຄົວຫຼາຍຫຼື​​ໜ້ອຍ. ເຮືອນ​ຂອງ​ຊົນ​ເຜົ່າ​ເອ​ເດ ​ມີ​ຈຸດ​ພິ​ເສດ​ສະ​ເພາະ​ທີ່​ແຕກ​ຕ່າງ​ກັບ​ເຮືອນ​ຮ້ານ​ຂອງຊົນ​ເຜົ່າອື່ນໆ​ຢູ່​ເຂດ​ໄຕ​ງວຽນ ແລະ ສ່ອງ​ແສງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​​ສະ​ເພາະຂອງ​ຊົນ​ເຜົ່າ​ເອ​ເດ. ​ປະ​ລິ​ຍາ​ເອກຊົນ​ເຜົ່າ​ວິ​ທະ​ຍາ ລືວ​ຮຸ່ງ, ຮອງ​ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ກ່ຽວ​ກັບ​ດ້ານ​ວັດ​ທະ​ນະ​ທຳ, ເຮືອນ​ຍາວ​ສະ​ແດງ​ໃຫ້​ເຫັນຫຼາຍ​ສິ່ງ, ຫຼາຍ​ແງ່​ມູມ​ຂອງວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ເອ​ເດ ນັ້ນ​ແມ່ນສັງ​ຄົມ​ທີ່​ສືບ​ເຊື້ອ​ແມ່. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ອອກ​ຜ່ານຮູບ​ພາບ​ນົມ​​ແມ່​​ທີ່​ຖືກ​ຄວັດ​ຢູ່​ຕາມ​ຂັ້ນ​ໄດຂື້ນເຮືອນ ແລະ ບັນ​ດາເສົາ​​ໃນເຮືອນ. ບັນ​ດາ​ເຄື່ອງ​ໃຊ້​ໃນ​ຄອບ​ຄົວ​ກໍ່​ສະ​ແດງ​ໃຫ້​ເຫັນ​ລະ​ບອບ​ມານ​ດາ​ສິດ​ທິ​ລາດຢ່າງ​ຈະ​ແຈ້ງ”.

ຊົນເຜົ່າເອເດ ໃນປະຊາຄົມບັນດາເຜົ່າຫວຽດນາມ - ảnh 2

ຊົນເຜົ່າເອເດ

(ພາບອິນເຕີແນດ)

        ໃນ​ຄອບ​ຄົວ​ຂອງ​ຊົນ​ເຜົ່າ​ເອ​ເດ, ເຈົ້າ​ຂອງ​ເຮືອນ​ແມ່ນ​ແມ່​ຍິງ. ຕາມ​ລະ​ບອບ​ມານ​ດາສິດ​ທິ​ລາດ, ລູກ​ເຕົ້າ​ຖື​ສະ​ກູນ​ແມ່, ລູກ​ຊາຍ​ບໍ່​ໄດ້ສືບ​ມູນ. ຜູ້​ຊາຍ​ສົມ​ລົດ ແລະ ດຳ​ລົງ​ຊີ​ວິດ​ໃນ​​ຄອບ​ຄົວຂອງ​ເມຍ. ສ່ວນ​ຜູ້​ຍິງ​ໄດ້​ສືບ​ມູນ ແລະ​ລູກ​ສາວ​ຫຼ້າ​ໄດ້​ສືບ​ຫໍ​ບູ​ຊາ​ພໍ່​ເຖົ້າ​ແມ່​ເຖົ້າ ແລະ ຮັບ​ຜິດ​ຊອບ​ລ້ຽງ​ດູ​ພໍ່​ແມ່. ເມື່ອ​ລູກ​ສາວ​ເອົາ​ຜົວ, ເຮືອນ​ຈະ​ຖືກ​ປຸກສ້າງ​ໃຫ້​ຍາວ​ຕື່ມ​ອີກ. ເມື່ອ​ເຫັນ​ປ່ອງ​ຢ້ຽມ​ຂອງ​ເຮືອນ​ຍາວ​ກໍ່​ສາ​ມາດ​ຮູ້​ໄດ້​ວ່າ​ຜູ້​ຍິງ​ເອ​ເດ​ ​ມີ​ຜົວຫຼື​ບໍ. ຖ້າ​ປ່ອງ​ຢ້ຽມ​ເປີດ​ອອກ, ໝາຍ​ຄວາມ​ວ່າ​ຜູ້​ຍິງ​ນັ້ນ​ໄດ້​ເອົາ​ຜົວ​ແລ້ວ.

        ໃນ​ການ​ອອກ​ແຮງ​ງານ ທຳ​ການ​ຜະ​ລິດ, ຊາວ​ເຜົ່າ​ເອ​ເດ​ໃນ​ເມື່ອ​ກ່ອນ​ລ່າ​ເນື້ອ, ເກັບ​ຫາ​ຜັກ, ໝາກ​ໄມ້, ເຮັດ​ໄຮ່, ຫາ​ປາ, ຖັກ​ສານ, ຕ່ຳຫູກ… ເປັນ​ຕົ້ນ. ປະ​ຈຸ​ບັນ, ຊາວ​ເຜົ່າ​ເອ​ເດ ບໍ່​ພຽງ​ແຕ່​ເຮັດ​ໄຮ່, ຫາກ​ຍັງ​ຜະ​ລິດ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ປູກ​ຕົ້ນ​ໄມ້​ອຸດ​ສາ​ຫະ​ກຳ​ຄື: ກາ​ເຟ, ຢາງ​ພາ​ລາ, ໝາກ​ຜິກ​ໄທ, ກາ​ກາວ… ນອກ​ຈາກ​ການ​ປູກ​ຝັງ​ແລ້ວ, ຊາວ​ເຜົ່າ​ເອ​ເດ ​ຍັງ​ລ້ຽງ​ງົວ, ຄວາຍ, ຊ້າງ​ ແລະ ຖັກ​ສານ, ຜະ​ລິດ​ເຄື່ອງ​ເຟີ​ນີ​ເຈີ, ເຄື່ອງສຳ​ອາງ, ເຄື່ອງ​ເຄືອບ… ເພື່ອ​ຮັບ​ໃຊ້​ຊີ​ວິດ​ດ້ານ​ຈິດ​ວີນ​ຍານ ແລະ ຊີ​ວິດ​ປະ​ຈຳ​ວັນ.

ຊົນເຜົ່າເອເດ ໃນປະຊາຄົມບັນດາເຜົ່າຫວຽດນາມ - ảnh 3

ຊົນເຜົ່າເອເດ

(ພາບອິນເຕີແນດ)

        ໃນ​ຊີ​ວິດ​ດ້ານ​ຈິດ​ວີນ​ຍານ, ຄື​ດັ່ງຫຼາຍ​ຊົນ​ເຜົ່າ​ອື່ນໆ​ຢູ່​ໄຕ​ງວຽນ, ຊາວ​ເຜົ່າ​ເອ​ເດ​ ຖື​ຟ້າ​ແມ່ນ​ເທພະ​ເຈົ້າຜູ້​ສູງ​ສຸດ​. ແລະ ນັບ​ແຕ່​ກິ​ແຕ່​ກ່ອນ, ຊາວ​ເຜົ່າ​ເອ​ເດ ໄດ້​ຖື​ທຸກ​ສິ່ງ​ທຸກ​ຢ່າງ, ທຸກ​ປະ​ກົດ​ການ​ທຳ​ມະ​ຊາດ​ລ້ວນ​ແຕ່​ມີ​ເທວະ​ດາ​ສະ​ເພາະ​ຄື: ເທວະ​ດາ​ຝົນ, ເທວະ​ດາ​ແມ່​ນ້ຳ, ເທວະ​ດາ​ປ່າ… ແລະ ຕາມ​ທັດ​ສະ​ນະ​ນັ້ນ, ທຸກ​ສິ່ງ​ທຸກ​ຢ່າງ, ນັບ​ແຕ່​ຕົ້ນ​ໄມ້​ໃບ​ຫ​ຍ້າ ຕະຫຼອດ​ຮອດ​ເຮືອນ​ຊານ, ຄ້ອງ… ລ້ວນ​ແຕ່​ມີ​ວີນ​ຍານ. ທ່ານ ຫງວຽນ​ຈຸ, ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ໄຕ​ງວຽນ, ຖື​ວ່າ:

        “ບັນ​ດາ​ເງື່ອນ​ໄຂ​ທຳ​ມະ​ຊາດ, ບັນ​ດາ​ແມ່ນ້ຳ​ລຳ​ເຊ, ພູ​ຜາ​ປ່າ​ໄມ້​ນັ້ນ ໄດ້​ສ້າງ​ເປັນ​ວັດ​ທະ​ນະ​ທຳ​ພິ​ເສດສະ​ເພາະ​ຂອງ​ຊົນ​ເຜົ່າ​ເອ​ເດ. ນັ້ນ​ກໍ່​ແມ່ນ​ວິ​ທີ ເພື່ອ​ໃຫ້​ເຂົາ​ເຈົ້າ​ຄິດ​ຮອດ​ຄິດ​ເຖິງ​ບັນ​ພະ​ບຸ​ລຸດ ກໍ່​ຄື​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ສ້າງ​ເປັນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ໃນ​ປະ​ຈຸ​ບັນ. ຍ້ອນ​ເຫດ​ນັ້ນ, ໃນ​ທຳ​ນອງ​ຄ້ອງ​ຂອງ​ເຂົາ​ເຈົ້າ​ກໍ່​ມຸງ​ໄປ​ສຸ່​ພູ​ຜາ​ປ່າ​ໄມ້, ແມ່​ນ້ຳ​ລຳ​ເຊ…

ຊົນເຜົ່າເອເດ ໃນປະຊາຄົມບັນດາເຜົ່າຫວຽດນາມ - ảnh 4

ຊົນເຜົ່າເອເດ

(ພາບອິນເຕີແນດ)

        ໃນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ປະ​ຈຸ​ບັນ, ຊາວ​ຊົນ​ເຜົ່າ​ເອ​ເດ​ ຍັງ​ຄົງ​ຮັກ​ສາ​ພິ​ທີ​ງານ​ບຸນ​ຕ່າງໆ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​​ຂອງ​ຊົນ​ເຜົ່າ​ຕົນ​ຄື: ພິ​ທີ​ແທງ​ຄວາຍ, ພິ​ທີ​ບູ​ຊາ​ເຮືອນ​ໃໝ່, ພິ​ທີ​ບູ​ຊາ​ຮອບ​ວຽນ​ຂອງ​ຊີ​ວິດ… ຊາວ​ເຜົ່າ​ເອ​ເດ ມີ​ສາງວັນ​ນະ​ຄະ​ດີ​ທີ່​ເລົ່າ​ຂານ​​ກັນ​ມາ​ຢ່າງ​ອຸ​ດົມ​ສົມ​ບຸນ, ເຂົາ​ເຈົ້າມັກ​ຂັບ​ຮ້ອງ, ມັກ​ດົນ​ຕີ ແລະ ມີ​ພອນ​ສະ​ຫວັນ​ໃນ​ຂົງ​ເຂດນີ້, ເຄື່ອງ​ດົນ​ຕີ​ຂອງ​ຕົ້ນ​ຕໍ​ຂອງ​ເຂົາ​ເຈົ້າ​ມີ​ຄ້ອງ, ກອງ, ແຄ່ນ, ປີ…

        ປະ​ຈຸ​ບັນ, ຊີ​ວິດ​ຢູ່​ບ້ານ​ຕ່າງໆ​ຂອງ​ຊົນ​ເຜົ່າ​ເອ​ເດ ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງວ່ອງ​ໄວ. ແຕ່​ມັນ​ກໍ່ບໍ່​ສາ​ມາດ​ເຮັດ​ໃຫ້​ວັດ​ທະ​ນະ​ທຳ​ທີ່​ເປັນອ​ກະ​ລັກ​ສະ​ເພາະ​ຂອງ​ເຂົາ​ເຈົ້າ​ເສຍ​ຫາຍ​ໄປ​ໄດ້. ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊົນ​ເຜົ່າ​ເອ​ເດ ພວມ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຄົ​ມ​ບັນ​ດາ​ເຜົ່າ​ຫວຽດ​ນາມ​ ອຸ​ດົມ​ສົມ​ບູນ​ຍິ່ງ​ຂຶ້ນ.       

ຕອບກັບ

ຂ່າວ/ບົດ​ອື່ນ