ຊົນເຜົ່າໄທຢູ່ຫວຽດນາມ

(vovworld) - ຊົນ​ເຜົ່າ​ໄທ​ດຳ​ລົງ​ຊີ​ວິດ​ຕົ້ນ​ຕໍ່​ຢູ່​ເຂດ​ພູ​ດອຍ​ທາງ​ພາກ​ເໜືອ ແລະ ທິດ​ເໜືອ​ຂອງ​ພາກ​ກາງ​ຫວຽດ​ນາມ ຄື​ແຂວງ​ລາວ​ກາຍ, ດ້ຽນ​ບຽນ, ເຊີນ​ລາ, ອຽນ​ບ້າຍ, ຮ່​ວາ​ບິ່ນ, ເງ້​ອານ, ແທງ​ຮ໋​ວາ. ຊາວ​ເຜົ່າ​ໄທ​ມີ​ພາ​ສາ​ປາກ​ເວົ້າ ແລະ ຕົວ​ໜັງ​ສື​ສະ​ເພາະ​ຂອງ​ຕົນ, ຈັດ​ໃນ​ໝວດ​ພາ​ສາ​ໄຕ - ໄທ, ຊາວ​ເຜົ່າ​ໄທ​ຕັ້ງ​ຖີ່ນ​ຖານຢູ່​ບ່ອນ​​ມີ​ທົ່ງ​ໃຫ​ຍ່, ແຄມພູ, ແຄມ​ແມ່ນ້ຳ ຫຼື​ຕັ້ງ​ເປັນ​ໝູ່​ບ້ານ​ຢູ່​ເຂດ​ທົ່ງ​ພຽງ, ເຮືອນ​ຊານຂອງ​ຊາວ​ເຜົ່າ​ໄທ​ແມ່ນ​ເຮືອນ​ຮ້ານ ແລະ ເຂົາ​ເຈົ້າ​ຮູ້​ວິ​ທີ​ປູກ​ເຂົ້າ​ນາ​ທາມ​ມາ​ແຕ່​ດົນ​ນານ​ແລ້ວ.

ຊົນເຜົ່າໄທຢູ່ຫວຽດນາມ - ảnh 1

ສາວ​ຊົນ​ເຜົ່າ​ໄທ​ກຳ​ລັງ​ປັກ​ແສ່ວ

(ພາບ: ອິນ​ເຕີ​ແນດ)

        ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ແນະ​ນຳ​ບັນ​ດາ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ​ຂອງ​ບັນ​ດາ​ເຜົ່າ​ຢູ່​ຫວຽດ​ນາມ ໄດ້​ສະ​ຫງວນ​ບໍ​ລິ​ເວນ​ທີ່ກວ້າງ​ຂວາງ​ເພື່ອ​ແນະ​ນຳ​ກ່ຽວ​ກັບ​ຊົນ​ເຜົ່າ​ໄທ. ເອື້ອຍ ງວຽດ, ພະ​ນັກ​ງານ​ຫໍ​ພິ​ພິດ​ທະ​ພັນ​ແນະ​ນຳ​ວ່າ:

        “ຊົນເຜົ່າ​ໄທ ແລະ ເຜົ່າໄຕ​ມີ​ພົນ​ລະ​ເມືອງ​ເປັນ​ຈຳ​ນວນຫຼວງຫຼາຍ. ຊົນເຜົ່າ​ໄທ​ຢູ່​ຫວຽດ​ນາມ​ ປະ​ກອບ​ດ້ວຍ: ໄທ​ດຳ ແລະ ໄທ​ຂາວ ເຊິ່ງ​ຈຳ​ແນກໄດ້ຜ່ານ​ຊຸດອາ​ພອນ. ໃນ​ເມື່ອ​ກ່ອນ​ຊາວເຜົ່າ​ໄທ​ດຳ​ນຸ່ງ​ເສື້ອ​​ສີດຳ​, ​ຄໍ​ສູງ, ສິ້ນ​ດຳ. ສ່ວນ​ເຜົ່າ​ໄທ​ຂາວ​​ນຸ່ງ​ເສື້ອ​ສີຂາວ, ​ຄໍ​ເສື້ອຮູບ​ໝາກ​ຫົວ​ໃຈ, ສິ້ນ​ດຳ,  ເຮືອນ​ຊານ​ຂອງ​ເຂົາ​ເຈົ້າ​​ກໍ່​ມີ​ຈຸດ​ທີ່​ແຕກ​ຕ່າງ​ກັນ”

        ຢູ່​ແຕ່​ລະ​ທ້ອງ​ຖີ່ນ, ຊົນ​ເຜົ່າ​ໄທ​ຍັງ​ແບ່ງ​ອອກ​ເປັນຫຼາຍ​ແຊກ. ເລືອງວັນ​ທຽດ, ພະ​ນັກ​ງານ​ຄົ້ນ​ຄ້​ວາ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ, ໃຫ້​ຮູ້​ວ່າ:

        “ໃນ​ແຕ່​ລະ​ທ້ອງ​ຖີ່ນ, ຊົນ​ເຜົ່າ​ໄທ​ຍັງ​ຖືກ​ແບ່ງ​ອອກ​ເປັນຫຼາຍ​ແຊກ​ອີກ​, ຕົວ​ຢ່າງ​ຄືຢູ່​ແຂວງ​ເງ້​ອານ, ເຜົ່າ​ໄທ​ດຳ​ຖືກ​ແບ່ງ​​ອອກເປັນ​ໄຕ​ແທນ ແລະ ໄຕ​ເມື່ອຍ ເຜົ່າ​ໄທ​ດຳມັກ​ເຄື່ອນ​ຍ້າຍ​ທີ່​ຢູ່. ສ່ວນ​ເຜົ່າ​ໄທ​ຂາວ​ແບ່ງ​ອ​ອອກ​ເປັນ​ໄຕ​ເມື່ອງ, ໄຕ​ໂດ. ​ເຜົ່າ​ໄທ​ຂາວ​ມັກ​ຕັ້ງ​ຖີ່ນ​ຖານ​ຄົງ​ທີ່”.

ຊົນເຜົ່າໄທຢູ່ຫວຽດນາມ - ảnh 2

ຊຸດ​ອາ​ພອນ​ຂອງສາວ​ຊົນ​ເຜົ່າ​ໄທ​

(ພາບ: ອິນ​ເຕີ​ແນດ)

        ​ຕາມ​ອ້າຍ ທຽດ ແລ້ວ, ເຖິງວ່າ​ຈະ​ຖືກ​ແບ່ງ​ອອກ​ເປັນຫຼາຍ​ແຊກ​ກໍ່​ຕາມ, ແຕ່​ເຜົ່າ​ໄທ​ດຳ, ​ໄທ​ຂາວ​ຍັງເປັນ​ຕົ້ນ​ຕໍ່ ແລະ ເຂົາ​ເຈົ້​າ​ດຳ​ລົງ​ຊີ​ວິດຢູ່​ຮ່ວມ​ກັນ. ເພື່ອ​ຈຳ​ແນກ​​ເຜົ່າ​ໄທ​ດຳກັບ​ເຜົ່າ​ໄທ​ຂາວ ຕ້ອງ​ອີງ​ໃສ່​ຈຸດ​ພິ​ເສດ​ດັ່ງ​ນີ້:

        “ຢູ່​ໄຕ​ບັກ (ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ), ເຜົ່າ​ໄທ​ຂາວ​ມັກ​ນຸ່ງ​ເສື້ອ​ແຂນ​ສັ້ນສີ​ຂາວ, ສີ​ແດງ​ອ່ອນ, ສີຕົບ​ຕາ, ຄໍ​ເສື້ອ​ຮູບ​ໝາກ​ຫົວ​ໃຈ. ສ່ວນ​ເຜົ່າ​ໄທ​ດຳ​ມັກ​ນຸ່ງ​ເສື້ອ​ສີ​ດຳ​ຄໍ​ເສື້ອ​ສູງ​, ໃສ່ກະ​ດູມຮູບ​ແມງກະ​ເບື້ອ. ໄທ​ດຳ​ເວົ້າ​ສຽງ​ແຂງກວ່າ​, ສ່ວນ​ໄທ​ຂາວ​ເວົ້າ​ໄວ​ກວ່າ, ສຽງແຈ່ມ​ໃສ​ກວ່າ. ເຜົ່າ​ໄທ​ຂາວ​ມັກເລກ​ຄູ່ເພາະ​ເຂົາ​ເຈົ້າ​ຖື​ວ່າ​ເລກ​ຄູ່​ສະ​ແດງ​ໃຫ້​ເຫັນຄວາມສົມ​ບູນ, ມີ​ພໍ່​ແມ່, ມີ​ຜົວ​ເມຍ, ມີ​ຄວາມ​ອິ່ມ​ໜຳ​ສຳ​ລານ, ສ່ວນ​ເຜົ່າ​ໄທ​ດຳ​ມັກ​ເລກ​ຄີກ ເພາະ​ເລກ​ຄີກ​ສ​ະ​ແດງ​ໃຫ້​ເຫັນ​ການ​ພັດ​ທະ​ນາ​, ຈະ​ເລີນ​ເຕີບ​ໂຕ ”.

ຊົນເຜົ່າໄທຢູ່ຫວຽດນາມ - ảnh 3

ສາວ​ຊົນ​ເຜົ່າ​ໄທ​ຂາວ​ກັບ​ວາດ​ຟ້ອນ​ທີ່​ເປັນ​ມູນ​ເຊື້ອ

(ພາບ: ອິນ​ເຕີ​ແນດ)

         ກ່ຽວ​ກັບ​ການເຊື່ອ​ຖື, ເຜົ່າ​ໄທ​ນັບ​ຖື​ຜີ ແລະ ຮັກ​ສາ​ປະ​ເພ​ນີ​ບູ​ຊາ​ບັນ​ພະ​ບຸ​ລຸດ, ຍ້ອນ​ຊີ​ວິດ​ຕິດ​ພັນ​ກັບ​ການ​ຜະ​ລິດ​ກະ​ສີ​ກຳ, ດັ່ງ​ນັ້ນ​ຈຶ່ງ​ມີ​ປະ​ເພ​ນີ​ເອົາ​ນ້ຳ​ກາງ​ຄືນ​ໃນ​ຍາມ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ​ຮັບ​ປີ​ໃໝ່, ມີ​ບຸນ​ຕ້ອນ​ຮັບ​ສຽງ​ຟ້າ​ຮ້ອງ​​ໃນປີ​ໃໝ່ ແລະ ງານ​ບຸນ​ອື່ນໆ ເພື່ອພາ​ວະ​ນາຂໍ​ໃຫ້​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກໃຫ້​ການ​ປູກ​ຝັງ​ໄດ້​ຮັບ​ຜົນ​ດີ​. ສຳ​ລັບ​ຜູ້​ຕາຍ, ເຂົາ​ເຈົ້າ​ມີ​ທັດ​ສະ​ນະ​ວ່າ ຕາຍ​ແມ່ນ​ເລີ່ມ​ຕົ້ນ​ຊີ​ວິດ​ຢູ່​ຊາດໜ້າ. ສະ​ນັ້ນ, ພິ​ທີ​ສົ່ງ​ສະ​ການ​​ກໍ່ແມ່ນພິ​ທີ​ສົ່ງ​ຄົນ​ຕາຍ​ໄປ​ຍັງ “ເມືອງ​ແຖນ”. ເຜົ່າ​ໄທ​ມີຫຼາຍ​ຕະ​ກູນ, ແຕ່​ລະ​ຕະ​ກູນ​ກໍ່​ມີ​ການ​ຄະ​ລຳ​ທີ່​ແຕກ​ຕ່າງ​ກັນ, ຕົວ​ຢ່າງ​ຄື​ຕະ​ກູນຫຼໍ່​ຫ້າມ​ບໍ່​ໃຫ້​ກິນ​ຊີ້ນ​ນົກ, ຕະ​ກູນກວາງ​ຫ້າມ​ກິນ​​​ເສືອ. ຍ້ອນ​ມີ​ແຫຼ່ງ​ກຳ​ເນີດ​ທີ່​ແຕກ​ຕ່າງ​ກັນ, ດັ່ງ​ນັ້ນ​ການ​ນັບ​ຖື​ບູ​ຊາ​ຂອງ​ເຜົ່າ​ໄທ​ດຳ ແລະ ໄທ​ຂາວ​ກໍ່​ມີ​ຈຸດ​ທີ່​ແຕກ​ຕ່າງ​ກັນ, ອ້າຍ ທຽດ, ໃຫ້​ຮູ້​ວ່າ:

        “ເຜົ່າ​ໄທ​ດຳ​​ທຳ​ການ​ຜະ​ລິດ​ດ້ວຍ​ການເຮັດ​ໄຮ່ແບບເຄື່ອນຍ້າຍ, ບໍ່​ເປັນ​ປົກ​ກະ​ຕິ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ນັບ​ຖື​ບູ​ຊາ​ເທວະ​ດາ​ຟ້າ​ແຖຫຼາຍກວ່າ ເພື່ອ​ຮັບ​ປະ​ກັນໃຫ້​ຊີ​ວິດ​ເປັນ​ປົກ​ກະ​ຕິ. ສ່ວນ​ເຜົ່າ​ໄທ​ຂາວ​​ທຳ​ການ​ຜະ​ລິດ​ດ້ວຍ​ການ​ປູກ​ເຂົ້າ​ນາ​ທາມ, ເປັນ​ເຈົ້າ​ການ​ໃນ​ການ​ຜະ​ລິດ, ສະ​ມັດ​ຕະ​ພາບການ​ຜະ​ລິດ​ກໍ່​ສູງກວ່າ, ດັ່ງ​ນັ້ນການ​ນັບ​ຖື​ບູ​ຊາ​ຂອງເຂົາ​ເຈົ້າກໍ່​ໜ້ອຍກວ່າ​ເຜົ່າ​ໄທ​ດຳ”.

ຊົນເຜົ່າໄທຢູ່ຫວຽດນາມ - ảnh 4

ສາວ​ຊົນ​ເຜົ່າ​ໄທ​ດຳ​ກັບ​ວາດ​ຟ້ອນ​ວີ​ປະ​ຈຳ​ເຜົ່າ​

(ພາບ: ອິນ​ເຕີ​ແນດ)

        ໂດຍ​ດຳ​ລົງ​ຊີ​ວິດ​ດ້ວຍ​ການ​ປູກ​ເຂົ້າ​ເປັນ​ຕົ້ນ​ຕໍ່, ດັ່ງ​ນັ້ນ​ຊາວ​ເຜົ່າ​ໄທ​ຈຶ່ງ​ມີ​ປະ​ສົບ​ການຫຼາຍ​ໃນ​ການ​ຂຸດຄອງ​ເໝືອງ, ເອົາ​ນ້ຳ​ເຮັດ​ໄຮ່ຂັ້ນ​ໄດ​ມາ​ແຕ່​ດົນ​ນານ​ແລ້ວ. ​ປູກ​ເຂົ້າ​ນາ​ທາມແມ່ນ​ການ​ຜະ​ລິດ​ຕົ້ນ​ຕໍ່​ຂອງ​ເຜົ່າ​ໄທ, ເຂົ້າ​ສານ​ແມ່ນ​ແຫຼ່ງ​ທັນ​ຍາ​ຫານ​ຕົ້ນ​ຕໍ່​ຂອງ​ເຂົາ​ເຈົ້າ, ພິ​ເສດ​ແມ່ນ​ເຂົ້າ​ໜຽວ. ມາ​ຮອດ​ປະ​ຈຸ​ບັນ, ຊາວ​ເຜົ່າ​ໄທ​ຍັງ​ຄົງ​ສືບ​ທອດ​ມູນ​ເຊື້ອ​ຂອງ​ຕົນ​ໃນ​ການ​ຜະ​ລິດ​ກະ​ສີ​ກຳ ແລະ ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ທຸກ​ສິ່ງ​ທຸກ​ຢ່າງທີ່​ບັນ​ພະ​ບຸ​ລຸດ​ໄດ້​ປະ​ໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ