ຊາວເຜົ່າ ໂບ໋ອີ ຮັກສາສີສັນວັດທະນະທຳ

(vovworld) - ​ໂບ໋ອີ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊົນ​ເຜົ່າ​ທີ່​ມີ​ພົນລະ​ເມືອງ​ໜ້ອຍ ​ແຕ່​ມາ​ຮອດ​ປະຈຸ​ບັນ​ຍັງ​ຄົງ​ຮັກສາ​ບັນດາ​ຈຸດ​ວັດທະນະທຳພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ຊົນ​ເຜົາ​ຕົນ​. ນັບ​ແຕ່​ຊຸດ​ອາພອນ​ປະຈຳ​ເຜົ່າ, ສະຖາປັດຕະຍາ​ກຳ​ເຮືອນ​ຢູ່, ຕະຫຼອດ​ຮອດ​ບັນດາ​ຮີດຄອງ​ປະ​ເພນີ​​ໃນ​ການແຕ່ງດອງ, ງານ​ສົບ... ​ໃນ​ລາຍການ​ສີສັນ 54 ຊົນ​ເຜົ່າ​ມື້​ນີ້, ​ເຊີນ​ທ່ານ​ຮັບຟັງ​ບົດ​ຂຽນ​ຂອງ ວິ້ງ​ຟອງ, ນັກ​ຂ່າວ ວິທະຍຸ​ກະຈາຍສຽງ​ຫວຽດນາມ ທີ່​ມີ​ຫົວ​ຂໍ້​ວ່າ: ຊາວ​ເຜົ່າ ​ໂບ໋ອີ ຮັກສາ​ສີສັນ​ວັດທະນະທຳ.

ຊາວເຜົ່າ ໂບ໋ອີ ຮັກສາສີສັນວັດທະນະທຳ - ảnh 1

ຊາວເຜົ່າ ໂບ໋ອີ ຢູ່ແຂວງ ຮ່າຢາງ
(ພາບ: ອິນເຕີແນດ)

ຊາວ​ເຜົ່າ ​ໂບ໋ອີ ຢູ່​ເຂດ​ພູດ​ອຍດຳລົງ​ຊີວິດ​​ໃນ​ເຮືອນ​ຝາ​ດິນທີ່​ມີ 3 ຫ້ອງ. ​ໂຄງ​ເຮືອນ​ເຮັດ​ດ້ວຍ​ໄມ້ ຫຼື​ໄມ້​ໄຜ່, ​ເຊິ່ງປະກອບ​ດ້ວຍ  5 ​ເສົາ, ​ໃນ​ນັ້ນ​ມີ​ເສົາ​ຄຳ້ 2 ​ເສົາ​​ຕັ້ງ​ຢູ່​ໃຈກາງ​ເຮືອນ, ຫຼັງຄາ​ມຸງ​ດ້ວຍ​ຫຍ້າ ຫຼື​ດິນຂໍ. ​ເຮືອນ​ມີ​ປະຕູ​​ໃຫຍ່​ເຂົ້າ​ຫ້ອງ​ໃຈກາງ, ​ແລະ ປະຕູ​ນ້ອຍ​ເຂົ້າ​ເຮືອນຄົວ, ພ້ອມ​ກັບ​ 2 ປ່ອງຢ້ຽມ​ຢູ່​ໜ້າ​ເຮືອນ. ທ່ານ ຫງູ​ເຂີຍ​ເຟືອງ, ນັກ​ຊ່ຽວຊານ​ຄົ້ນ​ຄ້ວາ​ວັດທະນະທຳ​ຂອງ​ຊົນ​ເຜົ່າ ​ໂບ໋ອີ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ປຸກ​ສ້າງ​ເຮືອນ​ຕ້ອງ​ປະຕິບັດ​ຕາມ​ຫຼັກການ, ລວງ​ຍາວ, ລວງ​ກວ້າງ​ຂອງ​ພື້ນ​ເຮືອນ ​ແລະ ​ເສົາ​ເຮືອນ​ຕ້ອງ​ເປັນ​ຈຳນວນ​ຄີກ. ​ເຮືອນ​ມີ ສອງ​ຊັ້ນ, ຊັ້ນ​ພື້ນ​ດິນ ​ແລະ ຊັ້ນ​ລອຍ, ຊັ້ນ​ພື້ນ​ດິນ​ເພື່ອ​​ເປັນ​ບ່ອນ​ຢູ່, ສ່ວນ​ຊັ້ນ​ລອຍ​​ໃຊ້ມ້ຽນ​ທັນ​ຍາ​ຫານ“.

        ສຳລັບ​ຊາວ​ເຜົ່າ ​ໂບ໋ອີ, ປະ​ເພນີ​ແຕ່ງດອງ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ພື້ນ​ເມືອງ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ເຖິງ​ປະຈຸ​ບັນ. ກ່ອນ​ນີ້​ເຂົ້າ​ເຈົ້າມີ​ແຕ່​ໄດ້​ເອົາ​ຜົວ, ​​​ເມຍ​ເປັນ​ຄົນ​ຊົນ​ເຜົ່າ​ຂອງ​ຕົນ​ເທົ່າ​ນັ້ນ, ​ແຕ່​ປະຈຸ​ບັນ, ບ່າວ​, ສາວ​ມີ​ສິດ​ເສລີ​​ໃນ​ການ​ຄັດ​ເລືອກ​ຜົວ​ເມຍ​ເປັນ​ຄົນ​ຊົນ​ເຜົ່າ​ອື່ນໆ​ກໍ່​ໄດ້. ພິທີ​ງານ​ດອງ​ຂອງ​ຊົນ​ເຜົ່າ ​ໂບ໋ອີ ຖືກ​ດຳ​ເນີນ​ເປັນ 3 ບາດກ້າວ. ທ່ານ ຫງູ​ເຂີຍ​ເຟືອງ, ​ໃຫ້​ຮູ້​ວ່າ:

        “ທຳ​ອິດ​ແມ່ນພິທີ​ສູ່ຂໍ. ຄອບຄົວ​ຝ່າຍ​ເຈົ້າ​ບ່າວຈະຄັດ​ເລືອກ​ຜູ້ຍິງ 2 ຄົນ​ທີ່​ດຸ​ໝັ່ນຂະຫຍັນ​ພຽນ, ​ໄດ້ມີ​ລູກ, ມີຫຼານ ​ໄປ​ຄອບຄົວ​ຝ່າຍ​​ເຈົ້າສາວເພື່ອສູ່ຂໍ, ຖ້າ​ຄອບຄົວ​ຝ່າຍ​​ເຈົ້າ​ສາວເຫັນ​ດີ. ຄອບຄົວ​ຝ່າຍ​​ເຈົ້າບ່າວຈະ​ແຕ່ງ​ຕັ້ງ​ພໍ່​ສື່ສອງ​ຄົນ​ໄປປຶກສາ​ກ່ຽວ​ກັບ​ເຄື່ອງ​ດອງ​ຂອງ​ໝັ້ນ​ໃຫ້​ຄອບຄົວ​ຝ່າຍ​ເຈົ້າ​ສາວ. ຫຼັງ​ຈາກ​ນັ້ນ​ຄອບຄົວ​ຝ່າຍ​​ເຈົ້າບ່າວຈະ​ກະກຽມ ​​ແລ້ວ​ນຳ​ເອົາ​ເຄື່ອງ​ດອງ​ຂອງ​ໝັ້ນ​ມາມອບ​ໃຫ້ຄອບຄົວ​ຝ່າຍ​​ເຈົ້າ​ສາວ ​ແລະ ຂໍ​ວັນ​, ​ເດືອນ, ປີ​ເກີດ​ຂອງ​​ເຈົ້າສາວ​ມາ​ເພື່ອ​ຊອກ​ມື້​ຈັດ​ງານ​ດອງ​ໃຫ້​ສົມ​ກັບ​ອາຍຸ“.

        ​ໃນ​ງານ​ດອງ, ​ເຈົ້າ​ບ່າວ​ຈະ​ບໍ່​ມີໜ້າ​ໃນ​ຄະນະ​ໄປ​ຕ້ອນຮັບ​ເຈົ້າ​ສາວ, ຫາກ​​​ມີ​ນາງສາວ​ຜູ້​ໜຶ່ງ​ຂອງ​ຄອບຄົວ​​ເຈົ້າ​ບ່າວ ພ້ອມ​ກັບ​ມ້າ​ໂຕ​ງາມ​ຈະ​ໄປ​ຕ້ອນຮັບ​​ເຈົ້າ​ສາວ​ມາ​ຄອບຄົວ​ຜົວ. ສຳລັບ​ຊາວ​ເຜົ່າ ​ໂບ໋ອີ ​ແລ້ວ, ບົດບາດ​ຂອງ​ພໍ່​ສື່​ໃນ​ງານ​ດອງ​ແມ່ນ​ສຳຄັນ​ທີ່​ສຸດ, ນັ້ນ​ຕ້ອງ​ແມ່ນ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ, ​ເຂົ້າ​ໃຈ​ປະ​ເພນີ ​ແລະ ປາກ​ເວົ້າ​ຜ່ານທຳນອງ​ເພງໄດ້​ດີ.

        “ວັນ​ແຕ່ງດອງ, ຄອບຄົວ​​ເຈົ້າ​ບ່າວນຳ​ເອົາ​ເຄື່ອງ​ດອງ​ຂອງ​ໝັ້ນ ພ້ອມ​ກັບ​ໝູ​ໂຕ​ໜຶ່ງ​ມາ​ຄອບຄົວ​ເຈົ້າ​ສາວ​ເພື່ອ​ຂ້າ​ໝູ​ຕ້ອນຮັບ​ແຂກ. ​ເມື່ອ​ມາ​ຮອດ​ຄອບຄົວ​ເຈົ້າ​ສາວ​ແລ້ວ, ຈະ​ເຫັນ​ຕັ່ງ​ໜ່ວຍ​ໜຶ່ງ​​ໂດຍຄອບຄົວ​​ເຈົ້າ​ສາວ​ຕັ້ງຢູ່​ປະຕູ​ເຮືອນ, ຢູ່​ເທິງ​ວາງ​ເຫຼົ້າ 4 ຖ້ວຍ… ​ເວລາ​ນັ້ນຄອບຄົວ​ເຈົ້າ​ສາວ​ຢູ່​ໃນ​ເຮືອນ​ຂັບ​ຖາມອັນ​ໃດ, ຄອບຄົວ​ເຈົ້າ​ບ່າວ​ກໍ່ຕ້ອງ​ຂັບ​ຕອບອັນ​ນັ້ນ, ຖ້າ​ຕອບ​ບໍ່​ໄດ້​ຕ້ອງ​ດື່ມ​ເຫຼົ້າ​ໃຫ້​ໝົດ 4 ຖ້ວຍ​ຈຶ່ງ​ໄດ້​ເຂົ້າ​ເຮືອນ.“

        ​ຊຸດ​ອາພອນ​ປະຈຳ​ເຜົ່າ​ຂອງ​ຊົນ​ເຜົ່າ ​ໂບ໋ອີ ກໍ່​ມີ​ສີສັນ​ສະ​ເພາະ. ຜູ້​ຊາຍ​​ເຄີຍ​ນຸ່ງ​ເສື້ອ​ສັ້ນປະກອບ​ດ້ວຍ 4 ປ່ຽງ, ​ໂສ້ງ​ຍ້ອມ​ສີ​ຄາມ​ດ້ວຍ​ແພ​ພື້ນ​ເມືອງ. ສ່ວນ​ແມ່ຍິງ​ຊາວ​ເຜົ່າ ​ໂບ໋ອີ ​ມີ​ຜົມ​ຍາວ,​ ຖັກ​ຜົມ​ແລ້ວ​ພັນ​ອ້ອມ​ຫົວ, ຫຼື​ໃສ່​ຜ້າບ່ຽງປະດັບ​ປະດາ​ລວດລາຍ​ເທິງ​ຫົວ. ​ແມ່ຍິງ​ນຸ່ງ​ເສື້ອ​ສັ້ນ​ທີ່​ມີ 5 ປ່ຽວ, ​ແຍກ​ອອກ​ຢູ່​ຂີ້​ແຮ້​ເບື້ອງ​ຂວາ, ຄໍ​ເສື້ອ, ​ແຂນ​ເສື້ອ, ບ່ອນ​ໃສ່​ກະດູມ​ຖືກ​ປະດັບ​ປະດາລວດລາຍດ້ວຍ​ສີ​ຫຼາກຫຼາຍ, ພ້ອມ​ກັບ​ເສື້ອ​ແມ່ນ​ອ້ຽມສີດຳ​ເທິງ​ພື້ນ​ສີຂຽວຍາວ​ຮອດ​​ແອວ. ໜ້າ​ເອິກ​ປະດັບ​ດ້ວຍ 5 ສີ. ​​ແມ່ຍິງ​ຊາວ​​ເຜົ່າ ​ໂບ໋ອີ ມັກ​ໃສ່​ເຄື່ອງ​ສຳອາງ​ຫຼາຍ​ຢ່າງ​ເຊັ່ນ, ສາຍ​ຄໍ, ປອກຄໍ, ປອກ​ແຂນ. ​ເອື້ອຍ ຈູ​ທິຢຸງ, ຊາວ​ເຜົ່າ ​ໂບ໋ອີ, ​ໃຫ້​ຮູ້​ວ່າ: ​ໃນ​ແຂນ​ເສື້ອ​ຂອງ​ແມ່ຍິງ ​ໂບ໋ອີ ຍາມ​ໃດ​ກໍ່​ມີ​ຮູບ​ກອງ​ທອງ​ຂອງ​ຊາດ​ຫວຽດນາມ ຖືກ​ພິມ​ຕາມ​ວິທີ​ພື້ນ​ເມືອງ, ​ດັ່ງ​ນັ້ນບໍ່​ສາມາດ​ຕົກສີ​ໄດ້.

        “ຮູບ​ກອງ​ທອງຖືກ​ພິນ​ໃສ່​ເສື້ອ​ໃຫ້​ແໜ້ນ​ເພື່ອ​ບໍ່​ໃຫ້​ຕົກສີ. ສ່ວນສິ້ນ​ແມ່ນ​ຕຳ່ຫູກລວດລາຍ​ໃສ່. ຊຸດ​ໂສ້ງ​ເສື້ອ​ປະຈຳ​ເຜົ່າ ​ເຄີ​ຍນຸ່ງ​ໃນ​ງານ​ດອງ, ງານ​ສົບ​ແມ່ນ​ລະອຽດ​ລະ​ອໍ​ທີ່​ສຸດ. ດັ່ງ​ນັ້ນ​​ເພື່ອ​ຫຍິບ​​ໂສ້ງ​ເສື້ອ​ປະຈຳ​ເຜົ່າ​ຊຸດ​ໜຶ່ງ ​​ໃຫ້​ໄດ້, ແມ່ນຕ້ອງ​​ເສຍ​ເວ​ລາ​ເຖິງ 1 ປີ​ຈຶ່ງ​ສຳ​ເລັດ“.

        ​ເພື່ອ​ຮັກສາ​ສີສັນ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ ​ໂບ໋ອີ, ​ແຂວງ ຮ່າ​ຢາງ ​ໄດ້​ມີ​ບັນດາ​ແຜນ​ຮ່າງ​ຄົ້ນ​ຄ້ວາ, ຮຽບຮຽງ​ກ່ຽວ​ກັບ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ ​ໂບ໋ອີ. ພ້ອມ​ນັ້ນ, ບັນດາ​ຜູ້​ອາຍຸ​ສູງ​ຊົນ​ເຜົ່າ ​ໂບ໋ອີ ກໍ່​ເປີດ​ຊຸກ​ຮຽນ​ສຶກສາ​ມູນ​ເຊື້ອ, ວັດທະນະທຳ​ອັນ​ດີງາມ​ຂອງ​ຊົນ​ເຜົ່າ​ຕົນ ​ໃຫ້​ລຸ້ນໜຸ່ມ​ອີກ. ນີ້​ຈະ​ແມ່ນ​ລຸ້ນຄົນ​ທີ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ຂອງຊົນ​ເຜົ່າ ​ໂບ໋ອີ ​ໃນ​ອະນາຄົດ.

       


ຕອບກັບ

ຂ່າວ/ບົດ​ອື່ນ