(vovworld) - ຂັບເພງພື້ນເມືອງແມ່ນໜຶ່ງໃນບັນດາຈຸດວັດທະນະທຳທີ່ສວຍງາມຂອງຊົນເຜົ່ານຸ່ງ. ນັບແຕ່ດົນນານມາແລ້ວ, ຊາວເຜົ່ານຸ່ງໄດ້ຖືເພງພື້ນເມືອງແມ່ນພາຫະນະສຳພັນ, ສະແດງອາລົມຈິດ, ແນວຄິດຈິດໃຈ, ຄວາມຮັກຂອງຕົນຕໍ່ຜູ້ອື່ນ. ບົດຂຽນ “ຊາວເຜົ່ານຸ່ງຂັບເພງພື້ນເມືອງ“ ຂອງ ໂຕຕ໋ວນ, ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ.
(ພາບປະກອບ)
ເທບສຽງເພງ
ຊາວເຜົ່າ ນຸ່ງ ດຳລົງຊີວິດຕົ້ນຕໍຢູ່ເຂດພູຜາປ່າໄມ້ ແລະ ໃກ້ຊິດກັບທຳມະຊາດ. ນີ້ແມ່ນບໍລິເວນອຳນວຍຄວາມສະດວກເພື່ອໃຫ້ຊາວເຜົ່ານຸ່ງ ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນໄວ້. ໃນນັ້ນມີບັນດາທຳນອງເພງເພື້ນເມືອງ. ບັນດາທຳນອງເພງພື້ນເມືອງຂອງຊາວເຜົ່ານຸ່ງເລີ່ມມີມາຈາກຂະບວນການອອກແຮງງານທຳການຜະລິດ, ຈາກການດຳລົງຊີວິດປະຈຳວັນ, ດັ່ງນັ້ນບົດເພງສະແດງໃຫ້ເຫັນອາລົມຈິດ, ແນວຄິດຈິດໃຈ ແລະ ຄວາມສະເທືອນໃຈຂອງຊາວເຜົ່ານຸ່ງແບບທຳມະດາສາມັນ. ເພງພື້ນເມືອງຂອງຊາວເຜົ່ານຸ່ງມີຫຼາຍປະເພດເຊັ່ນ: ຂັບກ້ຽວ, ຂັບເລື້ອນ, ຂັບ ສະລີ, ຂັບເລົ່າເລື່ອງ. .. ຊາວເຜົ່ານຸ່ງແຕ່ລະກຸ່ມເຊັ່ນ: ຊາວເຜົ່ານຸ່ງຢີ໋ນ, ນຸ່ງອານ, ນຸ່ງຈ໋າວ, ນຸ່ງຝ່ານສິລິ່ງ... ກໍ່ມີວິທີຂັບ ແລະ ສະແດງທີ່ແຕກຕ່າງກັນ. ເນື້ອໃນບົດເພງກໍ່ອຸດົມສົມບູນທີ່ສຸດ. ທ່ານ ນຸ່ງຝ່ານສິ່ນ, ຊາວເຜົ່າ ນຸ່ງ, ໃຫ້ຮູ້ວ່າ:
“ບັນດາຄຳສັບໃນບົດເພງພື້ນເມືອງຂອງຊາວເຜົ່ານຸ່ງມີຄຸນຄ່າສຶກສາ ແລະ ໄດ້ຮັບການສືບທອດແຕ່ລຸ້ນກ່ອນເຖິງລຸ້ນຫຼັງ. ຂ້າພະເຈົ້າບໍ່ໄດ້ຮຽນຂັບເທື່ອ, ຫາກພຽງແຕ່ຟັງຜູ້ເຖົ້າຂັບຮ້ອງໃນງານບຸນຕ່າງໆ, ແລ້ວຂັບຕາມເທົ່ານັ້ນ. ເມື່ອເຫັນວ່າຂ້າພະເຈົ້າຂັບໄດ້, ບັນດາຜູ້ເຖົ້າຈຶ່ງໃຫ້ຂັບ. ບົດເພງພື້ນເມືອງຊ້ອນແຝງດ້ວຍຄວາມໝາຍຫຼາຍຢ່າງກ່ຽວກັບຄຸນສົມບັດຂອງມະນຸດ, ກໍ່ຄືເຕັກນິກໃນການອອກແຮງງານທຳການຜະລິດ, ຈາກນັ້ນສອນໃຫ້ລຸ້ນຫຼັງກ່ຽວກັບເຕັກນິກປູກຝັງແມ່ນຄືແນວໃດ“.
ຊົນເຜົ່ານຸ່ງບໍ່ມີຕົວໜັງສືສະເພາະ, ດັ່ງນັ້ນບັນດາບົດເພງພື້ນເມືອງຈຶ່ງໄດ້ຮັບການຮັກສາໄວ້ດ້ວຍການແຜ່ຜາຍປາກຕໍ່ປາກ, ແຕ່ລຸ້ນກ່ອນເຖິງລຸ້ນຫຼັງ. ຍ້ອນ ເຫດນັ້ນ, ບັນດາທຳນອງເພງພື້ນເມືອງຂອງຊາວເຜົ່ານຸ່ງໄດ້ກາຍເປັນຜະລິດຕະ ພັນດ້ານພູມປັນຍາຂອງນັກປະພັນດົນຕີຫຼາຍຄົນ ແລະ ໄດ້ຮັບການປັບປຸງ, ຮັກສາຈາກລຸ້ນຕ່າງໆຈົນເຖິງປະຈຸບັນ. ຜ່ານການເວລາ, ບັນດາບົດເພງນັບມື້ນັບມີເນື້ອໃນອຸດົມສົມບຸນກວ່າອີກ. ເອື້ອຍ ແຖ່ນທິເຮື໋ອງ, ຊາວເຜົ່າ ນຸ່ງ ຢີ໋ນ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຮຽນຂັບຮ້ອງເພງພື້ນເມືອງຂອງຊາວເຜົ່ານຸ່ງຢີ໋ນແມ່ນຍາກຫຼາຍ, ຍ້ອນບໍ່ມີຕົວໜັງສືສະເພາະ, ພຽງແຕ່ຮຽນດ້ວຍການແຜ່ຜາຍປາກຕໍ່ປາກຈາກລຸ້ນພໍ່ຕໍ່ລຸ້ນຫຼານ“.
ພ້ອມກັບຊົນເຜົ່າອື່ນໆຢູ່ເຂດພູດອຍທາງພາກເໜືອ, ຂັບສະລີ, ແມ່ນໜຶ່ງໃນບັນດາຮູບການຂັບຮ້ອງເພງພື້ນເມືອງທີ່ເປັນເອກະລັກສະເພາະຂອງຊາວເຜົ່ານຸ່ງ. ເນື້ອໃນຂອງບັນດາທຳນອງເພງ ສະລີ ມີຄວາມອຸດົມສົມບູນ, ສ້າງຄວາມດູດດຶ່ມແລະ ເຕັມໄປດ້ວຍສີສັນວັດທະນະທຳຂອງຊາວເຜົ່ານຸ່ງ. ໃນບົດເພງສະລີມີການປຽບທຽບຜ່ານຮູບພາບອັນລະອຽດເພື່ອສະແດງໃຫ້ເຫັນອາລົມຈິດຂອງມະນຸດ. ເຖິງວ່າເນື້ອໃນບົດເພງເວົ້າເຖິງທຳມະຊາດ, ໃບຫຍ້າກໍ່ຕາມ, ສຸດທ້າຍກໍ່ເລັງໃສ່ອາລົມຈິດ, ແນວຄິດຈິດໃຈ, ຄວາມມຸ້ງມາດປາຖະໜາຂອງມະນຸດ. ຂັບສະລີສ່ວນຫຼາຍແມ່ນຂັບຖາມ-ຕອບກັນລະຫວ່າງບ່າວສາວ, ຍ້ອງຍໍທັດສະນີຍະພາບທີ່ສວຍງາມ, ການດຳລົງຊີວິດໃໝ່ທີ່ສົດໃສ, ອິ່ມໜຳສຳລານ ແລະ ມີຄວາມຜາສຸກ. ເຂົາເຈົ້າຂັບຮ້ອງຢູ່ຫຼາຍແຫ່ງ, ຢູ່ຕະຫຼາດ, ງານບຸນ, ໃນການອອກແຮງງານ, ທຳການຜະລິດ, ການອວຍພອນເຮືອນໃໝ່. ຈຸດພິເສດຂອງຂັບ ສະລີນັ້ນແມ່ນບໍ່ຕ້ອງໃຊ້ເຄື່ອງດົນຕີພ້ອມກັນ ແລະ ສາມາດຂັບຮ້ອງໃນທຸກເວລາ, ແລະ ຢູ່ທຸກແຫ່ງ. ລັກສະນະອາລົມຈິດໃນເພງພື້ນເມືອງ ສະລີ ເປັນການສະແດງໃຫ້ເຫັນນຳ້ໃຈອຸດົມສົມບູນຂອງຊາວເຜົ່າ ນຸ່ງ. ຂັບສະລີ ບໍ່ພຽງແຕ່ແມ່ນໂອກາດເພື່ອອ້າງສຽງເພງເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມສາມາດຂັບຕອບຜ່ານແຕ່ລະປະໂຫຍດໃນບົດເພງອີກດ້ວຍ. ອ້າຍ ຫງວຽນວັນປາວ, ພະນັກງານວັດທະນະທຳແຂວງ ລ້າງເຊີນ, ໃຫ້ຮູ້ວ່າ:
(ພາບປະກອບ)
“ຊາວເຜົ່ານຸ່ງຂັບສະລີຢູ່ທຸກແຫ່ງ, ທຸກເວລາ, ບາງເທື່ອໃນເວລາໄປເຮັດໄຮ່, ເຮັດນາ, ໄປຕະຫຼາດ, ຍາມໃດເຂົາເຈົ້າກໍ່ສາມາດຂັບຖາມຕອບກັນໄດ້. ສີສັນສະເພາະຂອງຂັບສະລີແມ່ນຄືແນວນັ້ນ “.
ເທບ
ວັດທະນະທຳພື້ນເມືອງຂອງຊາວເຜົ່ານຸ່ງມີເນື້ອໃນອຸດົມສົມບູນ, ມີຫຼາຍຮູບຫຼາຍແບບ. ໃນສາງວັດທະນະທຳນັ້ນ, ເພງພື້ນເມືອງມີທີ່ຕັ້ງສຳຄັນ. ບົດເພງພື້ນເມືອງຂອງຊາວເຜົ່ານຸ່ງແມ່ນອ່ອນຊ້ອຍ, ເຕັມໄປດ້ວຍຄວາມຮັກຄືດັ່ງຈິດວິນຍານ, ນິດໄສຂອງຊາວເຜົ່ານຸ່ງ. ຂັບສະລີ ກໍ່ແມ່ນໜຶ່ງໃນບັນດາປະເພດມ່ວນທີ່ສຸດໃນສາງເພງພື້ນເມືອງຂອງຊາວເຜົ່ານຸ່ງ. ປະຈຸບັນ, ໝູ່ບ້ານຂອງຊາວເຜົ່າ ນຸ່ງໄດ້ມີການປ່ຽນແປງຫຼາຍຢ່າງ, ແຕ່ປະຊາຊົນຍັງຄົງມານະພະຍາຍາມຮັກສາບັນດາບົດເພງພື້ນເມືອງທີ່ເປັນມູນເຊື້ອຂອງຊົນເຜົ່າຕົນໄວ້, ເພື່ອເຮັດໃຫ້ບັນດາທຳນອງເພງພື້ນເມືອງນີ້ໄດ້ຮັບການສືບທອດໃນໝູ່ບ້ານຂອງຊາວເຜົ່ານຸ່ງຕະຫຼອດໄປ.