ຊາວເຜົ່າຜູ້ໄທຢູ່ເມື່ອງໄລຮັກສາສີສັນວັດທະນະທຳຊົນເຜົ່າ


(vovworld) - ວັດ​ທະ​ນະ​ທຳ​ຕິດ​ພັນ​ກັບ​ຊີ​ວິດ ແລະ ການ​ພັດ​ທະ​ນາ​ຂອງ​ສັງ​ຄົມ, ຂອງ​ຊາດ. ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ແຕ່​ລະ​ຊົນ​ເຜົ່າ ສະ​ແດງ​ໃຫ້​ເຫັນ​ຈຸດ​ທີ່ຍອດ​ຢ້ຽມ, ສີ​ສັນ​ຂອງ​ຊົນ​ເຜົ່າ​ນັ້ນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ. ສັງ​ຄົມ​ນັບ​ມື້​ນັບ​ພັດ​ທະ​ນາ, ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ແຕ່​ລະ​ເຜົ່າ​ຍິ່ງ​ມີ​ໄພ​ສູນ​ຫາຍ​ໄປ. ແຕ່​ປະ​ຊາ​ຄົມ​ຊົນ​ເຜົ່າ​ຜູ້​ໄທ​ຢູ່​ເທດ​ສະ​ບານ​ເມື່ອງ​ໄລ, ແຂວງ​ດ້ຽນ​ບ​ຽນ ພັດ​ມີ​ວິ​ທີ​ສະ​ເພາະ​ເພື່ອ​ຮັ​ກ​ສາ​ວັດ​ທະ​ນະ​ທຳທີ່​ດີ​ງາມ​ຂອງ​ຊົນ​ເຜົ່າ​ຕົນໄວ້.

ຊາວເຜົ່າຜູ້ໄທຢູ່ເມື່ອງໄລຮັກສາສີສັນວັດທະນະທຳຊົນເຜົ່າ - ảnh 1

ງານ​ປະ​ກວດຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ ແລະ ເຄື່ອງ​ໃຊ້​ໃນ​ຄອບ​ຄົວ

ຂອງຊົນເຜົ່າຜູ້ໄທ

(ພາບ: ອິນເຕີແນດ)

        ພວກ​ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ​ຕາ​ແສງ​ນາ​ໄລ, ເທດ​ສະ​ບານ​ເມື່ອງ​ໄລ, ແຂວງ​ດ້ຽນ​ບຽນ ກົງ​ກັບ​ໂອ​ກາດ​ທີ່​ທ້ອງ​ຖີ່ນພວມ​ຈັດ​ຕັ້ງ “ງານ​ປະ​ກວດຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ ແລະ ເຄື່ອງ​ໃຊ້​ໃນ​ຄອບ​ຄົວ” ໃຫ້​ຊາວ​ຊົນ​ເຜົ່າ​ຜູ້​ໄທ. ບັນ​ດາ​ຜູ້​ບ່າວ​ໃນ​-ຊຸດເສື້ອສີຄາມ, ສ່ວນ​ຜູ້​ສາວ​ນຸ່ງ​ເສື້ອກ່ອມ (ແມ່ນ​ເສື້ອ​ປະ​ຈຳ​ເຜົ່າ​ຂອງ​ແມ່​ຍິງ​ເຜົ່າ​ຜູ້​ໄທ) ພວມ​ຊັບ​ຊ້ອນ​ເຄື່ອງ​ໃຊ້​ໃນ​ຄອບ​ຄົວເພື່ອ​ກະ​ກຽມ​ໃຫ້​ແກ່​ງານ​ປະ​ກວດ. ອ້າຍ ຫຼໍ່​ວັນ​ແມ້ງ, ພະ​ນັກ​ງານ​ວັດ​ທະ​ນະ​ທຳ​ຕາ​ແສງ​ນາ​ໄລ, ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ງານ​ປະ​ກວດ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຈັດ​ຂຶ້ນ​ເປັນ​ເທື່ອ​ທຳ​ອິດ. ຜ່ານ​ງານ​ປະ​ກວດ, ພວກ​ຂ້າ​ພະ​ເຈົ້າ​ຢາກ​ຟື້ນ​ຟູ​ເຄື່ອງ​ໃຊ້​ໃນ​ຄອບ​ຄົວ​ຂອງ​ຊົນ​ເຜົ່າ​ຜູ້​ໄທ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ. ວຽກ​ງານ​ກະ​ກຽມ​ຂອງ​ບ້ານ​ຕ່າງໆ​ແມ່ນ​ໄດ້​ດີ​ທີ່​ສຸດ, ທຸກ​ຄົນ​ຕ່າງ​ກໍ່​ສະ​ໜັບ​ສະ​ໜູນ​ງານ​ປະ​ກວດ​​ນີ້.

        “ງານ​ປະ​ກວດຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ ແລະ ເຄື່ອງ​ໃຊ້​ໃນ​ຄອບ​ຄົວ” ປີ 2013 ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຂຶ້ນ​ກັບ​ແຜນ​ຮ່າງ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ, ໃນ​ນັ້ນ​ມີ​ຊົນ​ເຜົ່າ​ຜູ້​ໄທ​ໃນ​ເທດ​ສະ​ບານ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ໄລ​ຍະ 2011 – 2015, ທິດ​ທາງ​ເຖິງ​ປີ 2020. ແຜນ​ຮ່າງ​ໂດຍ​ອຳ​ນາດ​ການ​ປົກ​ຄອງ​ເທດ​ສະ​ບານ​ເມື່ອງ​ໄລ ປະ​ຕິ​ບັດ ເພື່ອ​ແນ​ໃສ່​ອະ​ນຸ​ລັກຮັກ​ສາ ແລະ ເສີມ​ຂະ​ຫ​ຍາຍ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຢູ່​ເທດ​ສະ​ບານ. ເອື້ອຍ ເຈິ່ນ​ທິ​ເຮືອງ​ຢາງ, ຫົວ​ໜ້າ​ຫ້ອງ​ການ​ວັດ​ທະ​ນະ​ທຳ​ຖະ​ແຫຼງ​ຂ່າວ​ເທດ​ສະ​ບານ​ເມື່ອງ​ໄລ, ໃຫ້​ຮູ້​ວ່າ:

        “ຈຸດ​ປະ​ສົງ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ປົກ​ປັກ​ຮັດ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ​ຂອງ​ຊົນ​ເຜົ່າ​ຜູ້​ໄທ​ໃນ​ທ້ອງ​ຖີ່ນ, ຄືຊຸດ​ອາ​ພອນ, ເຄື່ອງ​ໃຊ້​ໃນ​ຄອບ​ຄົວ ຕະຫຼອດ​ຮອດ​ພາ​ສາ​ເວົ້າ​ຂອງ​ຊົນ​ເຜົ່າ​ຕົນ. ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຮັກ​ສາ, ສຶກ​ສາ​ມູນ​ເຊື້ອ​ໃຫ້​ລຸ້ນ​ໜຸ່ມ ເພື່ອ​ບໍ່​ໃຫ້​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​​ຊົນເຜົ່າ​ຕົນຖືກ​ສູນ​ຫາຍ​ໄປ.

ຊາວເຜົ່າຜູ້ໄທຢູ່ເມື່ອງໄລຮັກສາສີສັນວັດທະນະທຳຊົນເຜົ່າ - ảnh 2

ງານ​ປະ​ກວດຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ ແລະ ເຄື່ອງ​ໃຊ້​ໃນ​ຄອບ​ຄົວຂອງຊົນເຜົ່າຜູ້ໄທ

(ພາບ: ອິນເຕີແນດ)

        ແຜນ​ການ​ຜັນ​ຂະ​ຫ​ຍາຍ​ແຜນ​ຮ່າງ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຜູ້​ໄທ ໂດຍ​ຫ້ອງ​ການ​ວັດ​ທະ​ນະ​ທຳ​ຖະ​ແຫຼງ​ຂ່າວ​ເທດ​ສະ​ບານ​ເມື່ອງ​ໄລ ປະ​ຕິ​ບັດ​ໃນ​ແຕ່​ລະ​ປີ, ແຕ່​ລະ​ໄລ​ຍະ. ໃນ​ນັ້ນ​ການ​ຈັດ​ຕັ້ງ​ງານ​ປະ​ກວດ​ໄດ້​ຮັບ​ຖື​ວ່າແມ່ນ​ການ​ເຄື່ອນ​ໄຫວ​ມີ​ປະ​ສິດທິ​ຜົນ​ທີ່​ສຸດ ເພື່ອ​ໂຄ​ສະ​ນາ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ໄດ້​ຄວາມ​ສຳ​ຄັນ​ຂອງ​ການ​ອະ​ນຸ​ລັກ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ເຜົ່າ, ຈາກ​ນັ້ນ​ຍົກ​ສູງ​ສະ​ຕິ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫ​ຍາຍ​ມູນ​ເຊື້ອ​ຂອງ​ຊົນເຜົ່າ​ຜູ້​ໄທ. ເອື້ອຍ ຫຼໍ່​ທິ​ລຽນ, ຕາ​ແສງ​ນາ​ໄລ​, ແບ່ງ​ປັນ​ວ່າ:

        “ຢູ່​ໃນຄອບ​ຄົວ​ຂ້າ​ພະ​ເຈົ້າ​​ເຄີຍເວົ້າ​ພາ​ສາ​ເຜົ່າ​ຜູ້​ໄ​ທ, ສ່ວນ​ເວ​ລາ​ໄປ​ເຮັດ​ວຽກ ເມື່ອພົບ​ປະ​ກັບຜູ້​ບໍ່​ຮູ້​ພາ​ສາ​ເຜົ່າ​ຜູ້​ໄທ, ຂ້າ​ພະ​ເຈົ້າ​ຈຶ່ງ​ເວົ້າ​ພາ​ສາ​ທົ່ວ​ໄປ. ເພື່ອ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້, ​ເວ​ລາ​ຢູ່​ເຮືອນຂ້າ​ພະ​ເຈົ້າ​ມັກໂອ້​ລົມ​ກັບ​ລູກ​ດ້ວຍ​ພາ​ສາ​ເຜົ່າ​ຂອງ​ຕົນ, ເພື່ອ​ບໍ່ໃຫ້​ພາ​ສານີ້​ຖືກ​ສູນ​ຫາຍ​ໄປ” .

ຊາວເຜົ່າຜູ້ໄທຢູ່ເມື່ອງໄລຮັກສາສີສັນວັດທະນະທຳຊົນເຜົ່າ - ảnh 3

ຊົ່ວໂມງຮຽນພາສາເຜົ່າຜູ້ໄທ
(ພາບ: ອິນເຕີແນດ)

        ແຜນ​ຮ່າງ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ​ຜູ້​ໄທ ຍັງປະ​ສານສົມ​ທົບ​ກັບຂະ​ບວນ​ການ​​ກໍ່​ສ້າງ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ບ້ານ. ນັບ​ແຕ່​ນັ້ນ, ບັນ​ດາ​ກອງ​ສິ​ລະ​ປະ ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ພັດ​ທະ​ນາ. ທົ່ວ​ເທດ​ສະ​ບານ​ມີ ກວ່າ 30 ກອງ​ສິ​ລະ​ປະ​. ໃນ​ຕອນ​ຄ່ຳ​ຂອງວັນ​ທ້າຍ​ສັບ​ປະ​ດາ, ບັນ​ດາ​ກອງ​ສິ​ລະ​ປະ​ນີ້ ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ເຮືອນ​ຮ້ານ ເພື່ອ​ພ້ອມ​ກັນ​ແອບ​​ຟ້ອນ​ກຸບ, ຟ້ອນ​ວີ, ຟ້ອນຜ້າ​ບີງ, ຟ້ອນ​ກອງ​ເຂົ້າ ແລະ ຂັບ​ແທນ​ພ້ອມ​ກັບພິນ​ຕິ໋ນ (ພິນ​ສະ​ເພາະ​ຂອງ​ເຜົ່າ​ຜູ້​ໄທ). ເອື້ອຍ​ເຈິ່ນ​ທິ​ເຮືອງ​ຢາງ, ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ, ຕາ​ແສງ​ໄລ​ເນືອ ຍັງ​ມີ​ກອງ​ຟ້ອນ​ຂອງ​ຜູ້​ອາ​ຍຸ​ສູງ​ໃນ​ຕາ​ແສງ, ເຂົາ​ເຈົ້າ​ລ້ວນ​ແຕ່​ມີ​ອາ​ຍຸກວ່າ 60 ປີ​ແລ້ວ. ຍ້ອນ​ເຫັນ​ວ່ານີ້​ແມ່ນ​ແຜນ​ຮ່າງ​ທີ່​ມີ​ຄວາມ​ຈຳ​ເປັນ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ໄດ້​ສິດ​ສອນ​ໃຫ້​ລູກຫຼານ​ໃນ​ຕາ​ແສງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ປະ​ຈຸ​ບັນ, ບັນ​ດາ​ກອງ​ສິ​ລະ​ປະ​ໃນ​ຕາ​ແສງ​ລ້ວນ​ແຕ່​ໄດ້​ຮັບ​ການ​ເຝິກ​ອົບ​ຮົມ​ກ່ຽວ​ກັບ​ວິ​ທີ​ຟ້ອນ​ບັນ​ດາ​ວາດ​ຟ້ອນ​ບູ​ຮານ​ຂອງ​ຊົນ​ເຜົ່າ​ຜູ້​ໄທ​ໃນ​ທ້ອງ​ຖີ່ນ .

ຊາວເຜົ່າຜູ້ໄທຢູ່ເມື່ອງໄລຮັກສາສີສັນວັດທະນະທຳຊົນເຜົ່າ - ảnh 4

ກອງຟ້ອນຕີຄ້ອງທụມີອາຍຸສູງໃນຕາແສງ
(ພາບ: ອິນເຕີແນດ)

        ສ່ວນ​ພວກຫຼານ​ນ້ອຍ, ນັກ​ຮຽນ​ຊົນ​ເຜົ່າ​ຜູ້​ໄທ​ໃນ​ເທດ​ສະ​ບານ​ເມື່ອງ​ໄລ ໄດ້​ຮັບ​ຖື​ວ່າ ແມ່ນ​ເປົ້າ​ໝາຍ​ຕົ້ນ​ຕໍ່​ເພື່ອ​ສຶກ​ສາ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ. ຄອບ​ຄົວ ແລະ ໂຮງ​ຮຽນ​ໄດ້​ມີ​ການ​ປະ​ສານ​ສົມ​ທົບ​ກັນ​ເພື່ອ​ສິດ​ສອນ​ໃຫ້​ພວກ​ນ້ອງ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຊົນ​ເຜົ່າ​ຂອງ​ຕົນ. ເອື້ອຍ ເຈິ່ນ​ທິ​ເຮືອງ​ຢາງ, ຫົວ​ໜ້າ​ຫ້ອງ​ການ​ວັດ​ທະ​ນະ​ທຳ​ຖະ​ແຫຼງ​ຂ່າວ​ເທດ​ສະ​ບານ​ເມື່ອງ​ໄລ, ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າໄດ້​ຂົນ​ຂວາຍ​ບັນ​ດາ​ຄອບ​ຄົວ​ໃຫ້​ພວກຫຼານ​ນຸ່ງ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ​ໃນ​ໂອ​ກາດ​ວັນ​ບຸນ. ສ່ວນ​ບັນ​ດາ​ໂຮງ​ຮຽນ​ກໍ່​ບັງ​ຄັບ​ໃຫ້​ນັກ​ຮຽນ​ນຸ່ງ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ​ໃນ​ວັນ​ເສົາ​ປະ​ຈຳ​ສັບ​ປະ​ດາ, ນອກ​ນັ້ນ​ຍັງ​ຈັດ​ການ​ເລົ່າ​ເລື່ອງ​ພື້ນ​ເມືອງ​ກ່ຽວ​ກັບ​ບັນ​ດາ​ເຜົ່າ​ໃນ​ທ້ອງ​ຖີນ ເພື່ອ​ແນ​ໃສ່​ສຶກ​ສາ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ, ມູນ​ເຊື້​ອຊົນ​ເຜົ່າ ເພື່ອ​ໃຫ້​ພວກຫຼານ​ສືບ​ທອດ​ບັນ​ດາ​ມູນ​ເຊື້ອ​ອັນ​ດີ​ງາມ​ດັ່ງ​ກ່າວ.”

ຊາວເຜົ່າຜູ້ໄທຢູ່ເມື່ອງໄລຮັກສາສີສັນວັດທະນະທຳຊົນເຜົ່າ - ảnh 5

ນັກຮຽນນຸ່ງຊຸດອາພອນປະຈຳເຜົ່າໄປຮຽນ
(ພາບ: ອິນເຕີແນດ)

        ຊົນ​ເຜົ່າ​ຜູ້​ໄທ​ຢູ່​ເມືອງ​ໄລ​ເວົ້າ​ສະ​ເພາະ ແລະ ຢູ່​ເຂດ ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ເວົ້າ​ລວມ ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົ​ມ​ສົມ​ບຸນ, ມາ​ແຕ່​ດົນ​ນານ.​ດັ່ງ​ນັ້ນ​ຄວາມ​ງາມ​ໃນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ນີ້​ຄວນ​ໄດ້​ຮັບ​ການ​ຮັກ​ສາ​ໄວ້. ດ້ວຍ​ວິ​ທີ​ຮັກ​ສາ​ຄື​ຢູ່​ເທດ​ສະ​ບານ​ເມືອງ​ໄລ, ບັນ​ດາ​ວັດ​ທະ​ນະ​ທຳທີ່ຍອດ​ຢ້ຽມຂອງ​ຊົນ​ເຜົ່າ​ຜູ້ໄທຈະ​ໄດ້​ຮັບ​ການ​ສືບ​ທອດ ແລະ ເສີມ​ຂະ​ຫ​ຍາຍ, ນີ້​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ