ຊາວເວິນກ່ຽວຮັກສາເຮືອນເດີມໄວ້


(vovworld) - ​ໃນ​ຊີວິດ​ຍຸກ​ປະຈຸ​ບັນ, ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ຢ່າງ​ຂອງ​ຊາວ​ເຜົ່າ​ເວິນ​ກ່ຽວ, ​ໃນ​ນັ້ນ​ມີ​ເຮືອນຮ້ານ​ທີ່​ເປັນ​ມູນ​ເຊື້ອ​ພວມ​ຄ່ອຍໆ​ສູນຫາຍ​ໄປ. ຫວ່າງ​ແລ້ວ​ນີ້, ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ກວາງ​ຈີ້ ຫາ​ກໍ່​ສຸມ​ໃສ່​ການ​ຟື້ນ​ຟູ​​ເຮືອນຮ້ານ​ທີ່​ເປັນ​ມູນ​ເຊື້ອ​ 16 ຫຼັງຂອງ​ຊາວ​ເຜົ່າ​ເວິນ​ກ່ຽວ​ ຢູ່​ບ້ານ​ ກາ​ລູ, ຕາ​ແສງ​ ດັກຣົງ, ​ເມືອງ​ດັກຣົງ ​ໄວ້. ປະຈຸ​ບັນ, ບ້ານ ​ກາ​ລູ ​ໄດ້​ກາຍ​ເປັນ​ບ້ານ​ວັດທະນະທຳ, ທ່ອງ​ທ່ຽວ​ຊີວະ​ພາບ​ວົງ​ຄະນາ​ຍາດ​ ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ເວິນ​ກ່ຽວ. ນີ້​ແມ່ນ​ຈຸດ​ນັດ​ພົບ​ຂອງ​ນັກ​ທ່ອງ​ທ່ຽວ​ໃນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ.

ຊາວເວິນກ່ຽວຮັກສາເຮືອນເດີມໄວ້ - ảnh 1

ເຮືອນຮ້ານຂອງຊາວເຜົ່າເວິນກ່ຽວ

ມາ​ຢ້ຽມຢາມ​ໝູ່​ບ້ານ ກາ​ລູ ​ໃນ​ຍາມ​ບຸນກໍ່​ເຫັນ​ວ່າ​ຍິງ-ຊາຍ​ຊາວ​ເວິນ​ກຽ່ວ​ເມົາ​ມົວ​ດື່ມ​​ເຫຼົ້າ​ໄຫ. ​ໃນ​ເຮືອນ​ຫຼັງ​ໃໝ່​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ຟື້ນ​ຟູ​ດ້ວຍ​ໄມ້​ປ່າ, ທ່ານ ​ໂຮ່​ແທງ​ມ່ານ ຢູ່​ບ້ານ ກາ​ລູ ​ໄດ້​ເລົ່າ​ສູ້​ຟັງ​ວ່າ: ກ່ອນ​ນີ້​ເຮືອນຮ້ານ​ຂອງ​ຊາວ​ເຜົ່າ​ເວິນ​ກ່ຽວ ມີ​ຫຼັງຄາ​ມຸງ​ດ້ວຍຫຍ້າ ຫຼື​ໃບ​ຫວາຍ, ສ່ວນ​ເສົາ, ​ແຂນນາງ, ​ໂຄງ​ຫຼັງ​ຄາເຮັດ​ດ້ວຍ​ໄມ້ ຫຼື​ໄມ້​ໄຜ່. ຕາມ​ການ​ເວລາ, ຊາວ​ເວິນ​ກ່ຽວ​ບໍ່​ເຮັດ​ຫຼັງຄາ​ຕາມ​ແບບ​ມູນ​ເຊື້ອ​ອີກ, ຫາກ​ເຂົາ​ເຈົ້າ​ມຸງ​ດ້ວຍ​ສັງກະສີ ຫຼື ພີ​ໂບຼຊີມັງ. ດັ່ງ​ນັ້ນ, ປະຈຸ​ບັນ​ໄດ້​ຢູ່​ໃນ​ເຮືອນຮ້ານທີ່​ເປັນ​ມູນ​ເຊື້ອ​ຂອງ​ຕົນ, ປະຊາຊົນ​ໃນ​ບ້ານ​ຜູ້​ໃດ​ກໍ່​ພາກພູມ​ໃຈ. ທ່ານ ​ໂຮ່​ແທງ​ມ່ານ, ​ໃຫ້​ຮູ້​ວ່າ:

        “​ໂຄງການ​ລົງທຶນ​ໄດ້​ເຮັດ​ໃຫ້​ປະຊາຊົນ​ພາກພູມ​ໃຈ​ຫຼາຍ, ຍ້ອນ​ກ່ອນ​ນີ້​ເງື່ອນ​ໄຂ​ເສດຖະກິດ​ຍັງ​ຂາດ​ເຂີນ, ການ​ປຸກ​ສ້າງ​ເຮືອນ​ຈຶ່ງ​ບໍ່​ບັນລຸ​​ໄດ້ມາດຕະຖານ​ຂອງ​ເຮືອນ​ເດີມ. ປະຈຸ​ບັນ, ​ເຮືອນ​ໄດ້​ຮັບ​ການ​ປຸກ​ສ້າງ​ໃໝ່ຢ່າງ​ສວຍ​ງາມ, ປະກອບສ່ວນ​ຮັກສາ​ສີສັນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ເວິນ​ກ່ຽວ ​ໄວ້

        ​ເພື່ອ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ໃຫ້​ເໝະສົມ​ກັບ​ສະພາບ​ຕົວ​ຈິງ, ພະ​ແນກວັດທະນະທຳ, ກິລາ ​ແລະ​ ທ່ອງ​ທ່ຽວ​ແຂວງ​ກວາງ​ຈີ້ ​ໄດ້​ລົງທຶນ​ຟື້ນ​ຟູ​ເຮືອນຮ້ານ​ທີ່​ເປັນ​ມູນ​ເຊື້ອ 16 ຫຼັງຢູ່​ບ້ານ ກາ​ລູ, ຕາ​ແສງ​ ດັກຣົງ, ​ເມືອງ​ດັກຣົງ ​ແລະ ກໍ່ສ້າງ​ບ້ານ ກາ​ລູ ​ໃຫ້​ກາຍ​ເປັນ​ໝູ່​ບ້ານ​ວັດທະນະທຳ, ທ່ອງ​ທ່ຽວ​ຊີວະ​ພາບ​ທີ່​ເປັນ​ແບບຢ່າງ​ຢູ່​ແຂວງ​ກວາງ​ຈີ້, ​ແນ​ໃສ່​ຂຸດ​ຄົ້ນ​ທ່າ​ແຮງ​ດ້ານ​ການທ່ອງທ່ຽວ​ໃນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ.

ຊາວເວິນກ່ຽວຮັກສາເຮືອນເດີມໄວ້ - ảnh 2

ການ​ຟື້ນ​ຟູ​ເຮືອນຮ້ານ​ທີ່​ເປັນ​ມູນ​ເຊື້ອ 16 ຫຼັງຢູ່​ບ້ານ ກາ​ລູ, ຕາ​ແສງ​ ດັກຣົງ, ​ເມືອງ​ດັກຣົງ

​ເຮືອນຮ້ານ 16 ຫຼັງຢູ່ບ້ານ ກາລູ ໄດ້ຮັບການຟື້ນຟູຕາມ​ສະຖາປັດຕະຍາ​ກຳ​ເດີມ​ຂອງ​ຊາວ​ເວິນ​ກ່ຽວ, ​ເຮືອນ​ແຕ່​ລະ​ຫຼັງ​ມີ​ມູນ​ຄ່າ​ແຕ່ 300-400 ລ້ານ​ດົ່ງ, ​ໂດຍ​ຊາວບ້ານ​ປຸກ​ສ້າງ​ເອງ. ການ​ປຸກ​ສ້າງ​ເຮືອນ​ກໍ່​ຕ້ອງ​ປະຕິບັດ​ຕາມ​ຫຼັກການ​ສະ​ເພາະ ​ເພື່ອ​ຮັບປະກັນ​ມີ​ຄວາມ​ເຢັນ, ປອດ​ໂປ່ງ​ໃນ​ຍາມ​ຮ້ອນ ​ແລະ ອົບ​ອຸ່​ນ​ໃນ​ຍາມ​ໜາວ. ​ເຮືອນຮ້ານ​ຂອງ​ຊາວ​ເວິນ​ກ່ຽວ​ບໍ່​ໃຫຍ່, ຖືກ​ແບ່ງ​ເປັນ​ຫ້ອງນອນ​ໃຫ້​ຜົວ​ເມຍ, ພໍ່​ແມ່ ​ແລະ ລູກ​ຫຼານ​ໃນ​ຄອບຄົວ. ຫ້ອງ​ຢູ່​ໃຈກາງ​​ເປັນ​ຫ້ອງ​ຮັບ​ແຂກ. ຫຼັງຄາ​ເຮືອນ​ມຸງ​ດ້ວຍ​ຫຍ້າ, ​ໂຄງ​ເຮັດ​ດ້ວຍ​ໄມ້​ໄຜ່, ​ໄມ້​ເຮ້ຍ. ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ ​ໂຮ່ວັນ​ຮື​ມ, ຖື​ວ່າ. ​ໃນ​ການ​ປຸກ​ສ້າງ​ເຮືອນ, ວຽກ​ງານ​ຍາກ​ທີ່​ສຸດ​ນັ້ນ​ແມ່ນ​ການ​ມຸງ​ຫຼັງຄາ, ມັນ​ຮຽກຮ້ອງ​ຕ້ອງ​ມີ​ສີມື​ດີ. ປະຈຸ​ບັນ, ​ໃນ​ບ້ານ​ມີ​ພຽງ​ສອງ, ສາມ​ຄົນຮູ້​ມຸງ​ຫຼັງຄາ​ເຮືອນ​ເທົ່າ​ນັ້ນ, ສ່ວນ​ຫຼາຍ​ແມ່ນ​ຄົນ​ມີ​ອາຍຸ​ສູງ. ຕາມ ເຈົ້າ​ກົກ​ເຈົ້າ​ເຫຼົ່າ ​ໂຮ່ວັນ​ຮື​ມ ​ແລ້ວ, ການ​ຟື້ນ​ຟູ​ເຮືອນຮ້ານ, ທັງ​ຮັກສາ​ເຮືອນ​​ເດີມໄວ້, ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ລູກ​ຫຼານ​ສືບ​ທອດ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ.

        “ກ່ອນ​ນີ້​ພວກ​ຂ້າພະ​ເຈົ້າ​ປຸກ​ສ້າງ​ເຮືອນ​ທີ່​ເປັນ​ມູນ​ເຊື້ອ. ​ແຕ່​ຍ້ອນ​ເງື່ອນ​ໄຂ​ເສດຖະກິດ​ບໍ່​ຮັບປະກັນ​ການ​ປຸກ​ສ້າງເຮືອນ​ຈຶ່ງມີ​ການ​ປ່ຽນ​ແປງ​ບາງ​ຢ່າງ. ປະຈຸ​ບັນຊີວິດ​ນັບ​ມື້​ນັບ​ດີ​ຂຶ້ນ, ​ພວກ​ຂ້າພະ​ເຈົ້າຕ້ອງ​ຟື້ນ​ຟູ​ເຮືອນ​ເດີມ​ໄວ້ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ“.

ຊາວເວິນກ່ຽວຮັກສາເຮືອນເດີມໄວ້ - ảnh 3

ທ່ານ ​ໂຮ່​ແທງ​ມ່ານພ້ອມກັບເຮືອນຮ້ານທີ່ຫາກໍ່ໄດ້ຮັບການຟື້ນຟູ

ບ້ານ ກາ​ລູ ​ໄດ້​ຮັບ​ການວາງ​ແຜນ​ໃຫ້​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ໃນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ. ​ໃນ​ເຮືອນຮ້ານຫຼັງ​ໃໝ່, ບັນດາ​ສິລະ​ປະການ ​ແລະ ບ່າວ​ສາວ​ຊາວ​ເຜົ່າ​ເວິນ​ກ່ຽວ ​ເມົາ​ມົວ​ເຝິກ​ແອບ, ຟື້ນ​ຟູ​ພິທີ​ງານ​ບຸນ​ຕ່າງໆ​ຂອງ​ຊົນ​ເຜົ່າ​ຕົົນ ​ເພື່ອ​ແນະນຳ​ເຖິງ​ແຂກ​ທ່ອງ​ທ່ຽວ. ທ່ານ ຟ້າ​ມວັນ​ທັ໋ງ, ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ໂຄງການ, ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ກວາງ​ຈີ້, ​ໃຫ້​ຮູ້​ວ່າ, ພ້ອມ​ກັບ​ການ​ຟື້ນ​ຟູ​ເຮືອນຮ້ານ, ​ໂຄງການ​ພັດທະນາການທ່ອງທ່ຽວ​ເຂດ​ອະນຸ​ພາກ​ພື້ນ​ແມ່​ນຳ້ຂອງ​ແບບ​ຍືນ​ຍົງພວມ​ປັບປຸງ​ກຸ່ມ​ກິດຈະກຳ​ເຮືອນ​ພັກ​ວົງ​ຄະນາ​ຍາດ, ​ແລະ ທັດສະ​ນີຍະ​ພາບ​ຢູ່​ບ້ານ ກາ​ລູ ​ເພື່ອ​ຮັບ​ໃຊ້​ນັກທ່ອງ​ທ່ຽວ. ທ່ານ ຟ້າ​ມວັນ​ທັ໋ງ, ​ໃຫ້​ຮູ້​ວ່າ:

        “​ໄປ​ຄຽງ​ຄູ່​ກັບ​ການ​ຟື້ນ​ຟູ​ວັດຖຸ​ທີ່​ມີ​ຮູບ​ຮ່າງ ​ແລະ ບໍ່​ມີ​ຮູບ​ຮ່າງ, ອະນຸລັກ​ຮັກສາ​ບັນດາ​ງານ​ບຸນ, ອາຫານ​ການ​ກິນ​ທີ່​ເປັນ​ມູນ​ເຊື້ອ​ແລ້ວ, ຖ້າ​ຫາກ​ສົມທົບ​ກັບ​ການທ່ອງທ່ຽວ​ວົງ​ຄະນາ​ຍາດ​ເປັນ​ຢ່າງ​ດີ, ມັນ​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ, ​ເມື່ອ​ລາຍ​ຮັບ​ຂອງ​ປະຊາຊົນ​ເພີ່ມ​ຂຶ້ນ, ​ເຂົາ​ເຈົ້າ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ອະນຸລັກ​ຮັກສາ​ຄືນ​ໄໝ່“.

        ບ້ານ ກາ​ລູ ຕັ້ງ​ຢູ່​ແຄມ​​ເສັ້ນທາງ​ ​ໂຮ່ຈີ​ມິນ ປະຫວັດສາດ, ຕໍ່ໜ້າບ້ານ​ແມ່ນ​ຂົວ​ແຂວນ​ຂ້າມ​ແມ່​ນຳ້ ດັກ​ຣົງ. ​ໃນອະນາຄົດ​ໃກ້ໆ​ນີ້, ບ້ານ ກາ​ລູ ຈະ​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຄົ້ນ​ຫາວັດທະນະທຳ​ເຂດ​ຊົນ​ເຜົ່າ​ຢູ່​ທາງ​ທິດຕາ​ເວັນ​ອອກ​ສາຍພູ​ຫຼວງ​ທີ່​ໃຫຍ່​ໂຕ​ມະ​ໂຫຖານ.

ຕອບກັບ

ຂ່າວ/ບົດ​ອື່ນ