ຍຸດທະສາດການພັດທະນາຂອງຂະແຫນງການທ່ອງທ່ຽວຫວຽດນາມ

ປີ 2011 ຂະ​ແຫນງ​ທ່ອງ​ທ່ຽວ​ຫວຽດນາມ ບັນລຸ​ໄດ້ຕົວ​ເລກ​ສະ​ຖິຕິ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ ແລະ ດ​ຶງດູດ​ນັກ​ທ່ອງ​ທ່ຽວ​ສາກົນມາຢ້ຽມຢາມຫວຽດນາມເຖິງ  6 ລ້ານ​ຄົນ. ໝາກຜົນ​ນີ້​ເປັນ​ຂີດ​ໝາຍ​ໃຫ້​ແກ່​ໄລຍະ​ທາງ 10 ປີ ​ແຫ່ງ​ການ​ພັດທະນາ​ຂອງ​ຂະ​ແຫນງທ່ອງ​ທ່ຽວ ຄື​ແຕ່​ປີ 2001 - 2012, ກ່ອນ​ກ້າວ​ເຂົ້າ​ສູ່​ຍຸດ​ທະ​ຍາດ​ໃຫມ່​ເຊິ່ງຈະ​​ເລີ່​ມ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2012.​​ ຂີດ​ໝາຍ​ແຫ່ງໄລຍະ​ທາງ​ໃຫມ່​ຂອງ​ຂະ​ແຫນງ​ການທ່ອງທ່ຽວ​ຫວຽດນາມນັ້ນ​ແມ່ນ​ເຫດ​ການ​ປະກາດ ສັນຍາລັກ ​ແລະ ຄຳຂວັນ “ຄວາມ​ງາມ​ຕະຫຼອດການ”

        ຄຳຂັວນ “ຫວຽດນາມ ຄວາມ​ງາມຕະຫຼອດການ, ດ​້ວຍສັນຍາ​ລັກ​ແມ່ນ​ ​ດອກ​ບົວ​ພວມ​ບານ ​ໄດ​້ກາຍ​ເປັນ​ສັນຍາ​ລັກ​ຂອງ​ໂຄງການສົ່ງ​ເສີມ​ການທ່ອງທ່ຽວ​ແຫ່ງ​ຊາດ​ໄລຍະ 2012-2015.​ ສັນຍາ​ລັກ​ດອກ​ບົວ​ປະກອບ​ດ້ວຍ 5 ກີບ ​ແລະ 5 ສີ​ທີ່​ສະ​ແດງ​ໃຫ້​ເຫັນ​ບັນດາ​ບໍລິການ​ທ່ອງ​ທ່ຽວ​ຕົ້ນຕໍ​ຂອງ​ຫວຽດນາມ​ຄື: ການທ່ອງທ່ຽວ​ທະ​ເລ ​ແລະ ໝູ່​ເກາະ,​ ການທ່ອງທ່ຽວ​ຊີວະ​ພາບ, ທຳ​ມະ​ຊາດ; ການທ່ອງທ່ຽວ​ວັດທະນະທຳ, ປະຫວັດສາດ; ການທ່ອງທ່ຽວ​ຄົ້ນ​ຫາ, ພະ​ຈົນ​ໄພ. ຕາມ​ທ່ານ​ຫງວຽນ​ວັນ​ຕວັນ ຫົວຫນ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ​ແລວ້,​ ພາຍຫລັງປະກາດ ສັນຍາລັກ​ໃຫມ່, ຂະ​ແຫນງ​ການທ່ອງທ່ຽວ​ຈະ​ມີ​ໂຄງການ​​ໂຄສະນາ​ຮູບ​ພາບ ສັນຍາລັກ ​ເຖິງນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແລະ ຖື​ວ່າ ນີ້​ແມ່ນ​ຈຸດ​​ໃຈກາງ ​ແລະ ບາດກ້າວ ບຸກທະລຸ​ຂອງ​ປີ 2012 ​ແລະ ຊຸມ​ປີ​ຕໍ່​ໆໄປ.

        “ປີ 2012 ແມ່ນແນ່ນອນວ່າຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍຫລາຍ​ປະການ, ຢູ່​ພາຍ​ໃນ​ປະ​ເທດ ​ແລະ​ ໃນ​ໂລກ​ ອາດຈະ​ເກີດ​ປັດ​ໃຈ​ບໍ່​ປົກກະຕິ ​ແຕ່​ສິ່ງ​ສະດວກ​ກໍ​ໄດ້​ຮັບການສ້າງ​ຂຶ້ນ​ໃນ​ໄລ​ຍະ​ຜ່ານ​ມາ. ພິ​ເສດ​ແມ່ນ ​ເລື່ອງ​ອ່າວ​ຮ້າ​ລອງ​ໄດ້​ຮັບ​ການ​ຮັບ​ຮອງແມ່ນ​ຫນຶ່ງ​ໃນ​ສິ່ງ​ມະຫັດ​ສະ​ຈັນ​ທຳ​ມະ​ຊາດ 7 ​ແຫ່ງ​ຂອງ​ໂລກ ຈະສ້າງກຳລັງຫນູນ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ ຮ້າ​ລອງ. ນີ້​ແມ່ນ​ປັດ​ໃຈ​ສ້າງ​ບາດກ້າວ​ບຸກທະລຸ​ໃຫ້​ແກ່​ປີ 2012. ປີ 2012 ນີ້ ພວກ​ຂ້າພະ​ເຈົ້າຈະ​ສູ້​ຊົນ ​​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ປະມານ 6.5 - 6.6 ລ້ານ​ເທື່ອ​ຄົນ ​ແລະ ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ປະມານ 32 ລ້ານ​ເທື່ອ​ຄົນ, ສ້າງ​ລາຍ​ຮັບ​ຈາ​ກການທ່ອງທ່ຽວ​ປະມານ 150.000 ຕຶ້ດົ່ງ.”

        ປີ 2012 ຂະ​ແຫນງ​ທ່ອງ​ທ່ຽວ​ຫວຽດນາມ ຜັນ​ຂະຫຍາຍ ​ແລະ ປະຕິບັດ​ຍຸ​ດທະ​ສາດ​ໄລຍະ​ແຕ່​ນີ້​ຮອດ​ປີ 2020 ວິ​ໄສ​ທັດຮອດປີ 2030 ຢ່າງ​ເປັນ​ທາງ​ການ ​ແລະ ຜັນ​ຂະຫຍາຍ​ການວາງ​​ແຜນ​ກຳນົດ​ສັງ​ລວມພັດທະນາ​ການທ່ອງທ່ຽວ​ຫວຽດນາມ​ຮອດ​ປີ 2020 ​ແລະ ວິ​ໄສ​ທັດຮອດ ປີ 2030 ພ້ອມ​ກັນ​ນັ້ນ ກໍ​ສ້າງ​ບັນດາ​ການວາງ​​ແຜນ​ກຳນົດ​ພັດທະນາ​ສະຖານທີ່ທ່ອງທ່ຽວ, ພິ​ເສດ​ແມ່ນ ​ເຂດ​ທ່ອງ​ທ່ຽວ​ຈຸດ​ສຸມ  7 ​ແຫ່ງ. ຍຸດ​ທະ​ສາດ​ນີ້​​ແມ່ນ​ກຳລັງ​ຫນູນ​ເພື່ອ​ຊຸກຍູ້​ຂະ​ແຫນງ​ທ່ອງ​ທ່ຽວ​​ພັດທະນາ​ກວ່າ​ອີກ, ນຳ​ຫວຽດນາມກາຍ​ເປັນ​ຈຸດ​ນັດ​ພົບ​ອັນ​ດູດ​ດື່ມ, ບັນລຸ​ລະດັບ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ ຫງວຽນ​ວັນ​ຕວັນ​ໃຫ້​ຮູ້​ວ່າ:

        “ຂະ​ແຫນງ​ທ່ອງ​ທ່ຽວຈະ​ເພ​ີ່ມທະວີ​ການ​ຄຸ້ມ​ຄອງ​ຈຸດ​ນັດ​ພົບ ຜ່ານ​ການ​ກວດກາ​ຄຸນ​ນະພາ​ບບໍລິການ ​ແລະ ຄຸ້ມ​ຄອງ​ສະພາບ​​ແວດ​ລ້ອມ​ແຫ່ງ​ການທ່ອງທ່ຽວ. ສືບ​ຕໍ່​ຍູ້​ແຮງການ​ເຄື່ອນ​ໄຫວ​ໂຄສະນາ​ການທ່ອງທ່ຽວ​ພາຍ​ໃນ ​ແລະ ຕ່າ​ງປະ​ເທດ ​ແລະ ຍັງ​ຄົງ​ຮັກສາບັນດາ​ການ​ເຄື່ອ​ນ​ໄຫວ​ດ້ານວິຊາ​ສະ​ເພາະຕາມ​ແຜນການ​ທີ່​ໄດ້​ວາງ​ອອກ. ຈຸດໝາຍ​ສຸດ​ທ້າຍ​ແມ່ນ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ສັງຄົມ.”

ຍຸດທະສາດການພັດທະນາຂອງຂະແຫນງການທ່ອງທ່ຽວຫວຽດນາມ - ảnh 1
ນັກທ່ອງທ່ຽວສາກົນມາຢ້ຽມຢາມອ່າວຮ້າລອງ

        ຍຸດ​ທະ​ສາດ “ພັດທະນາ​ການທ່ອງທ່ຽວ​ຫວຽດນາມ ຮອດ​ປີ 2020 ​ແລະ ວິ​ໄສ​ທັດ​ປີຮອດ 2030” ມີ​ຈຸດ​ໃຫມ່​ຫລາຍ​ຢ່າງ ​ແລະ ມີ​ລັກສະນະ​ບຸກທະລຸ. ລັກສະນະ​ບຸກທະລຸສະ​ແດງ​ອອກ​​ໃນ​ທັດສະນະ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ ຕາມ​ທິດ​ມີ​ຄຸນ​ນະພາ​ບ, ມີ​ເຄື່ອງໝາຍ​ການ​ຄ້າ, ທັນ​ສະ​ໄຫມ, ຂຸດ​ຄົ້ນ​ຢ່າງ​ມີ​ປະສິດທິ​ຜົນ, ມີ​ຈຸດ​ສຸມ, ​​ເສີມ​ຂະຫຍາຍ​ລັກສະນະ​ລະຫວ່າງ​ຂະ​ແຫນງ, ລະຫວ່າງ​ເຂດ ​ແລະ ຫັນ​ເປັນ​ບັນຫາ​ຂອງ​ສັງ​ຄົມ​ດ້ວຍ​ບົດບາດ​ກຳລັງ​ຫນູນ​ຂອງ​ບັນດາ​ວິ​ສາ​ຫະກິດ. ສ່ວນ​ຈຸດ​ໃຫມ່​ໃນ​ຍຸດ​ທະ​ສາດ​ນີ້ ​ແມ່ນ​ວາງ​ຫນ້າ​ທີ່​ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ກາຍ​ເປັນ​ປັດ​​ໃຈ​ຫລັກ​ແຫ​ລ່ງ​ໃນ​ການ​ແກ້ງ​ແຍ້​ງສາກົນ ​ແລະ ຍົກ​ສູງ​ປະສິດທິ​ຜົນ, ສູ້​ຊົນ​ສ້າງ ​ແລະ ພັດທະນາ​ເຄື່ອງ​ໝາຍ​ການ​ຄ້າ​ທີ່​ພົ້ນ​ເດັ່ນ​ຂອງ​ການທ່ອງທ່ຽວ​ຫວຽດນາມ​ຢູ່​ພາຍ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ສິ່ງ​ດັ່ງກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ສຸ​ມ​ໃສ່​ສ້າງ​ບັນດາ​ຜະລິດ​ຕະພັນ​, ຮູບ​ການທ່ອງທ່ຽວ​ທີ່​​ເປັນ​ລະບົບ, ມີ​ການ​ກວດກາ​ຄຸນ​ນະພາ​ບ ​ແລະ ມີ​ລັກສະນະ​ເປັນເອກະລັກ, ພັດທະນາ​ການທ່ອງທ່ຽວ​ທະ​ເລ​ຢ່າງ​ແຂງ​ແຮງ​ດ້ວຍ​ຂອບ​ຂະຫນາດ, ລະດັບ​ສາກົນ; ພັດທະນາ​ການທ່ອງທ່ຽວ​ຊອກ​ຮູ້​ວັດທະນະທຳ​ເປັນ​ພື້ນຖານ, ພັດທະ​ນາ​ການທ່ອງທ່ຽວ​ຊີວະ​ພາບ, ການທ່ອງທ່ຽວ​ຂຽວ ​ແລະ ​ອື່ນໆ. ​ໂດຍ​ແມ່ນ​ເຂດ​ໃຈກາງ​ຂອງ​ການທ່ອງທ່ຽວ​ຫວຽດນາມ, ຂະ​ແຫນງການທ່ອງທ່ຽວ​ນະຄອນ​ໂຮ່ຈິ​ມີນ ຍາມ​ໃດ​ກໍ​ມີຄວາມຂະຫຍັນ​ຂັນ​ເຄື່ອນ​ສ້າງ​ບັນດາ​ບໍລິການ​ທ່ອງ​ທ່ຽວ​ໃຫມ່​ເພື່ອ​ດຶງ​ດູດ​ ​ແລະ ຮັບ​ໃຊ້ນັກ​ທ່ອງ​ທ່ຽວ. ຕາມ​ທ່ານ ຫລາກ​ວັກ​ແຄງ, ຮອງ​ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ​ນະຄອນ ​ໂຮ່ຈິ​ມີນ​ແລ້ວ, ຈຸດ​ສຸມ​ໃນ​ຊຸມ​ປີ​ຕໍ່​ໄປ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ​ນະຄອນ​ໂຮ່ຈິ​ມີນ ​ແມ່ນ​ສືບ​ຕໍ່​ພັດທະນາ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຂຽວ.

        “​ໃນ​ປີ 2012, ຈະ​ມີ​ຫລາຍ​ລາຍການ​ທ່ອງ​ທ່ຽວ​ໃຫ້​ແກ່ວົງຈອນ​ທ່ອງ​ທ່ຽວທີ່ມີ​​ໄລຍະ​ທາງ​ບໍ່ໄກປານໃດ. ພິ​ເສດ ແມ່ນ ທາງ​ນະຄອນ ພວມ​ສ້າງ​ລາຍການ​ທ່ອງ​ທ່ຽວ​ ​ລ່ອງເຮືອ, ​ໃນ​ນັ້ນ​ມີ ​ເຮືອສະເພາະການສຳ​ຫລວດ, ຄົ້ນ​ຫາ ​ແລະ​ ລາຍການທ່ຽວຊົມ​ຊີວະ​ພາບ. ນີ້​ແມ່ນ​ລາຍການ​ທ່ອງ​ທ່ຽວ​ລະດັບ​ສູງ ທັງ​ເຂົ້າ​ຮ່ວມ​ຊອກ​ຮູ້ ຄົ້ນ​ຫາຊີວະ​ພາບ ​ແຕ່​ຮັບປະກັນ​ການ​ປົກ​ປັກຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ພັດທະນາ​ແບບ​ຍືນ​ຍົງ;”

        ຂະ​ແຫນງ​ທ່ອງ​ທ່ຽວ​ໄດ້​ກຳນົດ​ຕະຫລາດ​ຕາມ​ຈຸດປະສົງ​ທ່ອງ​ທ່ຽວ ​ແລະ ຄວາມ​ສາມາ​ດຊຳລະ, ບຸລິມະສິດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມີ​ຄວາມສາມາດໃຊ້ຈ່າຍ​ເງິນຫຼາຍ, ມີ​ແຕ່ຈຸດປະສົງ​ໄປທ່ອງທ່ຽວ, ພັກອາ​ໄສ​ໃນ​ໄລຍະ​ຍາວ. ພັດທະນາ​ຕະຫລາດ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ຢ່າງ​ແຮງ, ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ພັກ​ຜ່ອນ​ບຳລຸງ​ສຸຂະພາບ​ຂອງ​ນັກ​ທ່ອງ​ທ່ຽວ, ການ​ລະ​ຫລິ້ນ​ພັກຜ່ອນຢ່ອນ​ອາລົມ, ພັກ​ຜ່ອນ​ທ້າຍອາທິດ ​ແລະ​ອື່ນໆ. ສຳລັບ​ຕະຫລາດ​ສາກົນ ແມ່ນສຸມ​ໃສ່​ດຶງ​ດູດ​ຕະຫລາດ​ທ່ອງ​ທ່ຽວ​ທີມີຄຸນ​ນະພາ​ບສູງ​ຄື: ບັນດາ​ປະ​ເທດ​ຢູ່ອາຊີ​ຕາ​ເວັນ​ອອກສຽງ​ເຫນືອ, ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ປາ​ຊີ​ຟີ​ກ .... ​, ​ເອີ​ລົບ​​ເຫນືອ, ອາ​ເມ​ລິ​ກາ​ເຫ​ນືອ ​ແລະ ​ເອີ​ລົບ​ຕາ​ເວັນ​ອອກ, ເປີດ​ກວ້າງ​ຕະຫລາດ​ໃຫມ່​ຢູ່​ຕາ​ເວັນ​ອອກ​ກາງ. ຈຸດໝາຍ​ຮອດ​ປີ 2020,​ ຫວຽດນາມ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ໃຫ້​ໄດ້ 10.5 ລ້ານ​ເທື່ອ​ຄົນ ​ແລະ ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 48 ລ້ານ​ເທື່ອ​ຄົນ.​ ບັນລຸ​ຍອດ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ປະມານ 19 ຕື້ USD ປະກອບ 7% GDP ຂອງ​ທົ່ວ​ປະ​ເທດ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ 3 ລ້ານ​ຄົນ.​ຮອດ​ປີ 2030 ຍອດ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2020.​ຢາກ​ບັນລຸ​ໄດ້​ບັນດາ​ຈຸດໝາຍ​ນີ້ ວຽກ​ງານດັ່ງກ່າວ​ຕ້ອງ​​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​​ນັບ​ແຕ່​ດຽວ​ນີ້ເປັນຕົ້ນໄປ./.   

 ລານແອງ

ຕອບກັບ

ຂ່າວ/ບົດ​ອື່ນ