ຕີຄ້ອງ Jho ເຊິ່ງແມ່ນການເຄື່ອນໄຫວວັດທະນະທຳພິເສດສະເພາະຂອງແມ່ຍິງຊົນເຜົ່າ E de Bih


(vovworld) – ​ເມື່ອ​ລະດູບານ​ໃໝ່​ວຽນມາ, ດອກ​ຄາຍ, ດອກ​ເໝີຍ​​ເບັ່ງບານ​ໄປ​ທົ່ວ​​ເຂດພູຜາ​ປ່າ​ໄມ້ ກໍ່​ແມ່ນ​ເວລາ​ທີ່​ຊາວ​ໄຕ​ງວຽນ ກ້າວ​ເຂົ້າ​ສູ່​ພິທີ​ງານບຸນຕ່າງໆທີ່ແກ່ຍາວ​ແຕ່​ທ້າຍ​ປີ​ເກົ່າ​ຈົນຮອດ​ຕົ້ນ​ປີ​ໃໝ່. ສຽງ​ຄ້ອງ​ດັງ​ກ້ອງ​ກັງວາ​ໄປ​ທົ່ວ​ໝູ່​ບ້ານ​ຕ່າງໆ. ພິ​ເສດ​​ແມ່ນ​ໃນວົງ​ຄະນາ​ຍາດ​ຊາວ​ເຜົ່າ​ E de Bih, ​ເຊິ່ງ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ຊົນ​ເຜົ່າ Ede ທີ່​ດຳລົງ​ຊີວິດ​ຢູ່​ບ້ານ ເຈິ​ບ, ​ເທດສະບາ​ນ​ເຈິ​ບ, ​ເມືອງ Krong Ana, ​ແຂວງ​ດັກ​ລັກ, ການ​ເຄື່ອນ​ໄຫວ​ຕີ​ຄ້ອງ​ທັງ​ໝົດ​ລ້ວນ​ແຕ່​ໂດຍ​ແມ່ຍິງ​ເປັນ​ຜູ້​ປະຕິບັດ.

ຕີຄ້ອງ Jho ເຊິ່ງແມ່ນການເຄື່ອນໄຫວວັດທະນະທຳພິເສດສະເພາະຂອງແມ່ຍິງຊົນເຜົ່າ E de Bih - ảnh 1

        ປ້າ H AngNie (ຫຼື​ເອີ້ນ​ວ່າ Aduon Nho) ປີ​ນີ້ມີ​ອາຍຸ​ກວ່າ 70 ປີ, ​ແຕ່​ປະ​ໄດ້​ເຂົ້າ​ຮ່ວມ​ກອງ​ຕີ​ຄ້ອງ​ຂອງ​ໝູ່ບ້ານ​ມາ​ເປັນ​ເວລາ​ເກືອບ 50 ປີ​ແລ້ວ. ສຳລັບ​ປ້າ​ແລ້ວ, ຕີ​ຄ້ອງ​ຄື​ດັ່ງ​ສູບ​ອາກາດ, ຫຼື​ກິນ​ເຂົ້າ, ດື່ມ​ນຳ້​ປະຈຳ​ວັນ. ຍ້ອນ​ໄດ້​ຮັບ​ການ​ສືບ​ທອດ​ຈາກ​ແມ່​ນັບ​ແຕ່​ເວລາ​ມີ​ອາຍຸ 10 ປີ, ດັ່ງ​ນັ້ນ​ປ້າ​ບໍ່​ພຽງ​ແຕ່​ມີ​ຄວາມເຂົ້າ​ໃຈ​ເທົ່າ​ນັ້ນ, ຫາກ​ຍັງ​ນິຍົມ​ຄ້ອງ​ຂອງ​ຊົນ​ເຜົ່າ​ຕົນ​ອີກ​ດ້ວຍ, ປ້າ​ນິຍົມ​ບົດບາດ​ຂອງ​ກອງ Ho go ທີ່​ສຸດ. ຄ້ອງ Jho ລວມມີ 6 ໜ່ວຍ, ຖືກ​ແບ່ງ​ອອກ​ເປັນ 3 ຄູ່, ຄູ່​ຄ້ອງ​ແມ່, ຄູ່​ຄ້ອງ​ລູກ ​ແລະ ຄູ່​ຄ້ອງ​ພໍ່. ​ພ້ອມ​ກັບ​ກອງ Hogo, ສຽງ​ຄ້ອງ 3 ຄູ່​ນີ້ໄດ້​ສ້າງ​ເປັນ​ທຳນອງ​ທີ່​ແຕກ​ຕ່າງ​ກັນ. ຍ້ອນ​ເຫດ​ນັ້ນ, ​​ສຽງ​ຄ້ອງ​ຄື​ດັ່ງສຽງ​​ຂອງແມ່ຍິງທີ່​ເວົ້າ​ກັບ​ດິນ​ຟ້າ​, ບັນພະບຸລຸດ ​ແລະ ຄອບຄົວ. ປ້າ Aduon Nho, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ດີ​ໃຈ​ຍ້ອນ​ໄດ້​ຮຽນ​ຕີ​ຄ້ອງ​ຈາກ​ແມ່​ນັບ​ແຕ່​ເວລາ​ຍັງ​ນ້ອຍ. ຂ້າພະ​ເຈົ້າ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ມູນ​ເຊື້ອ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ E de Bih. ກອງ Ho go ມີ​ບົດບາດ​ສຳຄັນ​ໃນ​ກອງ​ຄ້ອງ​, ​ເພາະ​ມັນ​ຮັກສາ​ຈັ່ງ​ຫວະ​ໃຫ້​ຄ້ອງ 6 ໜ່ວຍ​ປະສານ​ສຽງ​​ນຳກັນ. ຍິ່ງ​ກວ່າ​ນັ້ນ, ສຽງ​ກອງ​ພ້ອມ​ກັບ​ສຽງ​ຄ້ອງ​ຈະ​ເຮັດ​ໃຫ້​ທຳນອງ​ດົນຕີ​ມ່ວນ​ກວ່າ. ປະຈຸ​ບັນ, ຂ້າພະ​ເຈົ້າ​ມີ​ອາຍຸ​ສູງ​ແລ້ວ, ພຽງ​ແຕ່​ຢາກ​ມີ​ສຸຂະພາບ ​ເພື່ອ​ສືບ​ຕໍ່​ໄປສະ​ແດງ ​ແລະ ສອນ​ໃຫ້​ລູກ​ຫຼານ​ວິທີ​ຕີ​ຄ້ອງ​ເທົ່າ​ນັ້ນ“.

ຕີຄ້ອງ Jho ເຊິ່ງແມ່ນການເຄື່ອນໄຫວວັດທະນະທຳພິເສດສະເພາະຂອງແມ່ຍິງຊົນເຜົ່າ E de Bih - ảnh 2

ສອນວິທີຕີຄ້ອງ Jhô ໃຫ້ບັນດານາງສາວບ້ານເຈິບ (Krông Ana)

        H Lom H Mok ​ເຖິງ​ວ່າ​ມີ​ອາຍຸ​ພຽງ 18 ປີ​ເທົ່າ​ນັ້ນ, ​ແຕ່​ນ້ອງ​​ເຄີຍ​ຕີ​ຄ້ອງມາ​ເປັນ​ເປັນ​ເວລາ 10 ປີ​ແລ້ວ. H Lom ​ໃຫ້​ຮູ້​ວ່າ​ນ້ອງ​ຕີ​ຄ້ອງ​ນັບ​ແຕ່​ເວລາ​ເຂົ້າ​ຮ່ວມ​ກອງ​ຟ້ອນ​​ເຍົາວະ​ຊົນ​ໃນ​ບ້ານ, ດັ່ງ​ນັ້ນຈັ່ງ​ຫວະ ​ແລະ ທຳນອງ​ສຽງ​ກອງ, ສຽງຄ້ອງຈຶ່ງ​ມີ​ຄວາມ​ໃກ້ຊິດ​ສະໜິດສະໜົມ​ກັບ​ນ້ອງ​ມາ​ແຕ່​ດົນ​ນານ​ແລ້ວ. ປະຈຸ​ບັນ, ນ້ອງ​ມີ​ຄວາມ​ຊຳນານ​ໃນ​ການ​ຕີ​ຄ້ອງ​ທຸກ​ປະ​ເພດ ​ແລະ ​ເຄີຍ​ໄປສະ​ແດງ​ຢູ່​ທົ່ວ​ທຸກ​ແຫ່ງ​ແຕ່​ເໜືອ​ຮອດໃຕ້. H Lom ຖື​ວ່າ, ຄ້ອງ E de Bih ຈະ​ສ້າງ​ຄວາມ​ນິຍົມ​ໃຫ້​ແກ່​ລຸ້ນໜຸ່ມ ​ແລະ ມີ​ທີ່​ຕັ້ງ​ສະ​ເພາະ​ໃນ​ຊີວິດດ້ານ​ດົນຕີ​ປະຈຸ​ບັນ​:

        “​ໃນ​ເບື້ອງ​ຕົນ​ນ້ອງ​ຮຽນ​ຍາກ​ທີ່​ສຸດ, ຍ້ອນ​ຍັງ​ເປັນ​ເດັກນ້ອຍ​ບໍ່​ທັນ​ເຂົ້າ​ໃຈ​​ໄດ້ໝົດ. ​ເມື່ອ​ເຫັນ​ແມ່​ຕີ​ຄ້ອງ​ຄິດ​ວ່າວ່າ​ງ່າຍ, ​ແຕ່​ເມື່ອ​ຕີເອົາ​ເອງ​ກໍ່​ຮູ້ສຶກ​ວ່າວ່າ​ຍາກ​ທີ່​ສຸດ. ບາງ​ຄັ້ງ​ບາງ​ຄາວ​ກໍ່​ເບື່ອ​ໜ່າຍ​ບໍ່​ຢາກ​ຮຽນ​ອີກ, ​ແຕ່​ຄິດ​ເຖິງ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ, ຂ້າພະ​ເຈົ້າ​ກໍ່​ພະຍາຍາມ​ເພື່ອ​ຮັກສາ​ສີສັນ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ໄວ້.​ເມື່ອ​ບໍ່​ທັນ​ຮູ້​ຟັງສຽງ​ຄ້ອງ​ບໍ່​ມ່ວນ, ​ແຕ່​ເວລາ​ຮູ້​ແລ້ວ​ກໍ່​ເຫັນ​ວ່າ​ສຽງ​ຄ້ອງ​ມ່ວນ​ຫຼາຍ“.

​        ​ນາງ H Mly H Mokດ ສະມາຊິກ​ໃນ​ກອງ​ຄ້ອງ​ໜຸ່ມ, ​ໃຫ້​ຮູ້​ວ່າ ພ້ອມ​ກັບ​ການ​ຄົ້ນ​ຫາ​ຄວາມ​ງາມ​ໃນ​ແຕ່​ລະ​ທຳນອງ​ຄ້ອງ​ແລ້ວ, ນາງ​ຍັງປາຖະໜາ​ຢາກ​ມີ​ໂອກາດ​ໄດ້​ແນະນຳວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນີ້​ເຖິງ​ປະຊາຊົນ​ທ້ອງ​ຖີ່​ນຕ່າງໆ​ໃນ​ທົ່ວ​ປະ​ເທດ​ຄື​ດັ່ງ​ພວກ​ແມ່, ພວກ​ເອື້ອຍ​ໃນ​ໝູ່​ບ້ານຂອງ​ຕົນ:

        “ນ້ອງ​ປາຖະໜາ​ໄດ້​ຮຽນ​ຕີ​ຄ້ອງບັນດາ​ທຳນອງ​ທີ່​ຍາກ​ກວ່າ​ອີກ, ​ແລະ​ໄດ້​ໄປສະ​ແດງ​ຢູ່​ຫຼາຍ​ແຫ່ງ ​ເພື່ອ​ແນະນຳ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ​ໃຫ້​ຫຼາຍ​ຄົນ​ໄດ້​ຮັບ​ຊາບ, ​ເພື່ອ​ໃຫ້​ລຸ້ນໜຸ່ມ​ຄື​ພວກນ້ອງ​ມີ​ຄວາມ​ນິຍົມ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ.“

ຕີຄ້ອງ Jho ເຊິ່ງແມ່ນການເຄື່ອນໄຫວວັດທະນະທຳພິເສດສະເພາະຂອງແມ່ຍິງຊົນເຜົ່າ E de Bih - ảnh 3


ປ້າ H’riu ຫົວໜ້າກອງຄ້ອງ Jhô ຢູ່ບ້ານເຈິບສອນວິທີຕີຄ້ອງໃຫ້ລຸ້ນໜຸ່ມ

        ປ້າ H Riu H Mok ຫົວໜ້າ​ກອງ​ຄ້ອງ​ຂອງ​ບ້ານ​ເຈິ​ບ ​ໃຫ້​ຮູ້​ວ່າ, ງານ​ບຸນ​ບູຊາ​ເທວະ​ດາເຂົ້າ ​ແມ່ນ​ງານ​ບຸນ​ສຳຄັນ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ຂອງຊາວ​ເຜົ່າ E de ​ເວົ້າ​ລວມ ​ແລະ E de Bih ​ເວົ້າ​ສະ​ເພາະ. ທຳນອງ​ຄ້ອງ​ທີ່​ນຳ​ໃຊ້​ໃນ​ພິທີ​ບູຊານີ້ ກໍ່​ສິ້ນ​ສຸດ​ລົງ​ດ້ວຍ​ພິທີ​ມອບ​ຄ້ອງ, ໝາຍຄວາມ​ວ່າ​ມອບ​ຄວາມ​ຮັບຜິດຊອບ​ໃຫ້​ຜູ້​ສືບ​ທອດ. ປະຊາຊົນ​ຢູ່​ທີ່​ນີ້​ມີ​ແນວ​ຄິດ​ທີ່​ວ່າ, ​ເມື່ອ​ຜູ້​ເຖົ້າ​ຜູ້​ແກ່​ເມື່ອຍ​ແລ້ວ, ຕ້ອງ​ມອບ​ໄຮ່​ໃຫ້​ລູກ​ຫຼານ ​ແລະ ​ເລື່ອງ​ບູຊາ​ເທວະ​ດາ​ເຂົ້າ ​ແມ່ນ​ເພື່ອ​ໃຫ້​ລູກ​ຫຼານ​ຮັບຜິດຊອບ. ພິທີ​ມອບ​ຄ້ອງ​ນີ້​ເໝືອນ​ດັ່ງ​ຄຳ​ຕັກ​ເຕືອນ​ກ່ຽວ​ກັບ​ການ​ສືບ​ທອດ, ລຸ້ນຫຼັງ​ສືບ​ທອດ​ລຸ້ນກ່ອນ ​ເພື່ອ​ຮັກສາ​ສີສັນ, ຮີດຄອງ​ປະ​ເພນີ​ຂອງ​ຊົນ​ເຜົ່າຕົນ.

        ປະຈຸ​ບັນ, ຢູ່​ເມືອງ​ເຈິ​ບ ມີ​ຫຼາຍ​ລຸ້ນຄົນ​ພ້ອມ​ກັນ​ຕີ​ຄ້ອງ. ​ ​ບັນດາ​ຜູ້​ເຖົ້າ, ຜູ້​ແກ່​ເຖິງ​ວ່າ​ສຸຂະພາບ​ບໍ່​ແຂງ​ແຮງ​ອີກ​ກໍ່ຕາມ, ​ແຕ່​ເມື່ອ​ມີ​ງານ​ບຸນ​ເຂົາ​ເຈົ້າ​ຍັງ​ເຂົ້າ​ຮ່ວມ​ກອງ​ຕີ​ຄ້ອງ​ຢູ່ ​ແລະ ​ໄດ້​ສ້າງ​ຄວາມ​ດຶງ​ດູດ​ໃຫ້​ແກ່​ຜູ້​ຟັງ ດ້ວຍ​ຈັ່ງ​ຫວະ, ທຳນອງ​ກອງ, ຄ້ອງ​ທີ່​ຟົດ​ຟື້ນ. ບັນດາ​ຜູ້​ໜຸ່ມ​ແໜ້ນກໍ່​ຕີ​ຄ້ອງ​ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ໄວ​ໜຸ່ມ. ຄວາມ​ປາຖະໜາ​ຂອງ​ຜູ້​ເຖົ້າ​ຜູ້​ແກ່​ແມ່ນ​ມີ​ຜູ້​ສືບ​ທອດ, ສ່ວນ​ຜູ້​ໜຸ່ມ​ແມ່ນ​ຢາກ​ໄດ້​ຮຽນ​ບັນດາ​ທຳນອງ​ໃໝ່ ​ແລະ ທຳນອງ​ຍາກ​ຫຼາຍ​ກວ່າ​ອີກ. ບັນດາ​ຄວາມ​ມຸ້ງ​ຫວັງ​ດັ່ງກ່າວ​ພວມ​ຄ່ອຍໆ​ປະກົດ​ຜົນ​ເປັນ​ຈິງ, ​ເມື່ອ​ນັບ​ມື້​ນັບ​ມີ​ສາວ E de ຫຼາຍ​ຄົນ​ສືບ​ທອດ​ມໍລະດົກ​ນີ້​ຂອງ​ລຸ້ນກ່ອນ, ​ເພື່ອ​ໃຫ້​ສຽງ​ຄ້ອງ​ສືບ​ຕໍ່​ດັງ​ກ້ອງ​ກັງວານ​ໄປ​ທົ່ວ​ເຂດ​ພູຜາ​ປ່າ​ໄມ້​ຕະຫຼອດ​ໄປ.

       

ຕອບກັບ

ຂ່າວ/ບົດ​ອື່ນ