ຕຸງຕຸງຢາຢາ- ວາດຟ້ອນພື້ນເມືອງຂອງຊາວເຜົ່າເກີຕູ

(vovworld)- ​ແຕ່​ດົນ​ນານ​ມາ​ແລ້ວ ວາດ​ຟ້ອນ “ຕຸ​ງຕຸ​ງຢາ​ຢາ”(tung tung da dá) ຂອງຊາວ​ເຜົ່າ​ເກີ​ຕູ ​​ຄື​ດັ່ງ​ວິທີ​ຫນຶ່ງ​ເພື່ອ​ເຊື່ອມ​ຕໍ່​ລະຫວ່າງ​ໂລກມະນຸດປະຈຸ​ບັນ ກັບຈັກກະວານ, ບັນພະບຸລຸດ, ປູ່ຍ່າ​ຕາ​ຍາຍ ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ. ຕຸ​ງຕຸ​ງຢາ​ຢາ ​ແມ່ນ​ວາດ​ຟ້ອນ​ແບບ​ລວມໝູ່​ສະຫງວນ​ໃຫ້​ແກ່​ທັງຜູ້ຍິງ ​ແລະ ຜູ້ຊາຍ. ​ໃນ​ລາຍການ ສີສັນ 54 ຊົນ​ເຜົ່າ​ພາກ​ນີ້, ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງ​ນັກ​ຂ່າວລານ​ແອ​ງທີ່​ພາດ​ຫົວ​ເລື່ອງ​ວ່າ:ຕຸງຕຸງຢາຢາ- ວາດຟ້ອນຂອງຊາວເຜົ່າເກີຕູ ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ແຂວງ ກວ໋າງນາມ.

                ວາດ​ຟ້ອນ “ຕຸ​ງຕຸ​ງຢາ​ຢາ” ​ແມ່ນ​​ຕິດ​ພັນ​ກັບ​ວົງ​ຄະນາ​ຍາດ ​ແລະ ​ເຄີຍປະກົດ​ມີ​ໃນການ​ດຳ​ເນີນ​ຊີວິດ​ຂອງ​ວົງ​ຄະນາ​ຍາດ ​ແລະ ງານ​ບຸນ​​ໃຫຍ່​ຕ່າງໆ​ຂອງ​ຊາວ​ເຜົ່າ​ເກີ​ຕູ​ຄື: ບຸນ​ແທງ​ຄວາຍ, ບຸນ​​ເຂົ້າ​ໃຫມ່, ບຸນ​ຂຶ້ນ​ບ້ານ, ບຸນ​ຂຶ້ນ​ເຮືອນ​ ​ເກືອ​ຍ(Gươi). ຊາວ​ເຜົ່າ​ເກີ​ຕູ ຢູ້​ແຂວງ ກວ໋າງນາມ, ດາ​ຫນັງ ຫລື ​ເທື່ອ​ທຽນ​ເຫ້ວ ຜູ້​ໃດ​ກໍ​ ​ຟ້ອນຕຸ​ງຕຸ​ງຢາ​ຢາ​​ເປັນ. ​ຍາມ​ໃດເຂົາ​ເຈົ້າກໍ​ເຄົາລົບນັບຖື ​ແລະ ມີ​ສະຕິ​​ໃນ​ການຮັກສາ​ກໍ​ຄື​ເສີມ​ຂະຫຍາຍ​ຮູບ​ການ​ສິລະ​ປະ​ທີ່​​ເປັນ​ເອກະລັກ​ສະ​ເພາະ​ຂອງ​​ເຜ່ົາ​ຕົນ. ​ແຕ່​ລະ​ມື້ ພາຍຫລັງສຳ​ເລັດ​ວຽກ​ໄຮ່​ການ​ນາ​​, ​ນາງ ​ເບີ່​ລິງ ທິຊຽກ ຢູ່​ເມືອງ ດົງ​ຢາງ ກໍ່​ໄດ້​ຍາດ​ເວລາ​​ເພື່ອສອນວາດ​ຟ້ອນ​ ຕຸ​ງຕຸ​ງຢາ​ຢາ ​ໃຫ້​ເດັກນ້ອຍ​ໃນ​ບ້ານ. ນາງ​ຊຽກ​ໃຫ້​ຮູ້​ວ່າ:

ຕຸງຕຸງຢາຢາ- ວາດຟ້ອນພື້ນເມືອງຂອງຊາວເຜົ່າເກີຕູ - ảnh 1
ວາດ​ຟ້ອນ “ຕຸ​ງຕຸ​ງຢາ​ຢາ”
ພາບ:internet

        “ທັງ​ໝູ່​ບ້ານ ຜູ້​ໃດ​ກໍສາມາດຟ້ອນ ຕຸ​ງຕຸ​ງຢາ​ຢາ​ໄດ້. ການ​ຟ້ອນ​ກໍ​ຍາກ​ຫລາຍ ​ແຕ່​ຕົນ​ເອງຕ້ອງ​ຝຶກ​ແອບ. ຈາກ​ຜູ້​ເຖົ້າ​ຜູ້​ແກ່​ຕະຫລອດ​ຮອດ​ເດັກນ້ອຍ​​ໃນ​ບ້ານ​ສ່ວນ​ຫລາຍ​ຟ້ອນ​ເປັນ. ສະ​ນັ້ນ ​ເພື່ອຮັກສາ​ຈຸດ​ວັດທະນະທຳ​ປະ​ເພນີ​ຂອງ​ເຜົ່າ​ຕົນ, ຂ້າພະ​ເຈົ້າຢາກ​ສອນ​ໃຫ້​ເດັກນ້ອຍ ​ເພື່ອ​ໃຫ້​ພວກ​ຫລານ​​ສືບ​ທອດ​ຮີດ​ຄອງປະ​ເພນີ​ຂອງ​​ເຜົ່າ​ຕົນ, ​ບໍ່​​ປະໃຫ້​ສູນ​ຫາຍໄປ. ”

ຕຸງຕຸງຢາຢາ- ວາດຟ້ອນພື້ນເມືອງຂອງຊາວເຜົ່າເກີຕູ - ảnh 2
ພວກນ້ອງນ້ອຍຮຽນການຟ້ອນຕຸ​ງຕຸ​ງຢາ​ຢາ
ພາບ:internet

​        ເຖິງ​ວ່າ​ບໍ່​ມີສຽງ​ດົນຕີທີ່​ຟົດ​ຟື້ນ​ເນື່ອງ​ນັນ​ຄື​ດັ່ງ​ໃນ​ງານ​ບຸນຕ່າງໆ ​ແຕ່​ເດັກ​​ໃນທຸກ​ເກັ່ນ​ອາຍຸ​ລ້ວນ​ແຕ່​ເມົາ​ມົວ​ກັບ​ວິທີ​ແນະນຳ​ຂອງ ນາງ ຊຽກ. ​ເດັກ​ຫລາຍ​ຄົນ​ ຟ້ອນ​ເປັນ​ແລ້ວ,​ແຕ່​ພວກ​ນ້ອງ​ຢາກ​ຟ້ອນ​ໃຫ້​ງາມກວ່າ ເມື່ອມີໂອກາດຈະ​ໄດ້ສະແດງຕໍ່ຫນ້າ ຊາວ​ບ້ານ​. ນ້ອງ ​ເບີ່​ຣິວ ລີ, ອາຍຸ 14 ປີ ​ໃຫ້​ຮູ້​ວ່າ:

        “ນ້ອງ​​ແອ​ບຟ້ອນ​ມາ​ເປັນ​ເວ​ລາ 1 ​ເດືອນ​ແລ້ວ. ຟ້ອນ ຕຸ​ງຕຸ​ງຢາ​ຢາ ​ແມ່ນ​ຍາກ​ຫລາຍ. ​ແຕ່​ນ້ອງ​ມັກ​ຟ້ອນ​ທີ່​ສຸດ, ​ເພາະວ່າ ນີ້​ແມ່ນ​ວາດ​ຟ້ອນ​ພື້ນ​ເມືອງ​ຂອງ​ເຜົ່າ​ເກີ​ຕູ, ສະ​ນັ້ນ ນອກຈາກ​ເວລາ​ຂຶ້ນ​ຫ້ອງຮຽນ​​ແລ້ວ, ຍາມ​ໃດນ້ອງ​ກໍຍາດ​ເວລາ​ເພື່ອ​ຮຽນ​ວິທີຟ້ອນ​ນຳ​ພວກອ້າຍ​ເອື້ອຍ.”

        ຕຸ​ງຕຸ​ງ ຕາມ​ພາສາ​ເກີ​ຕູ ໝາຍ​ຄວາມ​ວ່າ: ບື​ນຂຶ້ນ​ສູງ, ​​ເຂັ້ມ​ແຂງ ​ແລະ ໝັ້ນ​ແກ່ນ​ກວ່າ. ນີ້​ກໍ​ແມ່ນ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຢາກຟີຊິດຈັກກະວານ ຢາກ​ໃຫ້​ມະນຸດ​ມີ​ຊີວິດ​ໃຫມ່​ທີ່​ສວຍ​ງາມ​ກວ່າ. ສະ​ນັ້ນ ວາດ​ຟ້ອນ ຕຸ​ງຕຸ​ງຢາ​ຢາ ​ເຄີຍ​ສະ​ຫງວນ​ໃຫ້​ແກ່​ຊາຍ​ຫນຸ່ມທີ່​​ແຂງ​ແຮງ, ສະ​ແດງ​ວາດ​ຟ້ອນ​ຢ່າງ​ຟົດ​ຟື້ນມ່ວນ​ຊື່ນ, ​ເຂັ້ມ​ແຂງ​ແຮງ​ກ້າ. ສ່ວນ ຢາ​ຢາ​ ໝາຍ​ຄວາມ​ວ່າ​​ເປັນ​ແຖວ, ຈັງຫວະ​​ແມ່ນ​ມີ​ຄວາມໝາຍ​ດ້ານ​ຈິດ​ວິນ​ຍານ​ ​ແມ່ນຮັບ​ຕ້ອນ​ສິ່ງ​ທີ່​ດີງາມ​ ​ແລະ ສະ​ແດງ​ການ​ສົມ​ມະ​ນາ​ຄຸນ​ຕໍ່​ເທວະ​ດາ​ຟ້າ​ແຖນ. ອ້າຍ ຕີງ​ປາຍ ຢູ່​ເມືອງ ດົງ​ຢາງ ​ໃຫ້​ຮູ້​ວ່າ:

        “​ໃນ​ວາດ​ຟ້ອນ ຕຸ​ງຕຸ​ງຢາ​ຢາ, ຜູ້​ຊາຍ​ແມ່ນ​ສະ​ແດງ​ກຳລັງ​ແຮງ​ຂອງ​ຕົນ ສ່ວນ​ຜູ້ຍິງ​ສະ​ແດງ​ຄວາມ​ອ່ອນ​ຍົນ. ​ເຂົາ​ເຈົ້າ​ຍົກ​ແຂນ​ຂຶ້ນ​ເພື່ອ​ສະ​ແດງ​ການ​ຍອມ​ຈຳນົນ​ ​ແລະ ​ ສົມ​ມະ​ນາ​ຄຸນ​ຕໍ່​​ເທວະ​ດາຟ້າ​ແຖນ. ​​ເວລາ​ຟ້ອນ ຜູ້​​ໃດຟ້ອນ​ເປັນ​ແມ່ນ​ຜູ້​ສາມາດເຕັ້ນ​ຕາມ​ຈັງຫວະ​.”

ຕຸງຕຸງຢາຢາ- ວາດຟ້ອນພື້ນເມືອງຂອງຊາວເຜົ່າເກີຕູ - ảnh 3
ເວລາ​ຟ້ອນ ​ໃບຫນ້າ​ສີຕາ​ຂອງຜູ້ຍິງ​​ແມ່ນຍີ້ມ​ແຍ້ມ​ແຈ່ມ​ໃສ

        ​ເ​ພື່ອສະ​ແດງ​ວາ​ດຟ້ອນ ຕຸ​ງຕຸ​ງຢາ​ຢາ ຢ່າງ​ມີ​ຊີ​ວິ​ຊີວາ, ຜູ້​ຊາຍ​ເຜົ່າ​ເກີ​ຕູ ​ເຄີ​ຍນຸ່ງ​ກະ​ຕ່ຽວພ້ອມ​ກັບ​ເສື້ອ​​ເຮັດ​ດ້ວຍ​ແພ​ພື້ນ​ເມືອງ, ຕີນ​ບໍ່​ໃສ່​ເກ​ີບ. ສ່ວນ​ຜູ້ຍິງ​​ນຸ່ງ​ສິ້ນ​​ເຮັດ​ດ້ວຍ​ແພ​ພື້ນ​ເມືອງ​ທີ່​ມີ​ສີສັນ​ຫລາກ​ຫລາຍ​, ມີ​ລວດລາຍ​ທີ່​ສວຍ​ງາມ, ຕີນ​ກໍ່​ບໍ່​ໃສ່​ເກີບ​ຄື​ຜູ້ຊາຍ. ​ເວລາ​ຟ້ອນ ​ໃບຫນ້າ​ສີຕາ​ຂອງຜູ​​້ຍິງ​​ແມ່ນຍີ້ມ​ແຍ້ມ​ແຈ່ມ​ໃສ ​ແລະ ​​ປິ່ນ​ຫນ້າ​ຫາ​ຜູ້​ຊາຍ. ນາງ ຊຽງ ​ໃຫ້​ຮູ້​ວ່າ:

        “ທັງ​ຜູ້​ຊາຍ ​ແລະ ຜູ້ຍິງ ​ເວລາ​ຟ້ອນ ລ້ວນ​ແຕ່​ເຄື່ອນ​ຍ້າຍ​ຕາມ​ວົງມົນ ຕາມ​ຈັງຫວະ​ຂອງ​ສຽງ​ຄ້ອງ, ສຽງ​ກອງ. ​ເມື່ອ​ສຽງ​ຄ້ອງ​ດັ່ງ​ກ້ອງກັງວານຂຶ້ນ, ຜູ້ຍິງ​ອອກ​ໄປ​ກ່ອນ ຫລັງ​ຈາກ​ນັ້ນ​ຜູ້​ຊາຍ​ຈຶ່ງ​​ເຂົ້າ​ໄປ​ຟ້ອນ​ນຳ​ດ້ວຍ. ວົງ​ນອກ​ແມ່ນ​ຜູ້​ຊາຍ​, ວົງ​ໃນ​ແມ່ນ​ຜູ້ຍິງ.”

        ​ໃນ​ວາດ​ຟ້ອນ​ຕ່າງໆ, ຊາວ​ເຜົ່າ​ເກີ​ຕູ ນິຍົມ​ທີ່​ສຸດ​ແມ່ນ​ຟ້ອນ ຕຸ​ງຕຸ​ງຢາ​ຢາ. ວາດ​ຟ້ອນ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຂັ້ມ​ແຂງ​ແຮງ​ກ້າ​ຂອງ​ຜູ້​ຊາຍ, ຄວາມ​ອອ່ນຍົນ​ຂອງ​ຜູ້​ຍິງ​ຊາວ​ເຜົ່າ​ເກີ​ຕູ ພ້ອມ​ດ້ວຍ​ສຽງ​ຄ້ອງ​ສຽງ​ກອງ​ທີ່​ຟົດ​ຟື້ນມ່ວນ​ຊື່ນ​ຍິ່ງ​ເຮັດ​ໃຫ້ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ເກີ​ຕູ​ ຍິ່ງ​ມີ​ຊີ​ວິວາ​ກວ່າ
ຂ່າວ/ບົດ​ອື່ນ