ຕຳ່ຜ້າພື້ນເມືອງ, ວັດທະນະທຳທີ່ດີງາມຂອງຊາວເຜົ່າບານາ


(vovworld) - ສຳລັບ​ຊົນ​ເຜົ່າ​ບາ​ນາ, ອາຊີບ​ຕຳ່​ຜ້າ​ພື້ນ​ເມືອງ​ໄດ້​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ຜ້າ​ພື້ນ​ເມືອງຂອງ​ຊາວ​ເຜົ່າ​ບາ​ນາ​ແມ່ນ​ມີ​ຊື່​ສຽງ ດ້ວຍ​ບັນດາ​ລວດລາຍ​ທີ່​​ໄດ້ຮັບ​ການ​ປະດັບ​ປະດາ​ຢ່າງ​ລະອຽດ​ແຍບຍົນ ​ແລະ ສວຍ​ງາມ, ຜ້າ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ບາ​ນາ​ຍັງ​ສະ​ແດງ​ໃຫ້​ເຫັນ​ສີສັນ​ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ຈິດ​ວີນຍານ​ທີ່​ອຸດົມສົມບູນ​ຂອງ​ຊາວ​ເຜົ່າ​ບາ​ນາອີກ​ດ້ວຍ.

ຕຳ່ຜ້າພື້ນເມືອງ, ວັດທະນະທຳທີ່ດີງາມຂອງຊາວເຜົ່າບານາ - ảnh 1

ຊາວເຜົ່າບານາຕຳ່ຜ້າພື້ນເມືອງ

(ພາບອິນເຕີແນດ)

        ບັນດາ​ນາງ​ສາວຊົນ​ເຜົ່າ​ບາ​ນາ​ຜູ້​ໃດ​ກໍ່​ໄດ້​ຮຽນ​ວິທີ​ຕຳ່​ຜ້າ​ພື້ນ​ເມືອງ​ຈາກ​ແມ່​ເຖົ້າ ​ແລະ ​ແມ່ນັບ​ແຕ່​ຄາວມີ​ອາຍຸ​ພຽງ 12 – 13 ປີ. ​​ດັ່ງ​ນັ້ນ​, ເມື່ອຮອດ​ເວລາ​ເອົາ​ຜົວ​ເຂົາ​ເຈົ້າລ້ວນ​ແຕ່​ສາມາດ​ຕຳ່ຜ້າ​ພື້ນ​ເມືອງ​ເພື່ອ​ຜະລິດ​ເປັນອາພອນ​ພື້ນ​ເມືອງ​ທີ່​ສວຍ​ງາມຊຸດ​ໜຶ່ງ​ໃຫ້​ແກ່​ຕົນ. ​ເພື່ອມີຊຸດ​ອາພອນນີ້, ​ເຂົາ​ເຈົ້າຕ້ອງ​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ ​ແລະ ຕ້ອງ​ໃຊ້​ເວລາ, ​ເຫື​ອ່​ແຮງ​ຫຼາຍທີ່​ສຸດ. ​ແມ່ຍິງ​ຊາວ​ເຜົ່າ​ບາ​ນາ​ມີ​ຊື່​ສຽງ​ດ້ວຍ​ເຕັກນິກ​ຕຳ່​ຜ້າ​ທີ່​ລະອຽດ​ແຍບຍົນ, ຜະລິດ​ເປັນ​ຊຸດ​ອາພອນ​ພື້ນ​ເມືອງ, ຜ້າ​ຫົ່ມ, ຜືນ​ພົມທີ່​ເປັນ​ເອກະລັກ​ສະ​ເພາະ. ດ້ວຍ​ກີ່​ຕຳ່ຫູກ​​ເປັນ​ໄມ້ທີ່​ງ່າຍດາຍ​​, ບັນດາ​ນາງ​ສາວ​ຊາວ​ເຜົ່າ​ບາ​ນາສາມາດຕຳ່​ເປັນ​ແຜ່ນ​ແພພື້ນ​ເມືອງ​ທີ່​ສວຍ​ງາມ. ​ຢູ່ງານ​ວາງສະ​ແດງ​ກ່ຽວ​ກັບ​ອາຊີບ​ຕຳ່​ຜ້າ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ບາ​ນາ ​ໃນ​ຫໍພິພິດທະພັນ​ຊົນ​ເຜົ່າ​ແຂວງ​ດັກ​ລັກ, ​ເອື້ອຍ ທູ​ງວຽດ, ນັກ​ບັນ​ລະ​ຍາຍ​ຂອງ​ຫໍພິພິດທະພັນ, ​ໃຫ້​ຮູ້​ວ່າ:

        “ຜ້າ​ພື້ນ​ເມືອງ​ໃນ​ເມື່ອ​ກ່ອນ​ສ່ວນ​ຫຼາຍ​ແມ່ນ​ເຮັດ​ດ້ວຍ​ຝ້າຍ. ​ເພື່ອ​ຜະລິດຜ້າ​ແພ​ໃຫ້​ໄດ້​ແຜ່ນ​ໜຶ່ງ ​ແມ່ນ​ຕ້ອງ​ຜ່ານ​ຫຼາຍ​ຂັ້ນ​ຕອນຄື: ​ເກັບ​ເອົາ​ຝ້າຍ, ອິ້ວ​ຝ້າຍ, ຄາດ​ໃຍ, ຝັ້ນ​ເສັ້ນ ​ແລ້ວ​ຍ້ອມ. ປະຈຸ​ບັນ, ຊາວ​ເຜົ່າບາ​ນາຍັງ​ຕຳ່​ຜ້າ​ຕາມ​ແບບ​​ເດີມດ້ວຍ​ລວດລາຍ, ສີສັນທີ່​ເປັນ​ມູນ​ເຊື້ອ, ​ແຕ່​ບໍ່​ຕ້ອງ​ເກັບ​, ອິ້ວ​ຝ້າຍ, ຄາດ​ໃຍ, ຝັ້ນ​ເສັ້ນອີກ, ​ເພາະວ່າ​ໄດ້​ມີເສັ້ນ​ຝ້າຍອຸດສາຫະກຳທີ່ຊື້​ຈາກ​ຕະຫຼາດ​ແລ້ວ“.

        ຊາວ​ເຜົ່າ​ບາ​ນາ​ເຄີຍ​ໃຊ້​ສີດຳ, ສີ​ແດງ ​ແລະ ສີ​ເຫຼືອງ ​ເພື່ອ​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແຮງ. ສີດຳ​​ເປັນ​ສັນຍາ​ລັກ​ໃຫ້​ດິນ​ປ່າ​ທີ່​ອຸດົມສົມ​ບຸນ ​ແລະ ມັ່ງ​ຄັ່ງ; ສີ​ແດງ​ແມ່ນ​ສີ​ແຫ່ງ​ຄວາມ​​ໄຝ່ຝັນ ​ແລະ ຄວາມ​ຮັກ; ສ່ວນ​ສີ​ເຫຼືອງ​ແມ່ນ​ສັນຍາ​ລັກ​ໃຫ້​ແສງ​ສະຫວ່າງ. ຜ້າ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ບາ​ນາ​ເຄີຍ​ມີ​ສີສົດ​ໄສ, ສະ​ແດງ​ໃຫ້​ເຫັນ​ຄວາມ​​ໄຝ່ຝັນ​ກໍ່​ຄື​ຈິດວີນຍານຂອງ​ຜູ້​ຕຳ່​ຜ້າ. ລວດລາຍ​ໃນ​ຜ້າ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ບາ​ນາ​ຖືກ​ປະດັບ​ເຄິ່ງຄຽງ​ກັນ, ສະ​ແດງ​ໃຫ້​ເຫັນ​ທິດ​ສະ​ດີ​ປັດ​ສະ​ຍາ​ກ່ຽວ​ກັບ​ໂລກ​ຈັກກະວານ, ດິນ​ຟ້າ, ທຳ​ມະ​ຊາດ. ທ່ານ ບູ່​ຍວັນນາ​ມ, ພະນັກງານ​ຄະ​ນະກຳມະການ​ຊົນ​ເຜົ່າ​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

        “ຜ້າ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ບາ​ນາ​ທັງ​ງາມ ​ແລະ ໝັ້ນ​ທີ່​ສຸດ. ຜ້າ​ພື້ນ​ເມືອງ​ບາງ​ແຜ່ນ​ຕ້ອງ​ຕຳ່​ໃນ​ເວລາ​ສອງ​, ສາມ​ປີຈຶ່ງ​ສຳ​ເລັດ, ​ແຕ່​ມີ​ມູນ​ຄ່າ​ຫຼາຍຍ້ອນ​ສາມາດ​ໃຊ້​ໃນ​ເວລາ​ຫຼາຍ​ປີ​ໄດ້“.

ຕຳ່ຜ້າພື້ນເມືອງ, ວັດທະນະທຳທີ່ດີງາມຂອງຊາວເຜົ່າບານາ - ảnh 2

ຊາວເຜົ່າບານາຕຳ່ຜ້າພື້ນເມືອງ

(ພາບອິນເຕີແນດ)

        ຜ່ານ​ການ​ເວລາ, ຍາມ​ໃດ​ຊາວ​ເຜົ່າ​ບາ​ນາ​ກໍ່​ມີ​ສະຕິ​ຮັກສາ​ອາຊີບ​ຕຳ່​ຜ້າ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້. ​ແຕ່​ໃນ​ຊຸມປີ​ມໍ່ໆ​ມາ​ນີ້, ອາຊີບ​ຫັດຖະກຳ, ​ໃນ​ນັ້ນ​ມີ​ອາຊີບ​ຕຳ່​ຜ້າ​ພື້ນ​ເມືອງ​ພວມ​ຕົກ​ຢູ່​ໃນ​ສະພາບ​ເສື່ອ​ມ​ເສຍ​ໄປ. ​ໃນ​ທ່າ​ອ່ຽງພັດທະນາ​ເສດຖະກິດ​ການ​ຕະຫຼາດ, ບັນດາ​ຜະລິດ​ຕະພັນ​ຕຳ່ຫູກ​ພື້ນ​ເມືອງ​ເວົ້າ​ລວມພວມ​ຖືກ​ແກ່ງ​ແຍ້​ງຢ່າງ​ຂ້ຽວຂາດ. ຈຳນວນ​ຜູ້​ຮູ້​ຕຳ່​ຜ້າ​ພື້ນ​ເມືອງບໍ່​ມີ​ຫຼາຍ ​ແລະ ລ້ວນ​ແຕ່​ມີ​ອາຍຸ​ສູງ​ແລ້ວ. ຂະ​ແໜງ​ວັດທະນະທຳ​ຫວຽດນາມ ​ໄດ້​ວາງ​ຫຼາຍ​ມາດ​ຕະການ​ເພື່ອ​ແນ​ໃສ່​ອະນຸລັກ​ຮັກສາ​ອາຊີບ​ຕຳ່​ຜ້າ​ພື້ນ​ເມືອງ​ນີ້​ໄວ້. ປ້າ ​ເລືອ​ງ​ແທງ​ເຊີນ, ຜູ້ອຳນວຍການ​ຫໍພິພິດທະພັນ​ຊົນ​ເຜົ່າ​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

        “ການ​ອະນຸລັກ​ຮັກສາ​ວັດທະນທຳບັນດາເຜົ່າ ​ແມ່ນ​ແຜນ​ນະ​ໂຍບາຍ​ຂອງ​ລັດ​ຫວຽດນາມ. ລັດ​ໄດ້​ຜັນ​ຂະຫຍາຍ​ຫຼາຍ​ມາດ​ຕະການ​ດ້ວຍ​ຮູບ​ການ​ຕ່າງໆເພື່ອ​ອະນຸລັກ​ຮັກສາ​ເຊັ່ນ: ຈັດ​ຕັ້ງ​ການ​ສອນ​ວິຊາ​ຊີບ, ​ໃນ​ນັ້ນ​ມີ​ອາຊີບ​ຕຳ່​ຜ້າ​ພື້ນ​ເມືອງ. ​ແຕ່​ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ຂົນຂວາຍ​ປະຊາຊົນ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ນິຍົມ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ. ຈາກ​ນັ້ນ​ຈຶ່ງສາມາດ​ອະນຸລັກ​ຮັກສາ​ໄດ້.

        ພ້ອມ​ກັບ​ບັນດາ​ມາດ​ຕະການ​ລະອຽດ, ຂະ​ແໜງ​ວັດທະນະທຳ​ຍັງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ວັດທະນະທຳ, ສິລະ​ປະ, ຈັດ​ງານ​ປະ​ກວດ​ອາພອນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ... ຜ່ານ​ການ​ເຄື່ອນ​ໄຫວ​​ເຫຼົ່າ​ນີ້, ​ໄດ້​ປະກອບສ່ວນ​ເຊີດ​ຊູ​ຄວາມ​ງາມ, ສີສັນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ບາ​ນາ​ໄວ້.

To Tuan       

ຕອບກັບ

ຂ່າວ/ບົດ​ອື່ນ