ທ່າອ່ຽງການທ່ອງທ່ຽວສົມທົບກັບການປົກປັກຮັກສາສິ່ງແວດລ້ອມ

(vovworld) - ການທ່ອງທ່ຽວ​ສົມທົບ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ພວມ​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ທ່າ​ອ່ຽງ​ໃຫມ່, ​ພິ​ເສດແມ່ນສຳ​ລັບ​ລຸ້ນຫນຸ່ມ. ​ຜ່ານ​ໄລຍະ​ທາງ​ທີ່​ຍາວ​ໄກ​ບໍ່​ພຽງ​ແຕ່ເພື່ອ​ປ່ຽນ​ບັນຍາກາດ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍໃຫ້ນັກ​ທ່ອງ​ທ່ຽວມີ​ໂອກາດ​ຄົ້ນຫາຄວາມ​ໝາຍ ​ແລະ ຄຸນຄ່າ​ຂອງ​ຊີວິດ​ອີກ​ດ້ວຍ. ​ໂດຍ​ກຳ​ແຫນ້ນ​ຄວາມ​ຕ້ອງການ​ດັ່ງກ່າວ, ບັນດາ​ບໍລິສັດ​ທ່ອງ​ທ່ຽວຫວຽດນາມ ​ໄດ້​ຈັດ​ລາຍການ​ທ່ອງ​ທ່ຽວ​ສົບ​ທົບ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຄື: ປູກ​ຕົ້ນ​ໄມ້, ​ເກັບ​ຂີ້​ເຫ​ຍື້​ອ…

ທ່າອ່ຽງການທ່ອງທ່ຽວສົມທົບກັບການປົກປັກຮັກສາສິ່ງແວດລ້ອມ - ảnh 1
ຂະບວນການເກັບຂີ້ເຫຍື້ອຢູ່ຫາດຊາຍທະເລ
ພາບ:internet

        ​ໄປ​ທ່ອງ​ທ່ຽວ​ສົມທົບ​ກັບ​ວຽກ​ງານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ເພື່ອ​ແນ​ໃສ່​​ແບ່ງປັນ​ເລື່ອງ​ປົກ​ປັກ​ຮັກສາ​ສິ່​ງ​ແວດ​ລ້ອມ​ກັບ​ປະຊາຊົນ ພວມ​ກາຍ​ເປັນ​ທ່າອ່ຽງສຳລັບຜູ້​ນິຍົມ​ໄປ​ທ່ອງ​ທ່ຽວ ​ແລະ ປະຈຸ​ບັນ ມີ​ບໍລິສັດ​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ພວມ​ຂຸດ​ຄົ້ນ​ຮູບ​ການທ່ອງທ່ຽວ​ທີ່​ມີຄວາມ​ໝາຍ​ວັດທະນະທຳ​ມະນຸດ​ນີ້. ບໍລິສັດ​ທ່ອງ​ທ່ຽວ Vietravel ຈັດ​ຕັ້ງ​ຫລາຍ​ລາຍການ​ທ່ອງ​ທ່ຽວ​ມຸ່ງ​ໄປ​ເຖິງ​ສິ່ງ​ແວດ​ລ້ອມ​ຂຽວ. ​ບໍລິສັດ​ໄດ້​ຜັນ​ຂະຫຍາຍ​ລາຍການ​ນີ້​ນັບ​ແຕ່​ເດືອນ 7 - 9/2012.  ທ້າຍ​ລະດູການທ່ອງທ່ຽວ, Vietravel ໄດ້ຈັດ​​ລາຍການ​ທ່ອງ​ທ່ຽວ​ສິ່ງ​ແວດ​ລ້ອມ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທີ່ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕິດ​ຕັ້ງ​ຖັງ​ເກັບ​ຂີ້​ເຫຍື້ອ, ​ເຮັດອະນາ​ໄມ ​ແລະ ຂົນຂວາຍ​ປະຊາຊົນ​ພ້ອມ​ກັນ​ປະຕິບັດ. ການທ່ອງທ່ຽວ​ສົມທົບ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ກໍ​ແມ່ນ​ທ່າ​ອ່ຽງ ຊຶ່ງ​ສູນຈັດ​ຕັ້ງ​ກອງ​ປະຊຸມ ​ແລະ ການທ່ອງທ່ຽວ​ຄຸນ​ນະພາ​ບສູງ  Golden Tour ​ເອົາ​ໃຈ​ໃສ່​ຜັນ​ຂະຫຍາຍ​ໃນ​ຫລາຍ​ປີ​ມາ​ນີ້. ທ່ານ ຟ້າ​ມຕຽນ​ຢູ໋ງ ຜູ້ອຳນວຍການ ບໍລິສັດ Golden Tour  ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ພວກ​ຂ້າພະ​ເຈົ້າ​ພວມສຸມ​ໃສ່​ຂຸດ​ຄົ້ນ​ລາຍການ​ສະ​ຫງວນ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທີ່ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຈືອ​ຈານ​ເຂົ້າກັບ​ຊີວິດ​ຂອງ​ວົງ​ຄະນາ​ຍາດ​. ລາຍການ​ທ່ອງ​ທ່ຽວ​ສິ​່ງ​ແວດ​ລ້ອມ​ຂອງ​ພວກ​ຂ້າພະ​ເຈົ້າ​​ໄດ້ຜັນ​ຂະຫຍາຍ​​ຢູ່ບັນດາ​ວິ​ສາ​ຫະກິດ​ໃຫຍ່, ​ບໍລິສັດ​ຮ່ວມ​ທຸລະ​ກິດ​ຢູ່ ຫວຽດນາມ. ບັນດາ​ຫົວຫນ່ວຍ​ເຂົ້າ​ຮ່ວມ​ລາຍການ​ນີ້ ລ້ວນ​ແຕ່​ມີ​​ເງື່ອນ​ໄຂເພື່ອ​ໃຫ້​ພາລະ​ກອນ​ຂອງ​ຕົນ​ເຂົ້າ​ຮ່ວມ​ວຽກ​ງານ​ປົກ​ປັກ​ຮັກສາ​ສິ່​ງ​ແວດ​ລ້ອມ, ຮັກສາ​ຫາດ​ຊາຍທະ​ເລ, ​ເຂົ້າ​ຮ່ວມ​ວັນ​ບຸນ​ສີຂຽວ​ຢູ່​ແຂວງຕ່າງໆ. ຜ່ານລາຍການ​ທ່ອງ​ທ່ຽວ​ ພວກ​ເຮົາ​ຢາກ​ສົ່ງ​ສານ​ເຖິງ​ນັກ​ທ່ອງ​ທ່ຽວທີ່​ວ່າເຂົ້າ​ຮ່ວມ​ລາຍການ​​ເພື່ອ​ເຮັດ​ໃຫ້​ປະ​ເທດ​ຊາດ​ຂຽວ, ສະອາດ ​ແລະ ສວຍ​ງາມ​ກວ່າ.”

ທ່າອ່ຽງການທ່ອງທ່ຽວສົມທົບກັບການປົກປັກຮັກສາສິ່ງແວດລ້ອມ - ảnh 2
ທຸກຄົນພ້ອມກັນເຮັດອະນາໄມປົກປັກຮັກສາສິ່ງແວດລ້ອມ
ພາບ:vietnam.vn

        ທ່ານ ຟາ້ມຕຽນ​ຢູ໋ງ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ມີວິ​ສາ​ຫະກິດ​ຈຳນວນ​ຫນຶ່ງ​ໄດ້​ຈັດ ລາຍການ​ທ່ອງ​ທ່ຽວສົມທົບ​ກັບການ​ຮັກສາ​ສິ່ງ​ແວດ​ລ້ອມ​. ​ແຕ່​ວ່າພຽງ​ແຕ່​ຈັດ​ເປັນ​ກຸ່ມ, ຕັດ​ຕາມ​ຄຳສະ​ເຫ​ນີ​ ບໍ່​ເປັນ​ປະຈຳ. ​ສະ​ນັ້ນ ​ເພື່ອ​ສ້າງ​ຄວາມ​ຊິນ​ເຄີຍ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວຫວຽດນາມ ​ເມື່ອ​​ເຂົາ​ເຈົ້າລະ​ຫລິ້ນ​ຢູ່​ບັນດາ​ສະຖານ​ທີ່ທ່ອງ​ທ່ຽວ. ລາຍການ​ທ່ອງ​ທ່ຽວ​ມຸ່ງ​ໄປ​ເຖິງ​ສິ່ງ​ແວດ​ລ້ອມ​ຂອງ Golden Tour ​ເຄີຍ​ສົມທົບ​ກັບ​ຊາວ​ທ້ອງ​ຖິ່ນ.

        “ປະຈຸ​ບັນ ພວກ​ຂ້າພະ​ເຈົ້າ​ມີ​ຫລາຍ​ລາຍການ​ທ່ອງ​ທ່ຽວ​ສະຫງວນ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວທີ່​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຄື: ພ້ອມ​ກັບ​ຊາວ​ກະສິກອນ​​ເຮັດ​ໄຮ່​ໄຖນາ​ໃນ​ເວລາ​ມື້ຫນຶ່ງ, ພ້ອມ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ ຫລື ຄະນະ​ຊາ​ວຫນຸ່ມ​ ​ເຊີ່​ມ​ເຊີນ ​ແຂວງ ​ແທນ​ຮ່ວາ, ​ໂຮ້ຍອານ ​ແຂວງ​ ກວ໋າງນາມ ​ເກັບ​ຂີ້​ເຫຍື້ອ​ຢູ່​ຫາດ​ຊາຍ​ທະ​ເລ, ພ້ອມ​ກັບ​ນະ​ຄອນ​ໂຮ້ຍອານ ​ເກັບ​ຖົງ​ຢາງໃນ​ເວລາ​ມື້ຫນຶ່ງ. ສ່ວນ​​ໃນ​ລະ​ດຸູບານ​ໃຫມ່, ນັກ​ທ່ອງ​ທ່ຽວ​​ໄດ້ເຂົ້າ​ຮ່ວມ​ລາຍການ​ປູກ​ຕົ້ນ​ໄມ້. ຜ່ານ​ບັນດາ​ລາຍການ​ນັ້ນ​, ນັກ​ທ່ອງ​ທ່ຽວ​ໄດ້​ເຈືອ​ຈານ​ເຂົ້າ​ກັບ​ທຳ​ມະ​ຊາດ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ​້​ແກ່​ວົງ​ຄະນາ​ຍາດ.”

        ຮູບ​ການທ່ອງທ່ຽວ​ດັ່ງກ່າວ​ຍັງ​ໃຫມ່​ອ່ຽມສຳລັບ​ນັກ​ທ່ອງ​ທ່ຽວ ​ແຕ່​ເມື່ອ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ຄື​ແນວ​ນັ້ນ, ​ເຂົາ​ເຈົ້າ​ໄດ້​ຮັບ​ສິ່ງ​ທີ່​ມີ​ປະ​ໂຫຍ​ດຫລາຍ​ຢ່າງ. ນາງ ດັ້ງ​​ເຫ້ວ ພະນັກງານ​ການບັນຊີ​ຢູ່​ວິ​ສາ​ຫະກິດ​ຕ່າງປະ​ເທດ​ໃຫ້​ຮູ້​ວ່າ: ປີຜ່ານມາ ນາງ​ໄດ້​ເຂົ້າຮ່ວມ​ລາຍການ​ທ່ອງ​ທ່ຽວ​ສົມທົບ​ກັບ​ການ​ເກັບ​ຂີ້​ເຫຍື້ອ​ຢູ່​ຫາດ​ຊາຍ​ທະ​ເລ. ລາຍການ​ຖືກຈັດ​ໃນ​ເວລາ 4 ວັນ 3 ຄືນ ຢູ່ ​ເຊີ່​ມ​ເຊີນ ​ແຂວງ ​ແທນ​ຮ່ວາ, ນອກຈາກ​​ໄດ້ໄປ​ຢ້ຽມຢາມ​ບັນດາ​ທັດສະນີ​ຍະ​ພາບ, ​ໄປ​ອາບ​ນ້ຳ​ທະ​ເລ​ແລ້ວ, ທາງ​ບໍລິສັດ​ຍັງສະ​ຫງວນ​ເວລາ​ເຄິ່ງມື້​ເພື່ອ​ໃຫ້​ພະນັກງານ​ພ້ອມ​ກັບ​ຊາວ​ທ້ອງ​ຖິ່ນ​ເກັບ​ຂີ້​ເຫຍື້ອ ​ເຮັດອະນາ​ໄມ​ຢູ່​ຫາດ​ຊາຍ​ທະ​ເລອີກ​ດ້ວຍ.

        ​“​ເມື່ອ​ໄປ​ ທ່ອງ​ທ່ຽວ​ພ້ອມກັບ​ຄອບຄົວ, ຂ້າພະ​ເຈົ້າ​ຄິດ​ວ່າ ​ນັ້ນ​ແມ່ນ​ໄລຍະ​ເວລາ​ ພັກຜ່ອນ​ບຳລຸງ​ສຸຂະພາບ​, ​ແຕ່​ເມື່ອ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ສົບ​ທົບ​ກັບ​ວຽກ​ງານ​ເຮັດອະນາ​ໄມ​ສິ່ງ​ແວດ​ລ້ອມ​ຄື​ແນວ​ນີ້ ​ແມ່ນ​ມີ​ຄວາມ​ໝາຍ​ແທ້​ຈິງ. ບັນດາ​ລາຍການ​ທ່ອງ​ທ່ຽວ​​ແບບ​ນີ້​ແມ່ນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ນັກ​ທ່ອງ​ທ່ຽວ​​ເປັນ​ຈຳນວນ​ຫລາຍ ​ເປັນ​ຕົ້ນ​ແມ່ນ​ຊາວ​ຫນຸ່ມ ​ເພາະວ່າ ​ເຂົາ​ເຈົ້າ​​ເອງໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍນີ້.”

        ພາຍຫຼັງ​ໄປ​ທ່ອງ​ທ່ຽວ​ເຂດ​ພູດ​ອຍ ​ໄຕ​ບັກ, ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດໃຫ້ ​ແກ່ ຢູຍຈີ​ງ, ພະນັກງານ​ບໍລິສັດ IT ຊຶ່ງ​ແມ່ນ​ບໍລິສັດ​ຊອບ​ແວ​ຢູ່ ຮ່າ​ໂນ້ຍ, ນັ້ນ​ແມ່ນ​ໄດ້​ພ້ອມ​ກັບ​ຊາວ​ທ້ອງ​ຖິ່ນ​ຮຽນ​ວິທີ​ປູກ​ປ່າ. ຢູຍຈີ​ງ ​ໃຫ້​ຮູ້​ວ່າ​:

        “ປີ​ລະ​ເທື່ອ​ຫນຶ່ງ​ໄດ້​ໄປ​ທ່ອງ​ທ່ຽວ​ຄື​ແນວ​ນີ້ ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ຊີວິດ​ແມ່ນ​ດີກ​ວ່າ. ​ ໄປ​ທ່ອງ​ທ່ຽວຕາມ​ຮູບ​ການທຳ​ມະ​ດາ​ ພວກ​ຂ້າພະ​ເຈົ້າພຽງ​​​ແຕ່ໄດ້​ເຫັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ເທົ່າ​ນັ້ນ ​ແຕ່​ເມ່ືອ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ສົບ​ທົບ​ກັບ​ການປູກ​ປ່າ ພວກ​ຂ້າພະ​ເຈົ້າ​ຈຶ່ງ​ມີຄວາມເຂົ້າ​ໃຈ​ກວ່າ​ອີກກ່ຽວ​ກັບ​ເຂດ​ດິນ​ທີ່​ຕົນ​ເອງ​ພວມ​ຢ້ຽມຢາມ​ ​ກໍ່​ຄື​ເຂົ້າ​ໃຈ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່​ນີ້ກວ່າ.”

        ປະຈຸ​ບັນ  ​ໄປ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​​​ໄດ້​ຢ້ຽມ​ຢາມ, ພັກ​ຜ່ອນບຳລຸງ​ສຸຂະພາບ​ເທົ່າ​ນັ້ນ ຫາກ​ຍັງ​ມຸ່ງ​ໄປ​ເຖິງ​ການ​ປົກ​ປັກຮັກສາ​ສິ່ງ​ແວດ​ລ້ອມ​​ໃຫ້​ແກ່ວົງ​ຄະນາ​ຍາດ, ​ໃຫ້​ແກ່​ສັງຄົມ ນັ້ນ​ແມ່ນ​ສິ່ງ​ທີ່​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ພວມ​ມຸ່ງ​ໄປ​ເຖິງ. ນັກ​ທ່ອງ​ທ່ຽວ​ຄວນ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ມຸ່ງ​ໄປ​ເຖິງ​ສິ່ງ​ແວດ​ລ້ອມ​ເພື່ອເຮັດ​​ໃຫ້​ຊີວິດ​ມີ​ຄວາມ​ໝາຍ​ກວ່າ.

 

ຕອບກັບ

ຂ່າວ/ບົດ​ອື່ນ