ນະຄອນ ດາຫນັງ ຢັ້ງຢືນເຄື່ອງໝາຍທ່ອງທ່ຽວ

(vovworld)- ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຂະ​ແຫນງ​ທ່ອງ​ທ່ຽວ ນະຄອນ ດາ​ຫນັງ ບັນລຸ​ໄດ້ຜົນ​ງາ​ນ​ໃຫຍ່​ຫລວງຫລາຍ​ຢ່າງ ຢັ້ງຢືນ​ເຄື່ອງໝາຍ​ທ່ອງ​ທ່ຽວຂອງ​ຕົນ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ​ເພື່ອ​ຮັກສາ ​ແລະ ສືບ​ຕໍ່​ເສີມ​ຂະຫຍາຍ​ກຳລັງ​​ແຮງ​ທີ່​ມີ​ຢູ່​ແລ້ວ​ຂອງ​ຕົນ, ນະຄອນ ດາ​ຫນັງ ຍັງ​ຄົງ​ມີ​ວຽກ​ງານຫລາຍ​ຢ່າງ​ຈະ​ຕ້ອງ​ເຮັດ, ພິ​ເສດ ກໍ່ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ, ບໍລິການ​ທ່ອງ​ທ່ຽວ​ໃຫ້​ສຳ​ເລັດ​ຜົນ.

ນະຄອນ ດາຫນັງ ຢັ້ງຢືນເຄື່ອງໝາຍທ່ອງທ່ຽວ - ảnh 1
ສະຖານທີ່ທ່ອງທ່ຽວ ບ່ານ່າ
ພາບ:internet

        ກ່ອນ​ນີ້ 10 ປີ, ດາ​ຫນັງ ຍັງ​​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ດາ​ສຳລັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຫລາຍ​ຄົນ. ​ໃນ 10 ປີຜ່ານມາ, ຂະ​ແຫ​ນງທ່ອງ​ທ່ຽວ ດາ​ຫນັງ ມີ​ບາດກ້າວ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ບຸກທະລຸ. ປີ 2010 ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ປີ​​ເປັນ​ຂີດ​ໝາຍ​ແຫ່ງ​ຜົນສຳ​ເລັດ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ ດາ​ຫນັງ ກ່ຽວ​ກັບ​ຈຳນວນ​ນັກ​ທ່ອງ​ທ່ຽວ ​ແລະ ລາຍ​ຮັບ. ລະອຽດ​ຄື: ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ດາ​ຫນັງ ບັນລຸ​ເກືອບ 2 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 33% ​ເມື່ອ​ທຽບ​ໃສ່​ປີ 2009, ​ໃນ​ນັ້ນ ມີ ນັກ​ທ່ອງ​ທ່ຽວຕ່າງປະ​ເທດ 400.000 ​ເທື່ອ​ຄົນ. ລາຍ​ຮັບ​ຈາກ​ການທ່ອງທ່ຽວ​ບັນລຸ​ເກືອບ 1.300 ຕື້​ດົ່ງ, ​ເພີ່ມ​ຂຶ້ນ​ເກືອບ 40% ​ເມື່ອ​ທຽບ​ໃສ່​ປີ 2009. ​ເຄື່ອງໝາຍ​ການທ່ອງທ່ຽວ ດາ​ຫນັງ ​ເລີ່​ມຕົ້ນ​ມີ​ຊື່​ສຽງ​ດ້ວຍ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ ​ແລະ ​ເຫດການ​ຕ່າ​ງຄື: ການ​ແຂ່ງຂັນ​ຍິງ​ບັ້ງ​ໄຟ​ດອກ​ສາກົນ, ງານ​ບຸນ​ທະ​ເລ, ​ເຂດ​ທັດສະນີ​ຍະ​ພາບ ບ່າ​ນ່າ, ຫງູ​ແຮ່ງ​ເຊີນ. ທ່ານ ​ເຈີ​ນກີ​ມທໍ້, ຫົວຫນ້າ​ຫ້ອງການ​ດຳ​ເນີນ​ທຸລະ​ກິດ​ໂຮມ​ແຮມ Tourane ນະຄອນ ດາ​ຫນັງ ​ໄດ້​ເວົ້າ​ວ່າ:

        “​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ຂະ​ແຫນງ​ທ່ອງ​ທ່ຽວ ດາ​ຫນັງ ພັດທະນາ​ຢ່າງ​ວ່ອງ​ໄວ, ພື້ນຖານ​ໂຄງ​ລ່າງ ​ແລະ ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນະຄອນ ດາ​ຫນັງ ນັບ​ມື້​ນັບ​ຫລາຍ, ບັນດາ​ບໍລິການພັກ​ເຊົາ​ກໍ​ໄດ້​ຮັບການ​ລົງທຶນ. ສຳລັບ​ບັນດາ​ສະຖານ​ທີ່​ພັກ​ເຊົາ, ບັນດານັກ​ລົງ​ທຶນ​ກໍ​ເອົາ​ໃຈ​ໃສ່ລົງທຶນ​ບໍລິການ​ພັກ​ຢູ່​ແຄມ​ທະ​ເລ​ນັບ​ທັງ​ພື້ນຖານ​ທາງ​ດ້ານ​ວັດຖຸ ​ແລະ ຄຸນ​ນະພາ​ບ ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ສູງ​.”

        ​ເລື່ອງສ​້າງ​ເຄື່ອງໝາຍ​ການທ່ອງທ່ຽວ, ​ເຖິງ​ວ່າ​ໃນ​ບໍ່​ວ່າ​ຂົງ​ເຂດ​ໃດ​ກໍ​ລ້ວນ​ແຕ່​ອີງ​ໃສ່​ສອງ​ປັດ​ໄຈ​ຕົ້ນຕໍ ນັ້ນ​ແມ່ນ: ຄຸນ​ນະພາ​ບ ​ແລະ ການ​ໂຄສະນາ. ສຳລັບ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ, ​ໂຄສະນາ​ຜະລິ​ດຕະພັນ ​ແລະ ສະພາບແວດ​ລ້ອມ​ການທ່ອງທ່ຽວ, ຄຽງ​ຄູ່​ກັບ​ການ​ຈັດ​ຕັ້ງ​ບັນດາລາຍການ​ສະ​ແດງ​ເຄື່ອນ​ທີ່ roadshow, ງານ​ຕະຫລາດນັດ​ການທ່ອງທ່ຽວ​ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ, ຂະ​ແຫນງ​ທ່ອງ​ທ່ຽວ​ນະຄອນ ດາ​ຫນັງ ​ໄດ້​ເຊີ​ນບັນດາ​ຄະນະ fram trip ມາ​ຢ້ຽມຢາມ ​ແລະ ຂຽນ​ບົດ​ໂຄສະນາ​ກ່ຽວ​ກັບ​ການທ່ອງທ່ຽວ ດາ​ຫນັງ. ອຳນາດ​ການ​ປົກຄອງ​ນະຄອນ ກໍ​​ໄດ້​ສຸມ​ໃສ່​ລົງທຶນ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ກຸ່ມ​ບໍລິສັດ​ທີ່​ມີ​ຊື່​ສຽງໃນ​ໂລກ​ມາ​ຊອກ​ຮູ້, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ. ນອກ​ນັ້ນ, ການທ່ອງທ່ຽວ ດາ​ຫນັງ ​ໄດ້​ສ້າງ​ບັນດາ​ບໍລິການ​ທ່ອງ​ທ່ຽວ​ໃຫມ່ ​ເຂົ້າ​ໃນ​ການ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ຄື: ລາຍການ​ທ່ອງ​ທ່ຽວ​ຢ້ຽມ​ຊົມ​ແຫລມ ​ເຊີນ​ຈາ, ດຳ​ນ້ຳ​ທະ​ເລ​ເພື່ອ​ຊົມ​ຫີນ​ປະ​ກາ​ລັງ, ຂຶ້ນ​ພູ​ລົງ​ທະ​ເລ, ຕືກປາ​ພ້ອມ​ກັບ​ຊາວ​ປະ​ມົງ, ຄົ້ນ​ຫາ​ເຊີນ​ຈາ, ງານ​ບຸນ​ຍິງ​ບັ້ງ​ໄຟ​ດອກ​ສາກົນ ​ແລະ​ ອື່ນໆ, ພິ​ເສດ ​ແມ່ນ​ກະ​ເຊົ້າ​ລອຍ​ຟ້າ ບ່ານ່າ ຄອງ 2 ສະຖິຕິ​ຂອງ​ໂລກ ກ່ຽວ​ກັບ​ຄວາມ​ສູງ ​ແລະ ຄວາມ​ຍາວ. ທ່ານ ຫງວຽນ​ດຶກ​ຫວູ, ຫົວຫນ້າ​ຫ້ອງການ​ໂຄສະນາ ​ແລະ ຈັດ​ຕັ້ງ​​ເຫດການ, ຄະນະ​ຄຸ້ມ​ຄອງ​ແຫລມ​ເຊີນ​ຈາ ​ແລະ ບັນດາ​ຫາດ​ຊາຍ​ທະ​ເລ​ທ່ອງ​ທ່ຽວ ດາ​ຫນັງ ​ໃຫ້​ຮູ້້ວ່າ:

        “ຈຸດ​ພົ້ນ​ເດັ່ນ​ໃນ​ປີ​ທ່ອງ​ທ່ຽວ​ທະ​ເລ ດາ​ຫນັງ ນັ້ນ​ແມ່ນ ພວກ​ຂ້າພະ​ເຈົ້າ​​ໄດ້​ຂຸດຄົ້ນ​ການບໍລິການ​ທ່ອງ​ທ່ຽວ​ດຳ​ນ້ຳ​ຊົມ​ຫີນ​ປະ​ກາ​ລັງ, ນີ້​ແມ່ນ​ການບໍລິການ​ທ່ອງ​ທ່ຽວ​ທີ່​ໃຫມ່​ອ່ຽມ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ​ໃນ​ປີ 2012 ຈະ​ແມ່ນ​ການບໍລິການ​ທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນະຄອນ ດາ​ຫນັງ​ນັບ​ມື້​ນັບ​ຫລາຍ.”

ນະຄອນ ດາຫນັງ ຢັ້ງຢືນເຄື່ອງໝາຍທ່ອງທ່ຽວ - ảnh 2
ກະ​ເຊົ້າ​ລອຍ​ຟ້າ ບ່ານ່າ ຄອງ 2 ສະຖິຕິ​ຂອງ​ໂລກ
ກ່ຽວ​ກັບ​ຄວາມ​ສູງ ​ແລະ ຄວາມ​ຍາວ
ພາບ: internet

        ​ເຖິງ​ວ່າ ປະຈຸ​ບັນ​ ຄວາມ​ຫຍຸ້ງຍາກ​ໃນວິວັດ​ການ​ສ້າງ​ເຄື່ອງໝາຍ​ທ່ອງ​ທ່ຽວ​ຂອງ​ນະ​ຄອນ ດາ​ຫນັງ ​ແມ່ນ​ບໍ່​ທັນ​ເສີມ​ຂະຫຍາຍ​ບັນດາ​ແຫ​ລ່ງກຳລັງ​ສັງ​ຄົມ​ໃນ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຢ່າງ​ສຸດ​ຂີດ​​ໄດ້, ​ເພື່ອ​ປະກອບ​ສ່ວນ​ເປີດ​ກວ້າງ​ຂອບ​ຂະຫນາດ ​ແລະ​ ລະດັບ​ການທ່ອງທ່ຽວ ຢູ່ ນະຄອນ ດາ​ຫນັງ. ຄຽງ​ຄູ່​ກັນ​ນັ້ນ ການບໍລິການ​ທ່ອງ​ທ່ຽວ​ຫລາຍ​ຢ່າງ​ຍັງ​ປະຖົມ​ປະ​ຖານບໍ່​ທັນ​ດຶງ​ດູດນັກ​ທ່ອງ​ທ່ຽວ​ໄດ້. ທ່ານ ຮູ່ນມີນ​ເຍີນ ຮອງ​ຫົວຫນ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ນະ​ຄອນ ດາ​ຫນັງ ​ເວົ້າ​ວ່າ:

        “ຍັງ​ມີ​ຫລາຍ​ວຽກ​ງານ​ຈະຕ້ອງ​ເຮັດ, ປະຈຸ​ບັນ ນະຄອນ ດາ​ຫນັງ ມີ​ພຽງ​ທ່າ​ກຳ​ປັ່ນ​ເສດຖະກິດ, ຍັງ​ບໍ່​ທັນ​ມີ​ທ່າ​ກຳ​ປັ່ນ​ທ່ອງ​ທ່ຽວ​ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ທ່ອງ​ທ່ຽວ​ດ້ວຍ​ທາງ​ນ້ຳ, ທາງ​ທະ​ເລ ​ແລະ ຍັງ​ຂາດ​ການ​ບໍລິການ​ໃນຍາມຄຳ່​ຄືນກໍ​ຄື ສູນ​ການ​ຄ້າ​ຂະຫນາດ​ໃຫຍ່ ​ແລະ ບໍ່​ທັນ​ໄດ້​ມາດຕະຖານ​ສາກົນ. ດັ່ງ​ນັ້ນ ບໍ່​ທັນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ຫລາຍ​ປານ​ໃດ.”

        ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ວິວັດ​ການ​ສ້າງ​ເຄື່ອງໝາຍ​ທ່ອງ​ທ່ຽວ ​ແລະ ຢັ້ງຢືນ​ເຄື່ອງ​ໝາຍ​ທ່ອງ​ທ່ຽວ​ກໍ​ຕາມ, ​ແຕ່​ຂະ​ແຫນງທ່ອງ​ທ່ຽວ ດາ​ຫນັງ ພວມ​ສ້າງ​ການບໍລິການ​ທ່ອງ​ທ່ຽ​ວ​ໃຫມ່, ຊອກ​ຫາ​ທິດ​ກ້າວ​ເດີນ​ສະ​ເພາະ ​ເພື່ອ​ສ້າງ​ເປັນ​ເຄື່ອງໝາຍ​ທ່ອງ​ທ່ຽວ​ທີ່​ລື​ຊື່​ບໍ່​ພຽງ​ແຕ່​ພາຍ​ໃນ​ປະ​ເທດ​ຮູ້ຈັກ​ເຖິງເທົ່າ​ນັ້ນ ຫາກ​ນັບ​ທັງພາກ​ພື້ນ​ແລະ ​ໂລກ​ອີກ​ດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ