ບັນດາ​ງານ​ບຸນ​ປະ​ເພນີຂອງ​ຊາວ​ເຜົ່າ ​ເບີ່ເຣົາ

(vovworld)- ​ໂດຍ​ໄດ້​ດຳ​ລົງ​ຊີວິດ​ຢູ່​ເຂດ​ດິນ​ແດນ​ ​ໄຕ​ງວຽນ​ທີ່​ໃຫຍ່​ໂຕ​ມະ​ໂຫຖານ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນວັດທະນະທຳ​ຂອງ​ທ້ອງ​ຖິ່ນ, ຊົນ​ເຜົ່າ ​ເບີ່​ເຣົາ (Brâu) ​ໄດ້​ສ້າງ​ໃຫ້​ແກ່​ຕົນ​ເອງ​ສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ງານ​ບຸນ​ພື້ນ​ເມືອງ​ຕ່າງໆ.  ​

ບັນດາ​ງານ​ບຸນ​ປະ​ເພນີຂອງ​ຊາວ​ເຜົ່າ ​ເບີ່ເຣົາ - ảnh 1
ລາຍ​ການ​ລັ່ນ​ຄ້ອງ​ເປີດ​ສາກ​ໃຫ້​ງານ​ບຸນ
ພາບ:thanhnien.com.vn


        ຕາມ​ການ​ເຫລື້ອມ​ໃສ, ຊາວ​ເຜົ່າ​ເບີ່​ເຣົາ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ໂລກ​ແມ່ນ​ບໍ່​ມີ​ຮູບ​ຮ່າງ, ທຸກ​ປະກົດ​ການ, ວັດ​ຖຸສິ່ງ​ຂອງລ້ວນ​ແຕ່​ມີ​​ເທວະ​ດາ​ຢູ່​ພາຍ​ໃນ. ​ເພື່ອ​ຍືນ​ຍົງ​ຄົງ​ຕົວ​​ແລະ ພັດທະນາ​, ມະນຸດ​ຄວນມີ​ການ​ພົວພັນ​ແລກປ່ຽນ​ຮ່ວມ​ກັບ​ວົງ​ຄະນາ​ຍາດ, ພ້ອມ​ກັນ​ມຸ້ງ​ໄປ​ເຖິງ​ກຳລັງ​ແຮງຢ່າງ​ມະຫາສານ.​ຜ່ານ​ຮູບ​ພາບ​ຂອງ​ບັນດາ​ເທວະນາ​ຟ້າ​ແຖນ, ​ເພາະວ່າ ບັນດາ​ງານ​ບຸນ​ຂອງຊົນເຜົ່າ​ເບີ່​ເຣົາ ​ເຕັມ​ໄປ​ດ້ວຍ​ປັດ​ໄຈ​ດ້ານ​ຈິດ​ວິນ​ຍານ. ດ້ານ​ອື່ນ, ​ເລີ່​ມມາ​ຈາກ​ຮີດຄອງ​ປະ​ເພນີ​ການ​ຜະລິດ​ກະສິກຳ, ຖາງ​ປ່າ​ເຮັດ​​ໄຮ່​ຕາມ​ລະ​ດູການ, ການ​ດຳລົງຊີວິດ​​ການ​ຜະລິດ​ກະສິກຳ​ສ່ວນ​ຫລາຍແມ່ນ​ອີງ​ໃສ່​ທຳ​ມະ​ຊາດ, ສະ​ນັ້ນ ຊາວ​ເຜົ່າ​ເບີ່​ເຣົາ ຖື​ການ​ບູຊາ​​ເທວະ​ດາ​ກະສິກຳ​ເປັນ​ສຳຄັນ​ເພື່ອ​ພາວະນາ​ໃຫ້​ລະດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ, ພາວະນາ​ນຳ​ຄວາມ​ໂຊກ​ດີ​ມາສູ່​ພໍ່​ແມ່​ປະຊາຊົນ​.​ເພາະສະ​ນັ້ນ ໃນ​ປີ​ຫນຶ່ງຊາວ​ເຜົ່າ​ເບີ່​ເຣົາ ​ຈັດ​ຫລາຍ​ງານ​ບຸນ​​. ທ່ານ ດັ້ງ​ຮື​ງ, ພະນັກງານ​ຄະນະ​ກຳມະການ​ຊົນ​ເຜົ່າ​ແຂວງ ກອມ​ຕູມ ​ໃຫ້​ຮູ້​ວ່າ:

        “​ໃນ​ປີ​ຫນຶ່ງ, ງານ​ບຸນ​ຂອງ ຊາວ​ເຜົ່າ​ເບີ່​ເຣົາ ​ເຄີຍມີ 4 ງານ​ບຸນ​ຕົ້ນຕໍ. ນັ້ນ​ແມ່ນ​ງານ​ບຸນ​ໃນ​ລະດູ​ເຮັດ​ໄຮ່, ງານ​ບຸນ​ຕົກ​ກ້າ ​ແລະ ​ໃນລະດູ​ເກັບ​ກ່ຽວ​ໄດ້​ຈັດ​ບຸນ​ເຂົ້າ​ໃຫມ່. ທ້າຍ​ປີ​ແມ່ນ​ບຸນປີ​​ໃຫມ່​ຂອງ​ຊາວ​ເຜົ່າ​ເບີ່​ເຣົາ. ​ໃນ​ຊຸມ​ວັນ​ດຳ​ເນີນ​ງານ​ບຸນ, ປະຊາຊົນ​ໃນບ້ານ​ພ້ອມ​ກັັນ​ປະກອບ​ເຫລົ້າ, ​ເຂົ້າສານ, ອາຫານ ​ແລ້ວ​ຈັດ​ຕັ້ງ​ບັນດາ​ພິທີການ​ລັ່ນຄ້ອງ, ສ່ວນ​​ເຈົ້າກົກ​ເຈົ້າ​ເຫລົ່າ​ໃນ​ບ້ານທຳ​ພິທີ​ບູຊາ​ບັນດາເທວະ​ດາ​ຟ້າ​ແຖນ​ຕາມ​ປະ​ເພນີ​ຂອງ​ຊົນ​ເຜົ່າຕົນ.”

ບັນດາ​ງານ​ບຸນ​ປະ​ເພນີຂອງ​ຊາວ​ເຜົ່າ ​ເບີ່ເຣົາ - ảnh 2
ງານ​ບຸນ​ແທງ​ຄວາຍ​ຂອງ​ຊາວ​ເຜົ່າ​ເບີ່​ເຣົາ
ພາບ:internet


        ນອກຈາກ​ບັນດາ​ງານ​ບຸນ​ຕາມ​ລະ​ດູການ​ຜະລິດ​ກະສິກຳ, ບັນດາ​ງານ​ບຸນ​ມີ​ລັກສະນະ​ເປີດ​ສາກ, ​ເລີ່​ມຕົ້ນ​ສິ່ງ​ທີ່ໃຫມ່ອ່ຽມຂອງ​ຊາວ​ເຜົ່າ​ເບີ່​ເຣົາກໍ​​​ແມ່ນ​ງານ​ບຸນ​ທີ່​ສຳຄັນ. ​ໃນ​ນັ້ນ ຕ້ອງ​ເວົ້າ​ເຖິງ​ງານ​ບຸນ​ແທງ​ຄວາຍ​ຂຶ້ນ​ບ້ານ​ໃຫມ່, ງານ​ບຸນ​ຂຶ້ນ​ເຮືອນ​ໃຫມ່ ​ແມ່ນ​ບັນດາງານ​ບຸນ​ມີ​ຫລາຍ​ປັດ​​​​ໄຈ​ດ້ານ​ຈິດ​ວິນ​ຍານ, ສ່ວນ​ງານ​ບຸນ ຕົກກ້າ​ແມ່ນ​ງານ​ບຸນ​ພາວະນາ​ໃຫ້​ລະ​ດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ​ແມ່ນ​ງານ​ບຸນ​ສຳຄັນ​ກວ່າ​ໝູ່​ໃນ​ປີ. ກ່ອນ​ທີ່​ຈັດ​ງານ​ບຸນ, ບັນດາ​ຄອບຄົວ​ ອີງ​ຕາມ​ແຕ່ລະ​ເງື່ອນ​ໄຂ​ເພື່ອປະກອບ​​ເຄື່ອງ​ບູຊາ​ໃຫ້​ແກ່​ງານ​ບຸນ​ເພື່ອ​ບູຊາ​ເທວະ​ດາ​ຟ້າ​ແຖນ. ບັນດາ​ສັດສິ່ງ​ຊື່​ງຊາວ​ເຜົ່າ​ເບີ່​ເຣົາເຄີ​ຍນຳ​​ເອົາຖະຫວາຍບູຊານັ້ນ​ແມ່ນ​ຄວາຍ, ງົວ, ໝູ​, ​ໄກ່… ປະຊາຊົນ​ໃນບ້ານ​ໄດ້​ຕັ້ງ​​ຕົ້ນ​ໄມ້​ໄຜ່​ເພື່ອ​​ບູຊາ​ເທວະ​ດາ​ຟ້າ​ແຖນໂດຍ​ໃສ່​ຊື່ວ່າ ຊອກຣອກ, ນັ້ນ​ແມ່ນ​ຕົ້ນ​ໄມ້​ໄຜ່ ມີ​ຄວາມ​ສູງ​ກວ່າ 1 ​ແມັດ. ບັນດາ​ເຄື່ອງ​ຂອງບູຊາ​ເທວະ​ດາ​ຟ້າ​ແຖນ​ລວມມີ: ເຂົ້າສານ​, ຕັບ​ໝູ, ​ໄຂ່​ໄກ, ຂົນ​ໄກ່, ປີກ​ໄກ່, ຕີນ​ໄກ່​​ ​ແລະ​ຖືກ​ແຂວນຢູ່​ເທິງ​ປາຍ​ຕົ້ນ​ໄມ້​ໄຜ່. ຊາວບ້ານ​ໄດ້​ເລືອກ​ເຟັ້ນຄວາຍ​ໃຫຍ່ຫນຶ່ງ​​ໂຕ​ ​ຕ້ອງ​ອາບ​ນ້ຳ​ໃຫ້​ສະອາດ ​ແລະ ​ໃຫ້​ມັນ​ກິນ​ອີ່ມ ​ແລ້ວ​ມັດ​ໃສ່​ເສົາກື​ງ (Cột Gưng) ທີ່ມີ​ຄວາ​ງສູງ​ປະມານ 5 ​ແມັດ ​ແລະ​ໄດ້​ຮັບ​ການປະດັບ​ປະດາ​ຢ່າງ​ງາມຕາ. ​ເສົາ​ກື​ງຖືກ​ຕັ້ງ​ຢູ່​​ສະຖານ​ທີ່ໃຈກາງ​​ເດີນ​ບ້ານ​ເພື່ອ​ຈັດ​ຕັ້ງ​ງານ​ບຸນ​ແທງ​ຄວາຍ. ບັນດາ​ງານ​ບຸນ​ຂອງ​ຊາວ​ເຜົ່າ ​ເບີ່​ເຣົາ​ເຄີຍ​ເປີດ​ສາກດ້ວຍ​ພິທີ​ຖະຫວາຍບູຊາ.

ບັນດາ​ງານ​ບຸນ​ປະ​ເພນີຂອງ​ຊາວ​ເຜົ່າ ​ເບີ່ເຣົາ - ảnh 3
ເຈົ້າກົກ​ເຈົ້າ​ເຫົຼ່າ​​ຂຶ້ນ​ອ່ານ​ຄຳ​ພາວະນາ​ເຊື້ອ​ເຊີນບັນດາ​ເທວະ​ດາ​ຟ້າແຖນ
ມາ​ຮ່ວມ​ພິທີ
ພາບ:internet


        ​ເມື່ອ​ສຽງ​ຄ້ອງ​ດັງ​ກັງວານ​ຂຶ້ນ​ກໍ​ກົງ​ກັບ​ຈຸດເວລາ​ເຈົ້າກົກ​ເຈົ້າ​ເຫົຼ່າ​​ຂຶ້ນ​ອ່ານ​ຄຳ​ພາວະນາ​ເຊື້ອ​ເຊີນບັນດາ​ເທວະ​ດາ​ຟ້າ​ແຖນ​ມາ​ຮ່ວມ​ພິທີ, ດົນ​ບັນດານ​ໃຫ້​ປະຊາຊົນ​ໃນ​ບ້ານມີ​ຊີວິດ​ອີ່ມ​ໜຳ​ສຳລານ, ສະຫງົບ​ສຸກ. ​ໃນ​ບັນດາ​ງານ​ບຸນ​ກະສິກຳ, ພໍ່​ແມ່​ປະຊາຊົນ​ຊາວ​ເຜົ່າ ​ເບີ່​ເຣົາ ຍາມ​ໃດ​ກໍ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ​ເຈົ້າ​ທໍລະນີ, ​ເຈົ້າ​ນ້ຳ​ຫລື​ເຈົ້າ​ເຂົ້າ… ລ້ວນ​ແຕ່​​ແມ່ນ​​ເທວະ​ດາ​ທີ່ສຳຄັນ​ສາມາດ​ຕັດສິນ​ລະ​ດູ​ການ​​ຜະລິດຈະໄດ້​ຮັບ​ຜົນ​ດີຫລື​ບໍ່. ​ແຕ່ລະ​ປີ ​ເມື່ອ​ທ້າຍ ​ເດືອນ 3 ​ແລະ ​ເດືອນ 4, ພໍ່​ແມ່​ປະຊາຊົນ​ໃນ​ບ້ານ​​ໄດ້ກະກຽມ​ໃຫ້​ແກ່​ບັນດາ​ງານ​ບຸນ​ຕົກກ້າ​ປີ​ໃຫມ່. ​ໃນ​ຕະຫລອດ​ລະ​ດູ​ການ​ປູກ​ເຂົ້າ ຍັງ​ມີ​ງານ​ບຸນ​ອື່ນ​ຄື: ​ບຸນ​​ເຂົ້າ​ໃຫມ່, ບຸນ​ລະດູ​ການ​​ຜະລິດໄດ້​ຮັບ​ຜົນ​ດີ, ບຸນ​​ເກັບ​ມ້ຽນເຂົ້າ​ໃສ່​ສາງ. ນີ້​ແມ່ນ​ບັນດາ​ງານ​ບຸນ​ຖືກຈັດ​ຂຶ້ນ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ສະ​ແດງ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຕໍ່​ເທວະ​ດາ​ຟ້າ​ແຖນ​, ພາວະນາ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍຄວາມ​ສະດວກ, ລະດູ​ການ​ຜະລິດໄດ້​ຮັບ​ຜົນ​ດີ, ປະຊາຊົນ​ຢູ່​ເຢັນ​ເປັນ​ສຸກ​ອີ່ມ​ໜຳ​ສຳລານ. ​ເຈົ້າ​ບ້ານ ທາວ​ລາ, ຢູ່​ບ້ານ ດັກ​ເມ ​ຕາ​ແສງ ​ເບີ່​ອີ ​ເມືອງ​ງອກ​ໂຮ່ຍ ​ແຂວງ ກອນ​ຕູມ​ແບ່ງປັນ​ວ່າ:

        “ຊາວ​ເຜົ່າ​ເບີ່​ເຣົາ​ເມື່ອ​ຂຶ້ນບ້ານ​ໃຫມ່​ຫລື​ຂຶ້ນ​ເຮືອນ​ໃຫມ່, ​ເຮືອນ​ຢູ່ ຫລື​ເຮືອນຣົງ ​(ສາ​ລາ​ບ້ານ)ລ້ວນ​ແຕ່​ມີ​ພິທີ​ແທງ​ຄວາຍ​ເພື່ອ​ຂໍ​ທີ່​ດິນ​ປຸກ​ສ້າງ​ເຮືອນຢູ່, ຂໍພູຜາ​ປ່າ​ໄມ້ ​ແລະ ຂໍນ້ຳ, ພາວະນາ​ໃຫ້​ປະຊາຊົນ​ໃນ​ບ້ານ​ມີ​ຄວາມ​ອີ່ມ​ໜຳ​ສຳລານ​ສົມບູນພູນ​ສຸກ ​ແລະ ​ມີ​ສຸຂະພາບແຂງ​ແຮງ, ລະດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ.”

        ກໍ​ເຊັ່ນ​ດຽວ​ກັນ​ກັບ​ງານ​ບຸນ​ຕ່າງໆ​ຂອງ​ບັນດາ​ຊົນ​ເຜົ່າ​ອື່ນ, ງານ​ບຸນ​ຂອງ​ຊາວ​ເຜົ່າ​ເບີ່​ເຣົາຍາມ​ໃດ​ກໍ​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​. ສຽງ​ກອງ, ສຽງແຄ່ນ,​ ສຽງຂູ່ຍ​ປະສານ​ກັບ​ສຽງ​ຮ້ອງ​ລຳ​ທຳ​ເພງ​ຂອງ​ບັນດາ​ນາງ​ສາວ, ອ້າ​ຍບ່າວ​​ຊາວ​ເຜົ່າ​ເບີ່ເຣົານຸ່ງ​ຊຸດ​ອາພອນ​ພື້ນ​ເມືອງ​ທີ່​ສວຍ​ງາມ​ ພວມຂັບຮ້ອງ​ບັນດາເພງບົດພື້ນ​ເມືອງຂອງ​​ເຜົ່າ​ຕົນ  ທັງ​ສະ​ແດງ​ວາດ​ຟ້ອນ​ທີ່​ອ່ອນ​ຊອນ ຍິ່ງ​ເຮັດ​ໃຫ້​ບັນຍາກາດ​​ເພີ່ມ​ຄວາມຟົດ​ຟື້ນ​ຂຶ້ນ​ຕື່ມ. ​ໃນ​ຊຸມ​ມື້​ດຳ​ເນີນ​ງານ​ບຸນ, ​ເຖິງ​ວ່າ​ແມ່ນ​ນັກ​ທ່ອງ​ທ່ຽວ ຫລື​ຊາວບ້ານກໍ​ຕາມ, ​ແຕ່​ເມື່ອ​ໄດ້​ຮັບ​ຟັງສຽງ​ຄ້ອງ​ດັງ​ຂຶ້ນ, ທຸກ​ຄົນ​​​​ໄດ້​ພ້ອມ​ກັນ​ເຈືອ​ຈານ​​ເຂົ້າ​ກັບ​ບັນຍາກາດ​ຂອງງານ​ບຸນທີ່​ເຕັມ​ໄປ​ດ້ວຍ​​ຄວາມ​ອົບ​ອຸ່ນສະຫນິດສະຫນົມ. ນີ້​ແມ່ນ​ຈຸດ​ຄວາມ​ງາມ, ​ ວັດທະນະທຳ​ມະນຸດ​​ໃນບັນດາ​ງານ​ບຸນຂອງ​ຊາວ​ເຜົ່າ​ເບີ່​ເຣົາ.

 

ຕອບກັບ

ຂ່າວ/ບົດ​ອື່ນ