(vovworld)- ວັດທະນະທຳຂອງ ເຜົ່າຈູຣູ ດ້ວຍບັນດາຈຸດທີ່ເປັນເອກະລັກສະເພາະໄດ້ສ້າງຄວາມດູດດື່ມທີ່ແປກປະຫລາດເຮັດໃຫ້ນັກທ່ອງທ່ຽວຜູ້ໃດມາຢ້ຽມຢາມເຂດໄຕງວຽນກໍ່ລ້ວນແຕ່ມີຄວາມປະທັບໃຈແລະຢາກຄົ້ນຫາ. ຈາກຊຸດອາພອນປະຈຳເຜົ່າຕະຫລອດຮອດສິລະປະພື້ນເມືອງ, ອາຊີບຜະລິດເຄື່ອງປັ້ນດິນເຜົາທີ່ເປັນມູນເຊື້ອ...ທັງໝົດເຫລົ່ານັ້ນ ລ້ວນແຕ່ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍຈາກຊາວເຜົ່າຈູຣູ. ບົດຂຽນຂອງນັກຂ່າວຫວີງຟອງ.
ເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈູຣູ
|
ຊາວເຜົ່າຈູຣູມີສາງວັດທະນະທຳສິລະປະເປັນຫລາຍຮູບຫລາຍສີແລະອຸດົມສົມບູນ, ໃນນັ້ນບັນຈຸແຫລ່ງເອກະສານປະຫວັດສາດອັນລ້ຳຄ່າ.ນອກຈາກບັນດາບົດເພງພື້ນເມືອງແລ້ວ, ຊາວເຜົ່າຈູຣູຍັງຄົງຮັກສາບັນດາຄຳພະຫຍາ, ສຸພາສິດຍ້ອງຍໍສັນລະເສີນລະບອບມານດາສິດທິລາດ, ເຊີດຊູບົດບາດຂອງແມ່ຍິງ ພ້ອມກັບການຕໍ່ສູ້ກັບທຳມະຊາດຂອງຊາວຜູ້ອອກແຮງງານເພື່ອຍາດເອົາຄວາມຜາສຸກ. ກ່ຽວກັບເຄື່ອງດົນຕີ, ຊາວເຜົ່າຈູຣູມີ, ກອງ, ແຄນ (Rokel), ຣະຕົງ(r’tong) ກະຢາວ(kwao), ເຕເນຍ(tenia)…. ໃນນັ້ນພົ້ນເດັ່ນແມ່ນຄ້ອງ, ແມ່ນປະເພດເຄື່ອງດົນຕີໄດ້ນຳໃຊ້ໃນບັນດາງານບຸນຕ່າງໆ ພ້ອມກັບວາດຟ້ອນ TamyaArya ແມ່ນວາດຟ້ອນອ່ອນຊອ້ຍທີ່ມີຊື່ສຽງ ແລະ ມີລັກສະນະວົງຄະນາຍາດ, ເກືອບຄືວ່າຜູ້ໃດກໍ່ຟ້ອນເປັນ ແລະ ນິຍົມວາດຟ້ອນນີ້. ທ່ານນາງລີງງາNieKdam, ນັກຄົ້ນຄ້ວາວັດທະນະທຳບັນດາເຜົ່າຢູ່ເຂດໄຕງວຽນ, ໃຫ້ຮູ້ວ່າ:
“ຊາວເຜົ່າຈູຣູມີຊຸດຄ້ອງພຽງ 3 ເຄື່ອງ.ໃນຂະນະນັ້ນຊຸດຄ້ອງຂອງບັນດາເຜົ່າອື່ນຄືເຊດັງ ແມ່ນມີຫລາຍເຄື່ອງ, ໃນງານບຸນຜູ້ລະຈັບຄ້ອງເຄື່ອງຫນຶ່ງຍ່າງອອ້ມເຮືອນຫລືຕົ້ນໄມ້ໄຜ່, ທັງຍ່າງທັງຟ້ອນລຳທຳເພງ. ສ່ວນຊາວເຜົ່າຈູຣູ, ຄ້ອງ 3 ເຄື່ອງນັ້ນຖືກແຂວນຂຶ້ນ ຫລື ຕັ້ງເທິງຫິ້ງ ແລະ ມີພຽງຜູ້ດຽວລັ່ນຄ້ອງເທົ່ານັ້ນ.
ຊາວເຜົ່າຈູຣູ ມີສີມືອັນຄ່ອງແຄ້ວແລະຄວາມຮູ້ດ້ານສິລະປະ. ບັນດານັກສິລະປະການຈູຣູ ໄດ້ນຳໃຊ້ດິນເພື່ອຜະລິດບັນດາເຄື່ອງປັ້ນດິນເຜົາຮັບໃຊ້ຊີວິດປະຈຳວັນ. ບ້ານ ກະຣັງເກາະ, ຕາແສງ ປະຣໍ ເມືອງເດີນເຢືອງ, ແຂວງເລີມດົງຊື່ງແມ່ນແຫ່ງດຳລົງຊີວິດຂອງຊາວເຜົ່າ ຈູຣູ, ປະຈຸບັນຍັງຄົງຮັກສາອາຊີບຫັດຖະກຳທີ່ເປັນມູນເຊື້ອສະຫນິດຕິດພັນກັບຊາວເຜົ່າຈູຣູ ນັບພັນປີແລ້ວ. ເຕັກນິກການຜະລິດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈູຣູແມ່ນງ່າຍດ່າຍ, ບັນດາຜະລິດຕະພັນເຄື່ອງດິນເຜົາລ້ວນແຕ່ຖືກປັ້ນດ້ວຍຄູ່ມືອັນຄ່ອງແຄ້ວ. ໃນລະດູແລ້ງ, ແຕ່ເດືອນ 12 ຂອງປີກ່ອນຮອດເດືອນ 3 ປີຕໍ່ມາ, ຄອບຄົວໃດໃນບ້ານກະຣັງເກາະລ້ວນແຕ່ຜະລິດເຄື່ອງປັ້ນດິນເຜົາ. ທ່ານນາງເລືອງແທງເຊີນ, ນັກຄົ້ນຄ້ວາບັນດາເຜົ່າຢູ່ເຂດໄຕງວຽນແບ່ງປັນວ່າ:
“ອາຊີບຜະລິດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈູຣູ ແມ່ນຄ້າຍຄືກັນກັບອາຊີບຜະລິດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳຢູ່ບ້ານຜະລິດເຄື່ອງປັ້ນດິນເຜົາເບົາຈຸກ, ນັ້ນແມ່ນບໍ່ນຳໃຊ້ໂຕະໝູນເພື່ອປັ້ນເຄື່ອງດິນເຜົາ. ຜະລິດເຄື່ອງປັ້ນດິນເຜົາຂອງຊາວເຜົ່າ ຈູຣູ ມີຄວາມງາມແບບດັ້ງເດີມ.”
ການຜະລິດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈູຣູ
ພາບ:ອິນເຕີແນັດ
|
ຫນຶ່ງໃນບັນດາຈຸດທີ່ເປັນເອກະລັກສະເພາະໃນຊີວິດດ້ານວັດທະນະທຳຂອງຊາວເຜົ່າ ຈູຣູແມ່ນພິທີສູ່ຂໍ, ງານດອງເພາະຊາວເຜົ່າຈູຣູຍັງຄົງຮັກສາລະບອບມານດາສິດທິລາດ. ຕາມຮີດຄອງປະເພນີຂອງຊາວເຜົ່າຈູຣູ , ແມ່ຍິງແມ່ນຜູ້ຕັດສິນທຸກວຽກໃຫຍ່ນ້ອຍໃນຄອບຄົວ. ນັບທັງໃນການສົມລົດ, ເຂົາເຈົ້າກໍແມ່ນຜູ້ເປັນເຈົ້າການໃນວຽກງານ ແລະລູກເຕົ້າເມື່ອກຳເນີດຂຶ້ນລ້ວນແຕ່ຖືນາມສະກຸນຂອງແມ່. ສຳລັບຊາວເຜົ່າອື່ນ, ຜູ້ຊາຍພ້ອມກັບຄອບຄົວຂອງຕົນຍາມໃດກໍ່ເປັນເຈົ້າການໃນການສົມລົດຈາກເລື່ອງຂໍຄວາມຊ່ວຍເຫລືອຂອງເຈົ້າໂຄດລຸງຕາຕະຫລອດຮອດກະກຽມເຄື່ອງສິນສອດ ແລະ ງານດອງ. ແຕ່ສຳລັບຊາວເຜົ່າຈູຣູ ພັດກົງກັນຂ້າມ. ມາຮອດປະຈຸບັນປະເພນີ “ຈັບຜົວ” ຂອງຊາວເຜົ່າຈູຣູຍັງຄົງ້ໄດ້ຮັບການຮັກສາໄວ້ໃນຫລາຍໝູ່ບ້ານຢູ່ແຂວງເລີມດົງ. ຕາມນັ້ນແລ້ວ, ເມື່ອຜູ້ສາວຊາວເຜົ່າຈູຣູເກີດຄວາມຮັກຕໍ່ອ້າຍບ່າວຜູ້ໃດ, ຜູ້ສາວຄົນນັ້ນຈະແຈ້ງໃຫ້ພໍ່ແມ່ຂອງຕົນຊາບເພື່ອຂໍອະນຸຍາດກະກຽມພິທີໄປສູ່ຂໍກັບຜູ້ບ່າວຄົນນັ້ນ. ເມື່ອຮອດລະດູບານໃຫມ່, ຄອບຄົວຂອງເຈົ້າສາວ ເລືອກເຟັ້ນມື້ສັນວັນດີເອົາເຄື່ອງສິນສອດໄປຍັງຄອບຄົວເຈົ້າບ່າວ. ຖ້າຫາກຄອບຄົວເຈົ້າບ່າວບໍ່ຍອມຮັບ, ຄອບຄົວເຈົ້າສາວຈະກັບເມືອແລະໝັ້ນໝາຍຈະມາອີກຈົນເຖິງເມື່ອໃດຄອບຄົວເຈົ້າບ່າວເຫັນດີ. ຖ້າຫາກເຈົ້າບ່າວບໍ່ເຫັນດີ, ບັນດາຜູ້ເປັນເພດຊາຍໃນຄອບຄົວເຈົ້າສາວຈະໃສ່ແຫວນແຕ່ງງານໃຫ້ເຈົ້າບ່າວເພື່ອຈັບເຂີຍໃຫ້ໄດ້. ເມື່ອນີ້ວມືຂອງເຈົ້າບ່າວໃສ່ແຫວນຂອງຄອບຄົວເຈົ້າສາວແລ້ວ,ເຈົ້າບ່າວຄົນນັ້ນກາຍເປັນລູກເຂີຍຢ່າງເປັນທາງການ. ຖ້າຫາກບໍ່ເຫັນດີ, ເຈົ້າບ່າວແກ້ແຫວນອອກມອບສົ່ງຄືນໃຫ້ຄອບຄົວເຈົ້າສາວແລະຄອບຄົວເຈົ້າບ່າວຕ້ອງກະກຽມຄວາຍ,ເຫລົ້າເພື່ອຊົດເຊີຍໃຫ້ຄອບຄົວເຈົ້າສາວ. ຖ້າຫາກສອງຝ່າຍເຫັນດີເຫັນພ້ອມ, ຄອບຄົວເຈົ້າສາວຈະກະກຽມເຄື່ອງຂອງຄົບທຸກຢ່າງເພື່ອໄປຮັບລູກເຂີຍ. ທ່ານນາງເລືອງແທງເຊີນ, ນັກຄົ້ນຄ້ວາບັນດາເຜົ່າຢູ່ເຂດໄຕງວຽນໃຫ້ຮູ້ຕື່ມອີກວ່າ:
“ໃນປະເພນີສູ່ຂໍ, ງານດອງຂອງຊາວເຜົ່າຈູຣູແລະເຜົ່າຈຳນວນຫນຶ່ງໃກ້ຊິດ ກັບເຜົ່າຈູຣູ, ເຄື່ອງສິນສອດຕ້ອງກະກຽມເປັນຈຳນວນຫລວງຫລາຍ,ມີຜູ້ສາວຫລາຍຄົນບໍ່ມີເງື່ອນໄຂເອົາຜົວຍ້ອນຄອບຄົວທຸກຍາກ. ພາຍຫລັງແຕ່ງງານແລ້ວ, ເຈົ້າບ່າວຕ້ອງໄປຢູ່ນຳຄອບຄົວເຈົ້າສາວ. ແຕ່ໃນກໍລະນີໃດຫນຶ່ງ, ເຈົ້າບ່າວຈະຢູ່ນຳຄອບຄົວເຈົ້າສາວໃນໄລຍະຫນຶ່ງເທົ່ານັ້ນແຕ່ກອ່ນນັ້ນເຈົ້າສາວຕ້ອງໄປຢູ່ນຳຄອບຄົວເຈົ້າບ່າວໃນໄລຍະຫນຶ່ງ.”
ໃນມື້ງານດອງ, ຕົ້ນຍາມເຊົ້າ, ຄອບຄົວເຈົ້າສາວແລະ ຄອບຄົວເຈົ້າບ່າວພ້ອມກັນດຳເນີນບັນດາຂັ້ນຕອນຂອງພິທີສົ່ງເຈົ້າບ່າວມາຢູ່ນຳຄອບຄົວເຈົ້າສາວ. ກ່ອນທີ່ເດີນທາງ, ແມ່ຂອງເຈົ້າສາວບີງຜ້າມັດຄູ່ບ່າວສາວເຂົ້າກັນ. ເລື່ອງ ບີງຜ້າ ໃຫ້ເຈົ້າສາວເຈົ້າບ່າວແມ່ນພິທີກຳສຳຄັນເພື່ອຂໍໃຫ້ຄູ່ຜົວເມຍຍາມໃດກໍ່ຮັກແພງກັນແລະ ມີຄວາມຜາສຸກຕະຫລອດຊີວິດ.