ບັນດາລາຍການທ່ອງທ່ຽວຕົ້ນລະດູບານໃຫມ່

ບໍ່​ພຽງ​ແຕ່​ມາ​ຫວຽດນາມ​ເພື່ອ​​ຄົ້ນ​ຫາ​ບັນດາ​ສະຖານ​ທີ່ທ່ອງ​ທ່ຽວທີ່​ດູດ​ດື່ມ​ເທົ່າ​ນັ້ນ ຫາກນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດຍັງຢາກ​ຊອກ​ຮູ້​ຮີດຄອງ​ປະ​ເພນີ​​ໃນ​ການຕ້ອນຮັບ​ບຸນປີ​ໃຫມ່​ປະຈຳ​ຊາດ, ບັນຍາ​ກາດ​ໃນ​ລະດູບານ​ໃຫມ່ ກໍ​ຄື​ວັດທະນະທຳຂອງຊາວ​ຫວຽດນາມ​ອີກ​ດ້ວຍ. ບັນດາ​ສະຖານ​ທີ່​ດຶງດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ນັ້ນ​​ແມ່ນ: ນະຄອນຫລວງ ຮ່າ​ໂນ​້ຍ, ​ນະຄອນເຫວ້, ​ຄຸ້ມ​ເມືອງ​ເກົ່າໂຮ້ຍອານ, ນະຄອນ ດາ​ຫນັງ, ຍາ​ຈາງ, ຊາ​ປາ ​ແລະ ອ່າວ​ຮ້າ​ລອງ. ​​ແລະ​​ເພື່ອ​ເປັນ​ການ​ເຮັດໃຫ້​ພາບ​ພົດ​ຂອງ​ຫວຽດນາມມີ​ຄວາມ​ດູດ​ດື່ມ​ຕໍ່ນັກ​ທ່ອງ​ທ່ຽວ​ກວ່າ, ຍາມ​​ໃດບັນດາ​ບໍລິສັດ​ທ່ອງ​ທ່ຽວ​​ກໍ​ມີ​ການບໍລິການ​ທ່ອງ​ທ່ຽວ​ທີ່ໃຫມ່ອ່ຽມ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ​.

ຮ່າ​ໂນ້ຍ ​ແມ່ນ​ເຂດ​ດິນ​ແດນ​ແຫ່ງ​ອະລິຍະ​ທຳ​ດ້ວຍປະຫວັດສາດ​ນັບ​ພັນ​ປີ ຊຶ່ງ​ແມ່ນ​​ສະຖານ​ທີ່​ຮັກສາ​ຄຸນຄ່າ​ວັດທະນະທຳ​ຫລາຍ​ຢ່າງ, ​ແມ່ນ​ແຫ່ງ​ດຳ​ເນີນ​ງານ​ບຸນ​ໃຫຍ່​ນ້ອຍ​​​​​ນັບ​ຮ້ອຍ​ງານ​ບຸນເມື່ອ​ລະດູບານ​ໃຫມ່ວຽນມາ. ນີ້​ກໍ​ແມ່ນ​ຈຸດ​ເວ​ລາ​ທີ່​ຮ່າ​ໂນ້ຍດຶງ​ດູດ​ນັກ​ທ່ອງ​ທ່ຽວ​ນັບ​ລ້ານ​ເທື່ອ​ຄົນ. ຢູ່ ຮ່າ​ໂນ​້ຍ, ນອກຈາກ​ບັນດາ​ທັດສະນີ​ຍະ​ພາບ​ທີ່​ລື​ຊື່​ຄື: ວັນ​ໝຽວ ກວກ​ຕືຢາມ, ສຸສານ​ປະທານ​ໂຮ່ຈິ​ມີນ, ໝູ່​ບ້ານ​ເຄື່ອງ​ປັ້ນດິນ​ເຜົາ ​ແລ​ະ​​ອື່ນໆ ບັນດາ​ບໍລິສັດ​ຍັງ​ສ້າງ​ລາຍການ​ທັດສະນະສຶກສາຢູ່ເຂດຊຸມຊົນຕ່າງໆ​ອີກ​ດ້ວຍ. ທ່ານ ​ເລກ​ວາງ​ດ໋າວ ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ ​ເຕີມ​ຍ່ີ​ນຫວຽດ (Vietvision Travel) ​ໃຫ້​ຮູ້​ວ່າ: ປີ 2012 ຂະ​ແຫນງ​ທ່ອງ​ທ່ຽວ​ອາດ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເປັນ​ຕົ້ນ​ສຳລັບ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ. ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ຫວຽດນາມ​ໃນ​ຕົ້ນ​ລະດູບານ​ໃຫມ່​ກໍ​ຫລຸດລົງ, ພິ​ເສດ​ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ເອີ​ລົບ ​ແລະ ອາ​ເມ​ລິ​ກາ.

“ປີ 2012 ພວກ​ຂ້າພະ​ເຈົ້າ​ມູ້​ງ​ໄປ​ເຖິງ​ຕະຫລາດ​ນັກ​ທ່ອງ​ທ່ຽວ​ອາຊີ ຄື:​ ສິງກະ​​ໂປ, ອິນ​ເດຍ, ມາ​ເລ​ເຊຍ, ຮົ່ງກົງ, ຈີນ, ​ໄທ. ​ເຂົາ​ເຈົ້າ​ເຄີຍ​ໄປ​ທ່ອງ​ທ່ຽວ​ໃນ​ໄລຍະ​ສັ້ນ ປະມານ 4 - 5 ມື້​ເທົ່າ​ນັ້ນ. ຢູ່​ພາກ​​ເຫນືອ ​ເຂົາ​ເຈົ້າ​ໄປ​ຢ້ຽມຢາມ ຮ່າ​ໂນ້ຍ, ຮ່າ​ລອງ, ຊາ​ປາ, ສ່ວນ​ຢູ່ ພາກ​ກາງ ​ແມ່ນ​ຢ້ຽມ​ຊົມ​ນະຄອນ​ດາ​ຫນັງ, ​ຄຸ້ມ​ເມືອງ​ເກົ່າໂຮ​້ຍອານ ​ແລະ ນະຄອນ​ເຫ້ວ. ປີ 2012 ບໍລິສັດ​ທ່ອງ​ທ່ຽວ Vietvision Travel ຍູ້​ແຮງ​ການບໍລິການ​ທ່ອງ​ທ່ຽວ​ຈຳນວນ​ຫນຶ່ງ, ພິ​ເສດ​​ແມ່ນ ພາຍຫລັງ​ບຸນ​ເຕັດ ທາງ​ບໍລິສັດ​ຈະ​ສ້າງ​ບັນດາ​ລາຍການ​ທ່ອງ​ທ່ຽວ​ລົງ​ສູ່ໝູ່​ບ້ານເຂດບ້ານນາ ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ຊອກ​ຮູ້​ແລະ​ຄົ້ນ​ຫາຮີດຄອງ​ປະ​ເພນີ​ຕ້ອນຮັບ​ບຸນ​ເຕັດ, ບັນຍາກາດ​ໃນລະດູບານ​ໃຫມ່​ກໍ​ຄື​ບັນດາ​ງານ​ບຸນ​ທີ່​ມີ​ສີສັນ​ແຕກ​ຕ່າງ​ກັນ​ຊຶ່ງ​ໄດ້​ຮັບ​ການຈັດ​ຂຶ້ນ​ຢູ່​ໝູ່​ບ້ານ​​ເຫຼົ້ານັ້ນ.”

ບັນດາລາຍການທ່ອງທ່ຽວຕົ້ນລະດູບານໃຫມ່ - ảnh 1
ນັກທ່ອງທ່ຽວຕ່າງປະເທດເຂົ້າຮ່ວມການຟ້ອນພື້ນເມືອງກັບຊາວເມື່ອງ

ລາຍ​ການທ່​ອງທ່ຽວລົງ​​ໄປ​ຢ້ຽມຢາມໝູ່​ບ້ານເຂດບ້ານນາຂອງ​ບໍລິສັດ Vietvision Travel ​ແມ່ນ​ອຸດົມສົມບູນ ​ແລະ ຫລາຍ​ຮູບ​ແບບ. ມຸ້​ງ​ໄປ​ເຖິງ​ຄຸນ​ນະພາ​ບບໍລິການ ​ແລະ ບັນດາ​ສະຖານ​ທີ່​ດູດ​ດື່ມ, ສະ​ນັ້ນ ບັນດາ​ລາຍການ​ທ່ອງ​ທ່ຽວ​ລົງ​ສູ່ໝູ່​ບ້ານ​ຂອງ Vietvision Travel ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ. ທ່ານ​ເລ​ກວາງ​ດ໋າວ ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ Vietvision Travel ​ໃຫ້​ຮູ້​ວ່າ:​ ທາງ​ບໍລິສັດ​ສ້າງ​ລາຍການ​ທ່ອງ​ທ່ຽວ​ໃນ​ເວລາ 3 ມື້ ສຳລັບ​ນັກ​ທ່ອງ​ທ່ຽວ 4 ຄົນ ດ້ວຍ​ຄ່າບໍລິການ​ 350 USD/ຄົນ, ສ່ວນ​ລາຍການທ່ອງ​ທ່ຽວພາຍ​ໃນ​ຫນຶ່ງວັນ ​ແມ່ນ70 USD/ຄົນ.

“​ລາຍການ​ໃນ​ມື້ດຽວ​,​ ນັກ​ທ່ອງ​ທ່ຽວ​​ໄປ​ຄົ້ນ​ຫາ​ ອ່າງເກັບນ້ຳຂອງເຂື່ອນໄຟຟ້ານ້ຳ ຕົກ ​ຊົງ​ດ່າ, ​ຢ້ຽມຢາມ​ຫໍ​ວັດທະນະທຳ​ຊົນ​ເຜົ່າ​ເມື່ອ​ງ, ຢ້ຽມຢາມ​ວິຫານ ທາກ​ເບີ່ ​ແລ​ະ​ໄດ້ຮັບຊົມ​ການສະ​ແດງ​ສິລະ​ປະທີ່​ມີ​ລັກສະນະ​ ການ​ເຫລື້ອມ​ໃສ ພື້ນ​ເມືອງ. ລາຍການ​ທ່ອງ​ທ່ຽວ​ໃນ​ເວລາ 2 ມື້, ນັກ​ທ່ອງ​ທ່ຽວສ່ວນ​ຫລາຍ​ ໄດ້​ຄົ້ນ​ຫາ​ເມືອງ ດົງ​ຈ່ຽວ ​ແຂວງ ກວາງ​ນີງ ​ແລະ ​ໄປ​ຢ້ຽມ​ຊົມ​ອ່າວ​ຮ້າ​ລອງ. ລາຍການ​ 3 ມື້, ນັກ​ທ່ອງ​ທ່ຽວ​ໄດ້​ຄົ້ນ​ຫາ​ບັນດາ​ໝູ່​ບ້ານ​ຢູ່​ທາງ​ທິດຕາ​ເວັນ​ອອກສຽງ​ເຫນືອ​ຂອງ ຮ່າ​ໂນ້ຍ, ຢ້ຽມຢາມ​ຫນອງ ລັງ ຢູ່ ​ເມືອງຊອກ​ເຊີນ ​ແລະ ບັກ​ຢາງ, ມື້​ຕໍ່​ມາ​ຈະ​ໄປ​ຢ້ຽມຢາມ​ໝູ່​ບ້ານ​​ເຄື່ອງ​ປັ້ນດິນ​ເຜົາ ຟູ​ຫລາງ, ​ຫລັງ​ຈາກ​ນັ້ນ​ໄປ​ຢ້ຽມ​ຊົມ​ອ່າວ​ຮ້າ​ລອງ. ມື້​ສູດ​ທ້າຍ​ແມ່ນ​ກັບ​ເມືອ​ທ່ຽວ​ຊົມ​ນະຄອນຫລວງ​ຮ່າ​ໂນ້ຍ. ”

ຖັດຈາກ​ນະຄອນຫລວງ​ຮ່າ​ໂນ້ຍ, ມີ​ສະຖານ​ທີ່​​ແຫ່ງຫນຶ່ງ​ທີ່​ນັກ​ທ່ອງ​ທ່ຽວ​ນິຍົມ ນັ້ນ​ແມ່ນ​ຄຸ້ມ​ເມືອງ​ເກົ່າ ​ໂຮ້ຍອານ ​ແຂວງ ກວາງ​ນາມ. ຄຸ້ມ​ເມືອງ​ເກົ່າ​ໂຮ້ຍອານ​​ໄດ້​ຮັບ​ການ​ເລືອກ​ເຟັ້ນຈາກ​​ແວບ​ໄຊ​ທ່ອງ​ທ່ຽວ​ອອນ​ລາຍ Smart Travel Asia ​ວ່າ ແມ່ນຫນຶ່ງ​ໃນ​ຈຳ​ນວນ 10 ສະຖານ​ທີ່​ທ່ອງ​ທ່ຽວ​ອັນ​ດັບ​ຕົ້ນ​ຂອງ ອາຊີ . ທ່ານ ດີງຫາຍ, ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ກວ້າງ​ນາມ ​ໃຫ້​ຮູ້​ວ່າ:

“ນອກຈາກ​ໄປຢ້ຽມ​ຊົມ​ຄຸ້ມ​ເມືອງ​ເກົ່າ​ແລ້ວ,​ ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບ​ຟັງ​ເພງ​ພື້ນ​ເມືອງ​ຂອງ​ຊາວແຂວງ​ກວ້າງ​ນາມ, ຂັບບ່າຍ​ຈ່ອຍ ​ແລະ ບັນດາ​ຮູບ​ການ​ສິລະ​ປະ​ພື້ນ​ເມືອງອື່ນ​ອີກ​ດ​້ວຍ. ພວກ​ຂ້າພະ​ເຈົ້າ​ຍັງ​ຟື້ນ​ຟູ​ບັນດາ​ງານ​ບຸນ​ປະ​ເພນີ. ຜ່ານ​ນັ້ນ ນັກ​ທ່ອງ​ທ່ຽວ​ສາມາດ​ເຂົ້າ​ໃຈ​ກ່ຽວກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ທີ່​ນີ້​ຕື່ມ​ອີກ. ນອກ​ນັ້ນ ພວກ​ຂ້າພະ​ເຈົ້າ​ຍັງ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສິລະ​ປະວັດ​ທະນະ​ທຳ ກ່ຽວ​ກັບ​ການວາງສະ​ແດງ​ຮູບ​ພາບ, ການ​ເສບ​ດົນຕີ​ພື້ນ​ເມືອງ ​ແລະ ທັນ​ສະ​ໄຫມ, ງານ​ບຸນ​ຢູ່​ຕາມຖະໜົນ ​ແລະ​ອື່ນໆ.”

 ການ​ບໍລິການ​ທ່ອງ​ທ່ຽວ​ຢູ່​ໂຮ້ຍອານ ລ້ວນ​ແຕ່​ນຳ​ມາ​ຊຶ່ງຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່ນັກ​ທ່ອງ​ທ່ຽວ. ສະ​ນັ້ນ ນັກ​ທ່ອງ​ທ່ຽວ​ທ່ານ​ໃດ​​ເມື່ອມີ​ໂອກາດມາ​ທ່ຽວຊົມໂຮ້ຍອານ​ແລ້ວ ກໍ​ຢາກ​ຈະກັບ​ຄືນມາ​ຢ້ຽມຢາມ​ຄຸ້ມ​ເມືອງ​ເກົ່າ​ແຫ່ງ​ນີ້​ອີກຫຼາຍ​ຄົ້ງ.

ລານແອງ

ຕອບກັບ

ຂ່າວ/ບົດ​ອື່ນ