ບຸນສິບສີ່, ຮີດຄອງທີ່ເປັນເອກະລັກສະເພາະ ຂອງຊາວເຜົ່າໄທຂາວຢູ່ເຊີນລາ

ບຸນສິບສີ່, ຮີດຄອງທີ່ເປັນເອກະລັກສະເພາະ ຂອງຊາວເຜົ່າໄທຂາວຢູ່ເຊີນລາ - ảnh 1
ແມ່ຍິງກະກຽມເຮັດເຂົ້າກຳ
(ພາບ: pystravel.com)

​(vovworld) – ສຳລັບ​ຊາວ​ເຜົ່າ​ໄທ​ຂາວ, ບຸນ​ສິບ​ສີ່​ແມ່ນ​ປະ​ເພນີທີ່​ເປັນ​ເອກະລັກ​ສະ​ເພາະ, ​ແລະ​ກາຍ​ເປັນວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ.

ຫຼານ​ມັກ​ງານ​ບຸນສິບ​ສີ່​ຫຼາຍ, ​ເພາະວ່າ​ໃນ​ວັນ​ບຸນນີ້​ນ້ອງ​ໄດ້ມີ​ໂສ້​ງ​ເສື້ອ​ໃໝ່ ​ແລະ ​ໄດ້​​ແກວ່ງ​ໝາກ​ຄອນ, ​ເຕະບານ…

ນີ້​ແມ່ນ​ຄວາມ​ຮູ້ສຶກ​ຂອງ​ນ້ອງ ດຽວ​ທິຕ໋ວຽນ ຢູ່​ຕາ​ແສງ​ເມື່ອ​ງຢ່າງ, ​ເມືອງ​ກວີ່ນຍາຍ, ​ແຂວງ​ເຊີນ​ລາ ກ່ຽວ​ກັບ​ງານ​ບຸນ​ສິບ​ສີ່, ​ເຊິ່ງ​ແມ່ນ​ງານ​ບຸນ​ໃຫຍ່​ກວ່າ​ໝູ່​ຂອງ​ຊາວ​ເຜົ່າ​ໄທ​ຂາວ​ຢູ່​ແຂວງ​ເຊີນ​ລາ ​ແລະ ​ເຂດ​ໄຕ​ບັກ (ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ). ບຸນ ສິບ​ສີ່​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ​ເດືອນ 7 ​ໄລ່​ຕາມ​ຈັນທະ​ປະຕິທິນ (ຂຶ້ນ 14 ຄ່ຳ​ເດືອນ 7). ຕາມ​ທັດສະນະ​ຂອງ​ຊາວ​ເຜົ່າ​ຜູ້​ໄທ, ງານບຸນ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ລູກ​ຫຼານ​ອາ​ໄລ​ຫາ​ບັນພະບຸລຸດ, ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຜູ້​ໃຫຍ່ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ດູ​ແລ​ພິ​ເສດ​ເຖິງ​ລຸ້ນໜຸ່ມ. ດັ່ງ​ນັ້ນ​ຢູ່​ບາງ​ແຫ່ງ​ຍັງ​ເອີ້ນ​ວັນ​ບຸນ​ນີ້​ແມ່ນ​ບຸນ​ຂອງເດັກ. ​ໃນ​ບຸນ​ສິບ​ສີ່, ພໍ່​ແມ່​ຈະ​ຊື້​ໂສ້ງ​ເສື້ອ​ທີ່​ມີ​ສີ​ຫຼາກ​ຫຼາຍ​ໃຫ້​ເດັກ​ເພື່ອ​ໄປ​ບຸນ. ນອກ​ນັ້ນ​ງານ​ບຸນ​ຍັງ​ແມ່ນ​ໂອກາດ​ເພື່ອ​ຊົມ​ເຊີຍ​ໝາກຜົນ​ແຫ່ງ​ການ​ອອກ​ແຮງ​ງານ​ໃນ 6 ​ເດືອນ​ຕົ້ນ​ປີ​ອີກ. ​ໂອກາດ​ນີ້, ​ເດັກນ້ອຍ​ບໍ່​ໄດ້​ໄປ​ລ້ຽງ​ຄວາຍ, ບໍ່​ໄດ້​ເຮັດ​ວຽກບ້ານ ຫາກ​ໄດ້​ລະ​ຫຼິ້ນ​ຢ່າງ​ສະບາຍ ​ແລະ ຮັບ​ປະທານ​ອາຫານທີ່​ຕົນ​ນິຍົມຫຼາຍ​ເຍື່ອງ.

ບຸນສິບ​ສີ່​ລວມມີ 2 ພາກ, ທີ​ໜຶ່ງ​ແມ່ນ​ພິທີບູຊາ​ບັນພະບຸລຸດ, ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ຜູ້​ທີ່​ໄດ້​ສ້າງ​ເປັນ​ເມື່ອ​ງ, ​ເປັນ​ບ້ານ ​ແລະ ທີ​ສອງ​ແມ່ນ​ການ​ລະ​ຫຼິ້ນ​ບັນ​ເທິງ, ກິນ​ດື່ມ. ​ສຳລັບ​ພາ​ເຂົ້າ​ບູຊາ​ແມ່ນ​ຕ້ອງມີ​ຫຼາຍ​ເຍື່ອງ​ເຊັ່ນ: ​ເຫຼົ້າ, ຊີ້ນ, ​ເຂົ້າກຳ, ​ໃນ​ນັ້ນ​ມີ 2 ​ເຍື່ອງ​ທີ່​ຂາດ​ບໍ່​ໄດ້​ ນັ້ນ​ແມ່ນ​ຊີ້ນ​ເປັດ, ​ເຂົ້າໜົມ​ອິດ (ຫຼື​ເອີ້ນ​ວ່າ​ເຂົ້າໜົມ​ຄູ່) ​ເຊິ່ງ​ເຮັດ​ດ້ວຍ​ແປ້ງ​ເຂົ້າໜຽວ, ຢູ່​ໃນ​ມີ​ໝາກ​ຖົ່ວ, ຊີ້ນ​ຟັກ ​ແລະ ໝາກ​ຜິ​ກ​ໄທ. ຊາວ​ເຜົ່າ​ຜູ້​ໄທ​ອະທິບາຍ​ວ່າ, ​ໂຕ​ເປັດ​ຕິດ​ພັນ​ກັບ​ທົ່ງ​ນາ, ​ແມ່​ນຳ້ລຳ​ເຊ ​ແລະ ການ​ຜະລິດ​, ດຳ​ລົງ​ຊີວິດຂອງ​ເຂົາ​ເຈົ້າ. ​ໃນ​ພາ​ເຂົ້າ​ບູຊາມີ​ຊີ້ນ​ເປັດ​ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາຖະໜາ​ຢາກ​ໃຫ້​ໂຕ​ເປັດ​ດິນ​ສັດຕູ​ພືດ​ໃຫ້​ໝົດ ​ແລະ ​ໂຕ​ເປັດ​ນີ້​ຈະ​ນຳ​ເອົາຄວາມ​ສ່ຽງ​ໄພ​ທັງ​ໝົດໄປ​ຕາມ​ກະ​ແສ​ນຳ້. ສ່ວນ​ເຂົ້າໜົມ​ອິດ​ຖືກ​ຫໍ່​ເປັນ​ຄູ່ ​​​ແມ່ນ​ເປັນ​ສັນຍາ​ລັກ​​ແຫ່ງຄວາມ​ສຸກ​ລະ​ຫວ່າງບ່າວ​ສາວ, ຜົວ​ເມຍ…
ບຸນສິບສີ່, ຮີດຄອງທີ່ເປັນເອກະລັກສະເພາະ ຂອງຊາວເຜົ່າໄທຂາວຢູ່ເຊີນລາ - ảnh 2
ສຳລັບ​ພາ​ເຂົ້າ​ບູຊາ​ແມ່ນ​ຕ້ອງມີ​ຫຼາຍ​ເຍື່ອງ​ເຊັ່ນ: ​ເຫຼົ້າ, ຊີ້ນ, ​ເຂົ້າກຳ
(ພາບ: pystravel.com)


ບຸນ​ສິບ​ສີ່ ຖືກ​ຈັດ​ຂຶ້ນ​ໃນ​ແຕ່​ລະ​ຄອບ​ຄົວ, ແຕ່​ລະ​ວົງ​ຕະ​ກຸນ ແລະ ອີງ​ໃສ່​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ແຕ່​ລະ​ຄອບ​ຄົວ, ວົງ​ຕະ​ກຸນ​ເພື່ອ​ຈັດ​ຕັ້ງ​ເປັນ​ບຸນ​ໃຫ​ຍ່​ນ້ອຍ​ທີ່​ແຕກ​ຕ່າງ​ກັນ. ພາຍຫຼັງ​ທຳ​ພິ​ທີ​ບູ​ຊາ​ແລ້ວ, ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຈະເຕົ້າ​ໂຮມ​ກັນ​ອ້ອມ​ຮອບ​ພາ​ເຂົ້າ. ລູກຫຼານອວຍ​ພອນ​ໃຫ້​ຜູ້​ເຖົ້າ​ຜູ້​ແກ່​ມີ​ອາ​ຍຸ​ໝັ້ນ​ຂວັນ​ຍື່ນ, ສ່ວນ​ຜູ້​ໃຫ​ຍ່ອວຍ​ພອນ​ໃຫ້​ລູກຫຼານ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ຢູ່​ເຢັນ​ເປັນ​ສຸກ. ສຳ​ລັບ​ຊາວ​ເຜົ່າ​ໄທ​ຂາວ, ບຸນ​ສິບ​ສີ່ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ສະ​ແດງ​ຄວາມ​ຮັກ​ແພງ​ແຂກ​ຄົນ​ຂອງ​ຕົນ. ແຂກ​ຜູ້​ສະ​ໜິດ​ສະ​ໜົມ​ຈະ​ຖືກ​ເຊີນ​ມາ​ຮ່ວມ​ງານ​ບຸນ​ພ້ອມ​ກັບ​ຄອບ​ຄົວກ່ອນ​ນັ້ນ​ສອງ​ສາມມື້. ແຂກ​ມາ​ຄອບ​ຄົວ​ລ້ວນ​ແຕ່​ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອູ່ນ​ສຸດ​ຈິດ​ສຸດ​ໃຈ, ເຂົາ​ເຈົ້າ​ໄດ້​ຮັບ​ປະ​ທານ​ອາ​ຫານ​ພິ​ເສດ​ສະ​ເພາະຫຼາຍ​ເຍື່ອງ ເຊິ່ງ​ພຽງ​ແຕ່​ມີ​ໃນ​ໂອ​ກາດ​ບຸນ​ສິບ​ສີ່​ເທົ່າ​ນັ້ນ. ໃນ​ໂອ​ກາດນີ້, ຄອບ​ຄົວ​ໃດ​ເຊີນ​ແຂກ ແລະ ພໍ່​ແມ່​ປະ​ຊາ​ຊົນ​ມາ​ຮ່ວມ​ຍິ່ງຫຼາຍ​ເທົ່າ​ໃດ, ຍິ່ງ​ໂຊກ​ດີ​ເທົ່າ​ນັ້ນ. ເຖິງວ່າ​ຈະ​ມ່ວນ​ຊື່ນ​ຄື​ແນວ​ນັ້ນ​ກໍ່​ຕາມ ແຕ່​ເຂົາ​ເຈົ້າພັດ​ບໍ່​ລືມ​ຕັກ​ເຕືອນ​ກັນ​ກິນ​ດື່ມ​ຄື​ແນວ​ໃດ​ ເພື່ອທັງ​ຮັບ​ປະ​ກັນ​ຄວາມ​ສັກ​ສິດ, ຄ​ວາມ​ປອດ​ໄພ ແລະ ​ຄວາມປອດ​ໃສ​ໃຫ້​​ງານ​ບຸນ. ອ້າຍ ຮ່າ​ໂຮ່​ບັກ, ຢູ່​ຕາ​ແສງ​ຮູຍ​ເຕິນ,​ ເມືອງ​ຟູ໋ອຽນ, ໃຫ້​ຮູ້​ວ່າ:

ຕາມ​ຮີດ​ຄອງ​ປະ​ເພ​ນີ, ບຸນ​ສິບ​ສີ່​ຕ້ອງ​ຈັດ​ຄື​ແນວ​ໃດ​ໃຫ້​ທັງ​ມ່ວນ, ທັງ​ປອດ​ໃສ ແລະ ປະ​ຢັດ. ພິ​ເສດ​ເມື່ອກິນ​ເຫຼົ້າ​ ພຽງ​ແຕ່​​ກິນ​ໃຫ້ພໍ​ດີເທົ່າ​ນັ້ນ ​ຈຶ່ງ​ມ່ວນ ແລະ ຈຳ​ກັດ​ອຸ​ບັດ​ຕິ​ເຫດ​ທາງ​ຄົມ​ມະ​ນາ​ຄົມ​ໄດ້”.

ບຸນ​ສິບ​ສີ່ ບໍ່​ພຽງ​ແຕ່​ໄດ້​ກິນ​ດື່ມ, ລະຫຼິ້ນ​ເທົ່າ​ນັ້ນ, ຫາກ​ຍັງ​ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​​ທີ່​ມີ​ຄວາມ​ໝາຍຕ່າງໆ​ຄື “ຂັບ​ອວຍ​ພອນ”; “ຂັບ​ສອນ​ຄົນ”; “ຂັບ​​ກ່ຽວ​ກັນ” ລະ​ຫວ່າງ​ບ່າວ​ສາວອີກ. ປະ​ຈຸ​ບັນ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖີ່ນ​ຍັງ​ຈັດ​ຕັ້ງການ​ແຂງ​ຂັນ​ແກວ່ງ​ໝາກ​ຄອນ, ຍູ້​​ໄມ້ເທົ້າ ກໍ່​ຄື​ຟ້ອນ​ລຳ​ທຳ​ເພງ​ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຜູ້​ໄທອີກ​ດ້ວຍ. ອັນ​ໄດ້​ເຮັດ​ໃຫ້​ຜູ້​ໃດ​ທີ່​ເຂົ້າ​ຮ່ວມ​ງານ​ບຸນ​ສິບ​ສີ່​ແລ້ວ​, ແມ່ນ​ບໍ່​ສາ​ມາດ​ລືມ​ໄດ້.

 

ຕອບກັບ

ຂ່າວ/ບົດ​ອື່ນ