ບຸນເຂົ້າຈີ່ຂອງຊາວເຜົ່າຣາລາຍ

(vovworld) - ​ໃນ​ບັນດາ​ພິທີງານ​ບຸນທີ່​ກ່ຽວຂ້ອງ​ເຖິງ​ຊີວິດ​ຂອງ​ມະນຸດ ​ແລະ ຕົ້ນ​ໄມ້ນັ້ນ, ບຸນ​ເຂົ້າ​ຈີ່ ​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບຸນ​ໃຫຍ່​ກວ່າ​ໝູ່​ຂອງ​ຊາວ​ເຜົ່າ ຣາລາຍ. ບຸນເຂົ້າຈີ່ພຽງແຕ່ດຳເນີນພາຍຫຼັງລະດູການເກັບກ່ຽວເຂົ້າເທົ່າ ນັ້ນ. ຊາວ​ເຜົ່າ ຣາລາຍ​ ຈັດ​ງານ​ບຸນ​ນີ້​ເພື່ອ​ຂອບຄຸນ​ດິນ​ຟ້າ, ບັນພະບຸລຸດ​ທີ່​ໄດ້​ເອື້ອ​ອຳນວຍ​ຄວາມ​ສະດວກ ເພື່ອ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ.

ບຸນເຂົ້າຈີ່ຂອງຊາວເຜົ່າຣາລາຍ - ảnh 1

ບຸນເຂົ້າຈີ່ຂອງຊາວເຜົ່າຣາລາຍ

(ພາບອິນເຕີແນດ)

        ​ໃນ​ຊີວິດ, ຊາວ​ເຜົ່າຣາລາຍ ​ເຊື່ອ​ໝັ້ນ​ວ່າ: ​ໂລກ​ທຳ​ມະ​ຊາດ​ມີ​ເທວະ​ດາ​ຫຼາຍ​ອົງ ​ແລະ ​ໃນ​ບັນດາ​ງານ​ບຸນ​ທີ່​ກ່ຽວຂ້ອງ​ເຖິງ​ຊີວິດ​ມະນຸດ, ​​ຕົ້ນ​ເຂົ້າ​ແມ່ນັ້ນ, ຟ້າ​ແມ່ນ​ວີນຍານ​ຂອງ​ເຂົ້າ​ແມ່, ​ແມ່ນອະພິທຳມະ​ຊາດສູງ​ສຸດທີ່​​​ສົ່ງ​ຜົນ​ສະທ້ອນເຖິງ​ ຊີວິດ​​ ແລະ​ ການ​ຜະລິດຂອງ​ເຂົາ​ເຈົ້າ. ​ບຸນ​ເຂົ້າ​ຈີ່​ຂອງ​ຊາວ​ເຜົ່າ ຣາລາຍ ຕິດ​ພັນ​ກັບປະ​ເພນີ​ຕ້ອນຮັບ​ຟ້າ ​ແລະ ວີນຍານ​ເຂົ້າ​ແມ່​ຈາກ​ໄຮ່​ມາ​ຮ່ວມ​ບຸ​ນ​ເຕັດ​ພ້ອມ​ກັບ​ຄອບຄົວ ​ແລະ ພາວະນາ​ຂໍ​ໃຫ້​ວີນຍານ​ເຂົ້າ​ແມ່​​ບັນດານ, ຊ່ວຍ​ໃຫ້​ຄອບຄົວ​ມີ​ສຸຂະພາບ​ເຂັ້ມ​ແຂງ, ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ. ຕາມ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ ຣາລາຍ ​ແລ້ວ, ພິທີ​ດັ່ງກ່າວ​ແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ, ​ແລະ ​ເຂົາ​ເຈົ້າຈັດ​ຕັ້ງ​ພິທີ​ນີ້​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ວີນຍານ​ເຂົ້າທີ່​ໄດ້​ຂະຫຍາຍ​ຜາຍ​ແຜ່, ບັນດານ​ໃຫ້ມີ​ອາຫານ​ເພື່ອ​ລ້ຽງ​ດູ​ຊີວິດມະນຸດ. ທ່ານ ​ເມົ໋າກວົກຕ໋ຽນ, ນັກ​ຄົ້ນ​ຄ້ວາຊາວ​ຊົນ​ເຜົ່າ ຣາລາຍ, ​ໃຫ້​ຮູ້​ວ່າ:

        “ຊາວ​ເຜົ່າ ຣາລາຍ​ ຖື​ເປັນ​ສຳຄັນ​ການ​ຜະລິດ​ກກະສິກຳ ​ແລະ ບຸນ​ເຂົ້າ​ຈີ່​ແມ່ນ​ພິທີ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ຂອງ​ຊາວ​ເຜົ່າ ຣາລາຍ. ຈຸດປະສົງ​ຂອງ​ພິທີ​ແມ່ນ​ພາວະນາ​ຂໍ​ໃຫ້​ເທວະ​ດາ​ບັນດານ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ ​ເພື່ອ​ໃຫ້ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ. ຊາວ​ເຜົ່າ ຣາລາຍ ​ເຄີຍ​ຈັດ​ຕັ້ງ​ພິທີ​ນີ້​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ປະຊາຊົນ​ໃນບ້ານ ທີ່​ໄດ້ຊ່ວຍ​ເຫຼືອ​ຄອບຄົວ​ເຂົາ​ເຈົ້າ​ໃນ​ການ​ຜະລິດ, ​ເກັບ​ກ່ຽວ​ໃນ​ປີ“.

ບຸນເຂົ້າຈີ່ຂອງຊາວເຜົ່າຣາລາຍ - ảnh 2

ພິທີບູຊາເທວະດາເຂົ້າ

(ພາບອິນເຕີແນດ)

        ​ ເມື່ອ​ຮອດ​ເດືອນ 3, ​ເດືອນ 4ຂອງ​ທຸກ​ປີ, ​​ໃນຂະນະ​ທີ່​ສຽງ​ຟ້າຮ້ອງ​ຕົ້ນ​ລະດູ​ຮ້ອນ​ດັງ​ຂຶ້ນ, ດ້ວຍ​ທັດສະນະ​ດິນ​ຟ້າ​ເລີ່​ມປະສານ​ປອງ​ດອງ​ກັນ, ຕົ້ນ​ໄມ້​ເກີດ​ດອກ​ອອກ​ໜໍ່​ນັ້ນ, ຊາວ​​ເຜົ່າ ຣາລາຍ ກໍ່​ຈັດ​​ບຸນ​ເຂົ້າ​ຈີ່. ​ເພື່ອ​ກະກຽມ​ໃຫ້​ງານ​ບຸນ​ສຳຄັນ​ທີ່​ສຸດ​ໃນ​ປີ​ນັ້ນ, ​ແມ່ຍິງ​ຕ້ອງ​ກະກຽມ​ເຄື່ອງ​ຂອງ​ບູຊາ, ສ່ວນ​ຜູ້​ຊາຍ​ເຮັດ​ຕົ້ນ​ເນ​ວ (ຕົ້ນ​ໄມ້​ໄຜ່ຢູ່​ເທິງ​​ແຂວນ​​ມັດໃບ​ນັດ, ​ໝໍ້​ດິນ​ໃສ່​ປູນ​ຢູ່​ໃນ​ເພື່ອ​ຂັບ​ໄລ່​ຜີ​ສາງ​), ​ເຮັດອະນາ​ໄມ, ຊັບຊ້ອນ​ເຮືອນ​ຊານ​ເພື່ອ​ຕ້ອນຮັບ​ບັນພະບຸລຸດ, ພໍ່​ເຖົ້າ, ​ແມ່​ເຖົ້າ​ມາ​ຮ່ວມ​ງານ​ບຸນ. ບັນຍາ​ກາດ​ຕ້ອນຮັບ​ບຸນ​ເຂົ້າ​ຈີ່​ຟົດ​ຟື້ນ​ມ່ວນ​ຊື່ນ​ໃນ​ທົ່ວ​ບ້ານ, ​ໃນ​ແຕ່​ລະ​​ເຮືອນຮ້ານ​ຂອງ​ຊາວ​ເຜົ່າ ຣາລາຍ. ​ໃນງານ​ບຸນ​ເຂົ້າ​ຈີ່​ຂອງ​ຊາວ​ເຜົ່າ ຣາລາຍ ຕ້ອງມີ​ໄກ່, ​ເຂົ້າ, ​ເຂົ້າ​ເປືອກ, ສາລີ, ​ໃບ​ພູ, ໝາກ​ຄ້ຽວ, ​ເຫຼົ້າ​ໄຫ. ນີ້​ແມ່ນ​ເຄື່ອງ​ຂອງ​ບູຊາ ​ເຊິ່ງລູກ​ຫຼານ​ຖະຫວາຍ​ຕໍ່​ບັນພະບຸລຸດ​ເພື່ອ​ລາຍ​ງານ​ຜົນ​ແຫ່ງ​ການ​ອອກ​ແຮງ​ງານ​ຢ່າງ​ລຳບາກ​ຂອງ​ຕົນ ​ແລະ ຂໍ​ເທວະ​ດາ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ ​ແລະ ຄອບຄົວ​ມີ​ສຸຂະພາບ​ເຂັ້ມ​ແຂງ.. ພິທີ​ບູຊາ​ວີນຍານ​ເຂົ້າ​ຖືກ​ດຳ​ເນີນ​ໃຕ້​ຕົ້ນ​ເນ​ວ. ຊາວ​ເຜົ່າ ຣາລາຍ ຖື​ວ່າ​​ຕົ້ນ​ເນ​ວແມ່ນ​ເຮືອນຂອງ​ເທວະ​ດາ​ເຂົ້າ, ຍ້ອນ​ເຫດ​ນັ້ນ​ເມື່ອ​ຈັດ​ງານ​ບຸນ​ເຂົ້າ​ຈີ່, ທັງ​ໝູ່​ບ້ານ​​ກໍ່ປະດັບ​ປະດາ​ໃຫ້​​ຕົ້ນ​ເນ​ວສວຍ​ງາມທີ່​ສຸດ, ດ້ວຍຄວາມ​ປາຖະໜາ​ວ່າ, ​ເທວະ​ດາ​ເຂົ້າ​ຈະ​ບັນດານ​​ໃຫ້​ລະດູ​ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ. ​ໃນ​ພິທີ​ບູຊາ​ເທວະ​ດາ​ເຂົ້າ, ໝໍ​ຜີ​ເຄີຍ​ອ່ານ​ບົດ​ພາວະນາດ້ວຍ​ເນື້ອ​ຄວາມ​​ວ່າ: “​ເອີ​ຟ້າ, ປີ​ເກົ່າ​ໄດ້​ລວງ​ເລີຍ​ໄປ, ປີ​ໃໝ່​ໄດ້​ວຽນມາ​ແລ້ວ. ​ໂດຍ​ໄດ້​ຮັບ​ບຸນ​ຄູນ​ຈາກ​ຟ້າ, ພໍ່​ແມ່​ປະຊາຊົນ​ຈຶ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​​ເຄື່ອງກິນ​ຂອງ​ນຸ່ງ. ຂໍ​ໃຫ້​ຟ້າ​ເປັນ​ສັກຂີ​ພິຍານ ​ແລະ ສະ​ເຫວີຍ​ເຄື່ອງ​ຂອງ​ບູຊາ“. ພາຍຫຼັງ​ໝໍ​ຜີ​ທຳ​ພິທີພາວະນາ​ສຳ​ເລັດແລ້ວ, ຊາວ​ເຜົ່າ ຣາລາຍ ກໍ່​ພາກັນດື່ມ​ເຫຼົ້າ​. ​ເຫຼົ້າ​ຕ້ອງ​ດື່ມ​ໃຫ້​ໝົດ, ທຸກ​ຄົນ​ໃນ​ຄອບຄົວ​ຈຶ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ. ​ເຂົາ​ເຈົ້າ​ທັງ​ກິນ​ເຫຼົ້າ, ທັງ​ຂັບ​ຮ້ອງ​ໃນ​ສຽງ​ຄ້ອງ​ມ້າ​ລາ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນຕະຫຼອດ​ຄືນ. ທຸກ​ຄົນ​ໃນ​ວົງ​ຕະກຸນ​ລ້ວນ​ແຕ່​ຈັດ​ຕັ້ງ​ພິທີ​ງານ​ບຸນ​ເຂົ້າ​ຈີ ​ແລະ ຖື​ວ່າ​ນີ້​ແມ່ນ​ງານ​ບຸນ​ຕົ້ນ​ປີ. ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ ມັງ​ແຄ, ຊົນ​ເຜົ່າ ຣາລາຍ, ​ໃຫ້​ຮູ້​ວ່າ:

        “ຄອບຄົວ​ໃດ​ກໍ່​ຈັດ​​ບຸນ​ເຂົ້າ​ຈີ່, ​ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້​ລູກ​ຫຼານ​ໃນ​ບ້ານ​​ໄດ້​ຮັບ​ຜົນ​ໃນ​ການ​ປູກຝັງ. ​​ເມື່ອເຮົາ​ຮູ້​ບຸນ​ຄູນ​ຕ່ໍບັນພະບຸລຸດ, ພໍ່​ເຖົ້າ, ​ແມ່​ເຖົ້າ, ​ເຂົາ​ເຈົ້າ​ກໍ່​ຈະ​ບັນດານ​ໃຫ້​​ເຮົາມີ​ເຄື່ອງກິນ​ຂອງ​ນຸ່ງ“.

        ຍັງ​ມີ​ຈຸດ​ພິ​ເສດ​ໜຶ່ງ​ອີກ​ໃນ​ງານ​ບຸນ​ເຂົ້າ​ຈີ່​ຂອງ​ຊາວ​ເຜົ່າ ຣາລາຍ ນັ້ນ​ແມ່ນ​​ໃນ​ງານ​ບຸນ​ຕ້ອງ​ມີ​ໄຟຢ່າງ​ເດັດຂາດ. ຊາວເຜົ່າຣາລາຍຖື​ສຽງ​ແຄນ, ສຽງຄ້ອງ​ມ້າ​ລາແມ່ນ​ຄຳ​​ເຊື້ອເຊີນຊາວບ້ານ​ມາ​ຮ່ວມ​ງານບຸນພ້ອມກັບຄອບຄົວ, ສ່ວນໄຟ​ແມ່ນ “​ຂອງເຂັດ“ ​ເພື່ອ​ເຊີນ​ບັນພະບຸລຸດ, ພໍ່​ເຖົ້າ, ​ແມ່​ເຖົ້າ​ມາ​ຮ່ວມ​ບຸນ​ເຂົ້າ​ຈີ່. ພາຍຫຼັງ​ເຮັດ​ວຽກ​ຢາກ​ລຳບາກ​ມາ​ເປັນ​ເວ​ລາໜຶ່ງ​ປີ, ປະຊາຊົນ​ໃນ​ບ້ານ​ຈຶ່ງ​ມີ​ໂອກາດ​ພົບ​ປະກັນ​ໃນ​ການ​ເຄື່ອນ​ໄຫວ​ປະຊາ​ຄົມ​ເຊັ່ນ: ​ແຂ່ງຂັນ​ກັນ​ຕົ້ມ​ເຂົ້າຫຼາມ, ຕຳ່​ເຂົ້າ, ຕົ້ມ​ເຫຼົ້າ​ໄຫ, ຍິງ​ທະນູ ສະ​ແດງ​ເຄື່ອງ​ດົນຕີ​ພື້ນ​ເມືອງ... ງານ​ບຸນ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ໃນ​ວົງ​ຕະກຸນ​ເຕົ້າ​​ໂຮມ​, ຢື້​ຢາມ​ຖາມ​ຂ່າວ​ກັນ. ຄວາມ​ຂັດ​ແຍ່ງ​ກັນ​ໃນ​ວົງ​ຕະກຸນ​ລ້ວນ​ແຕ່​ໄດ້​ຮັບ​ການ​ແກ້​ໄຂ​ເມື່ອ​ທຸກ​ຄົນ​ພ້ອມ​ກັນ​ກິນ​ເຫຼົ້າ​ໄຫ, ບູຊາ​ບັນພະບຸລຸດ, ຈາກ​ນັ້ນ​​ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃນ​ປະຊາ​ຄົມກວ່າ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ