ບໍລິການອາຫານປິ້ງ ຢູ່ ຊາປາ

(vovworld) - ​ໄປ​ຢ້ຽມຢາມ​ເທດສະບານ ຊາ​ປາ ​ແຂວງ ລາວ​ກາຍ ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​​ໄດ້ຢ້ຽ​ມຊົ​ມທິວ​ທັດ​ທຳ​ມະ​ຊາດທີ່​ໃຫຍ່​ໂຕ​ມະ​ໂຫຖານ, ​ໄດ້​ເຈືອ​ຈານ​ເຂົ້າ​ກັບ​ຊີວິດ​ທາງ​ດ້ານ​ວັດທະນະທຳ, ຮີດຄອງ​ປະ​ເພນີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ເທົ່າ​ນັ້ນ ຫາກ​ນັກ​ທ່ອງ​ທ່ຽວ​ຍັງໄດ້​ຮັບ​ປະທານ​ອາຫານຫຼາຍ​ເຍື່ອງຂອງ​ຊາວ​ທ້ອງ​ຖິ່ນ​. ​ເຖິງ​ວ່າ​ແມ່ນເທດ​ສະບານ​ແຫ່ງ​ນ້ອຍໆ​ທີ່​ມີຄວາມ​ສູງ 1600 ​ແມັດ​ເມື່ອ​ທຽບ​ໃສ່​ຫນ້າ​ນ້ຳ​ທະ​ເລກໍ່ຕາມ ​ແຕ່​ຊາ​ປາ​ພັດມີ​ອາຫານ​​ແບບເອີ​ລົບ, ອາຊີ ທຸກ​ເຍື່ອງ ​ແລະ ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ຊາ​ປາ ​ເຄີຍ​ເວົ້າ​ຢອກ​ກັນ​ວ່າ: ຜູ້​ໃດ​ມາ​ຢ້ຽມຢາມ​ຊາ​ປາ​ແຕ່​ບໍ່​ທັນ​​ໄດ້ກິນ​ເຍື່ອງ​ອາຫານ​ປິ້ງ ກໍ​ໝາຍ​ຄວາມ​ວ່າ​ບໍ່​ທັນ​​​ໄປເຖິງຊາ​ປາ​ ​ແລະ ບໍ່​ທັນ​ຮູ້ກ່ຽວ​ກັບ ຊາ​ປາ.

ບໍລິການອາຫານປິ້ງ ຢູ່ ຊາປາ - ảnh 1
 ເທດສະບານ ຊາປາ
ພາບ: internet

        ພາຍຫລັງ​ໄປ​ຄົ້ນ​ຫາ​ໝູ່​ບ້ານ​ແຫ່ງ​ຕ່າງໆ​ຂອງ​ຊາວ​ເຜົ່າ​ມົ້ງ, ​ເຜົ່າ​ຢາ​ວ... ຢູ່​ອ້ອມ​ແອ້ມ​ເທດ​ສະບານຊາ​ປາ, ​ເມື່ອ​ກັບ​ມາ​ໃນຍາມ​ກາງ​ເວັນກໍ່​ແມ່ນ​ຈຸ​ດ​ເວລາ​ທີ່ນັກ​ທ່ອງ​ທ່ຽວ​​​ໄດ້ຮັບ​ປະທານ​​ອາຫານ​ຫຼາຍ​ເຍື່ອງທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ຊາ​ປາ ຊຶ່ງ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ຂອງ​ແຂວງ ລາວ​ກາຍ. ​​ແລະ ຖະຫນົນ​ຂາຍ​ເຍື່ອງ​ອາຫານ​ປິ້ງ​ແມ່ນ​ການ​ເລືອກ​ເຟັ້ນທຳ​ອິດຂອງ​ນັກ​ທ່ອງ​ທ່ຽວ.

        ຍ່າງ​​ເລາະລຽບ​ຕາມ​ຖະຫນົນ ຊວນ​ວຽນ, ຟານ​ຊີ​ຟັງ, ຮ່າ​ມຣົ່ງ, ​ເຂດ​ຕະຫລາດ​ອາຫານ​ການ​ກິນ, ນັກ​ທ່ອງ​ທ່ຽວ​ຜູ້​ໃດ​ກໍ​ຢາກ​ເຂົ້າ​ຮ້ານ​ອາຫານ​ປິ້ງ ຍ້ອນ​ລົດ​ຊາດ​ຂອງ​ຊິ້ນ​ປິ້ງ​​ແມ່ນສ້າງ​ຄວາມ​ດຶງ​ດູດ​. ຄວາມ​ຈ​ິງ ບັນດາ​ຮ້ານ​ອາຫານ​ປິ້ງ​ຢູ່​ທີ່ນີ້​ ມີ​​​ເນື້ອ​ທີ່ຄັບແຄບ​ຫລາຍ ສາມາດວາງ​​ໂຕະ​ໄດ້ 3, 4 ໜ່ວຍ​ເທົ່າ​ນັ້ນ. ບັນດາ​ຮ້ານອາຫານ​ປິ້ງຢູ່ ຊາ​ປາ ບໍ່​ໄດ້​ຮັບ​ການ​ປະດັບ​ປະດາ​ຄື​ຮ້ານ​ອາຫານ​ອື່ນໆ ​ແຕ່​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່ນັກ​ທ່ອງ​ທ່ຽວ​ນັ້ນ​ແມ່ນ​​ ໂຕະ​ວາງ​ຂາຍອາຫານ​ປິ້ງ​ນັບ​ຮ້ອຍ​ເຍື່ອງ ​ແລະ ຖ້າ​ຫາກ​ນັກ​ທ່ອງ​ທ່ຽວ​ມີ​ເວລາ​ພັກຜ່ອນ​ຢູ່​ທີ່​ນີ້​ຫນຶ່ງ​ສັບປະດາ​ກໍ່​ບໍ່​ສາມາດຊີມໄດ້​ໝົດ. ​ຕອນ​ທີ່ພວມນັ່ງ​ລໍຖ້າ​ອາຫານ​ປິ້ງ, ອ້າຍ ຫງວຽນ​ຫາຍ ນັກ​ທ່ອງ​ທ່ຽວ​ມາ​ຈາກ ນະຄອນຫລວງ ຮ່າ​ໂນ້ຍ ​ເວົ້າ​ວ່າ: ອາຫານ​ປິ້ງ ຢູ່ ຊາ​ປາ ມີ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ ຈາກ​ລົດ​ຊາດ​ຕະຫລອດ​ຮອດ​ບັນຍາກາດ.

        “​ເມື່ອ​ກິນ​ອາຫານ​ປິ້ງ​ຢູ່​ທີ່​ນີ້ ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ນັ້ນ​ແມ່ນ​ນັ່ງ​ຢູ່​ກາງ​ແຈ້ງ ​ໄດ້​ເຈືອ​ຈານ​ກັບ​ທຳ​ມະ​ຊາດ. ບາງ​ເທື່ອ​ອາກາດ​ຫນາວ​ຈັດ, ນ້ຳ​ໝອກ​ຫລາຍ ​ແຕ່​ໄດ້​ນັ່ງ​ຄຽງ​ຂ້າງເຕົາ​ຖ່ານ ດື່ມ​ເຫລົ້າ​ກິນ​ອາຫານ​ປິ້ງ​ແມ່ນ​ສະບາຍ​ທີ່​ສຸດ. ພວກ​ຂ້າພະ​ເຈົ້າ​ເລືອກ​ເອົາໄກ່​ປິ້ງຂອງ​ຊາວ​ເຜົ່າ​ມົ້ງ ​ແລະ ຜັກ​ປິ້ງ. ບັນດາ​ເຍື່ອງ​ອາຫານ​ນີ້​ມີພຽງ​ຢູ່ ຊາ​ປາ.”

ບໍລິການອາຫານປິ້ງ ຢູ່ ຊາປາ - ảnh 2
ອາຫານປິ້ງ ຢູ່ ຊາປາ
ພາບ: internet

        ອາຫານ​ການ​ກິນ​ຂອງ ຊາວຊາ​ປາ ​ແມ່ນ​ເຍື່ອງ​ອາຫານ​​ເຜັດ ​ແລະ ​ມີ​ນ້ຳມັນ. ​ເພາະ​ສະ​ນັ້ນ ອາຫານ​ປິ້ງ​ແມ່ນ​ການ​ເລືອກ​ເຟັ້ນທຳ​ອິດ​ຂອງ​ນັກ​ທ່ອງ​ທ່ຽວ. ນອກ​ນັັ້ນ ຍັງ​ມີ​ເຍື່ອງ​ອາຫານ​ປະ​ເພດ​ຕ່າງໆ​ກໍ​ລ້ວນ​ແຕ່​​ຖືກ​ປິ້ງ​ໝົດ. ອາຫານ​ປິ້ງ​ນັບ​ຮ້ອຍ​ເຍື່ອງ​ນັ້ນ ​ແຕ່ລະ​ເຍື່ອງ​ມີ​ລົດ​ຊາດ​ສະ​ເພາະ. ​ເອື້ອຍ ​ແທນ​ເຮືອງ ​ນັກ​ທ່ອງ​ທ່ຽວ​ຜູ້​ຫນຶ່ງ​ໃຫ້​ຮູ້​ວ່າ:

        “ອາຫານ​ປິ້ງ​​ເຍື່ອງ​ໃດ​ກໍ​ແຊບ, ​ແຕ່​ບໍ່ສາມາດ​ຮັບ​ປະທານ​ທຸກ​ເຍື່ອງ​ໄດ້. ຕ້ອງ​​ໄປ​ຊາ​ປາ​ຫລາຍ​ເທື່ອ​ຈຶ່ງ​ຊີມ​ໝົດ​ໄດ້. ທິວທັດ​ທຳ​ມະ​ຊາດ​ຢູ່ ຊາ​ປາ ​ແລະ ອາ​ຫາ​ການ​ກິນ​ຢູ່​ທີ່​ນີ້​ແມ່ນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫລາຍ.”

        ​ນັ່ງ​​ຂ້າງເຕົາ​ຖ່ານ, ປິ້ງ​​ອາຫານເຍື່ອງທີ່​ແຊບ​ນົວ​​ ດ້ວຍ​ລົດ​ຊາດ​ສະ​ເພາະ ​ໃນ​ອາກາດ​ເຢັນ​ສະບາຍ​ຢູ່ ຊາ​ປາ ແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ແລະ ຍ້ອນ​ເຫດ​ນັ້ນ ນັກ​ທ່ອງ​ທ່ຽງ​ຈຶ່ງມາ​ຢ້ຽມຢາມ ຊາ​ປາ​ນັບ​ມື້​ນັບ​ຫລາຍ, ​ເປັນ​ຕົ້ນ​ໃນ​ວັນ​ສຸກ​ວັນ​ເສົາ​. ອ້າຍ ຮ່ວາງ​ເທືອງ,​ ຜູ້ນຳ​ທ່ຽວ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເປັນ​ຜູ້ນຳ​ທ່ຽວ​ໃນ​ຫລາຍ​ປີ​ແລ້ວ, ​ແລະ ​ເທື່ອ​ໃດ​ມາ​ຢ້ຽມຢາມ​ຊາ​ປາ ກໍ​ເຫັນ​ວ່າ​ນັກ​ທ່ອງ​ທ່ຽວ​ທຸກ​ຄົນ​​ໃຜ​ໆ​ກໍ​ນິຍົມ​ອາຫານ​ການ​ກິນ​ຢູ່​ທີ່​ນີ້. ​ເປັນ​ຕົ້ນ​ໃນ​ຍາມ​ກາງ​ເວັນ, ​ເມື່ອ​ພາ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ້ານ​ອາຫານ​ປິ້ງ ​​ເຫັນ​ວ່າເຂົາ​ເຈົ້າ​ມັກ​ກິນ​ທຸກ​ເຍື່ອງ​.”

        ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງອາຫານ​ການ​ກິນ​ຢູ່​ເຂດ​ພູ​ສູງ, ພິ​ເສດ​ແມ່ນອາຫານ​ປິ້ງ​ ໄດ້ ​ແລະ ພວມ​ສ້າງ​ເປ​ັນ​ວັດທະນະທຳ​ພິ​ເສດສະ​ເພາະ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ ຊາ​ປາ. ນັກ​ທ່ອງ​ທ່ຽວ​ຜູ້​​ໃດ​ມາ​ຢ້ຽມຢາມ​ຊາ​ປາ ​ແລະ ຮັບ​ປະທານ​ອາຫານ​ຢູ່​ທີ​້ນີ້​ແລ້ວ ຍາກ​ທີ່​ຈະຫລົງ​ລືມ​ໄດ້. ອາຫານ​ປິ້ງ​ຂອງ​ຊາ​ປາຄ່ອຍໆ​ກາຍ​ເປັນ​ເຄື່ອງໝາຍກາ​ນຄ້າ, ມີ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ​​ແຫ່ງ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ