ປີທ່ອງທ່ຽວແຫ່ງຊາດ 2012

ປີ 2012 ຈະ​ສ້າງ​ບາດກ້າວ​ບຸກທະລຸໃຫ​້​ແກ່​ຂະ​ແຫນງ​ທ່ອງ​ທ່ຽວ​ຂອງ​ນະຄອນ​ເຫວ້ ດ້ວຍ 2 ​ເຫດການ: ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2012 ພາຍ​ໃຕ້​ຫົວ​ຂໍ້ວ່າ “ທ່ອງທ່ຽວ​ມໍລະດົກ“ ​ແລະ Festival ​ເຫວ້ - ຊຶ່ງ​ແມ່ນ​ເຫດການ​ວັດທະນະທຳ​ລະດັບ​ຊາດ ​ແລະ ມີ​ລັກສະນະ​ສາກົນ. ປີ​ທ່ອງ​ທ່ຽວ​​ແຫ່ງ​ຊາດ 2012 ​ແມ່ນ​ກາລະ​ໂອກາດ​ທີ່​ດີ ​ເພື່ອ​ໃຫ້​ນະຄອນ​ເຫວ້ ​ແນະນຳ ​ແລະ ​ໂຄສະນາ​ບັນດາ​ຄຸນຄ່າ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ​ແລະ ມີ​ຮູບ​ຮ່າງ, ລະບົບ​ບັນດາ​ມໍລະດົກ​ວັດທະນະທຳ, ທຳ​ມະ​ຊາດ​ທີ່​ເປັນ​ເອກະລັກ ​​ໄດ​້ ຮັບ​ການ​ສ້າງ​ຂຶ້ນ​ໃນ​ວິວັດ​​ແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ​ບັນດາ​ເມືອງ​ຫລວງ​ຫວຽດນາມ ຜ່ານ​​ແຕ່ລະ​ໄລຍຸກສ​ະ​ໄຫມ ​ໃນ​ນັ້ນ ມີ​ກຸງ​ເກົ່າ​ເຫວ້ ກັບ​ເພື່ອນ​ມິດສາ​ກົນ.

        ​ເພື່ອ​ກະກຽມ​ໃຫ້​ແກ່​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2012,​ທ່ານ ຟານ​ຕຽນ​ຢູງ ອຳນວຍ​ການ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ແຂວງ​ເທື່ອ​ທຽນ​ເຫວ້, ກຳມະການ​ປະຈຳ ຄະນະ​ຈັດ​ຕັ້ງ ​ໃຫ້​ຮູ້​ວ່າ: ແຂວງ​ເທື່ອ​ທຽນ​ເຫວ້ ພວມຜັນ​ຂະຫຍາຍ​ວຽກ​ງານໂຄສະນາ ​ຢ່າງ​ຕັ້ງຫນ້າ​. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ​ເທື່ອ​ທຽນ​ເຫວ້ ຈະ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ການທ່ອງທ່ຽວ​ສາກົນ​ຢູ່ ຍີ່​ປຸ່ນ ​ແລະ ​ໄທ ​ເພື່ອ​ໂຄສະນາ​ ບັນດາ​ລາຍການ​ຂອງ​ປີ​ທ່ອງ​ທ່ຽວ  2012 ຢ່າງ​ກວ້າງຂວາງ​. ນອກ​ນັ້ນ, ທາງ​ແຂວງ​ກໍ​ຈະ​ຈັດ​ຕັ້ງ​ການ​ແນະນຳ​ນະ​ຄອນ​ເຫວ້ ຢູ່ ນະຄອນ ​ໂຮ່ຈິ​ມີນ, ຮ່າ​ໂນ້ຍ, ​ເຫ​ງ້ອານ. ພື້ນຖານ​ໂຄງ​ລ່າງດ້ານ​ການ​ທອ່ງທ່ຽວ ​ແລະ ບໍ​ລິ​ການ​ການທ່ອງທ່ຽວ ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດຈາກ​​ແຂວງ​ເທື່ອ​ທຽນ​ເຫວ້ ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ປະດັບ​ປະດາ​ເຂດ​ຕົວ​ເມືອງ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເມື່ອ​ເຂົ້າ​ມາ​ຢ້ຽມ​ຊົມ​ເຫວ້. ທ່ານ ຟານ​ຕຽນ​ຢູງ ອຳນວຍ​ການ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ​ແຂວງ ​​ເທ່ືອ​ທຽນ​ເຫວ້ ​ໃຫ້​ຮູ້​ວ່າ:

“ປະຈຸ​ບັນ, ​ແຂວງ​ເທື່ອ​ທຽນ​ເຫວ້ ​ໄດ້​ກໍ່ສ້າງ​ສຳ​ເລັດ​ໂຄງການ​ປະດັບ​ປະດາ​ຕົວ​ເມືອງ ​ແລະ ຍົກ​ລະດັບ​ບັນດາ​ຫນ້າ​ວຽກ​ຢູ່​ສະຫນາມ​ບິນ ຟູ​ບ່າຍ,​ ສະ​ນັ້ນ ທຸກ​ລະບົບ​ ສາຍ​ການບິນ​​ໄປ​ຍັງເຫວ້ ​ໄດ້​ຮັບ​ການ​ຕິດ​ຕັ້ງ​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຕອບສາມາດ​ຮອງ​ຮັບບັນດາ​ສາຍ​ການບິນ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ. ສ່ວນ​ທ່າ ກຳ​ປັ່ນ ​ເຈີ​ນ​ເມີຍ ​ເຊິ່ງແມ່ນ​ທ່າ​ກຳ​ປັ່ນ​ໃຫຍ່ ​ແລະ​ສາມາດ​ຮັບ​ກຳ​ປັ່ນ​ທີ່​ບັນທຸກ​ສິນຄ້າ​ໄດ້ 30.000 ​ໂຕນ​ເຂົ້າ​ທຽບ​ທ່າ​ກໍ່​ໄດ້​ຮັບ​ການ​ລົງທຶນ. ສະ​ເພາະ​ເດືອນ 12, ມີ​ກຳ​ປັ່ນ​ເຂົ້າ​ທຽບ​ທ່າ 25 ຖ້ຽວ, ຂົນ​ສ່ົງ​ຜູ້​ໂດຍສານ ​ແຕ່ 1500 - 2300 ຄົນ/ລຳ ​ເພື່ອ​ເຊື່ອມ​ຈອດ​ບັນດາ​ທ່າ​ກຳ​ປັ່ນ​ໃຫຍ່​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ.“

ປີທ່ອງທ່ຽວແຫ່ງຊາດ 2012  - ảnh 1


        ສະຖານ​ທີ່​ພັກ​ເຊົາ ກໍ​ແມ່ນ​ຫນ້າ​ວຽກ​ຊຶ່ງ​ແຂວງ​ເທ່ືອ​ທຽນ​ເຫວ້​ມີ​ຄວາມ​ເອົາ​ໃຈ​ໃສ່​ລົງທຶນ. ທ່ານ ຟານຕຽນ​ຢູງ ຢືນຢັນ​ວ່າ: ຄ່າ​ຫ້ອງ​ພັກ​​ໃນໂຮງ​ແຮມ​ຢູ່ ​ເຫວ້ ບໍ່​ມີ​ການ​ປ່ຽນ​ແປງ​ປານ​ໃດ​ໃນ​ໂອກາດ​ງານ​ບຸນ​ໃຫຍ່ ​ແລະ ສາມາດ​ຮອງ​ຮັບ​ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ​​ເຫວ້ ​ໃນ​ປີ​ທ່ອງ​ທ່ຽວ 2012 ​ໄດ້.

        “ປະຈຸ​ບັນ ມີ​​ໂຮງ​ແຮມ​ກວ່າ 200 ​ແຫ່ງ ດ້ວຍ​ຈຳ​ນວນຫ້ອງ​ພັກ 8000 ຫ້ອງ, ​ເຮືອນ​ພັກ 140 ​ແຫ່ງ ດ້ວຍຫ້ອງ​ພັກ 3000 ຫ້ອງ. ​ເປັນ​ອັນວ່າ ​ແຂວງ​ເທື່ອ​ທຽນ​ເຫວ້ ມີ ຫ້ອງ​ພັກທັງ​ໝົດ 11.000 ຫ້ອງ ​ສາມາດຮັບປະກັນ​ບ່ອຍ​ພັກ​ໃຫ້​ແກ່ນັກ​ທ່ອງ​ທ່ຽວ​ ຢ່າງ​ພຽງພໍ​ໃນ​ງານ​ບຸນ​ໃຫຍ່​ຕ່າງໆ.“

        ກ່ຽວ​ກັບ​ການ​ກຳນົດ​ທິດ​ຍຸດ​ທະ​ສາດ​ພັດທະນາ​ບໍລິການທ່ອງທ່ຽວ ​ໄລຍະ 2011 -2020, ​ເທື່ອທຽນ​ເຫວ້ ສຸມ​ໃສ່​ບູລິ​ມະ​ສິດ​ແກ່​ການ​ພັດທະນາ​ບັນດາ​ລາຍການ​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ເທື່ອ​ທຽນ​ເຫວ້ ຜ່າ​ນສາຍ: ຮ່າ​ໂນ້ຍ - ​ເຫວ້, ​ເກີນ​ເທີ - ນະຄອນ ​ໂຮ່ຈິ​ມີນ - ​ເຫວ້, ​ເສັ້ນທາງ​ບົກ​ເຊື່ອມ​ຕໍ່​ອາຊີ. ຄຽງ​ຂ້າງ​ນັ້ນ ​ເທື່ອ​ທຽນ​ເຫວ້ ກໍ​ເອົາ​ໃຈ​ໃສ່​​ເຖິງ​ບັນດາ​ຜະລິດ​ຕະພັນ, ບໍລິການ​ທ່ອງ​ທ່ຽວທີ່​ເປັນ​ເອກະລັກ ​ຂອງ​ແຂວງ ​ເພື່ອ​ສ້າງ​ຄວາມ​ແຕກ​ຕ່າງ​ກັນ, ສ້າງ​ເຄື່ອງໝາຍ​ທ່ອງທ່ຽວ​ສະ​ເພາະ.

        ພິ​ເສດ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2012 ​ແມ່ນຕິດ​ພັນ​ກັບ Festival ​ເຫວ້ ດ້ວຍ​ຫົວ​ຂໍ້​ວ່າ: ມໍລະດົກ​ວັດທະນະທຳ ກັບ​ການ​ເຊື່ອມ​ໂຍງ ​ແລະ ​ພັດທະນາ ແມ່ນຈຸດ​ນັດ​ພົບ​ບັນດາ​ຕົວ​ເມືອງ​ປະຫວັດສາດ. ​ແມ່ນ​ກາລະ​ໂອກາດ​ໃຫຍ່​ເພື່ອ​ໂຄສະນາ​ນະຄອນ​ເຫວ້ ​ຊຶ່ງ​ແມ່ນ​ນະຄອນ​ວັດທະນະທຳ ມໍລະດົກ  Festivval  ທັງ​ແມ່ນນະຄອນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ. ທ່ານ ຫງວຽນ​ຢູຍກຮ່ຽນ ອຳນວຍ​ການ​ສູນ Festival ​ເຫວ້ ​ໃຫ້​ຮູ້​ວ່າ:  Festival ​ເຫວ້ ປີ 2012 ​ໄດ້​ເຕົ້າ​ໂຮມ​ຫລາຍລາຍການ​ສິລະ​ປະ​ທີ່​ພົ້ນ​​ເດັ່ນ​ຂອງ​ຫວຽດນາມ ​ແລະ ຂອງ​ປະຊາ​ຊາດ​ອື່ນ.

“ບັນດາ​ລາຍການ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ ກອງ​ສິລະ​ປະກອນ​ກວ່າ 30 ຄະນະ ​ແລະ ນັກ​ສິລະ​ປີນ​ທີ່​ມີ​ຊຶ່ສຽງ​ຂອງນັບ 10 ປະ​ເທດ ທີ່ມາ​ຈາກ 5 ທະວີບ ຈະ​ເຕົ້າ​ໂຮມ​ກັນ ຢູ່ Festival ​ເຫວ້ ປີ 2012.“

        ກະຊວງ​ການ​ຕ່າງປະ​ເທດ ຊຶ່ງ​ແມ່ນ​ຫົວຫນ່ວຍ​ສົມທົບກັນ​ຊີ້​ນຳ​ການຈັດ​ຕັ້ງ Festival ​ເຫວ້ ​ນັບແຕ່​ຄັ້ງ​ທຳ​ອິດ​ເມື່ອ​ປີ 2000. ດ້ວຍ​ຈຳນວນ​ບັນດາ​ປະ​ເທດ​ໃນ​ໂລກ​ເຂົ້າ​ຮ່ວມ​ນັບ​ມື້​ນັບ​ຫລາຍ, Festival ​ເຫວ້ ​ໄດ້​ກາຍ​ເປັນ​ສະຖານ​ທີ່​ເຕົ້າ​ໂຮມ​ພື້ນຖານ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາປະຊາ​ຊາດ, ​ຊົນ​ເຜົ່າ​ທີ່​ແຕກ​ຕ່າງ​ກັນ. ສະ​ນັ້ນ ກະຊວງ​ການ​ຕ່າງປະ​ເທດ ກໍ​ລະດົມ​ບັນດາ​ອົງການ​ທູຕານຸທູດ, ອົງການ​ວັດທະນະທຳ ການທ່ອງທ່ຽວ​ຂອງ​​ປະ​ເທດຕ່າງໆ ນ​ຳ​ເຜີຍ​ແຜ່ພາ​ບພົດ Festival ​ເຫວ້ ອອກ​ສູ່​ໂລກ.

      “ປີ 2012, ກະຊວງ​ການ​ຕ່າງປະ​ເທດ ມີ​ຂໍ້​ລິ​ເລີ່​ມນຳ Festival ​ເຫວ້ ກາຍ​ເປັນ​ການ​ເຄື່ອນ​ໄຫວ​ພິ​ເສດ​ໃນ​ຂອບ​ເຂດ​ເວທີ​ປາ​​ໄສ​ວັດທະນະທຳ​ຂອງ​ອາຊີ​ຕາ​ເວັນ​ອອກ ​ແລະ ອາ​ເມ​ລິ​ກາ​ລາຕີ​ນ. ບັນດາ​ປະ​ເທດ​ສະມາຊິກ ຂອງ​ສອງ​ພາກ​ພື້ນ​ນີ້ ລ້ວນ​ແຕ່​ສະ​ຫນັບ​ສະ​ຫນູນ ​ແລະ ປາດ​ຖະຫນາ​ຢາກ​ເຂົ້າ​ຮ່ວມ Festival ​ເຫ້ວ. ອາດ​ຈະ​ເວົ້າ​ໄດ້​ວ່າ: Festival ​ເຫວ້ ​ໄດ້​ສ້າງ​​​ເປັນຂີດ​ໝາຍ ທັງ​ແມ່ນ​ຈຸ​ດນັດ​ພົບ​ຂອງ​ຫລາຍ​ປະ​ເທດທີ່​ມີ​ຄວາມ​ປາດ​ຖະຫນາ​ຢາກ​ພົບ​ປະ​ແລກປ່ຽນ​ນຳ​ກັນ.“

        ປີ 2012, ​ເທ່ືອ​ທຽນ​ເຫວ້ ຄາດ​ວ່າ ຈະ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ກວ່າ 2 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 17% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2011, ​ໃນ​ນັ້ນ ມີນັກ​ທ່ອງ​ທ່ຽວ​ສາກົນ 900.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 15% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ​ແລະ ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 1.3 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 18% ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່າຍ. ຍອດ​ລາຍ​ຮັບຈາກ​ການທ່ອງທ່ຽວ​ປີ 2012 ຄາດ​ວ່າ ຈະບັນລຸ​ກວ່າ 2.200 ຕຶ້ດົງ, ​ເພີ່ມ​ຂຶ້ນ ກວ່າ 30% ​ເມື່ອ​ທຽບ​ໃສ່​ປີ 2011./.

                                                                                                                                                                               ລານ​ແອ​ງ

 

ຕອບກັບ

ຂ່າວ/ບົດ​ອື່ນ