ປື້ມສູດ, ພາບບູຊາ, ຊັບສົມບັດອັນລ້ຳຄ່າຂອງຊາວເຜົ່າ ຊ໋ານຈີ


(vovworld) - ສຳລັບ​ຊາວ​ເຜົ່າ ຊ໋ານຈີ, ປື້​ມສູດ ​ແລະ ພາບ​ບູຊາ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຊັບ​ສົມບັດອັນ​ລຳ້​ຄ່າ​ທີ່​ສຸດ. ​ແຕ່ລະ​ຮູບ​ການ​ບູຊາ​ຂອງ​ຊາວ​ເຜົ່າ ຊ໋ານຈີ ກໍ່​ມີ​ບົດສູດ​ສະ​ເພາະ. ສ່ວນ​ພາບ​ບູຊາ​ບໍ່​ແມ່ນວ່າ​ ຍາມ​ໃດ​ຢາກ​ແຂວນກໍ່​ນຳ​ມາ​ແຂວນ​ໄດ້, ຫາກຕ້ອງ​​ເຮັດ​ພິທີ​ກ່ອນຈຶ່ງ​ສາມາດ​ແຂວນ​ໄດ້. ບົດ​ຂຽນ​ຂອງ​ນັກ​ຂ່າວ ​ແອ໋ງຮວ່ຽນ.

ປື້ມສູດ, ພາບບູຊາ, ຊັບສົມບັດອັນລ້ຳຄ່າຂອງຊາວເຜົ່າ ຊ໋ານຈີ - ảnh 1

ພາບບູຊາຂອງຊົນເຜົ່າ

(ອິນເຕີແນດ)

        ຊາວ ຊ໋ານຈີ​ ມີ​ປື້​ມສູດຊຸດ​ໜຶ່ງອັນລຳ້​ຄ່າ​ທີ່​ສຸດ. ​ເນື້ອ​ໃນ​ຂອງ​ແຕ່​ລະ​ບົດ​​ແມ່ນ​ໄດ້ຂຽນ​ດ້ວຍ​ພາສາ​ນົມ (ພາສາ​ຫວຽດ​ເດີມ). ຊາວ​ເຜົ່າ ຊ໋ານຈີ ຮັກສາ​ປື້​ມສູດຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ​ເມື່ອ​ບໍ່​ບູຊາ​ ເຂົາ​ເຈົ້າ​​ເກັບມ້ຽນ​ໄວ້​ໃນ​ກັບ​ທີ່​ຟອກ​ດ້ວຍ​ເງິນ​ຄຳ ​ ​ແລະ ວາງ​​ໄວ້ເທິງ​ແທ່ນ​ບູຊາ. ​ໃນ​ຄອບຄົວ​ພຽງ​ແຕ່​ຜູ້​ຊາຍ, ທີ່​ເປັນ​ເຈົ້າ​ຂອງ​ຄອບຄົວ​ຈຶ່ງ​ສາມາດນຳ​ໃຊ້​ປື້​ມສູດ​. ສ່ວນ​ຜູ້ຍິງ​ແມ່ນ​ບໍ່​ໄດ້. ດຣ. ​ເຈິ່ນບິ່ງ, ອາຈານ​ສອນ​ຢູ່​ມະຫາວິທະຍາ​ໄລ​ວັດທະນະທຳ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “​ສຳລັບເລື່ອງ​ບູຊາ​ຂອງ​ຊາວ​ເຜົ່າ ຊ໋ານຈີ, ຂ້າພະ​ເຈົ້າ​ຖື​ວ່າ​ບົດ​ສູດ​ແມ່ນ​ສຳຄັນ​ທີ່​ສຸດ. ຄອບຄົວ​ໃດ​ກໍ່​ມີ​ກັບ​​ຟອກ​ດ້ວຍ​ເງິນ​ຄຳອັນ​ໜຶ່ງ​ເພື່ອ​ເກັບ​ມ້ຽນ​ປື້​ມທັງ​ໝົດ​ຂອງ​ຄອບຄົວນັ້ນ, ​ເຊັ່ນ​ປື້​ມປະ​ເພນີ​ຈັດ​ພິທີ​ງານ​ສົບ, ງານ​ດອງ, ​ເກີດ​ລູກ, ປື້​ມດູ​ມໍວັນ​ເດືອນ, ປີ, ປື້​ມ​ເພງ​ພື້ນ​ເມືອງ. ​ແຕ່​ໜ້າ​ເສຍດາຍ​, ປະຈຸ​ບັນ​ລູກ​ຫຼານ​ພັດ​ອ່ານ​ບໍ່​ໄດ້, ສ່ວນບັນດາ​ນັກ​ຄົ້ນ​ຄ້ວາ​ກໍ່​ບໍ່​ຮູ້​ຕົວ​ໜັງສື​ນັ້ນ​ເລີຍ“.

        ​ຊາວ​ເຜົ່າ ຊ໋ານຈີ  ບໍ່​ແມ່ນ​ວ່າ​ຜູ້​ໃດ​ກໍ່​ສາມາດອ່ານ​ເນື້ອ​ໃນ​ບົດສູດ​ທັງ​ໝົດ​ໄດ້, ຫາກມີ​ພຽງ​ບາງ​ຄົນ​ສາມາດສູດ​ໄດ້​ເທົ່າ​ນັ້ນ. ສິ່ງ​ດັ່ງກ່າວ​ໄດ້​ພາ​ໃຫ້​ຫຼາຍ​ຄົນ​ຄື​ທ່ານ ​ເລິ​ມວັນ​​ແອວ​ງ, ຄູ​ສອນ​ຢູ່​ເມືອງ​ລູກ​ງ້າ​ນສົນ​ໃຈ​ຫຼາຍ.

        “ປື້​ມສູດ​ກໍ່​ມີ​ຫຼາຍ​ປະ​ເພດ, ສູດ​ບັນພະບຸລຸດ, ສູດ​ປະຊາ​ຄົມ, ສູດ​ໃຫ້​ທັງ​ຕາ​ແສງ…ຜູ້​ໃດຢາກ​ຮູ້​ຈັກສູດ ​ແມ່ນ​ຕ້ອງ​ອາ​ໄສ​ໝໍ​ຜີຜູ້​ມີ​ຊື່​ສຽງ​ໃນ​ບ້ານ​ສອນ​ໃຫ້. ປະຈຸ​ບັນ, ໝໍ​ຜີກໍ່​ບໍ່​ມີ​ຫຼາຍ​ຄົນ​ຄື​ແຕ່​ກ່ອນອີກ, ດັ່ງ​ນັ້ນ​ລຸ້ນໜຸ່ມ​ຈຶ່ງຕ້ອງ​ຮຽນ​ເອງ ​ເພື່ອຮູ້​ປະ​ເພນີ ​ແລະ ​ສາມາດສູດບູຊາ​ບັນພະບຸລຸດ​ໃນ​ໂອກາດ​ວັນ​ບຸນ​ຕ່າງໆ​ໄດ້. ທັງ​ປະກອບສ່ວນ​ຮັກສາ​ບໍ່​​ໃຫ້​ບົດ​ສູດເສື່ອ​ມຫາຍ​ໄປ​“          

      ນອກຈາກປື້ມສູດແລ້ວ, ພາບບູຊາກໍ່ແມ່ນຊັບສົມບັດອັນລໍ້າຄ່າຂອງຊາວເຜົ່າ ຊ໋ານຈີອີກດ້ວຍ.  ບໍ່ແມ່ນວ່າ ຍາມໃດເຂົາເຈົ້າກໍ່ນຳພາບບູຊາມາແຂວນ, ຫາກຮອດວັນບຸນເຂົາເຈົ້າຈຶ່ງຈັດພີທີເປີດພາບອອກ. ເນື້ອໃນພາບບູຊາກໍ່ອຸດົມສົມບູນທີ່ສຸດເຊັ່ນ: ພາບຝົນຕົກ,ຟ້າຮ້ອງ,ຟ້າແລບ, ພາບພະພຸດທະເຈົ້າ, ເທວະດາ, ພາບບູຊາຜູ້ປະດິດອາຊີບ ກະສິກຳ,ອາຊີບລ້ຽງສັດ, ອາຊີບການຢາ... ຕາມດຣ. ເຈິ່ນບິ່ງແລ້ວ, ພາບບູຊາມີບົດບາດໃຫຍ່ທີ່ສຸດໃນຊີວິດດ້ານຈິດ ວີນຍານຂອງຊາວເຜົ່າ ຊ໋ານຈີ.

      "ບາງເທື່ອແຕ້ມທັງ 3 ຊັ້ນ, ເຊັ່ນແດນສະຫວັນ, ໂລກມະນຸດ, ​ເມືອງ​ບາ​ດານ, ຢາກໃຫ້ຟ້າແຖນລົງມາແມ່ນຕ້ອງມີ​ຮູບພາບເທວະດາ, ຢາກບູຊາພະເຈົ້າແມ່ນຕ້ອງນຳເອົາພາບພະພຸດທະ​ເຈົ້າມາແຂວນ.      ຢາກບູຊາໂລກມະນຸດ ແມ່ນຕ້ອງມີພາບສັດສາວາສິ່ງ.   ໃນການເຊື່ອຖື,  ທຸກຊົນເຜົ່າລ້ວນແຕ່ຄືກັນ.  ຢາກເຊີນບັນດາເທວະດາຟ້າແຖນ ມາແມ່ນຕ້ອງສ້າງສະພາບ​ແວດ​ລ້ອມ​ຄື​ຢູ່​ແດນ​ສະຫວັນ ເທວະດາຈຶ່ງລົງມາ".

       ຊາວເຜົ່າ ຊ໋ານຈີ ແຂວນພາບເທວະດາກະສິກຳ ແລະ ທີ່​ດີ​ນຢູ່ຝາ ເຮືອນ, ໃກ້ກັບປະຕູຫຼັກ, ບ່ອນ​ທີ່​ເຈົ້າ​ຂອງ​ເຮືອນ​ເຄີຍ​ນັ່ງດ້ວຍຄວາມເຄົາ ລົບ.  ຢູ່ໃຕ້ພາບບູຊາມີກະຈາ​ດຮຳເຂົ້າໃໝ່,  ພາບເທວະດາກະສິກຳ ແລະ  ທີ່​ດິນມີຄວາມໝາຍອິນຢ໋າງ,ດິນຟ້າປອງດອງກັນ.ນອກຈາກແຂວນພາບໃນພິທີບູຊາຈຳນວນໜຶ່ງເຊັ່ນ: ພິທີງານສົບ, ງານດອງ, ພິທີຮັບ​ຮູ້ການເຕີບໃຫຍ່ຂອງຜູ້ຊາຍ... ​ແລ້ວ,ຊາວເຜົ່າຊ໋ານຈີ ຍັງແຂວນພາບບູຊາໃນໂອກາດ ບຸນປີໃໝ່ປະຈຳຊາດເພື່ອພາວະນາຂໍໃຫ້ປີໃໝ່ປະສົບແຕ່ຄວາມໂຊກດີ, ມີຄວາມ ຜາສຸກ ແລະ ວັດທະນາຖາວອນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ