ປະເພນີຕັ້ງຊື່ຂອງຊາວເຜົ່າໄຢ໋


(vovworld) - ​ໃນ​ການ​ດຳລົງ​ຊີວິດຂອງ​ຊາວ​ເຜົ່າ​ໄຢ໋, ຍາມ​ໃດ​​ເຂົາ​ເຈົ້າກໍ່​ເອົາໃຈໃສ່ເປັນພິເສດເຖິງເດັກນ້ອຍ. ຕາມທັດສະນະຂອງຊາວເຜົ່າໄຢ໋, ເມື່ອ​ເດັກ​ແຕ່ລະຄົນໄດ້ຮັບການກຳເນີດ, ຈະສ້າງ​ຄວາມເບິກບານມ່ວນຊື່ນ​ໃຫ້​ທັງວົງ​ຕະກູນ. ຄວາມ​ມຸ່ງຫວັງ​ຂອງ​ເຂົາ​ເຈົ້າສະ​ແດງ​ອອກ​ຜ່ານພິທີ​ຕັ້ງ​ຊື່​ໃຫ້​ເດັກນ້ອຍ, ນີ້​ແມ່ນ​ພິທີ​ພິ​ເສດ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍສີສັນ​ວັດທະນະທຳ​ຂອງ​ຊາວເຜົ່າ​ໄຢ໋,

        ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ໄຢ໋, ​ເດັກນ້ອຍ​ຖືກ​ຕັ້ງ​ຊື່​ເມື່ອ​ອາຍຸ​ເຕັມ​ເດືອນ. ​ຖ້າ​ຕັ້ງ​ຊື່​​ກ່ອນ​ຫຼື​ຫຼັງ​ມື້​ເຕັມ​ເດືອນ​ 1 ວັນ, ຊີວິດຂອງ​ເດັກ​ຈຶ່ງ​ພັດທະນາ​ກວ່າ, ດັ່ງ​ນັ້ນ​ຊາວ​ເຜົ່າ​ໄຢ໋ຈຶ່ງ​ເຄີຍ​ຈັດ​ພິທີ​ຕັ້ງຊື່​ໃຫ້​ເດັກນ້ອຍ​ກ່ອນ​ຫຼື​ຫຼັງ​ມື້ເຕັມ​ເດືອນ​ສອງ, ສາມ​ວັນ, ຊຳ້​ບໍ​ໜຳ, ມີ​ບາງ​ຄອບຄົວ​ຈັດ​ພິທີຕັ້ງ​ຊື່​ພາຍຫຼັງ​ວັນ​ເກີດ​​ເຖິງສອງ, ສາມ​ເດືອນ. ຊາວ​ເຜົ່າ​ໄຢ໋ “ບໍ່ນັບຖື​ຜູ້​ຊາຍ, ດູ​ຖູກຜູ້ຍິງ“, ບໍ່​ຈຳ​ແນ​ກການ​ປະ​ພຶດລະຫວ່າງ​ເດັກ​ຍິງ ​ແລະ ​ເດັກ​ຊາຍ, ​ແຕ່​ພິທີ​ຕັ້ງ​ຊື່​ໃຫ້​ລູກກົກ​ແມ່ນ​ຖືກ​ຈັດ​ຕັ້ງ​ຢ່າງສົມ​ກຽດ​ທີ່​ສຸດ​. ທ່ານ ​​ເສິ່ນອາ​ເຊີນ, ຊາວ​ເຜົ່າ​ໄຢ໋ ຢູ່​ນະຄອນ​ລາວ​ກາຍ, ​ໃຫ້​ຮູ້​ວ່າ:

        “ສຳລັບ​ລູກກົກ, ​ເຂົາ​ເຈົ້າ​ຈະ​ຈັດ​ພິທີ​ຕັ້ງ​ຊື່​ພາຍຫຼັງ​​ເດັກ​ໄດ້​ຮັບ​ການ​ກຳ​ເນີ​ດ​ແຕ່ 30 ​ເຖິງ 33 ວັນ. ​ໃນ​ພິທີ​ເຂົາ​ເຈົ້າ​ເຊີນ​ທັງ​ພີ່ນ້ອງຝ່າຍ​ພໍ່ ​ແລະ ຝ່າຍ​ແມ່​ມາ​ຮ່ວມ“.

ປະເພນີຕັ້ງຊື່ຂອງຊາວເຜົ່າໄຢ໋ - ảnh 1

(ພາບ: ອິນເຕີແນດ)

        ​ເມື່ອ​ທຽບ​ໃສ່​ຊົນ​ເຜົ່າ​ອື່ນໆ, ພິທີ​ຕັ້ງ​ຊື່​ໃຫ້​ເດັກ​ຂອງ​ຊາວ​ເຜົ່າ​ໄຢ໋​ແມ່ນ​ງ່າຍດາຍ​ພໍ​ສົມຄວນ, ບໍ່​ຕ້ອງການ​ມີ​ໝໍ​ຜີ​ທຳ​ພິທີ. ​ເຄື່ອງ​ຂອງ​ບູຊາ​ລວມມີ​ຊີ້ນ​ໝູ, ຊີ້ນ​ໄກ້, ​ເປັດ, ດອກ​ໄມ້. ພາຍຫຼັງ​ແຕ່ງອາຫານ​ສຳ​ເລັດ ​ແລະ ຈັດ​ກຽມ​ເຄື່ອງ​ຂອງ​ບູຊາ​ຮຽບຮ້ອຍ​ແລ້ວ. ຕໍ່​ໜ້າ​ການ​ເປັນ​ສັກຂີ​ພິຍານ​ຂອງ​​ພີ່ນ້ອງ​ທັງ​​ຝ່າຍ​ພໍ່​ ​ແລະ ແມ່, ພິທີ​ຕັ້ງ​ຊື່​ໃຫ້​ເດັກ​ກໍ່​ເລີ່​ມດຳ​ເນີນ​ຢ່າງ​ເປັນ​ທາງ​ການ. ທຳ​ອິດ, ພໍ່​ປູ່​ແມ່​ຍ່າອູ້ມ​ເດັກນ້ອຍ​ມາ​ໄຫວ້​ຕໍ່ໜ້າ​ແທ່ນ​ບູຊາ​ເພື່ອ​ສະ​ເໜີ​ຕໍ່​ບັນພະບຸລຸດ. ທ່ານ ​ເສິ່ນຈ໋າງ, ຜູ້​ຄົ້ນ​ຄ້ວາ​ກ່ຽວ​ກັບ​ຊົນ​ເຜົ່າ​ໄຢ໋, ​ໃຫ້​ຮູ້​ວ່າ:

        “​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ຮັບ​ປະທານ​ອາຫານ, ພໍ່​ແມ່​ເດັກນ້ອຍຈະ​ນຳ​​ເອົາພາ​​​​ໃສ່ເຫຼົ້າສີ 8 ຈອກ, ​ທູບ, ​ຖ້ວຍເຂົ້າວາງໄຂ່​ໄກ່​ຢູ່​ເທິງ​ ເຖິງ​ພາ​ເຂົ້າຂອງ​ບັນດາ​ຜູ້​ມີ​ອາຍຸ​ສູງ, ​ເພື່ອ​ຂໍ​ເຂົາ​ເຈົ້າ​ຊອກ​ຊື່​ໃຫ້​ເດັກ. ພາຍຫຼັງ​ຊອກຊື່​​ໄດ້ແລ້ວ, ຜູ້​ທີ່​ມີອາຍຸ​ສູງສຸດ​ຈຶ່ງ​ຈົກ​ເອົາ​ເຂົ້າສານ​ນ້ອຍ​ໜຶ່ງ​ມາປ່ອຍ​​ລົງໄຂ່​ໄກ​່. ຖ້າ​ເຂົ້າສານ​ຖືກ​ຮັກສາໄວ້​ເທິງ​ໜ່ວຍໄຂ່​​ໄກ່, ໝາຍ​ຄວາມ​ວ່າ​ຊື່​ນັ້ນ​ໄດ້​ຮັບ​ການ​ຮັບຮອງ“.

        ພິ​ເສດ, ຊື່​ຂອງ​ເດັກ​ບໍ່​ໄດ້​ຊຳ້​ກັບ​ຊື່​ຂອງ​ພີ່ນ້ອງ​ຝ່າຍ​ຜົວ ​ແລະ ຝ່າຍ​ເມຍ​ໃນ 3 ​ເຊັ່ນ​ຄົນ. ພາຍຫຼັງຕັ້ງ​ຊື່​ໃຫ້​ເດັກ ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກຍາດຕິ​ພີ່ນ້ອງ​ແລ້ວ. ​ບັນດາ​ຜູ້​ມີ​ອາຍຸ​ສູງຈຶ່ງ​ດື່ມ​ເຫຼົ້າ​ສີໃນ​ພາ​ດັ່ງກ່າວ, ​ແລ້ວມອບ​ຂອງຂວັນ, ອວຍພອນ​​ໃຫ້​ເດັກປະສົບ​ແຕ່​ຄວາມ​ໂຊກ​ດີ. ຂອງຂວັນໃຫ້​ເດັກ​ບາງ​ເທື່ອ​ແມ່ນ​ປອກ​ແຂນ, ​ເງິນ​ຫຼຽນ ຫຼື​ເງິນສົດ, ​ເຂົ້າໜົມ… ​ເພື່ອ​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ຂອງຍາດຕິ​ພີ່ນ້ອງ, ອ້າຍ​ນ້ອງທີ່​ມີ​ຕໍ່​ເດັກນ້ອຍ. ​ໃນ​ພິທີ​ຕັ້ງ​ຊື່​ໃຫ້​ເດັກ​ຂອງ​ຊາວ​ເຜົ່າ​ໄຢ້, ການ​ເຂົ້າ​ຮ່ວມ​ຂອງ​ພີ່ນ້ອງ​ຝ່າຍ​ເມຍ​ແມ່ນ​ຂາດ​ບໍ່​ໄດ້. ທ່ານ ຈ໋າງ, ອະທິບາຍ​ວ່າ:

        “ມີ້​ນັ້ນ, ພີ່ນ້ອງ​ຝ່າຍ​ເມຍ​ຄະນະ​ໜຶ່ງຈະ​ນຳ​ເອົາ​ຂອງຂວັນ, ​ເຊິ່ງລວມມີ​ຜ້າ​ເຈ່ຍ​​ເດັກ, ຜ້າອ້ອມ​ເດັກມາ. ​ເມື່ອ​ພີ່ນ້ອງ​ຝ່າຍ​ເມຍ​ເຫັນ​ດີ​ກັບ​ຊື່​ທີ່​ຕັ້ງ​ໃຫ້​ເດັກ, ​ເຂົາ​ເຈົ້ຈະ​ມອບ​ຊຸດຜ້າ​ເຈ່ຍ​​​ເດັກໃຫ້​ຫຼານ​ຂອງ​ຕົນ. ​ເມື່ອ​ມອບ​ໃຫ້​ຫຼານ, ພີ່ນ້ອງ​ຝ່າຍ​ເມຍ​ຈະ​ຂັບ​ຮ້ອງ​ບົດ​ເພງທີ່​ມີ​ເນື້ອ​ໃນ​​ເວົ້າ​ເຖິງ​ວິວັດ​ການ​ເຮັດ​ດິນ​, ປູກ​ຝ້າຍ, ຕຳ່ຜ້າ, ຕັດ, ຫຍິບ​ຜ້າ​ເຈ່ຍ​ເດັກ​ເພື່ອ​ມອບ​ໃຫ້​ຫຼານ. ດ້ວຍ​ຄວາມຫວັງ​ວ່າ​ ຫຼານ​ຈະ​ກິນ​ຫຼາຍ, ​ໃຫຍ່​ໄວ, ມີ​ສຸຂະພາບ​ເຂັ້ມ​ແຂງ. ສ່ວນ​ພີ່ນ້ອງ​ຝ່າຍ​ຜົວ​ກໍ່​ຕ້ອງຂັບ​ຮ້ອງ​ຕອບ​ຄືນ​ເພື່ອສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ພີ່ນ້ອງ​ຝ່າຍ​ເມຍ​ທີ່​ໄດ້​ມອບ​ຂອງຂວັນ​​ໃຫ້​ຫຼານ“.

        ຂອງຂວັນ​ນີ້​ຖືກ​ວາງ​ໃນ​ແທ່ນ​ບູຊາ​​ພ້ອມ​ກັບ​ພາ​ເຄື່ອງ​ຂອງ​ບູຊາ ​ເພື່ອ​ໃຫ້​ບັນພະບຸລຸດ​ຮັບ​ຮອງ​ຊື່​ຂອງ​ເດັກ​ຕາມ​ຄວາມ​ຫວັງ​ຂອງ​ທັງ​ພີ່ນ້ອງ​ຝ່າຍ​ຜົວ ​ແລະ ຝ່າຍ​ເມຍ. ​ເມື່ອ​ເດັກນ້ອນມີ​ຊື່​ແລ້ວ, ຖ້າ​ແມ່ນ​ຫຼານ​ກົກ​ໃນ​ວົງ​ຕະກຸນ, ຊື່​ຂອງ​ພໍ່​ປູ່​ແມ່​ຍ່າ; ພໍ່​ຕາ​ແມ່​ເຖົ້າ ​ແລະ ຊື່​ຂອງ​ພໍ່​ແມ່​ເດັກນ້ອຍ​ຈະ​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ເດັກ​ນ້ອຍຜູ້​ນັ້ນ. ທ່ານ ​ເສິ່ນອາ​ເຊີນ, ​ໃຫ້​ຮູ້​ວ່າ:

        “​ເມື່ອຄູ່​ຜົວ​ເມຍບໍ່​ທັນ​ມີ​ລູກ, ​ເຂົາ​ເຈົ້າ​ຈະ​ເອີ້ນ​ຕາມ​ຊື່​ຂອງ​ແຕ່ລະຄົນ. ​ແຕ່​ເມື່ອ​ມີ​ລູກ ​ແລະ ​ໄດ້​ຈັດ​ພິທີ​ຕັ້ງ​ຊື່​ໃຫ້​ລູກ​ແລ້ວ, ​ເຂົາ​ເຈົ້າ​ຈະ​ເອີ້ນ​ຕາມ​ຊື່​ຂອງ​ລູກ“.

        ສຳລັບຊາວ​ເຜົ່າ​ໄຢ໋​ແລ້ວ, ​ເມື່ອ​ໄດ້​ເອີ້ນ​ຕາມ​ຊື່​ຂອງ​ລູກ, ຫຼານ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ. ພິທີ​ຕັ້ງ​ຊື່​ໃຫ້​ລູກ​ຂອງ​ຊາວ​ເຜົ່າ​ໄຢ໋, ບໍ່​ພຽງ​ແຕ່​ແມ່ນ​ລະບຽບ​ການ​ຕັ້ງ​ຊື່​ໃຫ້​ເດັກ​ແບບ​ທຳ​ມະ​ດາ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ສັກສິດ​ອີກ​ດ້ວຍ. ​ ​ຊື່​ຂອງເດັກ​ໂດຍ ພໍ່​ປູ່​ແມ່​ຍ່າ; ພໍ່​ຕາ​ແມ່​ເຖົ້າ ຫຼື​ຜູ້​ອາຍຸ​ສູງ​ຝ່າຍ​ຜົວ​ຕັ້ງ​ໃຫ້, ຫາກ​ບໍ່​ແມ່ນ​ພໍ່​ແມ່​ເດັກ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ການ​ສືບ​ທອດ, ​ແບບ​ແຜນ​ດຳລົງ​ຊີວິດ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ວົງ​ຕະກູນ.

        ພິທີ​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ແມ່ນ​ປະ​ເພນີ​ອັນ​ດີງາມ, ​ເຊິ່ງຊາວ​ເຜົ່າ​ໄຢ໋ຍັງ​ຄົງ​ຮັກສາ​ໄວ້​ຈົນ​ເຖິງ​ປະຈຸ​ບັນ. ພິທີ​ດັ່ງກ່າວ​ປະກອບສ່ວນ​ເຮັດ​ໃຫ້​ວັດທະນະທຳ, ປະ​ເພນີ​ຂອງ​ຊົນ​ເຜົ່າ​ໄຢ໋ອຸດົມສົມ​ບຸນ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ​ຕື່ມ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ