ປະເພນີບູຊາເຈົ້າແມ່ທໍລະນີຂອງຊາວເຜົ່ານຸ່ງ

ປະເພນີບູຊາເຈົ້າແມ່ທໍລະນີຂອງຊາວເຜົ່ານຸ່ງ - ảnh 1
(ພາບປະກອບ)

(vovworld) - ປະ​ເພ​ນີ​ບູ​ຊາ​ ເຈົ້າ​ແມ່​ທໍ​ລະ​ນີຂອງ​ຊົນ​ເຜົ່າ​ນຸ່ງ ແມ່ນການດຳ​ເນີນ​ຊີ​ວິດ​, ຄວາມເຊື່ອ​ຖືຂອງ​​ຊົນ​ເຜົ່ານຸ່ງ.​ ເຈົ້າ​ແມ່​ທໍ​ລະ​ນີ ແມ່ນ​ເທ​ວະ​ດາ​ຜູ້​ທີ່​​ປົກ​ປັກ​ຮັກ​ສາ​​ດິນ​ດອນ​ຕ່ອນ​ຫຍ້າ​ທີ່​ປະ​ຊາ​ຊົນ​ໃນ​ບ້ານ​ດຳ​ລົງ​ຊີ​ວິດ.. ເມື່ອ​ມາເຖິງ​ເຂດ​ດິນ​​ດອນ​ຕ່ອນ​ຫຍ້າໃໝ່ ເພື່ອ​ສ້າງບ້ານ, ວຽກ​ທຳ​ອິດ​​ທີ່ຊາວເຜົ່ານຸ່ງ​ຕ້ອງ​ເຮັດ ແມ່ນ​​ສ້າງ​ຫໍບູ​ຊາ​​ເຈົ້າ​ແມ່​ທໍ​ລະ​ນີ. ການ​ບູ​ຊາ​ ເຈົ້າ​ແມ່​ທໍ​ລະ​ນີ ຍັງ​ນຳ​ມາ​ໃຫ້ຄວາມ​ໝາຍ​​ ອາ​ໄລ​ຫາ​ບັນ​ດາ​ຜູ້​ທີ່​ໄດ້​ກໍ່​ສ້າງ​ບ້ານ​ຄົນ​ທຳ​ອິດ. ບົດ​ຂຽນ: “ປະ​ເພ​ນີ​ບູ​ຊາ​ ເຈົ້າ​ແມ່​ທໍ​ລະ​ນີ ຂອງ​ຊົນ​ເຜົ່າ​ນຸ່ງ ” ຂອງ​ ໂຕ​ຕ໋ວນ, ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ.

        ຫໍ​ບູ​ຊາເຈົ້າ​ແມ່​ທໍ​ລະ​ນີ  ຕາມປົກ​ກະ​ຕິ​ແລ້ວ​ແມ່ນ​ໄດ້​​ສ້າງ​ຂຶ້ນໃນ​ທັນ​ທີ​ພາຍຫຼັງ​​ທີ່​ໄດ້​ເລືອກ​ເຟັ້ນ​ເອົາ​ດິນດອນ​ຕ່ອນ​ຫຍ້າ​ເພື່ອ​ປຸກ​ສ້າງ​ບ້ານ. ຕອນ​ດິນ​​ສັກ​​ສິດ​ທີ່​ໄດ້​ສ້າງ​ຫໍ​ບູ​ຊາ​ເຈົ້າ​ແມ່​ທໍ​ລະ​ນີ​ໃສ່​ນັ້ນ ​ໂດຍ​ໝໍ​ດູ​ໄດ້​ກວດ​ເບິ່ງ, ​ໝໍ​ຜີ​ໄດ້​ທຳ​​ພິ​ທີ ​ບູ​ຊາ ແລະ ປະ​ຊາ​ຊົນ​ໃນ​ບ້ານ​ທັງ​ໝົດ​ມີ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​ເລືອກ​ເຟັ້ນ. ສະ​ຖານ​ທີ່​ ທີ່​ຖືກ​ເລືອກ​ເອົາ​​ເປັນ​ບ່ອນສ້າງ​ຫໍ​ບູ​ຊາ​ເຈົ້າ​ແມ່​ທໍ​ລະ​ນີນັ້ນ  ຕ້ອງ​ເປັນ​ສະ​ຖານ​ທີ່​ເປົ່າ​ຫວ່າງ, ສະ​ຫງົບ​ງຽບ ແລະ ​ເປັນ​ບ່ອນ​ທີ່​ມີ​ອາ​ກາດ​ປອດ​ໂປ່ງ​ເຢັນ​ສະ​ບາຍ ຢູ່​ຫົວ​ບ້ານ ຫຼື ຕີນ​ບ້ານ. ຫໍ​ບູ​ຊາ​ໃຫຍ່ ຫຼື ນ້ອຍ ​ແມ່ນ​ຂຶ້ນ​ກັບ​ຄວາມ​ມຸ່ງ​ຫວັງຂອງ​ປະ​ຊາ​ຊົນ​ໃນ​ບ້ານ. ​ຕາມ​ປົກ​ກະ​ຕິ ຫໍ​​ບູ​ຊາ ເຈົ້າ​ແມ່​ທໍ​ລະ​ນີ ມີ​ຂອບ​ເຮັດ​ດ້ວຍໄມ້​, ​ອ້ອມ​ປົກ​ດ້ວຍ​ຝາ​ກະ​ແຕະ, ມຸງດ້ວຍ​ດິນ​ຂໍ ຫຼື ​​ສັງ​ກະ​ສີ. ເຈົ້າ​ແມ່​ທໍ​ລະ​ນີ ​​ໄດ້​ຮັບ​ຖື​ວ່າເປັນ​ເທວະ​ດາ​ລວມຂອງ​ທົ່ວ​ບ້ານ. ຊາວ​ບ້ານຈັດ​​ຕັ້ງການ​ບູ​ຊາເຈົ້າ​ແມ່​ທໍ​ລະ​ນີ ເພື່ອ​​ພາ​ວະ​ນາຂໍໃຫ້​ມີ​ຄວາມ​ສະ​ຫງົບ​ສຸກ, ລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ​. ທ່ານ ເວືອງວັນ​ເຢືອງ, ຢູ່​ຕາ​ແສງ​ແທັກ​ດ້ານ, ເມືອງ​ກາວ​ລົກ, ແຂວງ​ລາງ​ເຊີນ ໃຫ້​ຮູ້​ວ່າ:

        “ຊາວ​ເຜົ່າ​ນຸ່ງ​ຖື​ເປັນ​ສຳ​ຄັນ​ທີ່​ສຸດ​ພິ​ທີ​ບູ​ຊາ​ເຈົ້າ​ແມ່​ທໍ​ລະ​ນີ, ເຖິງວ່າ​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ແຫ່ງ​ຫົນ​ໃດ​ກໍ່​ຕ້ອງ​ສ້າງ​ຫໍ​ບູ​ຊາ ເພື່ອ​ບູ​ຊາ​ເຈົ້າ​ແມ່​ທໍ​ລະ​ນີ. ປະ​ຈຸ​ບັນ​ມີ​ຊົນ​ເຜົ່າ​ນຸ່ງ 12 ຄອບ​ຄົວ​ຢູ່​ອ້ອມ​ແອ້ມ​ເຮືອນ​ຂອງ​ຂ້າ​ພະ​ເຈົ້າ ​ເຂົາ​ເຈົ້າ​ໄດ້ສ້າງ​ຫໍບູ​ຊາ​ລວມ ເພື່ອ​ບູ​ຊາ​ເຈົ້າ​ແມ່​ທໍ​ລະ​ນີ. ນີ້​ບໍ່ພຽງ​ແຕ່​ແມ່ນ​ພິ​ທີ​​ການດຳ​ເນີນ​ຊີ​ວິດ​​ທາງດ້ານ​ຈິດ​ວິນ​ຍານ, ຄວາມ​ເຊື່ອ​ຖື​ເທົ່າ​ນັ້ນ ​ ຫາກ​ຜ່ານ​ພິ​ທີ ທຸກ​ຄົນ​ຍັງ​ໄດ້​ພົບ​ປະ​ແລກ​ປ່ຽນ, ຢື້​ຢາມ​ຖາມ​ຂ່າວ​ກັນ, ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ດຳ​ລົງ​ຊີ​ວິດ​​ນຳ​ກັນອີກ​ດ້ວຍ….

ປະ​ຊາ​ຊົນ​ຊາວ​ເຜົ່າ​ນຸ່ງ​ທີ່​ຢູ່​ບາງ​ທ້ອງ​ຖິ່ນ​ມີ​​ທັດ​ສະ​ນະວ່າ, ຫໍ​ບູ​ຊາ​ໃດ​ຍິ່ງທຳ​ມະ​ດາ​ງ່າຍ​ດາຍ​ເທົ່າ​ໃດ ຫໍ​ບູ​ຊານັ້ນ​ຍິ່ງ​ມີ​ຄວາມສັກ​ສິດເທົ່າ​ນັ້ນ. ໃນ​ເມື່ອ​ກ່ອນ​ພຽງ​ແຕ່​ມີ​ຜູ້​ຊາຍ​ໃນ​ບ້ານ​ຈຶ່ງ​ໄດ້​ອອກ​​ບູ​ຊາ​ເຈົ້າ​ແມ່​ທໍ​ລະ​ນີ, ແຕ່​ໃນ​ຊຸມ​ປີມໍ່ໆ​ມານີ້​ຜູ້​ຍິງກໍ່​ໄດ້​ເຂົ້າ​ຮ່ວມ. ຂອບ​ເຂດ​​​ສ້າງ​ຫໍ​ບູ​ຊາ​ເຈົ້າ​ແມ່​ທໍ​ລະ​ນີ​ນັ້ນ ​ຖືກຊາວ​ບ້ານ​​ປົກ​ປັກ​ຮັກ​ສາ​ຢ່າງ​ເຄັ່ງ​ຂັດ. ຢູ່​ບັນ​ດາ​ບ້ານ​ຂອງ​ຊາວ​ເຜົ່າ​ນຸ່ງ​ຍັງ​ມີ​ຂໍ້​ກຳ​ນົດ ຫ້າມບໍ່​ອະ​ນຸ​ຍາດ​ໃຫ້​ໃຜ​ຕັດ​ໄມ້​ຟືນ, ປູກ​ຕົ້ນ​ໄມ້ ຫຼື ທຳ​ການ​ຜະ​ລິດ​ຢູ່​ຂອບ​ເຂດ​ຫໍ​ບູ​ຊາ​ເຈົ້າ​ແມ່​ທໍ​ລະ​ນີນັ້ນ.

ປະເພນີບູຊາເຈົ້າແມ່ທໍລະນີຂອງຊາວເຜົ່ານຸ່ງ - ảnh 2
(ພາບປະກອບ)

        ພິ​ທີ​ບູ​ຊາ​ເຈົ້າ​ແມ່​ທໍ​ລະ​ນີ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ໃຫຍ່​​ທີ່​ສຸດ​ແມ່ນ ​ໃນ​ວັນ​ທີ່ 2 ຂອງບຸນປີໃໝ່​ປະ​ຈຳ​ຊາດ. ແຕ່​ລະ​ວົງຕະ​ກູນ​ຈະ​ເຂົ້າ​​ບູ​ຊາ​ຕາມ​ລຳ​ດັບ​ຢ່າງ​ເປັນ​ລະ​ບຽບ​. ທຳ​ອິດ​ແມ່ນ​ວົງຕະ​ກູນ​ໃຫຍ່ ຫຼື ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ບ້ານ, ຫຼັງ​ຈາກນັ້ນ​ຈຶ່ງ​ຮອດ​ບັນ​ດາ​ວົງ​ຕະ​ກູນ​ອື່ນໆ. ເຄື່ອງ​ຂອງ​ບູ​ຊາ​​ທີ່​ຂາດບໍ່​ໄດ້​ແມ່ນ​ໄກ່​ຕອນ, ເຂົ້າ​ຕົ້ມ​ຄູ່​ໜຶ່ງ, ພາ​ເຂົ້າ​ໜົມ​ຂ໊າວ, ເຫຼົ້າ, ເຂົ້າ​ໜຽວ​ຂາວ, ເຂົ້​າ​ໜົມ…ໃນ​ບັນ​ດາ​ເຄື່ອງ​ຂອງ​ບູ​ຊາ, ໄກ່​ບູ​ຊາ​ຂອງ​​ວົງຕະ​ກູນ​ໃດ​ຕຸ້ຍ​ພີ, ຊີ້ນ​ເຫຼືອງ, ງາມ​ຕາ​ທີ່​ສຸດ ໄດ້​ຮັບ​ຖື​ວ່າວົງຕະ​ກູນນັ້ນ​ທຳ​ມາ​ຫາ​ກິນ​ສະ​ດວກ​ດີ. ຢູ່​ບາງ​ທ້ອງ​ຖິ່ນ, ພໍ່​ແມ່​ປະ​ຊາ​ຊົນ​ກໍ່​ຖືວ່າ ນີ້ແມ່ນ​ການເສັງ​ເພື່ອ​ຜ່ານ​ພາ​ເຂົ້າ, ເຄື່ອງ​ຂອງ​ບູ​ຊາ ສາ​ມາດ​ຮູ້​ໄດ້​ວົງ​ຕະ​ກູນ, ຄອບ​ຄົວ​ໃດ​ມີ​ໂຊກ​ມີ​ໄຊ​ ທຳ​ມາ​ຫາ​ກິນ​ໄດ້ຮັບ​ຜົນ​ດີ​ໃນ​. ນອກ​ຈາກ​ໂອ​ກາດ​ງານ​ບຸນ​​ປີ​ໃໝ່ປະ​ຈຳ​ຊາດ​ແລ້ວ, ງານ​ບຸນ ແທງ​ມິນ ວັນ​ທີ່ 2 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ງານ​ບຸນ ດ​ວານ​ງໍ້ ໃນ​ວັນ​ທີ 5 ເດືອນ 5 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ ຫຼື ງານ​ບຸນອວຍ​ພອນ​ເຂົ້າ​ໃໝ່ ວັນ​ທີ 10 ເດືອນ 10 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ …….ຊາວ​ເຜົ່າ​ນຸ່ງກໍ່​ບູ​ຊາ​ເຈົ້າ​ແມ່ທໍ​ລະ​ນີ, ແຕ່​ວິ​ທີ​ການ​ບູ​ຊາ​ມີ​ພາກ​ສ່ວນ​​ແຕກ​ຕ່າງ ເມື່ອ​ທຽບ​ໃສ່​ກັບ​ພິ​ທີ​ບູ​ຊາ​ເຈົ້າ​ແມ່​ທໍ​ລະ​ນີ​ໃນ​ໂອ​ກາດງານ​ບຸນປີ​ໃໝ່​ປະ​ຈຳ​ຊາດ, ປະ​ຊາ​ຊົນ​ພຽງ​ແຕ່​ຈັດ​ສົ່ງ​ກຸ່ມ​ຄົນ​ໜຶ່ງ. ທ່ານ ລົກ​ຄາງ, ນັກ​ສະ​ສົມ, ຄົ້ນ​ຄວ້າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຢູ່​ແຂວງ​ລ້າງ​ເຊີນ, ໃຫ້​ຮູ້​ວ່າ:

        “​ຫໍ​ບູ​ຊາ ແລະ ດິນ​ແດນ​ທີ່​ສັກ​ສິດນັ້ນ ເປັນ​ບ່ອນ​ດຳ​ເນີນ​ຊີ​ວິດ​ທາງ​ດ້ານ​ຈິດ​ວິນ​ຍານ​ໃຫ້​ທົ່ວ​ບ້ານ. ແຕ່​ລະ​ເທື່ອ​ເມື່ອ​ຄອບ​ຄົວ​ມີ​ວຽກ​ງານ​ໃດ​ຄື: ກໍ່​ສ້າງ, ແປງ​ເຮືອນ, ເອົາ​ຜົວ, ເອົ​າ​ເມຍ, ງານ​ສົບ……ກໍ່​ນຳ​ເອົາ​ເຂົ້າ​ໜຽວ​, ຕົ້ມ​ໄກ່​ມາຫໍ​ບູ​ຊາ ຈູດ​ທູບ​ໄຫວ້​ເພື່ອ​ຂໍ​ອະ​ນຸ​ຍາດ​ນຳ​ເຈົ້າ​ແມ່​ທໍ​ລະ​ນີ. ແຕ່​ວ່າ​ມີ​ຄວາມ​ສັກ​ສິດ​ທີ່​ສຸດ ແລະ ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ທີ່​ສຸດ ແມ່ນ​ພິ​ທີ​ບູ​ຊາ​ເຈົ້າ​ແມ່​ທໍ​ລະ​ນີ​ໃນ​ໂອ​ກາດ​ງານ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດໃນ​ແຕ່​ລະ​ປີ

        ພາຍຫຼັງ​ພິ​ທີ​​ບູ​ຊາ​, ທຸກ​ຄົນ​ຈະ​ໄດ້​​ຮັບ​ປະ​ທານ​ເຄື່ອງ​ຂອງ​ບູ​ຊາ​ແນວ​ລະ​ເລັກ​ລະ​ໜ້ອຍ​ເພື່ອ​ຮັບໂຊກ​ຮັບ​ລາບ​ຢູ່​​ທີ່ຫໍ​ບູ​ຊາ​ເຈົ້າ​ແມ່​ທໍ​ລະ​ນີ, ເຍັ້ນ​ເຫຼົ້າ​ອວຍ​ພອນ​ໃຫ້​ກັນ​ຈົ່ງ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ. ສ່ວນໂຕ​ໄກ່​, ເຂົ້າ​ຕົ້ມ ແລະ ເຂົ້າ​ໜຽວ​ເຫຼືອງ​​ແມ່ນຈະ​ເອົາ​ກັບ​ຄືນ​ເມືອ​ບ້​ານ. ຈອກ​ເຫຼົ້າ​ທີ່​ໄດ້​ເຍັ້ນ​ບູ​ຊາ​ເຈົ້າ​ແມ່​ທໍ​ລະ​ນີນັ້ນ​ແມ່ນ​ຈະ​ຖອກ​ໃສ່​ອ້ອມ​ແອ້ມ​ໂຖ​ປັກ​ທູບ ​ແລະ ອ້ອມ​ຂ້າງ​ຫໍ​ບູ​ຊາ. ສິ້ນ​ສຸດ​ພິ​ທີ​ບູ​ຊາ, ຕາມ​ເສັ້ນ​ທາງ​ກັບ​ຄືນ​ເມືອ​ບ້ານນັ້ນ, ທຸກ​ຄົນ​ໄດ້​ພ້ອມ​ກັນ​ເອີ້ນ​ເອົາ​ໄກ່, ​ເອົາໝູ ກັບ​ຄືນ​ເມືອ​ເຮ​ືອນ​ນຳ ແລະ ເຂົ້າ​ໜຽວ​ເຫຼືອງນັ້ນ​ກໍ່​ໄດ້​ເອົາ​ໃຫ້​ໄກ່ ແລະ ໝູ​ກິນ. ຊາວ​ເຜົ່າ​ນຸ່ງ​ມີ​ຈິດ​ສຳ​ນຶກວ່າ: ເຮັດ​ຄື​ແນວນີ້ ປີ​ໜ້າ​ຈຶ່ງ​ໄດ້​ໝູ​ເຕັມ​ຄອກ, ໄກ່​ເຕັມ​ລົກ, ການ​ລ້ຽງ​​ສັດຈຶ່ງ​ໄດ້​ຮັບ​ການ​ພັດ​ທະ​ນາ ແລະ ມີ​ໂຊກ​ມີ​ລາບ.

        ​ປະ​ຈຸ​ບັນ ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ນຸ່ງ, ເຖິງວ່າ​ຈະ​ດຳ​ລົງ​ຊີ​ວິ​ດ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ທີ່​ແຕກ​ຕ່າງ​ກັນ​ກໍ່​ຕາມ, ແຕ່​ຍັງ​ຖື​ເປັນ​ສຳ​ຄັນ​ພິ​ທີ​ບູ​ຊາ​ເຈົ້າ​ແມ່​ທໍ​ລະ​ນີ. ສຳ​ລັບ​​ປະ​ຊາ​ຊົນ​ເຜົ່າ​ນຸ່ງແລ້ວ ນີ້ບໍ່​ພຽງ​ແຕ່​ແມ່ນ​ພິ​ທີ​ການ​ດຳ​ເນີນ​ຊີ​ວິດ​ທາງ​ຈິດ​ວິນ​ຍານ​, ຄວາມ​ເຊື່ອ​ຖື​ເທົ່າ​ນັ້ນ ຫາກໃນ​ນັ້ນ​ຍັງ​​ຊ້ອນ​ແຝງຄວາມ​ສາ​ມັກ​ຄີ, ຄວາມ​ສະ​ໜິດ​ຕິດ​ພັນ​ ​ລະ​ຫວ່າງວົງ​ຄະ​ນະ​ຍາດ ​ໃນ​ເຂດຢູ່​ອາ​ໄສ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ