ປະເພນີບູຊາເທວະດາເຕົາໄຟຂອງຊາວ ຮ່າຍີ່


(vovworld) - ​ໃນ​ຊີວິດ​ປະຈຳ​ວັນ, ຊາວ ຮ່າ​ຍີ່​ ຖື​ນຳ້ ​ແລະ ​ໄຟ​ເປັນ​ສຳ​ຄັນ. ຕາມ​ທັດສະນະ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຖ້າ​ຫາກ​ນຳ້​ແມ່ນ​ແຫຼ່ງດຳ​ເນີນ​ຊີວິດ, ​ໄຟ​ຈະ​ແມ່ນ​ກຳລັງ​​ແຮງ​ເພື່ອຮັກສາ​ຊີວິດການ​ເປັນ​ຢູ່. ຍ້ອນ​ເຫດ​ນັ້ນ, ​ໃນ​ເຮືອນ​ຂອງ​ຊາວ ຮ່າ​ຍີ່. ​ເຕົາ​ໄຟຈຶ່ງ​ມີ​ທີ່​ຕັ້ງ​ສຳຄັນ ​ແລະ ປະຈຸ​ບັນຊາ​ວ ຮ່າ​ຍີ່​ຍັງ​ຄົງ​ຮັກສາ​ປະ​ເພນີ​ບູຊາ​ເທວະ​ດາ​ເຕົາ​ໄຟ. ຢູ່​ຂ້າງ​ເຕົາ​ໄຟ​ຊາວ ຮ່າ​ຍີ່​ ເຄີຍ​ວາງ​ກ້ອນ​ຫີນ​ສັກສິດ ​ແລະ ຖື​ວ່າ​ນີ້​ແມ່ນ​​ສັນຍາ​ລັກ​ຂອງເທວະ​ດາ​ເຕົາ​ໄຟ, ​ເຊິ່ງ​ແມ່ນ​ເທວະ​ດາ​ທີ່​ເບິ່ງ​ແຍງ, ຮັກສາ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ໃນ​ຄອບຄົວ.

ປະເພນີບູຊາເທວະດາເຕົາໄຟຂອງຊາວ ຮ່າຍີ່ - ảnh 1

ພີນສັກສິດຂອງຊາວຮ່າຍີ່ຖືກວາງຢູ່ມໍ່ກັບເຕົາໄຟ

(ພາບ: ອິນເຕີແນດ)

        ​ໂດຍ​ແມ່ນ​ຊົນ​ເຜົ່າ​ທີ່​ດຳລົງ​ຊີວິດ​ໃນ​ເຂດ​ພູດ​ອຍ, ອາກາດ​ປຽກ​ຊຸ່ມ ​ແລະ ມີ​ນ້ຳໝອກ​ປົກ​ຄຸມຕະຫຼອດ​ປີ​. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ ​ເຜົ່າ ຮ່າ​ຍີ່​​ໄດ້ຮູ້​ຈັກວິທີ​​ດຳລົງ​ຊີວິດ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ດິນ​ຟ້າ​ອາກາດ ​ແລະ ​ໃກ້ຊິດຕິດ​ແທດ​ກັບ​ທຳ​ມະ​ຊາດ, ປ່າ​ໄມ້​ຢູ່​ທີ່​ນີ້. ​ເຮືອນ​ຢູ່​ຂອງ​ຊາວ ຮ່າ​ຍີ່ມີ​ຝາ​​ເຮືອນ​ໜາ, ​ເຮັດ​ດ້ວຍ​ດິນ, ຫຼັງຄາ​ເຮືອນ​ມຸງ​ດ້ວຍ​ຫຍ້າ, ດັ່ງ​ນັ້ນຈຶ່ງ​ມີ​ຄວາມ​ເຢັນ​ໃນ​ລະດູ​ຮ້ອນ ​ແລະ ມີ​ຄວາມ​ອຸ່ນ​ໃນ​ລະດູ​ໜາວ. ຕາມ​ປະ​ເພນີ, ​ເມື່ອ​ເຮືອນ​ຝາ​ດິນ​ໄດ້​ຮັບ​ການ​ປຸກ​ສ້າງ​ສຳ​ເລັດ​ແລ້ວ, ວຽກ​ງານ​ທຳ​ອິດ​ຂອງ​ຄອບຄົວ​ຊາວ ຮ່າ​ຍີ່​ນັ້ນ​ແມ່ນ​ແຫ່​ເທວະ​ດາ​ໄຟ​ເຂົ້າ​ເຮືອນ. ຊາວ ຮ່າ​ຍີ່​ຖື​ວ່າ ​ໄຟເກີດມີ​ມາ​ຈາກ​ຫີນ. ດັ່ງ​ນັ້ນ, ກ່ອນ​ທີ່​ຂຶ້ນເຮືອນ​ໃໝ່, ຊາວ​ເຜົ່າ ຮ່າ​ຍີ່​ເຄີຍ​ຂຶ້ນ​ພູ​ສູງ​ເລືອກ​ເອົາ​ຫີນ​ກ້ອນ​ໜຶ່ງ​ຢູ່​ບ່ອນ​ທີ່​ບໍ່​ມີ​ໃຜ​ຢຽບ​ໃສ່ ​ແລະ ຍ່າງ​ຜ່ານ, ​ແລ້ວນຳ​ມາ​ວາງ​ຢູ່​ຂ້າງ​ເຕົາ​ໄຟ​ເພື່ອ​ບູຊາ​ເທວະ​ດາ. ຕາມ​ທັດສະນະ​ຂອງ​ເຂົາ​ເຈົ້າ​ແລ້ວ, ກ້ອນ​ຫີນ​ສັກສິດ​ນີ້​ແມ່ນ​ທີ່ຢູ່​ອາ​ໄສ​ຂອງ​ເທວະ​ດາ​ໄຟ, ​ເທວະ​ດາ​ເຕົາ​ໄຟ, ​ເທວະ​ດາ​ທີ່​ດິນ​ໃນ​ເຮືອນ. ຊາວ ຮ່າ​ຍີ່​ຍາມ​ໃດ​ກໍ່​ເຊື່ອ​ໝັ້ນ​ວ່າ, ​ເທວະ​ດາ​ອົງ​ນີ້​ຈະ​ຊ່ວຍ​ຮັກສາ​ເຕົາ​ໄຟ​ບໍ່​ໃຫ້​ມອດ ​ແລະ ນຳ​ເອົາ​ຄວາມ​ໂຊກ​ດີ, ຄວາມ​ອີ່ມໜຳສຳລານ ​ແລະ ຄວາມ​ຜາ​ສຸກມາ​ໃຫ້​ຄອບຄົວ. ທ່ານ ຫຼີ​ເຢີ່ກໍ໋, ຊາວ​ເຜົ່າ ຮ່າ​ຍີ່​ຢູ່​ຕາ​ແສງ​ ອີ​ຕີ໋, ​ເມືອງ ບາດ​ຊາດ, ​ແຂວງ ລາວ​ກາຍ, ​ໃຫ້​ຮູ້​ວ່າ:

        “​ເຕົາ​ໄຟ​ຂອງ​ຊາວ ຮ່າ​ຍີ່​ຍາມ​ໃດ​ກໍ່​ມີ​ຫີນ​ກ້ອນ​ໜຶ່ງ​ວາງ​ຢູ່​ຂ້າງ. ຫີນ​ກ້ອນ​ນີ້​ເປັນ​ສັນຍາ​ລັກ​ໃຫ້​ເທວະ​ດາ​ທີ່​ດິນ. ​ເມື່ອ​ຮອດ​ຍາມ​ບຸນ, ​ເຂົາ​ເຈົ້າ​ທຳ​ພິທີ​ບູຊາ​ຫີນ​ນີ້ກໍ່​​ເປັນ​ການບູຊາ​ເທວະ​ດາ​ເຕົາ​ໄຟ, ​ເທວະ​ດາ​ທີ່​ດິນ, ​ແລະ​ບັນພະບຸລຸດ“.

ປະເພນີບູຊາເທວະດາເຕົາໄຟຂອງຊາວ ຮ່າຍີ່ - ảnh 2

ການດຳເນີນຊີວິດສ່ວນຫຼາຍຂອງຊາວຮ່າຍີ່ແມ່ນຢູ່ອ້ອມເຕົາໄຟ

(ພາບ: ອິນເຕີແນດ)

        ດ້ວຍ​ທັດສະນະ​ຄື​ແນວ​ນັ້ນ, ​ເມື່ອ​ຂຶ້ນ​ເຮືອນ​ໃໝ່, ຍາມ​ໃດ​ເຈົ້າ​ຂອງ​ເຮືອນ​ກໍ່ຂ້າ​ໝູ​ເພື່ອ​ຖະຫວາຍ​ບູຊາ​ເທວະ​ດາ​ເຕົາ​ໄຟ ​ແລະ ​ເຊີນ​ຍາດຕິ​ພີ່ນ້ອງ​ມາ​ຮ່ວມ​ເບີກບານ​ມ່ວນ​ຊື່ນ. ​ໃນ​ໂອກາດ​ງານ​ບຸນ, ​ເຈົ້າ​ຂອງ​ເຮືອນ​ຖະຫວາຍ​ບູຊາ​ເທວະ​ດາດ້ວຍ​ເຂົ້າໜົມ​ໄຢ່ ​ແລະ ຈອກ​ເຫຼົ້າ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່ເທວະ​ດາ​ທີ່​ໄດ້​ຮັກສາ​ໄຟບໍ່​ໃຫ້​ມອດຕະຫຼອດປີ. ​ໃນ​ຊີວິດ​ປະຈຳ​ວັນ, ການ​ດຳ​ເນີນ​ຊີວິດ​ເກືອບ​ທັງໝົດ​ຂອງ​ຊາວ ຮ່າ​ຍີ່​ລ້ວນ​ແຕ່​ຢູ່​ອ້ອມ​ເຕົາ​ໄຟ. ເຕົາ​ໄຟ​ທັງ​ເພື່ອ​ແຕ່ງກິນ, ທັງ​ແມ່ນບໍລິ​ເວນ​ເພື່ອ​ຕ້ອນຮັບ​ແຂກ ​ແລະ ​ແມ່ນ​ແຫ່ງ​ເພື່ອ​ບູຊາ​ເທວະ​ເຕົາ​ໄຟ, ​ເທວະ​ດາ​ທີ່​ດິນ. ຍ້ອນ​ເຫດ​ນັ້ນ, ​​ເຮືອນຄົວ​ຂອງ​ຊາວ ຮ່າ​ຍີ່​​ຈຶ່ງແມ່ນ​ເຂດ​ທີ່​ມີ​ຄວາມ​ສັກສິດ ​ແລະ ຕິດ​ພັນ​ກັບປະ​ເພນີ​ຕ່າງໆ. ບໍ່​ມີ​​ໃຜ​ໄດ້ຢຽບ​ຕີນ​ໃສ່​ກ້ອນ​ຫີນ, ບໍ່​ໄດ້ຍ່າງ​ຜ່ານຫຼື​​​ເອົາ​ໄມ້ເຄາະ​ໃສ່​ເທວະ​ດາ​ເຕົາ​ໄຟ. ຕາມ​ປະ​ເພນີ​ຂອງ​ລະບອບ​ມານ​ດາ​ສິດທິ​ລາດ, ວຽກ​ງານ​ເບິ່ງ​ແຍງ​​ເຕົາ​ໄຟ​ທັງ​ໝົດ​ແມ່ນ​ຂອງ​ແມ່​ຍິງ. ມີ​ແຕ່​ຜູ້ຍິງ ​ແລະ ສະມາຊິກ​ໃນ​ຄອບຄົວ​ຈຶ່ງ​ໄດ້​ເຂົ້າ​​ເຮືອນຄົວ. ​ວຽກ​ງານທຳ​ອິດ​ໃນ​ວັນ​ຂອງ​ແມ່ຍິງ​ແມ່ນ​ດັງ​ໄຟ​ຕົ້ມ​ນ້ຳ. ການ​ກະທຳ​ນີ້​​ສະ​ແດງ​ໃຫ້​ເຫັນ​ການ​ເບິ່ງ​ແຍງ​ດູ​ແລ​ຄອບ​ຄົວຂອງ​ແມ່​ຍິງ​. ​ໃນ​ຊຸມ​ມື້​ທຳ​ອິດ​ຂອງ​ປີ​ໃໝ່, ວຽກ​ງານ​ດັງ​ໄຟ​ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ເທວະ​ດາ​ເຕົາ​ໄຟ ​ແລະ ບັນພະບຸລຸດ. ​ເຮື​ອນຄົວກໍ່​ແມ່ນ​ບ່ອນ​ເພື່ອ​ໃຫ້​ຜູ້ຍິງ​ໃນ​ຄອບຄົວ​ໂອ້​ລົມ, ​ແບ່ງປັນ​ຄວາມ​ເບີກບານ​ມ່ວນ​ຊື່ນ, ຄວາມ​ໂສກ​ເສົ້າ​ນຳ​ກັນ. ຍ້ອນ​ເຫດ​ນັ້ນ, ​ເມື່ອ​ແຂກ​ມາ​ຄອບຄົວ, ​ຖ້າ​ເຈົ້າ​ຂອງ​ເຮືອນ​ເຫັນ​ດີຈຶ່ງ​ໄດ້​ເຂົ້າ​​ເຮືອນຄົວ. ທ່ານ ​ເຈິ່ນຫື້​ວ​ເຊີນ, ພະນັກງານ​ພະ​ແນ​ກວັດທະນະທຳ ຖະ​ແຫຼ​ງຂ່າວ​ແຂວງ ລາວ​ກາຍ, ​ໃຫ້​ຮູ້​ວ່າ:

        “​ເຮືອນຄົວ​ຂອງ​ຊາວ ຮ່າ​ຍີ່​ມີ​ຄວາມ​ສຳຄັນ​ທີ່​ສຸດ ​ແລະ ກ້ອນ​ຫີນ​ແມ່ນ​ສັນຍາ​ລັກ​ຂອງ​ເທວະ​ດາ​ເຕົາ​ໄຟ, ​ເພາະວ່າ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ພຽງ​ແຕ່​ຜູ້ຍິງ​ຈຶ່ງ​ໄດ້​​ເບິ່ງ​ແຍງ​ກ້ອນ​ຫີນ​ສັກສິດ​ນີ້. ​ເມື່ອ​ຮອດຍາມ​ຕົ້ນ​ປີ ​ແລະ ທ້າຍ​ປີ, ຍາມ​ໃດ​​ແມ່ຍິງ​ໃນ​ຄອບຄົວ​ກໍ່​ຖະຫວາຍ​​ເຫຼົ້າ, ນຳ້​ຊາ, ​ແລະ ​ເຂົ້າໜົມ​ເພື່ອບູຊາ​ເທວະ​ດາ​ຫີນ​ນີ້​. ​​ໃນ​ພິທີ​ຖະຫວາຍ​ບູຊາ​ນັ້ນ, ຖ້າ​ຄອບຄົວ​ໃດ​ບໍ່​ມີ​ເມຍ​. ລູກ​ສາວ​​ເຖິງ​ວ່າ​ຈະ​ເອົາ​ຜົວ​ຢູ່​ໄກ​ແລ້ວ​ກໍ່​ຕ້ອງ​ກັບ​ເມືອ​ເຮືອນ​ເພື່ອ​ທຳ​ພິທີ​“.

        ​ໃນ​ຕອນ​ຄຳ່​ວັນທີ 30 ຂອງ​ບຸນ​ເຕັດ, ​​ເຊິ່ງແມ່ນ​ວັນ​ສຸດ​ທ້າຍ​ຂອງ​ປີ​ເກົ່າ, ທັງ​ຄອບຄົວ​ຈະ​ນັ່ງ​ອ້ອມ​ເຕົາ​ໄຟ​ເພື່ອ​ຮັບ​ຟັງ​ຜູ້​ເຖົ້າ, ຜູ້​​ແກ່​ເລົ່າ​ເລື່ອງ​ກ່ຽວ​ກັບ​ກົກ​ເຄົ້າ​ຂອງ​ມະນຸດ ​ແລະ ບັນພະບຸລຸດ, ກ່ຽວ​ກັບ​ມູນ​ເຊື້ອ​ຂອງ​ວົງ​ຕະກຸນ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ສຶກສາ​ໃຫ້​ລູກ​ຫຼານ​ຮູ້​ບຸນ​ຄຸນ​ບັນພະບຸລຸດ ​ແລະ ທຸກ​ຄົນ​ໃນ​ວົງ​ຕະກຸນ.

        ປະຈຸ​ບັນ, ​ເຖິງ​ວ່າ​ຊີວິດ​ຂອງ​ຊາວ ຮ່າ​ຍີ່​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ ​ແລະ ຖືກ​ຜົນ​ສະທ້ອນ​ຈາກ​ການ​ເຊື່ອມ​ໂຍງ​ດ້ານ​ວັດທະນະທຳ​ກັບ​ຊົນ​ເຜົ່າ​ອື່ນໆ​ແລ້ວ​ກໍ່ຕາມ. ​ແຕ່​ບັນດາ​ຮີດຄອງ​ປະ​ເພນີ​ບູຊາ​ເທວະ​ດາ​ເຕົາ​ໄຟ​ຂອງ​ຊາວ ຮ່າ​ຍີ່​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້, ອັນ​ໄດ້​ສ້າງ​ເປັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ​ໝູ່​ບ້ານ​ຂອງ​ຊົນ​ເຜົ່າ ຮ່າ​ຍີ່​.

ຕອບກັບ

ຂ່າວ/ບົດ​ອື່ນ